ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິຣ່ານ ຂູ່​ຈະ​ອັດ ​ການ​ຂົນ​ສົ່ງ​ນໍ້າມັນ ​ຜ່ານ​ແຫລມ Hormuz


ຜູ້ບັນຊາການກອງທັບເຮືອອິຣ່ານ
ຜູ້ບັນຊາການກອງທັບເຮືອອິຣ່ານ

ອິຣ່ານຂູ່​ຈະ​ປິດ​ກັ້ນ​ການ​ຂົນ​ສົ່ງ​ນໍ້າມັນ​ຜ່ານ​ແຫລມ Hormuz ຖ້າ​ຫາກ​ພວກລັດຖະບານ​ປະ​ເທດ​ຕາ​ເວັນ​ຕົກ​ພະຍາຍາມ​ລົງ​ໂທດ​ອິຣ່ານ​ໃນ​ການ​ສົ່ງ ອອກ​ນໍ້າມັນ​ຂອງ​ຕົນ ເພື່ອ​ຕອບ​ໂຕ້​ຕໍ່​ໂຄງການ​ນີວ​ເຄລຍຂອງ​ອິຣ່່ານນັ້ນ.

ຜູ້​ບັນຊາ​ການ​ກອງທັບ​ເຮືອ​ອິຣ່ານກ່າວ​ຕໍ່​ໂທລະພາບຂອງ​ລັດ​ເມື່ອ​ວັນ​ພຸດ​ມື້​ນີ້​ວ່າ ຕົນ​ຈະ​ປິດ​ແຫລມ Hormuz ຍາມ​ໃດ​ກໍ​ໄດ້ ​ແຕ່​ການ​ປະຕິບັດ​ການ​ດັ່ງ​ນັ້ນ​ຍັງບໍ່​ຈໍາ​ເປັນ​ເທື່ອ​ໃນ​ເວລາ​ນີ້.

ຄວາມ​ເຫັນ​ຂອງ​ທ່ານ​ມີ​ຂຶ້ນມື້​ນຶ່ງ​ຫລັງ​ຈາກຮອງ​ປະທານາທິບໍດີ Mohammad Reza Rahimi ​ເວົ້າວ່າ ຖ້າ​ຫາກ​ວ່າ​ອິຣ່ານຖືກ​ຫ້າມ ບໍ່​ໃຫ້​ສົ່ງ​ອອກ​ນໍ້າມັນ​ຂອງ​ຕົນ​ແລ້ວ ກໍຈົ່ງ​ຮູ້​ໄວ້​ດ້ວຍ​ວ່າ ອິຣ່ານຈະ​ຢຸດ​ບໍ່​ໃຫ້ ມີການ​ຂົນ​ສົ່ງ​ນໍ້າມັນ​ຜ່ານ​ແຫລມ Hormuz ໄປ​ໄດ້ແມ່ນ​ແຕ່​ຢົດ​ດຽວ.

ໄດ້​ມີ​ການ​ການ​ອ້າງ​ຄຳ​ເວົ້າຂອງທ່ານ Rahimi ​ໂດຍ​ອົງການ​ຂ່າວ IRNA ຂອງທາງ​ການ​ອິຣ່ານ ທີ່ເວົ້າວ່າ ອິຣ່ານບໍ່​ຕ້ອງການ​ເປັນ​ປໍ​ລະ​ປັກ​ກັບ​ໃຜ ມີ​ແຕ່​ພວກ​ຕາ​ເວັນ​ຕົກ​ນັ້ນ​ຫລະ​ທີ່​ບໍ່​ຍອມ​ປະລະ​ແຜນການ​ຂອງ​ພວກເຂົາ​ເຈົ້າ.

ການ​ຕຸກ​ເຕືອນນີ້​ແມ່ນ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ກອງທັບ​ເຮືອ​ຂອງ​ອິຣ່ານ ສືບ​ຕໍ່ ຊ້ອມ​ລົບ​ເປັນ​ເວລາ​ສິບ​ມື້​ ​ໃນ​ບໍລິ​ເວນ​ແຫລມ​ດັ່ງກ່າວ ​ແລະ​ເຂດ​ນ່ານນໍ້າ​ ໄກ້​ຄຽງທີ່​ໄດ້​ເລີ່​ມຕົ້ນ​ມາ​ເມື່ອ​ວັນ​ເສົາ​ຜ່ານ​ມາ.

ທີ່​ນະ​ຄອນ​ຫລວງ​ວໍ​ຊິງ​ຕັນ ທ່ານ Mark Toner ​ໂຄສົກ​ກະຊວງ​ຕ່າງປະ ​ເທດ​ສະຫະລັດ​ບໍ່​ຮັບ​ຮູ້​ຄໍາ​ຂູ່​ນັ້ນ​ ​ແລະ​ວ່າເປັນ​ເລຶ່ອງຂີ້​ໂມ້ ຫລາຍ​ກວ່າ ຊຶ່ງ​ໂຄສົກ​ໂທນເນີ ​ເອີ້ນ​ຄໍາ​ເຫັນ​ນັ້ນ​ວ່າ​ເປັນ ຄວາມ​ພະຍາຍາມ​ຂອງ​ອິຣ່ານອີກ ຢ່າງ​ນຶ່ງ​ເພື່ອ​ດຶງ​ຄວາມ​ສົນ​ໃຈ​ອອກ​ຈາກ​ການ​ສືບ​ຕໍ່​ບໍ່​ປະຕິບັດ​ຕາມ​ພັນທະ​ນີວ​ເຄລຍສາກົນ​ຂອງ​ຕົນ​ນັ້ນ.

ອິຣ່ານຢືນຢັນ​ວ່າ​ໂຄງການ​ເສີມ​ສະມັດຖະພາບທາດ​ຢູ​ເຣນຽມຂອງ​ຕົນ​ນັ້ນ​ແມ່ນ​ເພື່ອວັດຖຸ​ປະສົງ​ດ້ານ​ພົນລະ​ເຮືອນ ​ແຕ່​ລາຍ​ງານ​ສະບັບ​ນຶ່ງ​ຂອງ​ອົງການ​ສະຫະປະຊາ​ຊາດ​ທີ່​ອອກ​ເມື່ອ​ເດືອນ​ຜ່ານ​ມາ​ນັ້ນ ພົບ​ວ່າ​ອິຣ່ານປະຕິບັດ​ການຢ່າງ​ລັບໆ​ເພື່ອ​ອອກ​ແບບ​ອາວຸດ​ປະລະມະ​ນູ ​ແລະ​ລະບົບລູກ​ສອນ​ໄຟ​ເພື່ອ​ບັນທຸກ​ອາວຸດ​ດັ່ງກ່າວ.

XS
SM
MD
LG