ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມີນາ ໒໐໒໓

ຫລັງຈາກລັດ Iowa ແລ້ວ ຜູ້ສະໝັກພັກຣີພັບລິກັນ ຈະໄປໄດ້ເຖິງຂັ້ນໃດ? (ເບິ່ງວີດີໂອ)


ຜົນການເລືອກຕັ້ງຂັ້ນຕົ້ນຂອງຜູ້ສະໝັກພັກຣີພັບບລິກັນ ທີ່ລັດໄອໂອວາ ຊຶ່ງທ່ານ Mitt Romney (ກາງ) ໄດ້ຮັບຄະແນນສຽງທີ່ນຶ່ງ ແລະທີ່ສອງຄື ທ່ານ Rick Santorum (ຂວາ) ແລະທ່ານ Ron Paul (ຊ້າຍ) ໄດ້ທີ່ສາມ.

ເມື່ອ​ຄືນວັນ​ອັງຄານ​ອາທິດ​ແລ້ວ​ນີ້ ​ໄດ້ມີ​ຜູ້​ຊະນະ​ທີ່​ມາ​ແຮງ​ສາມ​ຄົນ ​ໃນການ​​ເລືອກ​ຕັ້ງຂັ້ນ​ຕົ້ນຂອງ​ພັກ​​ຣີພັບ​ບລິ​ກັນ ເພື່ອ​ເລືອກ​ເອົາ​ຕົວ​ແທນ​ເຂົ້າ​ແຂ່ງຂັນ​​ເອົາຕໍາ​ແໜ່​ງປະທານາທິບໍດີ ສະຫະລັດ ຢູ່​ລັດ​ໄອ​ໂອວາ ທີ່​ເອີ້​ນກັນ​ວ່າ Iowa Caucuses ນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Suzanne Presto ພິຈາລະນາ​ເບິ່ງ​ຜົນ​ຂອງ​ Iowa Caucuses ວ່າ​ ມີ​ຄວາມ​ໝາຍ​ແນວ​ໃດ ຂະນະ​ທີ່​ບັນດາ​ຜູ້​ສະມັກ​ຂອງ​ພັກຣີພັບ​ບລິ​ກັນ​ ມຸ້ງ​​ໄປ​ສູ່​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນຂອງ​ພັກ ​ໃນເດືອນ​ນີ້ ທີ່ລັດ New Hampshire ​ແລະລັດ South Carolina. ທອງ​ປານ​ມີ​ເລຶ່ອງນີ້​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ເບິ່ງວີດີໂອ ລາຍງານພາສາອັງກິດ:

ໄດ້​ມີ​ສາມ​ຄົນ​ທີ່ໂຜ່​ໂຕ​ຂຶ້ນມາເປັນ​ຜູ້​ຊນະ​ຢ່າງ​ໜ້າ​ປະຫລາດ​ໃຈ​ ໃນການເລືອກຕັ້ງຂັ້ນ​ຕົ້ນ
ຂອງ​ພັກຣີພັບ​ບລິ​ກັນ ຫລື caucuses ທີ່​ລັດ​ໄອ​ໂອວາ ​ເມື່ອ​ວັນ​ອັງຄານ​ອາທິດ​ແລ້ວ​ນີ້
ຊຶ່ງ​ຜູ້​ທີ່​ໄດ້​ຮັບຄະ​ແນນ​ສູງ​ສຸດ​ໄດ້ແກ່​ອະດີດຜູ້​ວ່າການ​ລັດແມສຊາ​ຈູແຊັສ ທ່ານມິ​ທ ຣອມນີ
ຕິດຕາມ​ມາໂດຍຜູ້ໄດ້​ຮັບ​ສຽງ​ສະໜັບສະໜຸນ​ອັນ​ດັບສອງ ທີ່​ມີ​ຄະ​ແນນ​ສູ​ສີ​ກັນ ຄື​ອ​ະດີດ
ສະມາຊິກ​ສະພາ​ສູງ​ສະຫະລັດ​ຈາກ​ລັດ​ເພລຊີ​ລ​ເວ​ເນຍ ທ່ານ ຣິກ ​ແຊນ​ທໍຣໍາ ​ແລະ​ສະມາ
ຊິກ​ສະພາ​ຕໍ່າ​ສະຫະລັດ ຈາກ​ລັດ​ເທ​ກຊັສ ທ່ານ ຣອນ ພອລ ທີ່ມາ​ໃນອັນ​ດັບ​ສາມ.

ແຕ່ຢ່າງ​ໃດ​ກໍ​ຕາມ ຜົນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ທີ່​ລັດໄອ​ໂອວາ​ ກໍບໍ່​ໄດ້​ມີຊຶ່ສຽງ​ວ່າ ​ເປັນ​ສິ່ງ
ທີ່​ທໍານາຍ​ວ່າ​ຜູ້​ໃດ​ຈະ​ໄດ້​ເປັນ​ປະທານາທິບໍດີ​ສະຫະລັດ ​ແຕ່ສາມາດ​ຕັດ​ຈໍານວນ​ຜູ້​ສະມັກ
ເລື​ອກຕັ້ງ ​ໃຫ້​ນ້ອຍ​ລົງ​ໄດ້.

ໂຕ​ຢ່າງ ທ່ານ​ນາງ Michele Bachmann ທີ່​ມາໃນ​ອັນ​ດັບ​ຫົກ ​ໄດ້ ປະກາດ​ໃນ​ມື້​ວັນ
ພຸດ​ວ່າ ທ່ານ​ນາງ​ຈະໂຈະ​ການ​ໂຄສະນາ​ຫາ​ສຽງ​ໄວ້​ເທົ່າ​ນີ້​ກ່ອນ.

ທ່ານ​ນາງ Michele Bachmann ​ເວົ້າ​ວ່າ: ແລະ​ໃນ​ຄໍ່າ​ຄືນ​ຜ່ານ​ມາ​ນີ້ ປະຊາຊົນ
ລັດ​ໄອ​ໂອວາ
ກໍໄດ້​ພາກັນອອກສຽງຢ່າງແຈ້ງ​ຂາວ​ຫລາຍທີ່​ສຸດ​ແລ້ວ ດັ່ງ​ນັ້ນ
ຂ້າພະ​ເຈົ້າຈຶ່ງ​ຂໍຖອນ​ຕົວ​ອອກ​ຈາກການແຂ່ງຂັນ​ນີ້.

ທ່ານ​ນາງ Jennifer Lawless ອາ​ຈານ​ສອນ​ປະ​ຈໍາ​ມະຫາ​ວິທະຍາ​ໄລ American
University ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ ກ່າວ​ວ່າ ນອກ​ນັ້ນ ລັດ​ໄອ​ໂອວາ​ ຍັງໄດ້​ສົ່ງ​ສັນ
ຍານໄປ​ຍັງຜູ້​ຊະນະ.

ທ່ານ​ນາງ Lawless ​ເວົ້າ​ວ່າ: “ທ່ານມິ​ທ ຣອມນີ ຊະນະ​ກໍ​ຈິງ​ຢູ່ ​ແຕ່ທ່ານ​ກໍ​ໄດ້​ພຽງ
25ເປີ​ເຊັນ​ຂອງຄະ​ແນນສຽງທັງ​ໝົດ​ ​ແລະທ່ານ​ກໍ​ຄົງຈະໄດ້​ຫລາຍ​ກວ່ານັ້ນ
ໜ້ອຍ​ນຶ່ງ ໃນ​ລັດNew Hampshire. ​ແຕ່​ນັ້ນ​ກໍເປັນ​ພາກສ່ວນ​ນຶ່ງຂອງ​ຄວາມ​ຈິງ​
ທີ່​ວ່າທ່ານມາ​ຈາກຂົງເຂດ​ນີວອິງ​ແລນ​ດ໌​ ​ແຕ່​ກໍ​ຍັງ​ເຫລືອ​ຜູ້​ສະໝັກແຂ່ງຂັນ​ບໍ່ພໍ​
ເທົ່າ​ໃດ​ຄົນ​ນັ້ນ​. ດັ່ງ​ນັ້ນ ​ລັດໄອ​ໂອວາ​ຈຶ່ງໄດ້​ສົ່ງ​ຂໍ້ຄວາມ​ອັນ​ແຈ້ງ​ຂາວວ່າທ່ານ
ມິ​ທ ຣອມນີ ຍັງ​ບໍ່ໄດ້​ຮັບ​ໄຊ​ຊະນະ​ອັນ​ແທ້​ຈິງ​ຈາກ​ຖານ​ເລືອກ​ຕັ້ງ​ນັ້ນ​ເທື່ອ.”

ຫລັງຈາກລັດ Iowa ແລ້ວ ຜູ້ສະໝັກພັກຣີພັບລິກັນ ຈະໄປໄດ້ເຖິງຂັ້ນໃດ? (ເບິ່ງວີດີໂອ)
ຫລັງຈາກລັດ Iowa ແລ້ວ ຜູ້ສະໝັກພັກຣີພັບລິກັນ ຈະໄປໄດ້ເຖິງຂັ້ນໃດ? (ເບິ່ງວີດີໂອ)

ແລະ​ນັ້ນ​ບໍ່​ແມ່ນ​ຖານ​ເລືອກ​ຕັ້ງ
ອັນ​ດຽວ ທີ່ທ່ານ ມິ​ທ ຣອມນີ
ຕ້ອງເອົາຊະນະ​ໃຫ້​ໄດ້. ​ເຖິງ​
ແມ່ນ​ມີ​ການ​ເບິ່ງ​ເຫັນ​ກັນ​ຢ່າງ
ກ້ວາງ​ຂວາງ​ວ່າ ທ່ານ ຣອມນີ ​
ເປັນ​ຜູ້​ສະມັກທີ່ເຂັ້ມ​ແຂງ​ທີ່​ສຸດ
ຂອງ​ພັກຣີພັບ​ບລິ​ກັນ ​ໃນ​ການ​
ແຂ່ງຂັນ​ກັບ​ປະທານາທິບໍດີ​
ບາຣັກ ​ໂອ​ບາ​ມາ ກໍ​ຕາມ ​ແຕ່
ທ່ານ​ຣອມນີ ກໍບໍ່​ໄດ້ຮັບ​ການ
ສະໜັບ​ສະໜູນຈາກ​ຄູ່​ແຂ່ງ​
ພັກຣີພັບ​ບລິ​ກັນ​ຂອງທ່ານ​ເອງ.

ອະດີດ​ປະທານ​ສະພາ​ຕໍ່າ Newt
Gingrich (ນິວທ໌ ກິ່ງຣິຈ) ທີ່​ມາ​ໃນ​ອັນ​ດັບ​ສີ່​ໃນ​ການເລືອກ​ຕັ້ງ​ຂອງ​ພັກ ທີ່​ລັດ​ໄອ​ໂອວາ ​ໃຫ້ທັດສະນະ​ຢ່າງ​ນີ້

“ພວກ​ເຮົາ​ມາ​ເວົ້າກັນ​ຢ່າງ​ແຈ່ມ​ແຈ້ງສາ​ເນາະ ສິ່ງ​ນຶ່ງ​ໃນ​ຫລາຍໆສິ່ງ​ທີ່​ຊັດ​ເຈນ
ທີ່ສຸດ​ໃນ​ບໍ່​ເທົ່າ​ໃດ​ອາທິດ​ຜ່ານ​ມາ​ຢູ່​ໃນ​ລັດໄອ​ໂອ​ວາ​ນັ້ນ ກໍ​ແມ່ນ​ວ່າ ຈະ​ມີ​ການ​
ອະພິປາຍ​ຖົກ​ຖຽງ​ກັນ​ຢ່າງ​ໃຫຍ່ທີ່​ສຸດຢູ່​ໃນ​ພັກຣີພັບ​ບລິ​ກັນ ກ່ອນ​ທີ່ ພວກ​ເຮົາ
ຈະພ້ອມ​ທີ່​ຈະ​ໂຕ້​ວາທີ​ກັນ​ຢ່າງໃຫຍ່​ກັບ ທ່ານ ບາຣັກ ​ໂອ​ບາ​ມາ.”

ທ່ານ ນິວທ໌ ກິ່ງຣິຈ ຍັງ​ຈະ​ສືບ​ຕໍ່​ຢູ່​ໃນ​ການ​ແຂ່ງຂັນ​ຕໍ່​ໄປ ​ແຕ່​ທ່ານນາງ Lawless ກ່າວ​ວ່າ
ຈາກຄໍາ​ເວົ້າຂອງ​ທ່ານກິ່ງຣິຈນັ້ນ ສະ​ແດງ​ວ່າ​ທ່ານ​ກໍາລັງ​ປະລະ​ເປົ້າໝາຍ​ຂອງ​ທ່ານ ​ໃນ​ການ
ທີ່​ຈະ​ໃຫ້​ໄດ້​ເປັນ​ຜູ້​ຖືກ​ຄັດ​ເລືອກ​ເຂົ້າ​ແຂ່ງຂັນ​ເລືອກ​ຕັ້ງ​ປະທານາ​ທິບໍດີ​ຂອງ​ພັກຣີພັບ​ບລິ​ກັນ
ນັ້ນ.

ທ່ານນາງ Lawless ​ເວົ້າ​ວ່າ: “ແຕ່​ກົງກັນຂ້າມ​ ​ເບິ່ງ​ຄື​ວ່າບັດ​ນີ້ ​ທ່ານ​ນິວທ໌ ຈະມີ​ໃຈເພ່ງ​ເ
ລັງ​ໃສ່​ແຕ່ການ ຫາ​ທາງ​ທໍາລາຍ​ທ່ານ ມິ​ທ ຣອມນີ ​ແລະ​ທ່ານ​ກໍ​ໄດ້​ເລິ່ມ​ທໍາ​ການປຸກລະດົມ
ໃນ​ເລຶ່ອງນັ້ນ​ແລ້ວ​ ເມື່ອ​ຄືນ​ວັນ​ອັງຄານ​ຜ່ານ​ມາ

ພວກ​ປ່ອນ​ບັດ​ເລືອກ​ຕັ້ງ​ຫົວ​ອະນຸ​ລັກສັງຄົມ​ນິຍົມ ​ທີ່ໄດ້​ມີ​ຄວາມ​ເຫັນແຕກ​ແຍກ​ກັນ​ ລະ
ຫວ່າງ​ຜູ້​ວ່າການ​ລັດ​ເທັກຊັສ ທ່ານ ຣິກ ​ແພຣີ, ທ່ານ​ນາງ ​ແບກ​ແມນ ​ແລະ​ທ່ານ ກິ່ງຣິຈ
ບັດ​ນີ້ ອາດຈະ​ພາກັນ​ຫັນ​ໄປປຸ້ມລຸມ​ກັນ ສະໜັບ​ສະ​ໜຸນ​ທ່ານ ຣິກ ​ແຊນ​ທໍຣໍາ ທີ່​ໄດ້​ຮັບ​ຄະ​
ແນນ​ສຽງທີ່​ສອງໃນ​ລັດໄອ​ໂອ​ວາ​ນັ້ນ ຊຶ່ງ​ທ່ານ ຣິກ ໄດ້ໂຜ່​ໂຕ​ຂຶ້ນມາ​ພຽງ​ບໍ່​ເທົ່າ​ໃດ​ມື້ກ່ອນ
ການ​ເລືອກ​ຂັ້ນ​ຕົ້ນນັ້ນ ​ໂດຍໄດ້​ຮັບ​ສຽງສະໜັບສະໜຸນ​ຈາກ​ພວກ​ນັບຖືສາສະໜາ
evangelical ​ແຕ່​ສະຖານະ​ພາບ​ລະດັບ​ສູງ​ນັ້ນ ອາດ​ບໍ່​ກຸ້ມ​ດົນ.

ທ່ານ​ນາງ Jennifer Lawless ​ເວົ້າ​ວ່າ “ທ່ານ ​ແຊນ​ທໍຣໍາ ຍັງ​ບໍ່​ມີ​ໂອກາດ​ທີ່​ຈະຕົກ
ໄດ້​ເທື່ອ ​ແຕ່​ທ່ານ​ກໍ​ຍັງ​ບໍ່​ໄດ້​ຖືກ​ທົດສອບ. ທ່ານ​ຍັງ​ບໍ່​ຕົກ​ເປັນ​ເປົ້າຂອງ​ການໂຄ
ສະນາ​ທາງ​ລົບ​ຕໍ່​ທ່ານເທື່ອ ​ແລະທ່ານ ມິທ ຣອມນີ ກໍຍັງ​ບໍ່​ໄດ້​ແນ​ການ​ໂຈມ​ຕີ​
ຂອງ​ທ່ານໃສ່​ ທ່ານ ​ແຊນ​ທໍຣໍາ ເທື່ອ.”

ຄາດ​ວ່າ​ທ່ານ ມິທ ຣອມນີ ຈະເຮັດ​ໄດ້​ດີ​ຫລາຍ ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ທີ່ລັດ New
Hampshire ​ໃນ​ວັນ​ອັງຄານມື້​ອື່ນ​ນີ້ ​ແລະກໍ​ຄາດ​ວ່າ ທ່ານ ຣິກ ​ແຊນ​ທໍຣໍາ ກໍ​ຈະ​ໄດ້​ຮັບ
ຄະ​ແນນດີເຊ່ນ​ກັນໃນ​ການ​ເລືອກ​ຕັ້ງຂັ້ນ​ຕົ້ນ​ຢູ່​ລັດອະນຸລັກ​ນິຍົມ South Carolina ​ຕໍ່
ໄປໃນ​ເດືອນ​ນີ້.

ແຕ່​ທ່ານ Ron Paul ​ເດ້ ​ມີໂອກາດ​ແດ່​ບໍ່ ​ໃນ​ການ​ສະໝັກ​ແຂ່ງຂັນ​ປະ ທາ​ນາ​ທິບໍດີ​ເທື່ອ
ທີ່​ສາມ​ຂອງ​ທ່ານ​ ​ໃນ​ຄັ້ງ​ນີ້?

ທ່ານ​ນາງ Jennifer Lawless ຜູ້​ຂຽນ​ປື້​ມທີ່​ມີ​ຊື່ວ່າ Becoming a Candidate ກ່າວ
ວ່າ ມີໜ້ອຍຫລາຍ.

ທ່ານ​ນາງ Lawless ​ເວົ້າ​ວ່າ: “ມັນ​ແທບ​ຈະ​ເປັນ​ໄປ​ບໍ່​ໄດ້ ​ທີ່​ຈະ​ມອງ​ເຫັນເສັ້ນທາງ​ໄປ​ສູ່
ຕໍາ​ແໜ່​ງປະທານາທິບໍດີ ​ສໍາລັບ​ທ່ານຣອນ ພອລ.”

ເຖິງ​ແມ່ນ​ວ່າ ​ທ່ານ ຣອນ ພອລ ຈະມີ​ຜູ້​ສະໜັບສະໜຸນ​ທ່ານຢ່າງ​ແຮງ​ກ້າກໍ​ຕາມ ​ແຕ່​ທັດ
ສະນະ​ທີ່​ນິຍົມການ​ຢູ່​ຢ່າງ​ໂດດດ່ຽວຂອງທ່ານ ​ແລະຄໍາ​ຮຽກ ຮ້ອງຂອງ​ທ່ານ​ໃຫ້​ມີ​ລັດຖະ
ບານ ທີ່​ມີຂະໜາດ​ນ້ອຍ​ລົງກວ່າ​ເກົ່າຫລາຍ​ນັ້ນ ບໍ່​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກພັກ
ຣີພັບ​ບລິ​ກັນນໍາກັນ​ຫລາຍຄົນ ຊຶ່ງ​ນີ້​ກໍ​ເປັນ​ການ​ເປີດ​ໂອກາດ​ຫລາຍ​ຂຶ້ນ​ ໃຫ້​ແກ່​ທ່ານ
ມິທ ຣອມນີ ຜູ້​ຢູ່​ໃນ​ອັນ​ດັບ​ນຶ່ງ ​ແລະຜູ້ສະໝັກຄົນ​ອື່ນໆນັ້ນ​ນໍາ.

ເບິ່ງວີດີໂອ ລາຍງານກ່ຽວກັບຜົນການເລືອກຕັ້ງຂັ້ນຕົ້ນຂອງພັກຣີພັບບລິກັນ
ທີ່ລັດໄອໂອວາ:

XS
SM
MD
LG