ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 14 ຄົນ ຖືກສັງຫານ ຍ້ອນລະເບີດແຕກ ຢູ່ອີຣັກ


ຜູ້ຍິງຜູ້ນຶ່ງ ສະແດງຄວາມຮູ້ອອກມາຕໍ່ເຫດລະເບີດແຕກ ທີ່ແຂວງ
Kirkuk, ໄກຈາກນະຄອນຫລວງ ແບັກແດດ 250 km (155 miles) ໄປທາງພາກເໜືອ, ບ່ອນທີ່ເຫດລະເບີດ 4 ລູກ ແຕກ ໃນວັນທີ 14 ພະຈິກ 2012
ຜູ້ຍິງຜູ້ນຶ່ງ ສະແດງຄວາມຮູ້ອອກມາຕໍ່ເຫດລະເບີດແຕກ ທີ່ແຂວງ Kirkuk, ໄກຈາກນະຄອນຫລວງ ແບັກແດດ 250 km (155 miles) ໄປທາງພາກເໜືອ, ບ່ອນທີ່ເຫດລະເບີດ 4 ລູກ ແຕກ ໃນວັນທີ 14 ພະຈິກ 2012
ເຫດລະເບີດແຕກຫລາຍໆຄັ້ງ ຢູ່ທົ່ວອີຣັກ ໄດ້ສັງຫານຊີວິດ
ຢ່າງໜ້ອຍ 14 ຄົນ.

ແຫລ່ງຂ່າວຈາກກໍາລັງປ້ອງກັນຄວາມສະຫງົບ ແລະໂຮງໝໍ
ເວົ້າວ່າ ການໂຈມຕີ ທີ່ຮ້າຍແຮງທີ່ສຸດ ໄດ້ເກີດຂຶ້ນຢູ່ແຂວງ
Kirkuk ທາງພາກເໜືອຂອງປະເທດ ບ່ອນທີ່ເຫດລະເບີດ
ແຕກ 4 ລູກໄດ້ເຮັດໃຫ້ຢ່າງໜ້ອຍ 9 ຄົນເສຍຊີວິດ ແລະ ອີກຫລາຍສິບຄົນໄດ້ຮັບບາດເຈັບ.

ເຫດລະເບີດລົດ ຢູ່ເມືອງ Hilla ທາງພາກໃຕ້ຂອງປະເທດ
ໄດ້ເຮັດໃຫ້ 4 ຄົນເສຍຊີວິດ ໃນຂະນະທີ່ລະເບີດລົດອີກລູກນຶ່ງ ທີ່ແຕກຂຶ້ນຢູ່ນະຄອນຫລວງ ແບັກແດດນັ້ນ ໄດ້ເຮັດໃຫ້ຢ່າງ
ໜ້ອຍ 1 ຄົນເສຍຊີວິດ ແລະອີກຫລາຍຄົນໄດ້ ຮັບບາດເຈັບ.

ສະພາບການກໍ່ຄວາມຮຸນແຮງຢູ່ທົ່ວອີຣັກແມ່ນໄດ້ຫລຸດລົງຢ່າງຫຼວງຫຼາຍ ເມື່ອທຽບໃສ່ ໄລຍະທີ່ເຫດການດັ່ງກ່າວຖີບຂຶ້ນສູ່ຂີດສູງສຸດ ໃນລະຫວ່າງປີ 2006 ຫາ 2007. ແຕ່ເຖິງ ຢ່າງໃດກໍຕາມ ເດືອນກັນຍາຜ່ານມາ ຖືວ່າເປັນເດືອນທີ່ມີ ເຫດການຮ້າຍແຮງທີ່ສຸດໃນ ຮອບສອງປີ, ຊຶ່ງມີຄົນຖືກສັງຫານເຖິງ 365 ຄົນ ຢູ່ໃນການກໍ່ຄວາມວຸ້ນວາຍນັ້ນ.
XS
SM
MD
LG