ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມະການ ໂອລິມປິກ ສາກົນ ຫຼື IOC ບໍ່ໃຫ້ພວກນັກກິລາຂອງ ຣັດເຊຍ ແລະເບລາຣູສ ເຂົ້າຮ່ວມໃນພິທີເປີດງານ ໂອລິມປິກ ໃນປາຣີ


ປະທານ ຄະນະກຳມະການ ໂອລິມປິກ ສາກົນ ຫຼື IOC ທ່ານທອມມັສ ບາກ (Thomas Bach) ກ່າວຢູ່ທີ່ກອງປະຊຸມຄະນະກຳມະການບໍບິຫານພິທີເປີດ ຂອງ IOC, ຢູ່ທີ່ Olympic House, ໃນເມືອງລາວຊານ ປະເທດສະວິດເຊີແລນ, ວັນທີ 19 ມີນາ 2024. (Laurent Gillieron/Keystone via AP)
ປະທານ ຄະນະກຳມະການ ໂອລິມປິກ ສາກົນ ຫຼື IOC ທ່ານທອມມັສ ບາກ (Thomas Bach) ກ່າວຢູ່ທີ່ກອງປະຊຸມຄະນະກຳມະການບໍບິຫານພິທີເປີດ ຂອງ IOC, ຢູ່ທີ່ Olympic House, ໃນເມືອງລາວຊານ ປະເທດສະວິດເຊີແລນ, ວັນທີ 19 ມີນາ 2024. (Laurent Gillieron/Keystone via AP)

ພວກນັກກິລາຂອງ ຣັດເຊຍ ແລະເບລາຣູສ ຈະບໍ່​ໄດ້​ຮັບອະນຸຍາດໃຫ້ເຂົ້າຮ່ວມ ໃນການເດີນສວນສະໜາມຕາມປະເພນີ ໃນພິທີເປີດການແຂ່ງຂັນກິລາ ໂອລິມປິກ ໃນນະຄອນຫຼວງປາຣີ, ຄະນະກຳມະການໂອລິມປິກສາກົນ ຫຼື IOC ໄດ້ກ່າວໃນວັນອັງຄານວານນີ້ ອີງຕາມລາຍງານຂອງອົງການຂ່າວເອພີ.

ພິທີເປີດດັ່ງກ່າວ ໃນວັນທີ 26 ກໍລະກົດ ຈະໄດ້ເຫັນບັນດານັກກິລາຫຼາຍພັນ ຄົນເດີນທາງມາດ້ວຍເຮືອຫຼາຍລຳແລ່ນລົງແມ່ນ້ຳ ແຊນ ຫຼາຍກິໂລແມັດໄປຍັງຫໍ ໄອແຟລ ແທນທີ່ຈະເປັນຂະບວນແຫ່ແບບປົກກະຕິຂອງທີມນັກກິລາຕ່າງໆ ພາຍໃນສະໜາມກິລາ.

IOC ໄດ້ກ່າວວ່າ ພວກນັກກິລາຈາກຣັດເຊຍ ແລະເບລາຣູສ ຜູ້ທີ່ໄດ້ຮັບອະນຸ ຍາດໃຫ້ແຂ່ງຂັນຢູ່ໃນໂອລິມປິກ ໃນຖານະເປັນກາງຈະມີໂອກາດພຽງແຕ່ “ໄດ້ສຳຜັດກັບງານ” ເທົ່ານັ້ນ ເຊິ່ງເປັນໄປໄດ້ສູງວ່າ ພຽງຈະໄດ້ຊົມຈາກສະ ຖານທີ່ໃກ້ກັບແມ່ນ້ຳດັ່ງກ່າວ. IOC ໄດ້ວາງຂັ້ນຕອນຂອງການກວດກາສຳນລັບ ພວກນັກກິລາຂອງຣັດເຊຍ ແລະເບລາຣູສ ກ່ອນຈະໄດ້ຖືກອະນຸຍາດໃນສະຖາ ນະເປັນກາງ ດ້ວຍຂໍ້ກຳນົດທີ່ລວມທັງ ພວກເຂົາເຈົ້າຕ້ອງບໍ່ສະໜັບສະໜຸນການ ບຸກລຸກ ຢູເຄຣນ ຢ່າງເປີດເຜີຍ ຫຼື ມີສ່ວນກ່ຽວຂ້ອງກັບກອງທັບ ຫຼື ອົງການ ດ້ານຄວາມໝັ້ນຄົງໃດໆຂອງລັດ.

IOC ໄດ້ກ່າວວ່າ ຕົນຄາດໝາຍວ່າ ພວກນັກກິລາທີ່ເປັນກາງປະມານ 36 ຄົນ ທີ່ຖືໜັງສືເດີນທາງຂອງຣັດເຊຍ ແລະ 22 ຄົນ ຖືໜັງສືເດີນທາງຂອງເບລາຣຸສ ຈະຕ້ອງຜ່ານການແຂ່ງຂັນສຳລັບເກມປາຣີ.

ການຕັດສິນກ່ຽວກັບວ່າ ພວກນັກກິລາທັງຫຼາຍເຫຼົ່ານັ້ນ ຈະໄດ້ຮັບອະນຸຍາດໃຫ້ ເຂົ້າຮ່ວມໃນພິທີປິດການແຂ່ງຂັນ ໃນວັນທີ 11 ສິງຫາ ທີ່ຈະມີຂຶ້ນ “ໃນຊ່ວງ ການແຂ່ງຂັນໃນເວລາຕໍ່ມາ” IOC ກ່າວ.

Russian and Belarusian athletes will not be allowed to take part in the traditional parade at the opening ceremony at the Paris Olympics, the IOC said Tuesday.

The opening ceremony on July 26 will see thousands of athletes travel on boats down the River Seine for several kilometers toward the Eiffel Tower, instead of the normal parade of teams inside a stadium.

The IOC said athletes from Russia and Belarus who are approved to compete at the Olympics as neutrals will have a chance only "to experience the event" — likely watching from near the river. The IOC has laid out a vetting procedure for Russian and Belarusian athletes to be granted neutral status, with requirements including that they must not have publicly supported the invasion of Ukraine, or be affiliated with military or state security agencies.

The IOC said it expects about 36 neutral athletes with Russian passports and 22 with Belarus passports to qualify for the Paris Games.

A decision on whether those athletes will be allowed to take part in the Aug. 11 closing ceremony will be taken "at a later stage," the IOC said.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG