ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ອີກຄັ້ງນຶ່ງ ໂກດແຄ້ນ ຕໍ່ລາຍງານ ກ່າວຫານັກກິລາ ໃຊ້ຢາຊູກຳລັງ


ປະທານາທິບໍດີ ທ່ານ Vladimir Putin ໂອ້ລົມກັບ ນັກກິລາ Mayor Elena Isinbaeva ໃນຂະນະຢ້ຽມຢາມ ບ້ານ Olympic ທີ່ເມືອງ Sochi ປີ 2014 ໃນການແຂ່ງຂັນກິລາ Olympics ລະດູໜາວ.
ປະທານາທິບໍດີ ທ່ານ Vladimir Putin ໂອ້ລົມກັບ ນັກກິລາ Mayor Elena Isinbaeva ໃນຂະນະຢ້ຽມຢາມ ບ້ານ Olympic ທີ່ເມືອງ Sochi ປີ 2014 ໃນການແຂ່ງຂັນກິລາ Olympics ລະດູໜາວ.

ລັດຖະມົນຕີ​ກິລາຣັດ​ເຊຍ ​ໄດ້​ກ່າວ​ອອກ​ມາ​ດ້ວຍ​ຄວາມ​ໂກດແຄ້ນ​ໃນ​ວັນ​ອັງຄານ​ວານ​ນີ້ ​ຕໍ່ອົງການ​ຕ້ານ​ການ​ໃຊ້​ຢາ​ຊູ​ກຳລັງ​ຂອງໂລກ ຫລື WADA ນຶ່ງ​ມື້​ຫລັງ​ຈາກ​ລາຍ​ງານຂອງ ອົງການ WADA ໄດ້​ນຳ​ເອົາບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊ​ຍ ​ເຂົ້າ​ໄປພົວພັນ ​ໃນ​ການ​ກ່າວ​ຫາ​ກ່ຽວ​ກັບ​ການປັບ​ປ່ຽນຜົນ​ຂອງ​ການ​ກວດຢາຊູ​ກຳລັງ ​ແກ່​ພວກ​ນັກ​ກິລາ​ຂອງ​ຕົນ ກ່ອນ​ໜ້າ​ການ​ແຂງ​ຂັນກິລາ​ໂອ​ລິ​ມປິກ​ລະ​ດູ​ຮ້ອນ​ໃນ​ເດືອນ​ໜ້າ​ນີ້.

ທ່ານ Vitaly Mutko ພັນທະ​ມິດ​ທີ່ຍາວ​ນານ ​ຂອງ​ປະທານາທິບໍດີ Vladimir Putin ​ໄດ້​ປະນາມອົງການ WADA ​ໂດຍ​ກ່າວ​ວ່າ “​ເປັນ​ຜູ້ຜະ​ເດັດ​ການກ່ຽວ​ກັບ​ກົດ​ລະບຽບໃນ​ການ ກວດ ມັນ​ໄດ້ຂະຫຍາຍລາຍ​ຊື່ອອກ​ໄປຂອງ​ການ​ຫ້າມ​ໃຊ້​ຢາ​ຕ່າງໆ ​ແລະ​ມັນ​ບໍ່​ໄດ້​ຊ່ວຍ​ພວກ​ນັກ​ກິລາ ຫລື​ສຸ​ຂະ​ພາບເຂົາ​ເຈົ້າ." ທ່ານ​ຍັງ​ໄດ້​ຕິ​ຕຽນ​ການ​ສືບສວນ ຂອງອົງການອິດ ສະຫຼະ ​ໂດຍ​ກ່າວ​ວ່າ ພວກສືບສວນ “​ບໍ່ສົນ​ໃຈ​ພຽງພໍທີ່​ຈະ​ຮັບຟັງ​ພັກ​ຝ່າຍ​ທີ່​ຖືກ​ກ່າວ​ຫາ.”

ພວກພະນັກງານ ທ່ານ Ilya Podolsky ແລະນາງ Natalia Bochkaryova ເຮັດວຽກຢູ່ຫ້ອງທົດລອງກວດຢາຊູກຳລັງ.
ພວກພະນັກງານ ທ່ານ Ilya Podolsky ແລະນາງ Natalia Bochkaryova ເຮັດວຽກຢູ່ຫ້ອງທົດລອງກວດຢາຊູກຳລັງ.

ປະທານາທິບໍດີ Putin ​ໄດ້​ຕອບ​ໂຕ້ໃນ​ວິທີ​ທີ່​ເກືອບ​ຄ້າຍຄື​ກັນ​ໃນ​ວັນ​ຈັນທີ່ຜ່ານມາ ​ໂດຍ ກ່າວ​ວ່າ ການ​ກ່າວ​ຫາຂອງອົງການ WADA “​ໄດ້​ສ້າງ​ຂຶ້ນ​ມາ​ຍ້ອນຄຳ​ໃຫ້ການ ຂອງ​ຄົນ​ຜູ້​ດຽວ ຄົນ​ທີ່​ມີ​ຊື່​ສຽງໃນ​ຂ່າວ​ນອງ​ນັນ​.”

Russia's Participation at Brazil Olympic Games Still In Question
please wait

No media source currently available

0:00 0:02:20 0:00

​ປະທານາທິບໍດີຣັດ​ເຊຍ​ໄດ້​ອ້າງ​ເຖິງ​ຂໍ້​ມູນ ​ທີ່ນຳ​ມາ​ຈາກ​ອະດີດຫົວໜ້າ​ຫ້ອງ​ກວດ ​ຕ້ານ​ຢາ​ຊູ​ກຳລັງ​ຂອງຣັດ​ເຊຍ ທ່ານ Grigory Rodchenkov ​ຕໍ່ໜັງສືພິມ New York Time ​ໃນ​ຕົ້ນ​ປີ​ນີ້. ທ່ານ​ໄດ້​ກ່າວ​ຕໍ່​ໜັງສືພິມ​ວ່າ ພວກ​ນັກ​ກິລາຣັດ​ເຊຍ​ຫຼາຍ​ສິບ​ຄົນ ​ໄດ້​ໃຊ້​ຢາ​ຊູ​ກຳ ລັງຢູ່​ໃນ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກລະດູ​ໜາວ ປີ 2014 ​ທີ່ເມືອງ Sochi ​ໂດຍການ​ຮັບ​ຮູ້ຈາກ​ພວກ​ເຈົ້າ​ໜ້າ​ທີ່​ກິ​ລາ​ແຫ່ງ​ຊາດ.

​ໃນ​ວັນ​ຈັນ​ທີ່​ຜ່ານ​ມາຫົວໜ້າ​ສືບ​ສວນຂອງ​ອົງການ WADA ທ່ານ Richard Mclaren ​ໄດ້​ໃຫ້​ຂໍ້​ຄິດ​ເຫັນ​ຂອງ​ທ່ານ Rodchenkov ວ່າ​ເປັນ​ການ​ກ່າວ​ຫາ​ທີ່ “​ໜ້າເຊື່ອ​ຖື​ໄດ້​ຢ່າງ​ກວ້າງຂວາງ.”

ທ່ານ Nikita Kamaev, ຫົວໜ້າຫ້ອງການກວດສອບຕ້ານການໃຊ້ຢາຊູກຳລັງຮັດເຊຍ (RUSADA)
ທ່ານ Nikita Kamaev, ຫົວໜ້າຫ້ອງການກວດສອບຕ້ານການໃຊ້ຢາຊູກຳລັງຮັດເຊຍ (RUSADA)

ລາຍ​ງານ​ກ່າວ​ວ່າ ກິລາຫລາຍ​ກວ່າ 30 ປະ​ເພດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ປັບ​ປ່ຽນ ກົດ​ລະບຽບຕໍ່ຕ້ານ​ຢາ​ຊູ​ກຳລັງຂອງຣັດ​ເຊຍ. ລາຍ​ງານຍັງ​ກ່າວ​ອີກ​ວ່າ “ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້” ທີ່​ທ່ານ Mutko ບໍ່​ຮູ້​ກ່ຽວ​ກັບ​ການ​ຕົວະ​ເຫລົ່າ​ນັ້ນ ​ແລະ​ໄດ້​ສະ​ເໜີແນະ​ໃຫ້ຄະນະ​ກຳ ມະການ​ໂອ​ລິມປິກ​ສາກົນຫລື IOC ຫ້າ​ມທິມຣັດ​ເຊຍ​ທັງ​ໝົດ​ ​ເຂົ້າຮ່ວມການ​ແຂ່ງຂັນ​ໂອ​ ລິ​ມປິກ​ໃນ​ເດືອນໜ້າ​ນີ້ ທີ່​ນະຄອນ Rio de Janeiro.

ຄະນະ​ກຳມະການ IOC ຫລັງ​ຈາກ​ການ​ປະ​ຊຸມສຸກ​ເສີນຜູ້ນຳຂອງ​ຕົນ​ແລ້ວ ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້​ກ່າວ​ວ່າ ຕົນ​ກຳລັງ “​ສຶກສາ” ທາງ​ເລື​ອກທີ່​ຖືກຕ້ອງ​ກ່ອນ​ການ​ຕັດສິນ​ວ່າ ຈະ​ປະຕິບັດຕາມຄຳສະ​ເໜີ​ຂອງອົງການ WADA ຫລື​ບໍ່.

ອ່ານຂ່າວນີເພີ້ມເປັນພາສາອັງກິດ

XS
SM
MD
LG