ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມະການ ໂອລິມປິກສາກົນ ອະນຸຍາດ ໃຫ້ພວກນັກກິລາຣັດເຊຍ ເຂົ້າແຂ່ງຂັນ


ບັນດາສະມາຊິກນັກກິລາຣັດເຊຍ ພາກັນລຽນແຖວຂຶ້ນລົດບັສ ຫລັງຈາກໄປເຖິງເດິ່ນບິນ ທີ່ນະຄອນ Rio de Janeiro.
ບັນດາສະມາຊິກນັກກິລາຣັດເຊຍ ພາກັນລຽນແຖວຂຶ້ນລົດບັສ ຫລັງຈາກໄປເຖິງເດິ່ນບິນ ທີ່ນະຄອນ Rio de Janeiro.

ຄະນະກຳມະການ ໂອລິມປິກ ສາກົນ ຫຼື IOC ໄດ້ອະນຸຍາດ ໃຫ້ນັກກິລາຣັດເຊຍ ຈຳນວນ 271 ຄົນ ລົງແຂ່ງຂັນໄດ້ ໃນກິລາລະດູຮ້ອນ ທີ່ຈະເປີດຂຶ້ນໃນວັນສຸກມື້ນີ້ ຢູ່່ທີ່ນະຄອນ Rio de Janeiro ຫຼັງຈາກທີ່ ທາງການໄດ້ອະນຸຍາດໃຫ້ໃຊ້ສານກະຕຸນ ທີ່ເກີດ ເລື້ອງອັບອາຍ ຂາຍໜ້າ ເຊິ່ງໄດ້ເຮັດໃຫ້ການເຂົ້າຮ່ວມໃນການແຂ່ງຂັນ ຂອງນັກກິລາຣັດເຊຍ ໃນປີນີ້ນັ້ນ ຕົກຢູ່ໃນສະພາບທີ່ບໍ່ແນ່ໃຈ.

IOC ໄດ້ປະກາດການຕັດສິນຂອງຕົນ ເມື່ອຕອນແລງວັນພະຫັດວານນີ້ ບໍ່ດົນກວ່າ 24 ຊົ່ວໂມງ ກ່ອນທີ່ທວນໄຟ ໂອລິມປິກ ໄດ້ຖືກໄຕ້ຂຶ້ນ ອັນໝາຍຄວາມວ່າ ເກມການແຂ່ງຂັນ ແມ່ນໄດ້ເປີດຂຶ້ນຢ່າງເປັນທາງການ.

ປະທານໂອລິມປິກຂອງຣັດເຊຍ ທ່ານ Alexander Zhukov ໄດ້ກ່າວຖະແຫລງວ່າ “ຂ້າພະເຈົ້າຄິດວ່າ ຈະບໍ່ມີທີມອື່ນໃດ ທີ່ມີຄວາມສະອາດແທ້ຈິງ ແລະໄດ້ຄວບຄຸມ ຢ່າງລະ ມັດລະວັງ ຄືກັບນັກກິລາຂອງຣັດເຊຍ.”

ແຕ່ນັກກິລາຂອງຣັດເຊຍ 118 ແມ່ນຍັງຖືກຫ້າມຈາກການແຂ່ງຂັນ ໝາຍຄວາມວ່າ ຣັດເຊຍຈະມີທີມນັກກິລາໂອລິມປິກ ລົງແຂ່ງຂັນ ໃນຈຳນວນທີ່ນ້ອຍທີ່ສຸດ ນັບຕັ້ງແຕ່ປີ 1912.

ຈະບໍ່ມີນັກກິລາ ແລ່ນແລະລານ ນັກກິລາພາຍເຮືອ ຫຼື ທີມນັກກິລາຍົກນ້ຳໜັກ ເຂົ້າຮ່ວມ ໃນປີນີ້. ແຕ່ IOC ແມ່ນຍັງສືບຕໍ່ ຮັບຟັງຄະດີຕ່າງໆຂອງຣັດເຊຍ ແລະ ນັກກິລາອີກຫຼາຍ ຄົນ ອາດຈະໄດ້ຮັບອະນຸຍາດ ໃຫ້ແຂ່ງຂັນໄດ້ ກ່ອນເກມຈະເສັດສິ້ນ. ຣັດເຊຍ ໄດ້ສົ່ງນັກ ກິລາ ຈຳນວນ 389 ຄົນເຂົ້າຮ່ວມ ເກມການແຂ່ງຂັນ Rio.

ທີມນັກກິລາຂອງຣັດເຊຍທັງໝົດ ໄດ້ປະເຊີນກັບການຫ້າມ ຫຼັງຈາກທີ່ ມັນໄດ້ຖືກເຜີຍແບ ວ່າ ພວກນັກກິລາຫຼາຍໆຄົນໃນຈຳພວກນັ້ນ ໄດ້ໃຊ້ຢາເສີມກຳລັງຕ່າງໆ ດ້ວຍການອະ ນຸຍາດໂດຍກະຊວງກິລາຂອງຣັດເຊຍ ພ້ອມດ້ວຍຫຼັກຖານຂອງບັນດາເຈົ້າໜ້າທີ່ຣັດເຊຍ ທີ່ພະຍາຍາມ ປົກປິດຂໍ້ກ່າວຫານັ້ນ.

ໃນຂະນະທີ່ ພວກນັກກິລາໂອລິມປິກຂອງຣັດເຊຍ ຜູ້ບໍ່ເຄີຍໃຊ້ຢາເສີມກຳລັງ ປະທານ IOC ທ່ານ Thomas Bach ໄດ້ກ່າວວ່າ ຂໍ້ກ່າວຫາໃຊ້ສານກະຕຸ້ນນັ້ນ ເປັນເລື່ອງທີ່ຮ້າຍ ແຮງ ທີ່ກຳນົດໃຫ້ສັນນິຖານເຖິງຄວາມບໍລິສຸດ ສຳລັບ ນັກກິລາບາງຄົນຜູ້ທີ່ຖືກສົງໄສ ຢູ່ນັ້ນ.

ບັນດານເຈົ້າໜ້າທີ່ໂອລິມປິກ ຕໍ່ຈາກນັ້ນມາ ໄດ້ຕັດສິນໃຫ້ສະຫະພັນກິລາສາກົນ ຕັດສິນ ໃຈເອງ ວ່າ ພວກນັກກິລາຄົນໃດ ສາມາດລົງແຂ່ງຂັນໄດ້ ໃນເກມ Rio ຫຼັງຈາກທົບທວນ ຄືນ ບັນທຶກການໃຊ້ສານກະຕຸ້ນຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG