ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ອົງການ IOC ຈະບໍ່ປ່ຽນການຈຳກັດອາຍຸ ໃນກິລາຕີມວຍ ເພື່ອໃຫ້ ແມນນີ ແພັກກ້ຽວ ແຂ່ງຂັນໄດ້ຢູ່ ໂອລິມປິກ ໃນປາຣີສ໌


ແຟ້ມພາບ - ນັກມວຍທີ່ມີຊື່ສຽງຊາວຟີລິບປິນ ແມນນີ ແຟັກກ້ຽວ ຝຶກຊ້ອມຟູ່ໂຮງຢິມໃນເມືອງ ເຈີເນີຣອລ ຊານໂຕສ ໃນເກາະທາງພາກໃຕ້ຂອງ ບິນດານາວ,​ ວັນທີ 21, 2025.
ແຟ້ມພາບ - ນັກມວຍທີ່ມີຊື່ສຽງຊາວຟີລິບປິນ ແມນນີ ແຟັກກ້ຽວ ຝຶກຊ້ອມຟູ່ໂຮງຢິມໃນເມືອງ ເຈີເນີຣອລ ຊານໂຕສ ໃນເກາະທາງພາກໃຕ້ຂອງ ບິນດານາວ,​ ວັນທີ 21, 2025.

ຄະນະກຳມະການອົງການໂອລິມປິກສາກົນ ຫຼື IOC ຈະບໍ່ປ່ຽນແປງກົດລະບຽບຕ່າງໆຂອງຕົນ ເພື່ອໃຫ້ນັກມວຍທີ່ຢອດຢ້ຽມ ກໍຄື ແມນນີ ແຟັກກ້ຽວ ແຂ່ງຂັນໄດ້ຢູ່ ເກມ ປາຣີສ໌ ຜູ້ທີ່ມີອາຍຸເກີນກວ່າຂີດຈຳກັດຂອງການເຂົ້າແຂ່ງເຖິງ 5 ປີ.

ທ່ານແພັກກ້ຽວ ຜູ້ທີ່ແຂວນນວມໃນປີ 2021 ໄວ 45 ປີ ຢາກຈະຕີມວຍຢູ່ໃນການແຂ່ງຂັນໂອລິມປິກ ໃນປາຣີສ໌ ບ່ອນທີ່ການແຂ່ງຂັນຊິງຫຼຽນທັງຫຼາຍ ຈະຖືກຈັດຢູ່ໃນສະໜາມເທັນນິສ ໂຣລານ ກາຣໂຣສ (Roland Garros).

ອົງການ IOC ໄດ້ກ່າວໃນວັນອາທິດວານນີ້ ທີ່ຕົນໄດ້ຂຽນໜັງສືໄປຍັງບັນດາເຈົ້າໜ້າທີ່ໂອລິມປິກໃນຟີລິບປິນ ໂດຍອະທິບາຍວ່າ ຂີດຈຳກັດສຳລັບອາຍຸຂອງນັກມວຍຄື 40 ປີ ຈະຖືກຢັ້ງຢືນຕາມນັ້ນ. ອົງການ IOC ດຽວນີ້ ກຳລັງກຳກັບນຳ ກິລາຕີມວຍໂອລິປິກ ຫຼັງຈາກທີ່ບໍ່ຍອມຮັບຮູ້ ອົງການປົກຄອງສະມາຄົມມວຍສາກົນ.

ຂີດຈຳກັດຂອງອາຍຸ ສຳລັບນັກມວຍໂອລິມປີ ໄດ້ຖືກຍົກຂຶ້ນ ຈາກ 34 ປີ ເປັນ 40 ໃນປີ 2013 - ອັນເປັນການເຄື່ອນໄຫວທີ່ຈະອຳນວຍໃຫ້ ທ່ານແພັກກ້ຽວ ພະຍາຍາມແຂ່ງຂັນ ຢູ່ທີ່ເກມໂອລິມປິກທີ່ນະຄອນ ຣີໂອ ດີ ຈາແນໂຣ. ທ່ານເລືອກທີ່ຈະບໍ່ລົງແຂ່ງຂັນໃນເວລານັ້ນ ເມື່ອທ່ານຍັງໄດ້ຖືກເລືອກໃຫ້ເປັນສະມາຊິກສະພາສູງຢູ່ໃນປະເທດຂອງທ່ານ.

ມັນບໍ່ເປັນທີ່ຈະແຈ້ງວ່າ ຖ້າທ່ານແພັກກ້ຽວ ຈະພະຍາຍາມແຂ່ງເອົາຕຳແໜ່ງ ເກມໂອລິມປິກປາຣີສ໌ ສຳລັບນຶ່ງໃນສອງການແຂ່ງຂັນຮອບຄັດເລືອກ ທີ່ຈະເປີດໃນທ້າຍເດືອນນີ້ ຢູ່ໃນອີຕາລີ ແລະ ໃນເດືອນພຶດສະພາ ຢູ່ໃນໄທ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG