ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກິລາທີ່ມີຊື່ວ່າ ບໍ່ມີໃຜເອົາຊະນະໄດ້ Invictus ຈະມີຂຶ້ນຢູ່ຊິດນີ ໃນວັນເສົານີ້


ເຈົ້າຊາຍແຮຣີ ແຫ່ງອັງກິດ ຢູ່ກາງ ແລະພັນລະຍາ ເມເກິລ the Duchess of Sussex, ທາງກາງເບື້ອງຂວາ, ພົບປະກັບ ຂ້າຫຼວງໃຫຽ່ຂອງອອສເຕຣເລຍ Sir Peter Cosgrove ແລະພັນລະຍາ Lady Cosgrove, ພ້ອມດ້ວຍພວກຜູ້ແທນ
ຈາກປະເທດກິລາ Invictus ທີ່ນະຄອນ ຊິດນີ, ວັນອັງຄານ,
ທີ 16 ຕຸລາ, 2018.
ເຈົ້າຊາຍແຮຣີ ແຫ່ງອັງກິດ ຢູ່ກາງ ແລະພັນລະຍາ ເມເກິລ the Duchess of Sussex, ທາງກາງເບື້ອງຂວາ, ພົບປະກັບ ຂ້າຫຼວງໃຫຽ່ຂອງອອສເຕຣເລຍ Sir Peter Cosgrove ແລະພັນລະຍາ Lady Cosgrove, ພ້ອມດ້ວຍພວກຜູ້ແທນ ຈາກປະເທດກິລາ Invictus ທີ່ນະຄອນ ຊິດນີ, ວັນອັງຄານ, ທີ 16 ຕຸລາ, 2018.

ເຈົ້າຊາຍ ແຮຣີ ແຫ່ງປະເທດອັງກິດ ຈະໄປເປີດການແຂ່ງຂັນກິລາ ທີ່ມີຊື່ວ່າ Invictus
Games ທີ່ປະເທດ ອອສເຕຣເລຍ ໃນທ້າຍສັບປະດານີ້. ການແຂ່ງຂັນກິລາສຳລັບ
ພວກທະຫານທີ່ໄດ້ຮັບບາດເຈັບທັງຍິງແລະຊາຍ ລວມ ທັງພວກນັກລົບເກົ່າ ຈະດຶງ
ດູດເອົາພວກນັກກິລາໄປຮ່ວມ 500 ຄົນ ຈາກ 18 ປະເທດ ຊຶ່ງ ຟຽລ ເມີເຊີ ສົ່ງລາຍ
ງານເລື້ອງນີ້ ມາຈາກນະຄອນ ຊິດນີ ດັ່ງ ສາລີ ຈະນຳສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນພາສາ ລາຕິນ ຄຳວ່າ Invictus ໝາຍຄວາມວ່າ ບໍ່ມີໃຜເອົາຊະ ນະໄດ້ ຫຼືບໍ່ຜ່າຍ
ແພ້. ມັນເປັນຊື່ທີ່ມອບໃຫ້ການແຂ່ງຂັນກິລາ ຂອງພວກເສຍ ອົງຄະ ທີ່ຮ່ວມຕັ້ງຂຶ້ນ
ມາໃນປີ 2014 ໂດຍເຈົ້າຊາຍແຮຣີ ແຫ່ງອັງກິດ ທີ່ໄດ້ ຮັບໃຊ້ໃນກອງທັບເປັນເວ
ລາສິບປີ ທັງໄດ້ໄປປະຕິບັດໜ້າທີ່ ຢູ່ອັຟການິສຖານ ສອງຄັ້ງ.

ເຈົ້າຊາຍອົງດັ່ງກ່າວ ໄດ້ຮັບແຮງດົນໃຈ ລຸນຫຼັງໄດ້ມາຊົມການແຂ່ງຂັນກິລາ ທີ່
ຄ້າຍໆຄືກັນ ຂອງພວກນັກລົບເກົ່າ ທີ່ໄດ້ຮັບບາດເຈັບຢູ່ສະຫະລັດແລ້ວ.

ເທົ່າເຖິງປັດຈຸບັນ ໄດ້ມີການແຂ່ງຂັນກິລາ ອິນວິດຕັສ ນີ້ແລ້ວ ສາມຄັ້ງ ຄືຢູ່ ລອນ
ດອນໃນປີ 2014 ຢູ່ ອໍແລນໂດ ລັດຟລໍຣີດາ ໃນປີ 2016 ແລະຢູ່ ໂທຣອນໂຕ ປະເທດການາດາ ໃນປີ 2017.

ຄັ້ງທີສີ່ ຈະເລີ້ມຂຶ້ນໃນວັນເສົາມື້ນີ້ ທີ່ນະຄອນ ຊິດນີ.

ເຫດການດັ່ງກ່າວ ຈະໄຂຂຶ້ນຢ່າງເປັນທາງການ ໂດຍເຈົ້າຊາຍແຮຣີ ຊຶ່ງໄດ້ ໄປເຖິງອອສເຕຣແລ້ວ ໂດຍການນຳທ່ຽວຂອງຍາດຕິວົງ. ເຈົ້າຊາຍແຮຣີກ່າວ
ວ່າ: “I am particularly grateful … ຂ້າພະເຈົ້າຮູ້ສຶກກະຕັນຍູຮູ້ບຸນຄຸນໂດຍ
ສະເພາະ ຕໍ່ລັດຖະບານ ອອສເຕຣເລຍ ທີ່ເປັນເຈົ້າພາບ ຈັດການແຂ່ງຂັນກິລາ
ອິນວິກຕັສນີ້ ຊຶ່ງໝົດທັງປະເທດ ມີ ຄວາມຕື່ນເຕັ້ນດີໃຈ. ຂອບໃຈຫຼາຍໆທີ່ສະ
ໜັບສະໜູນ. ແນ່ນອນ ອອສເຕຣ ເລຍ ແມ່ນເປັນປະເທດເຈົ້າພາບສຳລັບກິລາ
ທີ່ເກັ່ງກ້າທີ່ສຸດບາງປະເພດຂອງ ໂລກ ຫາກແຕ່ວ່າ ບາງທີ່ ທ່ານກຳລັງຈະໄດ້ຊົມ ໃນລະຫວ່າງການແຂ່ງຂັນ ກິລາ ອິນວິກຕັສນີ້ ສິ່ງທີ່ຈະເຮັດໃຫ້ພວກທ່ານຕື່ນ
ເຕັ້ນທີ່ສຸດ ມັນເປັນການສະ ແດງຂອງພະລັງອຳນາດ ແຫ່ງຂວັນແລະກຳລັງໃຈ
ຂອງມະນຸດ ພະລັງອຳນາດ ຂອງກິລາທີ່ປ່ຽນແປງຊີວິດຜູ້ຄົນ.”

ການແຂ່ງຂັນດັ່ງກ່າວນີ້ ນຳເອົານັກກິລາເຂົ້າມາຮ່ວມຫຼາຍຮ້ອຍຄົນ ຈາກ 18 ປະ
ເທດ ທີ່ເຄີຍປະກອບສ່ວນ ໃນການທະຫານ ຊຶ່ງລວມທັງ ອັຟການິສຖານ ປະ
ເທດຝ​ຣັ່ງ ອີຣັກ ສະຫະລາດຊະອານາຈັກອັງກິດ ແລະ ສະຫະລັດ.

ອະດີດທະຫານ ກອມມັງໂດ ອອສເຕຣເລຍ ແກຣີ ໂຣບິນສັນ ເປັນນັກບິນ ເຮລີຄອບເຕີແບລກຮອກ ເວລາລາວຖືກຍິງຕົກ ຢູ່ໃນເຂດຂອງສັດຕູ ໃນປີ
2010 ຢູ່ໃນອັຟການິສຖານ.

ສະໝອງຂອງລາວ ໄດ້ຖືກທຳລາຍໜັກ ແລະກະດູກສັນຫຼັງສ່ວນລຸ່ມກໍແຕກ.
ຕໍ່ມາ ຂາຊ້າຍຂອງລາວ ລຸ່ມຫົວເຂົ່າລົງໄປ ກໍໄດ້ຖືກຕັດອອກ.

ມຶ້ນີ້ລາວຈະເຂົ້າແຂ່ງຂັນເປັນຄັ້ງທີສີ່ ໃນກິລາ ອິນວິກຕັສ ຫຼືກິລາແບບທີ່ບໍ່ ມີ
ຜູ້ໃດເອົາຊະນະໄດ້. ທ່ານ ຣໍບິນສັນ ກ່າວວ່າ:

“ຂ້າພະເຈົ້າຮູ້ເປັນກຽດຢ່າງຍິ່ງ. ຂ້າພະເຈົ້າມີຄວາມ ພູມໃຈຫຼາຍ. ຂ້າພະເຈົ້າໄດ້ເວົ້າກັບໝໍບຳບັດຂອງຂ້າພະເຈົ້າວ່າ ຂ້າພະເຈົ້າລໍຖ້າ ໃຫ້ມື້ວັນຂອງການແຂ່ງຂັນກິລາ ອິນວິກຕັສນີ້ມາເຖິງອອສເຕຣເລຍ. ສະນັ້ນ
ມັນ ໄດ້ຊ່ອຍກອບກູ້ເອົາຊີວິດຂອງຂ້າພະເຈົ້າໄວ້ ທັງສາມາດເຮັດໃຫ້ຂ້າພະ
ເຈົ້າ ໄດ້ ຮັບການອູ້ມຊູ ແລະຮັບຮູ້ໂດຍຜູ້ຄົນ ຢູ່ໃນປະເທດຂອງຂ້າພະເຈົ້າ.
ນັ້ນແຫຼ໊ະ ຄື ຈຸດສຸດຍອດຂອງການຊ່ວງເຊົາຫາຍດີຂອງຂ້າພະເຈົ້າ. ພວກ
ທ່ານຈະເຫັນຂ້າ ພະເຈົ້າແຂ່ງຂັນ ໃນກິລາຖີບລົດ ກິລາຍິງທະນູ ແລະກິລາ
ລອຍນໍ້າ.

ເຫດການຫຼາຍໆຢ່າງ ຈະເປັນເຈົ້າພາບແບບດຽວກັນກັບກິລາໂອແລັມປິກປີ
2000 ໃນນະຄອນຊິດນີ. ຈະມີພວກແລ່ນແລະລານ ພວກນັ່ງຫຼິ້ນບານສົ່ງ ພວກນັ່ງລໍ້ຫຼິ້ນບານບ້ວງ ແລະພວກຍົກນໍ້າໜັກ.

ສ່ວນການແຂ່ງຂັນເຮືອໃບລົມ ແລະການຖີບລົດເທິງຖະໜົນ ຈະມີຂຶ້ນຢູ່ອ້ອມ
ແອ້ມ ທ່າເຮືອຊິດນີ.

ກິລາອິນວິກຕັສນີ້ ຈະມີໄປຕັ້ງແຕ່ວັນທີ 20 ຫາວັນທີ 27 ຕຸລາ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG