ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

Apple ຄາດວ່າ ຈະຂາຍ iPhone 5 ໄດ້ຮອດ 50 ລ້ານ ໜ່ວຍ ພາຍໃນທ້າຍປີ (ວີດີໂອລາວ/ອັງກິດ)


iPhone 5 ອອກວາງຕະຫລາດແລ້ວ
please wait

No media source currently available

0:00 0:02:21 0:00

ເບິ່ງວີດີໂອພາສາລາວ ກ່ຽວກັບລາຍງານ iPhone 5 ອອກວາງຕະຫລາດ.

ວັນສຸກອາທິດແລ້ວນີ້ (ທີ 21 ກັນຍາ) ແມ່ນເປັນມື້ທີ່ສໍາຄັນຫລາຍ
ສໍາລັບບໍລິສັດແອັບເປິ້ນ (Apple) ເພາະວ່າ ໂທລະສັບໄອໂຟນ
(iPhone) ລຸ້ນໃໝ່ຫລ້າສຸດ ໄດ້ຖືກນໍາອອກມາຈໍາໜ່າຍຢ່າງ
ເປັນທາງການຢູ່ໃນສະຫະລັດ ແລະປະເທດ ອື່ນໆ ຢູ່ໃນໂລກ. ພວກແຟນສິນຄ້າຂອງແອັບເປິ້ນບາງຄົນ ຄອງຄອຍຖ້າສໍາພັດ
ໂທລະສັບ iPhone 5 ດ້ວຍມືຂອງຕົນເອງ ຢ່າງກະຕືລືລົ້ນ.
ເບິ່ງຄືວ່າ ມັນເປັນການເປີດຕົວສິນຄ້າ ທີ່ຈະນໍາລາຍໄດ້ສູງ
ມາໃຫ້ ບໍລິສັດອາເມຣິກັນດັ່ງກ່າວ.

ລູກຄ້າພາກັນຢືນລຽນແຖວອັນຍາວຍືດອ້ອມຮອບຫລາຍໆຄູຫາ
ເພື່ອຊື້ສິນຄ້ານີ້ ແລະສໍາລັບຜູ້ທີ່ໄປຕັ້ງຄ້າຍລໍຖ້າເປັນຫລາຍໆ
ມື້ນັ້ນການຄອງ ຄອຍຂອງພວກເຂົາເຈົ້າ ກໍໄດ້ສິ້ນສຸດລົງໃນວັນ
ສຸກ ອາທິດ ແລ້ວນີ້.

ຢູ່ນະຄອນນີວຢອກ ລູກຄ້າບາງຄົນເວົ້າວ່າ ພວກເຂົາເຈົ້າໄປລຽນຄີວຖ້າ 1 ມື້ ກ່ອນລ່ວງ ໜ້າ ເພື່ອວ່າຕົນຈະໄດ້ເປັນເຈົ້າຂອງໂທລະສັບໄອໂຟນ (iPhone) ລຸ້ນໃໝ່ທີ່ສຸດ ຜູ້ທໍາ ອິດ. ດັ່ງຊາຍຄົນນຶ່ງ ເວົ້າວ່າ:

"ຂ້ອຍມານີ້ກໍພຽງເພື່ອໃຫ້ໄດ້ໂທລະສັບອັນນີ້ແຫລະ ມັນເປັນການຄອຍຖ້າທີ່ ໜ້າຕຶ່ນເຕ້ນ ມັນເປັນສິນຄ້າທີ່ດີກວ່າອັນເກົ່າ ມັນເປັນອຸປະກອນທີ່ວິເສດແທ້ໆ.”
ຄົນລຽນຄີວກັນລໍຖ້າຊື້ iPhone5 1 ມື້ລ່ວງໜ້າ ກ່ອນມັນຈະເລີ້ມນໍາອອກມາຂາຍ
ຄົນລຽນຄີວກັນລໍຖ້າຊື້ iPhone5 1 ມື້ລ່ວງໜ້າ ກ່ອນມັນຈະເລີ້ມນໍາອອກມາຂາຍ

ໂທລະສັບ iPhone5 ໄດ້ນໍາອອກມາຂາຍໃນວັນສຸກທີ 21 ກັນຍາ
ຢູ່ໃນ 9 ປະເທດ ໃນອັນທີ່ ໄດ້ກາຍມາເປັນຂັ້ນຕອນທີ່ຄຸ້ນເຄີຍກັນ
ດີແລ້ວດຽວນີ້ ຄືມີການລຽນແຖວລໍຖ້າກັນຢ່າງຄັບຄັ່ງນັ້ນ.

ແຕ່ກໍມີຫລາຍຄົນ ທີ່ໄດ້ຂ້າມຜ່ານການໄປຢືນລຽນແຖວ ລໍຖ້າຊື້
ໂທລະສັບອັນນີ້. ບໍລິສັດແອັບເປິ້ນ ເວົ້າວ່າ ມີລູກຄ້າຫລາຍກວ່າ
2 ລ້ານຄົນ ໄດ້ສັ່ງຊື້ໂທລະສັບ iPhone5 ລ່ວງ ໜ້າ ທາງອິນເຕີ
ແນັທ ຊຶ່ງເປັນຈໍານວນ ທີ່ເພີ້ມຂຶ້ນຫລາຍກ່ວາສອງເທົ່າຂອງຈໍາ
ນວນ ສັ່ງ ຊື້ໃນປີກາຍນີ້ ໃນຕອນທີ່ເລີ້ມ ນໍາເອົາ iPhone 4S ອອກມາຈໍາໜ່າຍຄັ້ງທໍາອິດ.

ແຕ່ເຖິງຢ່າງໃດກໍຕາມ ບໍ່ແມ່ນວ່າຜູ້ໃດກໍມີຄວາມຕື່ນເຕ້ນນໍາຜົນສໍາເລັດ ຂອງໂທລະສັບ iPhone ໃໝ່ດັ່ງກ່າວນີ້. ພວກພະນັກງານບໍລິສັດແອັບເປິ້ນເຫລົ່ານີ້ ຢູ່ໃນນະຄອນປາຣີ ປະເທດຝຣັ່ງ ໄດ້ພາກັນເດີນຂະບວນປະທ້ວງ ເພື່ອຮຽກຮ້ອງໃຫ້ແກ້ໄຂ ຄ່າແຮງງານຕໍ່າ ແລະສະພາບການບ່ອນທໍາງານບໍ່ດີ.

ແຕ່ວ່າ ສໍາລັບຄົນບາງຄົນ ທີ່ໄດ້ລໍຄອຍຜະລິດຕະພັນໃໝ່ນີ້ອອກມາ ດ້ວຍໃຈຈົດຈໍ່ແລ້ວ ຖືວ່າ ການ ປະທ້ວງນັ້ນ ເປັນເລື້ອງທີ່ເຮັດໃຫ້ລໍາ ຄານໃຈພຽງເລັກນ້ອຍເທົ່ານັ້ນ. ຊາຍຝຣັ່ງ ຄົນນຶ່ງກ່າວວ່າ:

"ຂ້ອຍບໍ່ຄິດວ່າ ການນັດຢຸດງານນີ້ ຈະເຮັດຂ້ອຍເຊົາຢາກຊື້ໂທລະສັບ iPhone5 ໄດ້.”

ສໍາລັບທ້າວນີ້ ຄືກັນກັບ ຫລາຍໆພັນຄົນໃນທົ່ວໂລກ ທີ່ຄອງຄອຍໂອກາດທີ່ຈະໄດ້ເປັນ ເຈົ້າຂອງໂທລະສັບສະຫລາດ ຫລື smartphone ອັນນີ້ ການລໍຖ້າເປັນເວລາດົນນານນັ້ນ ຖືວ່າ ຄຸ້ມຄ່າ. ລູກຄ້າຜູ້ນຶ່ງຢູ່ນະຄອນໂຕກຽວ ປະເທດຍີ່ປຸ່ນ ກໍເວົ້າວ່າ:

"ໂທລະສັບນີ້ຄັກຫລາຍ. ຂອບໃຈທຸກໆຄົນ ຢູ່ບໍລິສັດແອັບເປິ້ນ.”

ແຕ່ເຖິງຢ່າງໃດກໍຕາມ ເຖິງແມ່ນວ່າຈະມີໜ້າຈໍທີ່ກວ້າງຂຶ້ນ, ມີຮູບຮ່າງທີ່ບອບບາງກວ່າເກົ່າ
ແລະມີໂປຣແກຣມທໍາງານ ທີ່ໄວຂຶ້ນກໍຕາມ ແຕ່ກໍຍັງບໍ່ໄດ້ເຮັດໃຫ້ທຸກຄົນ ມີຄວາມພໍໃຈ
ກັບໂປຣແກຣມໃຊ້ງານໃໝ່ຂອງມັນບາງອັນ. ມີບາງຄົນເວົ້າວ່າ ລະບົບແຜນທີ່ໃໝ່ຂອງ iPhone5 ຊຶ່ງໃຊ້ ແທນແຜນທີ່ຂອງ Google ນັ້ນ ເປັນຂໍ້ບົກຜ່ອງອັນນຶ່ງຂອງໂທລະສັບ ລຸ້ນນີ້ ເພາະມັກບອກແຜນທີ່ ຜິດພາດ.

iPhone5
iPhone5

ແລະໃນເວລາດຽວກັນ ບັນນາທິການຂ່າວດ້ານເທັກໂນໂລຈີຂອງ
ອົງການຂ່າວ ABC News, ນາງໂຈແອນນາ ສະເຕີນ (Joanna
Stern) ເວົ້າວ່າ ມີບາງຄົນຈົ່ມຕິຕຽນລະບົບສາກໄຟໃໝ່ຂອງໂທ
ລະສັບລຸ້ນນີ້. ນາງໂຈແອນນາ ສະເຕີນ ເວົ້າວ່າ:

"ໂທລະສັບນີ້ມີຖານຕໍ່ໄຟທີ່ແຕກຕ່າງຈາກ iPhone
ລຸ້ນກ່ອນໆ. ສະນັ້ນ ທ່ານຕ້ອງໄດ້ລົງທຶນຊື້ເຄື່ອງຕໍ່
ອັນໃໝ່ລົງ ທຶນຊື້ ຫົວລໍາໂພງໃໝ່ ແລະຊື້ເຄື່ອງ
ສາກໄຟໃໝ່ເຫລົ່ານັ້ນ ທັງໝົດ.”


ເຖິງແມ່ນວ່າ ຈະມີການຕິຕຽນເລັກໆນ້ອຍໆເຫລົ່ານີ້ ພວກນັກວິເຄາະກໍຄາດການວ່າ ບໍລິ
ສັດແອັບເປິ້ນຈະຂາຍໂທລະສັບ iPhones ລຸ້ນໃໝ່ນີ້ ໄດ້ຫລາຍເຖິງ 10 ລ້ານໜ່ວຍພາຍ
ໃນທ້າຍເດືອນກັນຍານີ້ ເວລາແອັບເປິ້ນເອົາໂທລະສັບ iPhone5 ອອກຂາຍຢູ່ໃນ ອີກ 22
ປະເທດໃນໂລກ. ການຄາດຄະເນແບບຕໍ່າໆເວົ້າວ່າ ບໍລິສັດແອັບເປິ້ນຈະສາມາດຂາຍ
ໂທລະສັບ iPhones ລຸ້ນໃໝ່ດັ່ງກ່າວນີ້ ໄດ້ອີກ 50 ລ້ານໜ່ວຍ ພາຍໃນທ້າຍປີນີ້ ຊຶ່ງນັກ
ເສດຖະສາດບາງຄົນກ່າວວ່າ ເປັນໂຕເລກທີ່ພຽງພໍແລ້ວ ທີ່ຈະເພີ້ມຜົນຜະລິດທາງເສດ ຖະກິດຂອງສະຫະລັດຂຶ້ນໄດ້ ເພາະມັນປະກອບເປັນ 1 ສ່ວນ 3 ຂອງ 1% ຂອງຜົນຜະລິດ ທາງເສດະກິດທັງໝົດຂອງປະເທດນີ້.

ເບິ່ງວີດິໂອເລື້ອງນີ້ເປັນພາສາອັງກິດ:
iPhone5 ເລີ້ມອອກຂາຍໃນ 9 ປະເທດ
please wait

No media source currently available

0:00 0:02:16 0:00
ລິງໂດຍກົງ
XS
SM
MD
LG