ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄະນະກຳມະການໂອລິມປິກສາກົນ ຮຽກຮ້ອງໃຫ້ຫ້າມ ເບລາຣຸສ ແລະ ຣັດເຊຍ ຈາກການແຂ່ງຂັນກິລາຕ່າງໆ


ໃນພາບວັນທີ 23 ກຸມພາ 2014 ນີ້, ທຸງຊາດ ຣັດເຊນ, ຂວາ, ປິວສະບັດຢູ່ທາງຂ້າງທຸງໂອລິມປິກ ໃນລະຫວ່າງພິທີປິດກິລາໂອລິມປິກລະດູໜາວ 2014 ໃນເມືອງ ໂຊຈີ, ປະເທດ ຣັດເຊຍ.
ໃນພາບວັນທີ 23 ກຸມພາ 2014 ນີ້, ທຸງຊາດ ຣັດເຊນ, ຂວາ, ປິວສະບັດຢູ່ທາງຂ້າງທຸງໂອລິມປິກ ໃນລະຫວ່າງພິທີປິດກິລາໂອລິມປິກລະດູໜາວ 2014 ໃນເມືອງ ໂຊຈີ, ປະເທດ ຣັດເຊຍ.

ຄະນະກຳມະການໂອລິມປິກສາກົນ ໄດ້ແນະນຳວ່ານັກກິລາ ແລະ ເຈົ້າໜ້າທີ່ຕາງໜ້າໃຫ້ປະເທດ ເບລາຣຸສ ແລະ ຣັດເຊຍ ຄວນຖືກຫ້າມຈາກການເຂົ້າຮ່ວມໃນການແຂ່ງຂັນກິລາຄັ້ງຕໍ່ໄປ, ລຸນຫຼັງການບຸກລຸກ ຢູເຄຣນ ຂອງ ມົສກູ ເມື່ອບໍ່ດົນມານີ້.

ໃນຖະແຫຼງການສະບັບນຶ່ງຂອງວັນຈັນວານນີ້, ຄະນະກຳມະການບໍລິຫານຂອງ IOC ໄດ້ກ່າວວ່າ ການແນະນຳດັ່ງກ່າວ ແມ່ນຈຳເປັນເພື່ອ “ປົກປ້ອງຄວາມສາມັກຄີຂອງການແຂ່ງຂັນກິລາໃນໂລກ ແລະ ເພື່ອຄວາມປອດໄພຂອງຜູ້ເຂົ້າຮ່ວມທຸກຄົນ.”

ຄະນະກຳມະການໂອລິມປິກ ຣັດເຊຍ ໄດ້ກ່າວບໍ່ເຫັນພ້ອມ, ໂດຍເວົ້າວ່າການຕັດສິນໃຈທີ່ວ່ານັ້ນ “ຂັດແຍ້ງກັບເອກະສານກົດລະບຽບຂອງ IOC ແລະ ກົດບັດກິລາໂອລິມປິກ.”

ຣັດເຊຍ ໄດ້ບຸກລຸກ ຢູເຄຣນ ອາທິດທີ່ຜ່ານມາ. ລັດຖະບານໃນນະຄອນຫຼວງ ມິງສ໌, ປະເທດ ເບລາຣຸສ, ໄດ້ອະນຸຍາດໃຫ້ ມົສກູ ໃຊ້ດິນແດນຂອງ ເບລາຣຸສ ເປັນທີ່ຕັ້ງເພື່ອໂຈມຕີ ຢູເຄຣນ ຈາກພາກເໜືອ.

ການແນະນຳຂອງຄະນະກຳມະການ IOC ໄດ້ມີຂຶ້ນສີ່ວັນກ່ອນການເລີ່ມຕົ້ນກິລາໂອລິມປິກລະດູໜາວຄົນພິການ ຫຼື ພາຣາລິມປິກໃນ ປັກກິ່ງ.

ການຫ້າມຂອງ IOC ບໍ່ແມ່ນໝົດທຸກຢ່າງ. ເວລາທີ່ການຕັດອອກແມ່ນເປັນໄປບໍ່ໄດ້ຍ້ອນການແຈ້ງໃຫ້ຊາບ ໃນໄລຍະສັ້ນ ຫຼື ເຫດຜົນທາງກົດໝາຍນັ້ນ, IOC ໄດ້ແນະນຳຢ່າງໜັກແໜ້ນວ່ານັກກິລາ ເບລາຣຸສ ແລະ ຣັດເຊຍ ຄວນລົງແຂ່ງ ຂັນໂດຍບໍ່ມີທຸງ, ເພງຊາດ ຫຼື ສັນຍາລັກ.

ການເຄື່ອນໄຫວທີ່ຮູ້ຈັກດັ່ງກັບນັກກິລາໂລກ ໄດ້ກ່າວໃນທວິດເຕີວ່າ ຖະແຫຼງ ການຂອງ IOC “ແມ່ນບໍ່ເປັນໄປຕາມມາດຕະຖານ” ແລະວ່າ ຄະນະກຳມະ ການພາຣາລິມປິກສາກົນ “ຕ້ອງຫ້າມຄະນະກຳມະການພາຣາລິມປິກ ຣັດເຊຍ ແລະ ເບລາຣຸສ ໃນທັນທີ.”

ການແນະຄຳຂອງ IOC ຍັງໄດ້ອ້າງເຖິງການລະເມີດສັນຍາສະຫງົບເສິກໂດຍລັດຖະບານ ຣັດເຊຍ. ອີງຕາມອົງການຂ່າວ AP ນັ້ນ, ການສະະຫງົບເສິກໄດ້ເລີ່ມຂຶ້ນ “7 ວັນກ່ອນການເລີ່ມຕົ້ນກິລາໂອລິມປິກ,” ວັນທີ 4 ກຸມພາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG