ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Cruz ຊະນະ ​ການປ່ອນບັດ ພັກ Republican ​ສ່ວນທ່ານ​ນາງ Clinton ກັບ Sanders ມີ​ຄະ​ແນນ​ສຽງ​ເທົ່າ​ກັນ


US Politics Iowa Caucus
please wait

No media source currently available

0:00 0:03:52 0:00

ສະມາຊິກສະພາສູງສະຫະລັດ Ted Cruz ໄດ້ຊະນະມະຫາ
ເສດຖີພັນ​ລ້ານທ່ານ Donald Trump ​ໃນການປະຊຸມຄັດເລືອກ
ຜູ້ຕາງໜ້າຂອງພັກ Republican ​ໃນ​ວັນ​ຈັນວານ​ນີ້ ຂະນະທີ່
ອະດີດລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ
Hillary Clinton ແລະ ສະມາຊິກສະພາສູງ Bernie Sanders
ຈາກລັດ Vermont ແມ່ນໄດ້ສິ້ນສຸດ ການແຂ່ງ ຂັນຂອງພັກ
Democratic ດ້ວຍ​ຄະ​ແນນ​ສຽງ​ເກືອບ​ວ່າ​ເທົ່າໆ​ກັນ.

ທ່ານ Cruz ສະມາຊິກສະພາສູງນິຍົມ​ແນວທາງ​ເດີມ ຈາກລັດ Texas ​ໄດ້​ຊະນະ​ໂດຍ​ໄດ້​ຮັບ​ຄະ​ແນ​ນສຽງ 28 ​ເປີ​ເຊັນ ຊຶ່ງ​ນັ້ນ​ແມ່ນ​ໄດ້​ຮັບ 3 ​ເປີ​ເຊັນ​ເຄິ່ງ ກາຍ​ທ່ານ Trump ຜູ້​ຊຶ່ງ​ມີ​ຄະ​ແນນ​ນຳ​ໜ້າ​ໃນ​ທົ່ວ​ປະ​ເທດ.

ສະມາຊິກສະພາສູງຈາກລັດ Florida ທ່ານ Marco Rubio ​ໄດ້​ຊະນະ ດ້ວຍ​ຄະ​ແນນ​ສຽງ 23 ​ເປີ​ເຊັນ ຊຶ່ງ​ເຮັດ​ໃຫ້​ທ່ານ ​ໄດ້​ກາຍ​ມາ​ເປັນ​ຜູ້ນຳ​ໜ້າ​ ຂອງບັນດາຜູ້​ສະໝັກ​ເລືອກ​ຕັ້ງທີ່​ມີ​ການຈັດຕັ້ງຂອງ​ພັກ Republican.​

ທ່ານ​ນາງ Hillary Clinton ສັງກັດ​ພັກ Democratic, ມາ​ພ້ອມ​ດ້ວຍ​ຄອບຄົວ​ຂອງ​ທ່ານ​ນາງ ອັນ​ມີ​ສາມີ ອະດີດ​ປະທານາທິບໍດີ ທ່ານ Bill Clinton ​ແລະ​ລູກ​ສາວ Chelsea Clinton, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັດ​ເລືອກ ​ໃນ​ມະຫາວິທະຍາ​ໄລ Drake ນະຄອນ Des Moines, ລັດ Iowa, 1 ກຸມພາ, 2016.
ທ່ານ​ນາງ Hillary Clinton ສັງກັດ​ພັກ Democratic, ມາ​ພ້ອມ​ດ້ວຍ​ຄອບຄົວ​ຂອງ​ທ່ານ​ນາງ ອັນ​ມີ​ສາມີ ອະດີດ​ປະທານາທິບໍດີ ທ່ານ Bill Clinton ​ແລະ​ລູກ​ສາວ Chelsea Clinton, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັດ​ເລືອກ ​ໃນ​ມະຫາວິທະຍາ​ໄລ Drake ນະຄອນ Des Moines, ລັດ Iowa, 1 ກຸມພາ, 2016.

ໃນ​ດ້ານພັກ Democratic ການ​ແຂ່ງ​ຂັນ​ແມ່ນ​ຖື​ວ່າມີ​ຄະ​ແນນ​ໃກ້​ຄຽງ​ກັນ​ຫຼາຍທີ່​ຈະ​ຊີ້​ຂາດ
​ໄດ້. ດ້ວຍ​ຄະ​ແນນ​ສຽງ ທີ່​ນັບ​ໄປ​ແລ້ວ 94 ​ເປີ​ເຊັນ ປາກົດ​ວ່າ ທ່ານນາງ Clinton ນຳ​ໜ້າ​ທ່ານ Sander ພຽງ​ແຕ່ ​.20 ​ເປີ​ເຊັນ​ເທົ່າ​ນັ້ນ.

ຜົນ​ຂອງ​ການ​ນັບ​ຄະ​ແນນ​ສຽງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຫຼັກ​ຖານ​ທີ່​ແຂງ​ແກ່ນກ່ຽວ​ກັບ​ຄວາມ ຮູ້ສຶກ​ຂອງ​ຜູ້​ມີ​ສິດ​ປ່ອນ​ບັດ ຫຼັງ​ຈາກນຶ່ງ​ປີ​ເຕັມຂອງ​ການຫາ​ສຽງ​ແລະ​ການ​ຄາດ​ຄະເນ ທີ່​ບໍ່​ຈົບ​ສິ້ນ​ນັ້ນ.

ຫຼັງ​ຈາກຜົນ​ຂອງ​ການ​ນັບ​ຄະ​ແນນ​ສຽງ​ໄດ້​ປະກາດ​ອອກໄປ​ນັ້ນ​ແລ້ວ ຜູ້ລົງ​ສະໝັກ​ແຕ່ລະ​ທ່ານ ກໍ​ໄດ້​ພະຍາຍາມ ກ່າວ​ເຖິງໄຊຊະນະ ​ເພື່ອ​ໃຫ້​ເປັນ​ຜົນ​ປະ​ໂຫຍ​ດຕໍ່​ຕົນ.

ມະຫາ​ເສດຖີ​ພັນ​ລ້ານ ທ່ານ Donald Trump ສັງກັດ​ພັກ Republican ພ້ອມ​ດ້ວຍ​ພັນ​ລະ​ຍາ​ຂອງ​ທ່ານ, ທ່ານ​ນາງ Melania, ​ໃນ West Des Moines, Iowa, 1 ກຸມພາ, 2016.
ມະຫາ​ເສດຖີ​ພັນ​ລ້ານ ທ່ານ Donald Trump ສັງກັດ​ພັກ Republican ພ້ອມ​ດ້ວຍ​ພັນ​ລະ​ຍາ​ຂອງ​ທ່ານ, ທ່ານ​ນາງ Melania, ​ໃນ West Des Moines, Iowa, 1 ກຸມພາ, 2016.

ທ່ານ Cruz ຜູ້​ຊຶ່ງ​ໄດ້ມີ​ການສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ​ເປັນ​ຜູ້ຊະນະ​ຢ່າງ​ຂາດຮອຍຂອງ​ຄ່ຳ​ຄືນ​ນັ້ນ ​ໄດ້ກ່າວ​ຖະ​ແຫຼ​ງ​ຢ່າງ​ກະຕືລື​ລົ້ນ ທີ່​ເມືອງ Des Moines.

ທ່ານ Cruz ​ໄດ້​ກ່າວ​ວ່າ: “ຂ້າພະ​ເຈົ້າ​ຂໍ​ເລີ້ມ​ຕົ້ນ​ດ້ວຍ​ການ​ກ່າວ​ວ່າ ມີ​ພະຜູ້​ເປັນ​ເຈົ້າຈຶ່ງ​ໄດ້​ ມາ​ຊຶ່ງ​ໄຊຊະນະ​ຄັ້ງ​ນີ້, ທ່ານ Cruz ​ໄດ້​ກ່າວ ​ໃນ​ທ່າມກາງ​ການ​ໂຮ່​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ​ນັ້ນ. ຄ່ຳ​ຄືນ​ນີ້​ ແມ່ນ​ມື້​ໄຊຊະນະ​ຂອງ​ພວກ​ຮາກ​ຫຍ້າ. ຄ່ຳ​ຄືນ​ນີ້ ​ແມ່ນ​ໄຊຊະນະ​ຂອງ​ພວກ​ຜູ້​ກ້າຫານ​ຊານ​ໄຊ​ຂອງ​ພວກ​ທີ່​ນິຍົມ​ແນວທາງ​ເດີມ ​ໃນ​ທົ່ວ​ລັດ Iowa ​ແລະ​ທົ່ວ​ປະ​ເທດ.”

Iowa Caucuses Set Stage for New Hampshire Primary
please wait

No media source currently available

0:00 0:02:20 0:00
XS
SM
MD
LG