ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ຢ່າງ​ນ້ອຍ 4 ​ຄົນເສຍ​ຊີວິດ ໃນການ​ໂຈມ​ຕີ​ທີ່ອິຣັກ


ໄດ້ເກີດ​ການ​ໂຈມ​ຕີ​ດ້ວຍລະ​ເບີດລົດ ​ຢູ່​ຕໍ່​ໜ້າ​ຫ້ອງການ​
ຂອງ​ສະຖາ​ນີ​ໂທລະພາບ Al-Arabiya ​ໃນ​ນະຄອນ
ຫລວງ​ເເບ​ກ​ແດດ ​ເຮັດ​ໃຫ້​ມີ​ຜູ້ເສຍ​ຊີວິດ​ຢ່າງ​ນ້ອຍ 4 ​ຄົນ
ໃນ​ວັນ​ຈັນ​ມື້​ນີ້.

ເຈົ້າ​ໜ້າ​ທີ່​ກະຊວງ​ພາຍ​ໃນຂອງ​ອິຣັກ​ຖະ​ແຫລງ​ວ່າ ​ມີ
16 ຄົນ​ໄດ້​ຮັບບາດ​ເຈັບ​ຍ້ອນ​ເຫດ​ລະ​ເບີດ​ດັ່ງກ່າວ ​ ​
ແລະ​ພະນັກງານ​ຂອງ​ສະຖາ​ນີໂທລະພາບ Al-Arabiya
ກ່າວ​ວ່າຄວາມ​ແຮງ​ຂອງ​ລະ​ເບີດ​ຄັ້ງ​ນີ້​ ໄດ້ເຮັດ​ໃຫ້ຕຶກພັງ​
ລົງເປັນ​ຂຸມ​ໃຫຍ່.

ທາງ​ການອິຣັກກ່າວ​ວ່າ ໄດ້​ມີ​ການ​ເຕືອນ​ໃຫ້​ທາງເຈົ້າ​ຫນ້າ​ທີ່​ ໂທລະພາບ​ຊ່ອງນີ້​
ລ່ວ​ງໜ້າແລ້ວ​ ກ່ຽວ​ກັບ​ໄພ​ຂົ່ມຂູ່​ຈາກ​ການ​ໂຈມ​ຕີ​ໂດຍພວກ​ກະບົດ​ນັ້ນ.

ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ທີ່​ໂທລະພາບ Al-Arabiya ໃນ​ວັນ​ຈັນ​ມື້ນີ້​ ບໍ່​ແມ່ນການ​ໂຈມ​ຕີ
ຄັ້ງ​ທຳ​ອິດຕໍ່ສະຖານີ​ໂທລະພາບ​ແຫ່ງ​ນີ້. ຫົວຫນ້າ​ຂອງຫ້ອງການ​ປະຈຳ​ແບກ​ແດດ ຂອງ
ຕາຫນ່າງໂທລະພາບ​ນີ້ ເຄີຍລອດ​ຕາຍ​ມາ​ແລ້ວ​ຄັ້ງນຶ່ງ​ ຈາກ​ການ​ໂຈມ​ຕີ​ໃນປີ 2008
ຊຶ່ງ​ຄົນ​ຮ້າຍ​ໄດ້​ຫ້າງລະ​ເບີດ​ຕິດໃສ່​ໄວ້​ກັບລົດ​ຂອງ​ຜູ້​ກ່ຽວ.

ສະຖານ​ນີໂທລະພາບພາສາອາ​ຫຣັບຊ່ອງ​ນີ້ ແມ່ນSaudi Arabia ​ເປັນ​ເຈົ້າ​ຂອງ ​
ແລະ​ມີ​ສຳນັກງານ​ໃຫຍ່ ຕັ້ງຢູ່ Dubai.

XS
SM
MD
LG