ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມສິດທິ ກ່າວວ່າ ຮ່າງກົດໝາຍໃໝ່ ຂອງອີຣັກ ລະເມີດ ເສລີພາບ ໃນການປາກເວົ້າ


ສະພາອີຣັກ
ສະພາອີຣັກ

ກຸ່ມປົກ​ປ້ອງ​ສິດທິ​ມະນຸດ​ລະດັບ​ນໍາ​ໜ້າ​ກຸ່ມ​ນຶ່ງ​ກ່າວ​ວ່າ ຮ່າງ​ກົດໝາຍສະ ບັບນຶ່ງຂອງ​ອີຣັກຈະວາງ​ຂໍ້​ຈໍາກັດ​ຮັດ​ແຄບ​ເສລີພາ​ບ​ໃນ​ການ​ປາກ​ເວົ້າ ຊຶ່ງ​ເປັນ​ການລະ​ເມີດຕໍ່ກົດໝາຍ​ສາກົນ ​ແລະ​ເປັນ​ໄພ​ຂົ່ມຂູ່​ຕໍ່​ພວກ​ນັກ​ຂ່າວ ພວກ​ລາຍ​ງານ​ຂ່າວ​ກ່ຽວກັບການ​ກະທຳ​ທີ່​ບໍ່​ຖືກຕ້ອງ​ຊອບ​ທໍາ​ຂອງ​ເຈົ້າໜ້າ​ທີ່​ລັດຖະບານ ​ແລະ​ພວກ​ນັກ​ເຄຶ່ອນ​ໄຫວ​ຢ່າງ​ສັນຕິ.

​ໃນ​ລາຍ​ງານ​ໃໝ່​ສະບັບ​ນຶ່ງ​ນັ້ນກຸ່ມ​ປົກ​ປ້ອງ​ສິດ​ທິມະນຸດ Human Rights Watch ​ເວົ້າ​ວ່າ ກົດໝາຍ​ອາຍາ​ຄວບ​ຄຸມອິນ​ເທີ​ເນັດ ​ໂຮມ​ທັງກົດໝາຍ​ທີ່​ຍັງ​ມີ​ຄໍາ​ເວົ້າ​ຄຸມ​ເຄືອ​ບໍ່ແຈ້ງ​ຂາວ​ ທີ່​ປ່ອຍ​ໃຫ້​ບັນດາ​ເຈົ້າໜ້າ​ທີ່​ອີຣັກລົງ​ໂທດ​ ຕໍ່ການ​ປາກ​ເວົ້າຂີດ​ຂຽນທີ່​ພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ ເປັນ​ໄພ​ຂົ່ມຂູ່​ຕໍ່ລັດຖະບານ ​ສັງຄົມ ຫຼືຜົນ​ປະ​ໂຍດ​ທາງ​ສາສະ​ໜາ​ນັ້ນ.

ກຸ່ມປົກ​ປ້ອງ​ສິດ​ທິມະນຸດດັ່ງກ່າວ​ ​ໄດ້​ຮຽກຮ້ອງ​ໃຫ້​ສະພາ​ອີຣັກ ຈົ່ງ​ຢ່າ​ໄດ້​ອະນຸມັດ​ຮ່າງ​ກົດໝາຍ​ດັ່ງກ່າວ​ ​ໂດຍ​ປາດ​ສະ​ຈາກ​ການ​ສຶກສາ​ທົບ​ທວນຄືນ​ໃໝ່​ໃຫ້​ເໝາະ​ສົມ ​ເພື່ອ​ຈະ​ຖອດຖອນ​ຂໍ້​ຈໍາກັດ​ຮັດ​ແຄບ​ຕ່າງໆ​ນັ້ນອອກ​ໄປ.

ທ່ານ Joe Stork ຜູ້​ຊ່ຽວຊານ​ເຂດ​ຕາ​ເວັນ​ອອກ​ກາງ​ປະຈໍາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ​ເວົ້າວ່າ ຮ່າງ​ກົດໝາຍດັ່ງກ່າວ ຈະ​ເປັນ​ການ​ເອື້​ອອໍາ​ນວຍ​ໃຫ້​ບັນດາ​ເຈົ້າໜ້າ​ທີ່​ອີຣັກໃຊ້​ເປັນເຄຶ່ອງມື​ຢ່າງ ນຶ່ງ​ເພື່ອ​ປາບ​ປາມ​ກົດ​ຂີ່​ການ​ຄັດຄ້ານ​ລັດຖະບານ ​ໂດຍ​ສະ​ເພາະ​ທາງອິນ​ເທີ​ເນັດ. ທ່ານ Joe Stork ​ເວົ້າ​ອີກ​ວ່າ ບັນດາ​ນັກ​ຂ່າວ ​ແລະ​ນັກ ​ເຄຶ່ອນ​ໄຫວ​ຊາວ​ອີຣັກ ​ແມ່ນ​ກໍາລັງ​ພາກັນ​ຊົມ​ໃຊ້​ອິນ​ເທີ​ເນັດຫຼາຍຂຶ້ນນັບ​ມື້ ​ເພື່ອ​ຂໍ້​ມູນ​ຂ່າວສານ ​ແລະ​ການ​ອະພິປາຍ​ກັນ​ຢ່າງ​ເປີດ​ເຜີຍ.

ທ່ານ Stork ​ຍັງ​ເວົ້າອີກ​ວ່າ ວິທີ​ການ​ທີ່​ບັນດາ​ສະ​ມາ​ຊິກ​ສະພາ​ອີຣັກດໍາ ​ເນີນ​ການ​ກັບ​ຍັດຕິ​ດັ່ງກ່າວ​ແມ່ນ​ຈະ​ສົ່ງ​ສັນຍານ​ໄປ​ສູ່​ໂລກ​ພາຍ​ນອກໃຫ້​ຮູ້​ວ່າ ​ນີ້​ຄືພວກ​ເຂົາ​ເຈົ້າຢາກ​ໃຫ້​ອີຣັກ​ເປັນ​ປະ​ເທດ​ແບບ​ນີ້. ທ່ານເວົ້າ​ຕື່ມ​ວ່າ ພວກ​ເຂົາ​ເຈົ້າສາມາດ​ປັບ​ໂຕ​ໃຫ້​ຢູ່​ຝ່າຍທຳການ​ປາບ​ປາມ​ກົດ​ຂີ່ ຫຼືຢືນ​ຢັດ ​ເພື່ອ​ສັງຄົມ​ທີ່​ເຄົາລົບ​ນັບ​ຖື​ສິດທິ​ມະນຸດ​ຕ່າງໆ​ນັ້ນ.

XS
SM
MD
LG