ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ IOC ປະກາດຊື່ 5 ເມືອງ ທີ່ເຂົ້າແຂ່ງຂັນ ເປັນເຈົ້າພາບ ຈັດໂອລິມປິກ ປີ 2024


ເຈົ້າຄອງ ນະຄອນ Rio de Janeiro ທ່ານ Eduardo Paes (ຊ້າຍ) ໂບກທຸງໂອລິມປິກ ພ້ອມດ້ວຍ ປະທານອົງການ IOC ທ່ານ Jacque Rogge (ກາງ) ແລະ ເຈົ້າຄອງນະຄອນ London ທ່ານ Boris Johnson (ຂວາ) ໃນລະຫວ່າງພິທີປິດ ງານມະຫາກຳ ການແຂ່ງຂັນ ໂອລິມປິກ ປີ 2012 ຢູ່ທີ່ສະໜາມກິລາໂອລິມປິກ, ເມື່ອວັນທີ 12 ສິງຫາ 2012.
ເຈົ້າຄອງ ນະຄອນ Rio de Janeiro ທ່ານ Eduardo Paes (ຊ້າຍ) ໂບກທຸງໂອລິມປິກ ພ້ອມດ້ວຍ ປະທານອົງການ IOC ທ່ານ Jacque Rogge (ກາງ) ແລະ ເຈົ້າຄອງນະຄອນ London ທ່ານ Boris Johnson (ຂວາ) ໃນລະຫວ່າງພິທີປິດ ງານມະຫາກຳ ການແຂ່ງຂັນ ໂອລິມປິກ ປີ 2012 ຢູ່ທີ່ສະໜາມກິລາໂອລິມປິກ, ເມື່ອວັນທີ 12 ສິງຫາ 2012.

ຄະນະກຳມະການ​ໂອ​ລິ​ມປິກ​ສາກົນ ຫຼື IOC ​ໄດ້​ປະກາດ 5
ປະ​ເທດ ທີ່​ຖືກຄັດ​ເ​ລື​ອກເຂົ້າຮອບ​ສຸດ​ທ້າຍ ​ເພື່ອ​ເປັນ​ເຈົ້າພາບ
ຈັດ​ງານ​ມະຫາ​ກຳ ​ການ​ແຂ່ງຂັນ​ໂອ​ລິ​ມປິກ ລະດູ​ຮ້ອນ ປີ 2024
ຊຶ່ງປະກອບດ້ວຍ 4 ເມືອງໃນ​ຢູ​ໂຣບ ຄື ບູດາ​ແປັສທ໌ ແຮມ​ເບີກ
ປາຣີ ​ແລະ ​ໂຣມ ສ່ວນ​ຢູ່​ໃນ​ສະຫະລັດ ​ແມ່ນ​ນະຄອນ ລອສ ​
ແອນ​ເຈີແລ​ສ໌ ​ຢູ່​ແຄມ​ຝັ່ງ​ກ້ຳຕາ​ເວັນ​ຕົກ.

ອົງການ IOC ​ໄດ້ທຳ​ການ​ປະກາດ ບໍ່​ດົນຫຼັງຈາກ​ ກຳນົດເສັ້ນ
ຕາຍ ຄື​ທ່ຽງ​ຄືນ​ວັນອັງຄານ ສຳ​ຫລັບບັນດາປະ​ເທດ​ທີ່​ເຂົ້າຊິງ.
ປະທານອົງການ IOC ທ່ານ Thomas Bach ​ເອີ້ນ​ບັນດາເມືອງ
​ທີ່​ເຂົ້າຮອບ​ສຸດ​ທ້າຍ ວ່າ​ ເປັນ “​ເມືອງ​ທີ່​ດີ​ເດັ່ນ” ​ແລະ ​ໄດ້ຄາດ
ໝາຍ​ວ່າ ການແຂ່ງຂັນ ໃນການຄັດເລືອກ​ ຈະ​ເປັນ​ໄປດ້ວຍ “ຄວາມເຂັ້ມແຂງ ​ແລະ
ຄວາມ​ຫລົງໄຫລ.”
​ການ​ຕັດສິນ​ໃຈ ຄັ້ງສຸດ​ທ້າຍ ຈະ​ຖືກ​ປະກາດ​ໃນ​ປີ 2017.

ອັນ​ນີ້ ​ເປັນການແຂ່ງຂັນ​ໂອ​ລິ​ມປິກ ​ເທື່ອ​ທຳ​ອິດ ພາຍ​ໃຕ້​ວາງ​ແຜນ ຂອງອົງການ IOC ທີ່ໄດ້
ທຳ​ການ​ປະຕິ​ຮູບ​ ເພື່ອ​ຫັນ​ໄປ​ສູ່​ ການເຮັດ​ໃຫ້​ງານ​ມະຫາ​ກຳ​ກິລາ ມີ​ປະສິດທິພາບຫຼາຍຂຶ້ນ
ສຳ​ຫລັບ ບັນດາ​ເມືອງ​ເຈົ້າພາບ ​ແລະ ​ໃຫ້ເປັນ​ແຜນການ ​ທີ່​ເປັນປະ​ໂຫຍ​ດ ຕໍ່ການພັດທະນາ
ທີ່​ຍືນ​ຍົງ​. ທ່ານ Bach ກ່າວໃນ​ວັນ​ພຸດ​ມື້​ນີ້​ວ່າ ອົງການ IOC ຈະ​ປະກອບສ່ວນ ​ໃນ​ມູນ​ຄ່າ
1.7 ຕື້​ໂດລາ ຕໍ່​ງານ​ດັ່ງກ່າວ.

​ປາຣີ ​ສະ​ເໜີ​ຂໍ​ໂອກາດເປັນ​ເຈົ້າ​ພາບ ​ຈັດ​ການແຂ່ງຂັນ ຄົບ​ຮອບ​ຮ້ອຍ​ປີ ຂອງ ປີ 1924
ທີ່​ໄດ້​ຖືກ​ຈັດ​ຂຶ້ນ ​ໃນ​ເມືອງ​ນັ້ນ ​ໃນ​ຂະນະ​ດຽວ​ກັນ ​ລອສ ​ແອ​ນເຈີ​ແລ​ສ໌ ຢາກ​ມີໂອກາດເປັນ​
ເຈົ້າພາບ​ອີກ​ເທື່ອ​ນຶ່ງ ຫຼັງຈາກ​ທີ່​ໄດ້​ຈັດການແຂ່ງຂັນ ເມື່ອ​ປີ 1923 ​ແ​ລະ 1984 ມາ​ແລ້ວ.

ລອສ ​ແອ​ເຈີ​ແລ​ສ໌ ​ແມ່ນ​ເປັນ​ເມືອງດຽວ ​ທາງ​ພາກເໜືອຂອງເມຣິກາ ທີ່ໄດ້ຖືກຄັດ​ເລືອກ
ຫຼັງຈາກ​ທີ່​ນະຄອນບອສຕັນ ​ແ​ລະ ​ໂຕ​ຣອນ​ໂຕ ​ໄດ້​ຖອນ​ໂຕ​ອອກ ຊຶ່ງທັງ​ສອງ​ເມືອງ ​ໄດ້ອ້າງ
​ເຖິງ​ຄວາມ​ເປັນ​ຫ່ວງ​ເລື້ອງຄ່າ​ໃຊ້​ຈ່າຍ.

ແຮມ​ເບີກ ຈະ​ຈັດການ​ລົງປະຊາ​ມະຕິ ​ໃນ​ເດືອນ​ພະຈິກນີ້ ​ເພື່ອ​ກຳນົດ​ເບິ່ງ​ວ່າ ພົນລະ​ເມືອງ​
ຂອງ​ຕົນ​ ຢາກ​ເປັນ​ເຈົ້າພາບຫຼືບໍ່.

XS
SM
MD
LG