ພາຍຸໄອໂອຕາ (Iota) ສືບຕໍ່ພັດຖະຫຼົ່ມປະເທດນິກາຣາກົວ ດ້ວຍລົມແຮງແລະ ນຳເອົາຝົນຕົກລົງມາຢ່າງໜັກ ແມ່ນກະທັງຫຼັງຈາກທີ່ມັນໄດ້ອ່ອນກຳລັງລົງຈາກ ເຮີຣິເຄນ ມາເປັນພາຍຸເຂດຮ້ອນແລ້ວກໍຕາມ.
ມາຮອດຕອນເດິກວັນອັງຄານວານນີ້ ສູນກາງເຮີຣິເຄນແຫ່ງຊາດຂອງສະຫະລັດ ໃນນະຄອນໄມອາມີ ໄດ້ກ່າວວ່າ ພາຍຸໄອໂອຕາ ນຳເອົາລົມ ທີ່ຄວາມແຮງສູງສຸດເຖິງ 65 ກິໂລແມັດຕໍ່ຊົ່ວໂມງ ພວມເຄື່ອນຕົວໄປ ໃນທິດທາງ ຫານະຄອນ ຫຼວງເຕກູຊີກາລປາ ຂອງຮອນດູຣາສ.
ບັນດານັກພະຍາກອນອາກາດ ກ່າວວ່າ ພາຍຸເຂດຮ້ອນໄອໂອຕາໄດ້ນຳເອົາຝົນຕົກລົງໃສ່ທົ່ວພື້ນທີ່ທາງພາກໃຕ້ຂອງນິກາຣາກົວໃນເຂດອາເມຣິກາກາງ ໄປຫາພາກໃຕ້ສຸດຂອງເບລີຊ ໃນຕອນຂ້າມຄືນ ໃນໄລຍະ 7 ຫາ 20 ກິໂລແມັດຂອງ ເຂດດັ່ງກ່າວ ຊຶ່ງພາໃຫ້ເກີດ “ໄພນ້ຳຖ້ວມກະທັນຫັນ ແລະແມ່ນ້ຳລົ້ນຝັ່ງທີ່ເປັນ ອັນຕະລາຍຕໍ່ຊີວິດ” ພ້ອມກັນກັບຕົມເຈື່ອນ ຢູ່ໃນພື້ນທີ່ສູງ. ພາຍຸດັ່ງກ່າວແມ່ນຄາດກັນວ່າ ຈະອ່ອນກຳລັງລົງເປັນພາຍຸເຂດຮ້ອນດີແພຣັດສັນໃນຕອນກາງຄືນກ່ອນທີ່ມັນຈະສະຫຼາຍຕົວຕອນໃດຕອນນຶ່ງໃນວັນພຸດມື້ນີ້.
ພາຍຸໄອໂອຕາໄດ້ພັດຂຶ້ນຝັ່ງໃນວັນຈັນຜ່ານມາ ຢູ່ແຄມຝັ່ງທະເລທາງພາກຕາ ເວັນອອກສຽງເໜືອຂອງນິກາຣາກົວ ໂດຍນຳເອົາລົມແຮງສູງສຸດເຖິງ 210 ກິ ໂລແມັດຕໍ່ຊົ່ວໂມງ ຊຶ່ງຕໍ່ມາໄດ້ພັດແຮງຂຶ້ນເຖິງ 250 ກິໂລແມັດຕໍ່ຊົ່ວໂມງແລະກາຍເປັນພາຍຸລະດັບ 5 ຊຶ່ງເປັນລະດັບທີ່ສູງສຸດຂອງການວັດແທກພະລັງການ ທຳລາຍຂອງພາຍຸ ທີ່ມີ 5 ລະດັບນັ້ນ.