ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອີຣ່ານຍອມຮັບວ່າ ການລົງໂທດຂອງ ຝ່າຍຕາເວັນຕົກ ເຖິງລະດັບທີ່ຮ້າຍແຮງທີ່ສຸດ (ວີດີໂອ)


ວິສະວະກອນນໍ້າມັນ Majid Afshari ກໍາລັງຍ່າງໄປຍັງບ່ອນກັ່ນນໍ້າມັນ ທີ່ເຂດຜະລິດນໍ້າມັນ ໃກ້ເມືອງ Ahvaz ຢູ່ອີຣ່ານ (File).
ວິສະວະກອນນໍ້າມັນ Majid Afshari ກໍາລັງຍ່າງໄປຍັງບ່ອນກັ່ນນໍ້າມັນ ທີ່ເຂດຜະລິດນໍ້າມັນ ໃກ້ເມືອງ Ahvaz ຢູ່ອີຣ່ານ (File).

ອີຣ່ານ​ໄດ້ຍອມຮັບວ່າ ການລົງໂທດຂອງຝ່າຍຕາເວັນຕົກຕໍ່ໂຄງການນິວເຄລຍທີ່​ເປັນ
​ຂໍ້ໂຕ້ແຍ້ງກັນຂອງຕົນນັ້ນ ໄດ້ໄປເຖິງລະດັບທີ່ຮ້າຍແຮງທີ່ສຸດ ໃນຂະນະທີ່ສະຫະພາບ
ຢູໂຣບ ຫລື EU ໄດ້ເລີ້ມຈັດ​ຕັ້ງ​ປະຕິບັດການເກືອດຫ້າມນໍາເຂົ້ານໍ້າມັນຈາກອີຣ່ານ
ຢ່າງສິ້ນເຊີງ.

ໃນຄວາມ​ເຫັນ​ທີ່​ພິມ​ອອກຢູ່ໃນຂ່າວສານຂອງລັດຖະບານໃນວັນອາທິດວານນີ້ ຮອງ
ປະທານາທິບໍດີອີຣ່ານ ທ່ານ Mohammad Reza Rahimi ເວົ້າວ່າ ພວກມະຫາອໍາ
ນາດຕາເວັນຕົກ ໄດ້ທໍາການລົງໂທດທີ່ທ່ານເອີ້ນວ່າ “ຮ້າຍແຮງທີ່ສຸດ” ​ເທົ່າ​ເຖິງ​ປັດຈຸບັນ
​ນີ້ ຕໍ່ອີຣ່ານຢ່າງບໍ່ເປັນທໍາ. ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນອີຣານຈົ່ງຊ່ວຍລັດຖະບານ
ຕ້ານຢັນຜົນກະທົບຂອງມາດ ຕະການລົງໂທດດັ່ງກ່າວ.

ການເກືອດຫ້າມນໍາເຂົ້ານໍ້າມັນອີຣ່ານຂອງສະຫະພາບຢູໂຣບ ໄດ້ມີຜົນບັງຄັບໃຊ້ຢ່າງເຕັມ ສ່ວນໃນວັນອາທິດວານນີ້ ລຸນຫລັງທີ່ໄດ້ມີການປະຕິບັດມາເປັນ ຂັ້ນໆ ນັບແຕ່ຕົ້ນປີນີ້
ເປັນຕົ້ນມາ. ກຸ່ມຈັດ​ຕັ້ງທີ່ມີສະມາຊິກ 27 ປະເທດດັ່ງກ່າວນີ້ ຍັງໄດ້ເລີ້ມບັງຄັບໃຊ້ການ
ເກືອດຫ້າມ ບໍ່ໃຫ້ບໍລິສັດຢູໂຣບຮັບປະກັນໄພການຂົນສົ່ງນໍ້າມັນຂອງອີຣານ ໄປຍັງປະ
ເທດຕ່າງໆ.

ເບິ່ງວີດິໂອການເກືອດຫ້າມຂອງຝ່າຍຕາເວັນຕົກ ທີ່ມີຜົນບັງຄັບໃຊ້ໃນວັນທີ 1 ກໍລະກົດ

ຄະນະລັດຖະບານຂອງທ່ານໂອບາມາ ໄດ້ສະແດງຄວາມຍິນດີນໍາການເຄື່ອນໄຫວດັ່ງກ່າວ
ຂອງຢູໂຣບ ຊຶ່ງໄດ້ມີຂຶ້ນໃນເວລາບໍ່ເທົ່າໃດມື້ ລຸນຫລັງທີ່ສະຫະ ລັດໄດ້ຮັດ​ເຄ່ງ​ຂຶ້ນການລົງ
ໂທດຂອງ​ຕົນຕໍ່ບໍລິສັດຕ່າງປະເທດ ທີ່ເຮັດທຸລະກິດກັບອີຣານ. ເລຂາທິການດ້ານຂ່າວສານ
ຂອງທໍານຽບຂາວ ທ່ານ Jay Carney ເວົ້າວ່າ ການລົງໂທດຂອງ EU ແມ່ນເປັນ “ຄວາມ
ມຸ້ງໝັ້ນເພີ້ມເຕີມທີ່ໃຫຍ່ຫລວງສົມຄວນ” ​ໃສ່ຍຸດທະສາດດ້ານການທູດ ​ເພື່ອບັງຄັບໃຫ້ອີຣານ
ເລືອກເອົາວ່າ ຈະຍອມຖືກໂດດດ່ຽວຫລືວ່າ ຈະຍອມປະຕິບັດພັນທະຂອງຕົນທີ່ມີ​ຕໍ່ສາກົນນັ້ນ.

XS
SM
MD
LG