ຫົວໜ້າເຈລະຈາດ້ານນີວເຄລຍຂອງອິຣ່ານ ໄດ້ເລີ່ມທໍາການເຈລະຈາກັບຫົວໜ້າຝ່າຍກິດຈະການຕ່າງປະເທດຂອງສະຫະພາບຢູໂຣບ ທີ່ນະຄອນເຈນີວາແລ້ວ ເພື່ອໂອ້ລົມສົນທະນາກັນ ເລື່ອງໂຄງການນີວເຄລຍຂອງກຸງເຕຮະຣ່ານ ທີ່ເປັນບັນຫາໂຕ້ແຍ້ງກັນນັ້ນ.
ທ່ານນາງ Catherine Ashton ເປັນຜູ້ນໍາພາໃນການພົບປະສົນທະນາ ໃນວັນຈັນມື້ນີ້ ກັບທ່ານ Saeed Jalili ແລະບັນດານັກການທູດຂັ້ນອາວຸໂສຈາກສະຫະລັດ ຣັດເຊຍ ຈີນ ອັງກິດ ຝຣັ່ງ ແລະເຢຍຣະມັນ.
ການພົບປະຫາລືກັນເປັນເວລາ 2 ມື້ນີ້ ນັບວ່າເປັນເທື່ອທໍາອິດທີ່ພວກເຈລະຈາໄດ້ພົບປະກັນກ່ຽວກັບເລື້ອງນີ້ໃນຮອບນຶ່ງປີປາຍຜ່ານມາ. ຄວາມຄາດຫວັງກ່ຽວກັບຜົນຂອງການພົບປະ ກັນນີ້ ແມ່ນມີຢູ່ໃນລະດັບຕໍ່າ ໂດຍພວກນັກຊ່ຽວຊານກ່າວວ່າ ຄວາມຫວັງໃຫຍ່ທີ່ສຸດກໍແມ່ນວ່າ ມັນຈະພາໃຫ້ມີການພົບປະຫາລືກັນອີກຕື່ມ.
ການພົບປະເຈລະຈາກັນນີ້ ມີຂຶ້ນນຶ່ງມື້ ຫລັງຈາກທ່ານ Ali Akbar Salehi ຫົວໜ້າຝ່າຍ
ພະລັງງານນີວເຄລຍຂອງອິຣ່ານ ກ່າວວ່າ ປະເທດຂອງທ່ານແມ່ນກຸ້ມຕົນເອງແລ້ວ ໃນ
ເລື້ອງການຜະລິດເຊື້ອໄຟນີວເຄລຍຄົບທັງວົງຈອນ ຫລັງຈາກທີ່ສາມາດກັ່ນທາດຢູເຣນຽມ
ເປັນຜົງໄດ້ສໍາເລັດຊຸດທໍາອິດ ທີ່ເອີ້ນກັນວ່າ Yellowcake ຫລືແປ້ງເຂົ້າໜົມສີເຫລືອງນັ້ນ.
ທ່ານ Salehi ປະກາດເລື່ອງນີ້ໃຫ້ຮູ້ທາງໂທລະພາບແຫ່ງຊາດຂອງອິຣ່ານ ໃນວັນອາທິດ
ວານນີ້ ແຕ່ບໍ່ໄດ້ບອກໃຫ້ຮູ້ວ່າ ໄດ້ມີການຜະລິດ yellowcake ໄດ້ໜ້ອຍ ຫລາຍສໍ່າໃດ ມາຮອດປັດຈຸບັນນີ້.