ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ເປີດ​ສາກ ໂຈມ​ຕີ​ທາງ​ອາ​ກາດ ໃສ່​ເຂດກາ​ຊາ ຫຼັງ​ຈາກ ມີ​ການ​ຍິງ​ຈະຫຼວດ​ເຂົ້າ​ໃສ່


ຕຳຫຼວດ​ຂອງ​ອິ​ສ​ຣາ​ແອ​ລ ແລ່ນ​ເຂົ້າ​ໄປວາງ​ກຳ​ລັງ ​ໃນ​ລະ​ຫວ່າງ​ການ​ປະ​ທະ​ກັ​ບ​ພວກ​ປະ​ທ້ວງ ຊາວ​ປາ​ແລັ​ສ​ໄຕ​ນ໌ ​ໃນ​ຂະ​ນະ​ທີ່ ພວກ​ເຂົາ​ປະ​ທ້ວງ​ຕໍ່​ຕານ ແຜນ​ການ​ສ​ັ​ນ​ຕິ​ພາບ​ໃນ​ຕາ​ເວັນ​ອອກ​ກາດ ​ທີ່​ໄດ້​ປະ​ກາດ​ໃນ​ວັນ​ອັງ​ຄານຜ່ານ​ມາ, ຢູ່ໃກ້​ກັບ​​ເມືອງ​ຣາ​ມາ​ລາ ໃນ West Bank​.
ຕຳຫຼວດ​ຂອງ​ອິ​ສ​ຣາ​ແອ​ລ ແລ່ນ​ເຂົ້າ​ໄປວາງ​ກຳ​ລັງ ​ໃນ​ລະ​ຫວ່າງ​ການ​ປະ​ທະ​ກັ​ບ​ພວກ​ປະ​ທ້ວງ ຊາວ​ປາ​ແລັ​ສ​ໄຕ​ນ໌ ​ໃນ​ຂະ​ນະ​ທີ່ ພວກ​ເຂົາ​ປະ​ທ້ວງ​ຕໍ່​ຕານ ແຜນ​ການ​ສ​ັ​ນ​ຕິ​ພາບ​ໃນ​ຕາ​ເວັນ​ອອກ​ກາດ ​ທີ່​ໄດ້​ປະ​ກາດ​ໃນ​ວັນ​ອັງ​ຄານຜ່ານ​ມາ, ຢູ່ໃກ້​ກັບ​​ເມືອງ​ຣາ​ມາ​ລາ ໃນ West Bank​.

ອິ​ສ​ຣາ​ແອ​ລ ໄດ້​ເປີດ​ສາກ​ການ​ໂຈມ​ຕີ​ທາງ​ອາ​ກາດ ຢູ່​ທີ່​ເຂດ​ກາ​ຊາ ຫຼື Gaza Strip ເມື່ອ​ຕອນ​ເຊົ້າ​ວັນ​ອາ​ທິດມື້ນີ້ ອັນເປັນ​ການ​ຕອບ​ໂຕ້​ຕໍ່​ການ​ຍິງ​ລູກປືນ​ຊະ​ນິດ​ໃດ​ນຶ່ງ ​ຈາກຂົງ​ເຂດ​ທີ່​ປິດ​ລ້ອມ​ຂອງປາ​ແລັ​ສ​ໄຕ​ນ໌ ເຂົ້າ​ໃສ່​ພາກ​ໃຕ້​ຂອງ​ອິ​ສ​ຣາ​ແອ​ລ ອີງ​ຕາມ​ການ​ກ່າວ​ຂອງກອງ​ທັບ​ບົກ​ອິ​ສ​ຣາ​ແອ​ລ.

ເຮືອ​ບິນ​ລົບ​ອາຍ​ພົ່ນ​ແລະ​ເຮ​ລີ​ຄ​ອັບ​ເຕີ້ ຫຼາຍ​ລຳ ໄດ້​ໂຈມ​ຕີ​ເປົ້າ​ໝາຍ​ຕ່າງໆ ທີ່​ເຊື່ອມ​ໂຍງ​ກັບ​ກຸ່ມ​ຮາ​ມັ​ສ ຊຶ່ງ​ເປັນ​ກຸ່ມ​ອິ​ສ​ລາມທີ່​ຄວບ​ຄຸມ​ເຂດ​ກາ​ຊາ ບໍ່​ດົນຫຼັງ​ຈາກທ່ຽງ​ຄືນວັນເສົາ ໂດຍບໍ່​ມີ​ລາຍ​ງານ ການ​ເສຍ​ຊີ​ວິດຫຼື​ບາດ​ເຈັບ​ເທື່ອ.

ອິ​ສ​ຣາ​ແອ​ລ ຍັງ​ໄດ້ໂຈະ ການ​ນຳ​ສົ່ງ​ຊີ​ເມັນ ໄປ​ໃຫ້​ຂົງ​ເຂດ​ດັ່ງ​ກ່າວ ແລະ​ໄດ້​ຍົກ​ເລີກ​ການ​ອະ​ນຸ​ຍາດ​ເຂົ້າມາ​ໃນ​ປະ​ເທດ ​ແກ່ 500 ບໍ​ລິ​ສັດ “ຈົນ​ກວ່າ​ວ່າ ຈະ​ມີ​ການ​ແຈ້ງ​ຕືມ​ອີກ.”

ການ​ເອົາ​ມາດ​ຕະ​ການ​ດັ່ງ​ກ່າວ ແມ່ນ “ຍ້ອນ​ການ​ສືບ​ຕໍ່​ຍິງ​ຈະຫຼວດ ແລະ​ການ​ປ່ອຍ​ບາ​ລູນລະ​ເບີດ​ໄຟຫຼາຍໜ່ວຍ ​ຈາກ​ເຂດ​ກາ​ຊາ ສ​ຕ​ຣິ​ປ ເຂົ້າ​ໄປໃນ​ອິ​ສ​ຣາ​ແອ​ລ” ຕາມ​ຖະ​ແຫລງ​ການ​ຂອງ​ພົນ​ຕີ ຄາ​ມີ​ລ ອາ​ບູ ຣູ​ກຸນ ​ຫົວ​ໜ້າ​ໜ່ວຍ​ທະ​ຫານ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ ການ​ປະ​ສານ​ງານ​ຢູ່​ໃນ​ຂົງ​ເຂດຕ່າງໆ​ຂອງ​ປາ​ແລັ​ສ​ໄຕ​ນ໌ ທີ່​ໄດ້​ກ່າວ​ໄປ​ນັ້ນ.

​ນັບ​ຕັງ​ແຕ່​ມີ​ກາ​ນາ​ປະ​ກາດ​ໃນ​ວັນ​ອັງ​ຄານ​ຜ່ານ​ມາ ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຂອງ​ແຜນ​ການ​ເພື່ອ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ້ງ​ລະ​ຫວ່ງ ອິ​ສ​ຣາ​ແອ​ລ ກັບ ປາ​ແລັ​ສ​ໄຕ​ນ໌ ນັ້ນ ໄດ້​ມີ​ການ​ຍິງ ຈະຫຼວດ ລູກ​ປືນ​ໃຫຍ່ ແລະ​ລະ​ເບີດ​ບາ​ລູນ ເກືອບ​ທຸກມື້ ຈາກ​ເຂດ​ກາ​ຊາ ສ​ຕ​ຣິ​ປ ເຂົ້າ​ໄປ​ໃນ​ພາກ​ໃຕ້​ຂອງ​ອິ​ສ​ຣາ​ແອ​ລ ຈຶ່ງ​ໄດ້​ຍຸ​ແຍ່ໃຫ້​ອິ​ສ​ຣາ​ແອ​ລ ຕອບ​ໂຕ້​ຄືນ.

ພວກ​ຊາວ​ປາ​ແລັ​ສ​ໄຕ​ນ໌ ປະ​ຕິ​ເສດ​ຢ່າງ​ແຂງ​ຂັນ ຕໍ່​ແຜນ​ການ​ຂອງ​ສະ​ຫະ​ລັດ ຊຶ່ງ​ພວກ​ເຂົາ​ເຫັນ​ວ່າ ຄື​ກັບ​ການ​ເອົາ​ອົກ​ເອົາ​ໃຈ​ອິ​ສ​ຣາ​ແອ​ລ ຢ່າງຫຼວງຫຼາຍ.

ແຜນ​ການ​ລິ​ເລີ້ມ​ຂອງ​ທ່ານ​ທ​ຣຳ ສະ​ເໜີ​ແນະ​ວ່າ ອິ​ສ​ຣາ​ແອ​ລ ຈະ​ຮັກ​ສາ​ການ​ຄວບ​ຄຸມ ເມືອງ​ເຈ​ຣູ​ເຊ​ແລັມ ບ່ອນ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ​ນັ້ນ ເປັນ “ນະ​ຄອນຫຼວງ​ຂອງ​ຕົນ ທີ່ບໍ່​ສາ​ມາດ​ແບ່ງ​ແຍກ​ໄດ້” ແລະ​ເປີດ​ໄຟ​ຂຽວ​ໃຫ້​ປະ​ເທດ​ຊາວ​ຢິວ ບຽດ​ຍຶດ​ເອົາ​ສະ​ຖານ​ທີ່​ຕັ້ງ​ຖິ່ນ​ຖານ​ແຫ່ງ​ຕ່າງໆ ຢູ່​ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງແມ່​ນ້ຳ​ຈໍ​ແດນ ຫຼື West Bank ຊຶ່ງ​ອິ​ສ​ຣາ​ແອ​ລ ໄດ້​ເຂົ້າ​ຄອບ​ຄອງ​ໃນ​ປີ 1967 ເປັນ​ຕົ້ນ​ມາ.


ອ່ານ​ຂ່າວນີ້​ຕື່ມ ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG