ປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ ເຂດເສດຖະກິດສະເພາະບຶງທາດຫຼວງຢ່າງຄົບຖ້ວນ.
ເຖິງແມ່ນວ່າ ກຸ່ມບໍລິສັດພັດທະນາອະສັງຫາລິມະຊັບ ຫວານ
ເຝິ້ງ ຊຽງໄຮ້ຈາກປະເທດຈີນ ຈະໄດ້ວາງສິລາເລິກເພື່ອເລີ່ມ ລົງມືກໍ່ສ້າງເຂດເສດຖະກິດສະເພາະບຶງທາດຫຼວງ ໃນເຂດນະ ຄອນວຽງຈັນນັບຕັ້ງແຕ່ທ້າຍປີ 2012 ເປັນຕົ້ນມາແລ້ວກໍຕາມ
ຫາກແຕ່ຈົນເຖິງເວລານີ້ ກໍຍັງຄົງປາກົດວ່າມີປະຊາຊົນລາວ
ຈໍານວນເກີນກວ່າ 100 ລາຍ ທີ່ຕ້ອງຖືກເວນຄືນທີ່ດິນ ຍ້ອນ
ໂຄງການດັ່ງກ່າວນີ້ ຍັງຄົງບໍ່ຍອມພາກັນໂຍກຍ້າຍອອກຈາກ
ທີ່ດິນຂອງພວກເຂົາເຈົ້າ ແລະບໍ່ຍອມຮັບເງິນຊົດເຊີຍຈາກທາງ ບໍລິສັດລົງທຶນໃນໂຄງການອີກດ້ວຍ.
ສ່ວນທາງດ້ານບໍລິສັດຜູ້ລົງທຶນໃນໂຄງການນັ້ນ ກໍໄດ້ໃຫ້ການຢືນຢັນວ່າທາງບໍລິສັດ ພ້ອມທີ່ຈະຈ່າຍຄ່າຊົດເຊີຍໃຫ້ກັບປະຊາຊົນລາວຢ່າງຄົບຖ້ວນທຸກເວລາ ຫາກແຕ່ ວ່າບັນຫາໃນເວລານີ້ກໍຄືປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກໂຄງການນັ້ນບໍ່ ພາກັນມາຮັບຄ່າຊົດເຊີຍຂອງພວກເຂົາເຈົ້າ ດັ່ງທີ່ທ່ານແຝງ ອິນທະລາດ ຮອງປະ ທານສະພາບໍລິຫານເຂດເສດຖະກິດສະເພາະບຶງທາດຫຼວງ ໄດ້ໃຫ້ການຢືນຢັນວ່າ:
“ມາເຖິງມື້ນີ້ໄດ້ມີເຈົ້າຂອງດິນມາຮັບເອົາເງິນຊົດ
ເຊີຍເກືອບ 80% ແລ້ວ ສ່ວນທີ່ຍັງເຫຼືອ ທາງຄະນະ
ກໍາມະການທີ່ຮັບຜິດຊອບ ກໍຈະສືບຕໍ່ປະສານຫາ
ເຈົ້າຂອງທີ່ດິນ ໃຫ້ມາຮັບເອົາເງິນໃຫ້ສໍາເລັດໂດຍ
ໄວໆນີ້ ເງິນຊົດເຊີຍນັ້ນ ທາງຄະນະກໍາມະການ ຮັບຜິດຊອບໄດ້ກຽມໄວ້ທີ່ທະນາຄານຮຽບຮ້ອຍແລ້ວ ສາມາດມາຮັບເອົາມື້ໃດກໍໄດ້ ທາງຄະນະກໍາມະ
ການກຽມພ້ອມຕະຫຼອດເວລາ.”
ໂຄງການພັດທະນາເສດຖະກິດສະເພາະບຶງທາດຫຼວງໃນເຂດນະຄອນວຽງຈັນເປັນການ ລົງທຶນຂອງກຸ່ມບໍລິສັດພັດທະນາອະສັງຫາລິມະຊັບຫວານເຝີ້ງ ຊຽງໄຮ້ ຈາກຈີນ ຊຶ່ງຈົດ ທະບຽນສ້າງຕັ້ງບໍລິສັດໃນລາວ ພາຍໃຕ້ຊື່ວ່າບໍລິສັດລົງທຶນພັດທະນາບຶງທາດຫຼວງຈໍາກັດ ດ້ວຍເງິນລົງທຶນຄິດເປັນມູນຄ່າລວມບໍ່ໜ້ອຍກວ່າ 1,600 ລ້ານໂດລາ ຫຼືປະມານ 12,800 ຕື້ກີບ.
ກຸ່ມບໍລິສັດຈາກຈີນໄດ້ປະກາດແຜນການວ່າ ຈະພັດທະນາພື້ນທີ່ສໍາປະທານ 365 ເຮັກຕ້າ
ຢູ່ທີ່ບຶງທາດຫຼວງດັ່ງກ່າວໃນເປັນເຂດຕົວເມືອງທ່ອງທ່ຽວທີ່ທັນສະໄໝ ທີ່ມີທັງສວນສາທາ
ລະນະ ສູນກີລາ ສູນການຄ້າ ສູນບັນເທີງ ແລະສູນບໍລິການຕ່າງໆ ຢ່າງຄົບວົງຈອນ ເຊັ່ນ
ໂຮງແຮມລະດັບ 5 ດາວ ຮ້ານອາຫານ ຫ້າງສັບພະສິນຄ້າ ເຮືອນວິນລາລະດັບສູງ ແບບ ວັດທະນະທໍາລາວ-ແບບຢູໂຣບ ແລະ Apartment ສໍາລັບຢູ່ອາໄສ ທີ່ມີສິ່ງອໍານວຍຄວາມ
ສະດວກຢ່າງຄົບຊຸດ.
ນອກຈາກນີ້ ເພື່ອເປັນການຮັກສາສະພາບແວດລ້ອມທໍາມະຊາດໃນເຂດບຶງທາດຫຼວງ ດ້ວຍນັ້ນ ບໍລິສັດຈາກຈີນຍັງໄດ້ປະກາດແຜນການວ່າ ຈະດໍາເນີນການກໍ່ສ້າງສະຖານ ທີ່ບໍາບັດນໍ້າເປື້ອນ ແລະກໍາຈັດສິ່ງເສດເຫຼືອຕ່າງໆ ໂດຍຈະກໍ່ສ້າງໜອງນໍ້າຂະໜາດໃຫຍ່ ພ້ອມດ້ວຍລະບົບການລະບາຍນໍ້າທີ່ທັນສະໄໝຢູ່ທີ່ເຂດໃຈກາງຂອງໂຄງການອີກດ້ວຍ.
ການດໍາເນີນງານທັງໝົດດັ່ງກ່າວນີ້ ກຸ່ມບໍລິສັດຈາກຈີນຄາດວ່າຈະໃຊ້ເວລາ ລະຫວ່າງ
15-20 ປີ ຊຶ່ງກໍໝາຍຄວາມວ່າການພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງ ຈະສໍາເລັດບໍລິບູນພາຍໃນປີ 2030 ເປັນຢ່າງຊ້າ ແລະເມື່ອເຖິງເວລານັ້ນ ກໍໄດ້ມີການ ຄາດໝາຍວ່າ ຈະມີປະຊາກອນຫຼາຍກວ່າ 55,000 ຄົນທີ່ຈະເຂົ້າໄປພັກອາໄສ ຢູ່ໃນເຂດ ດັ່ງກ່າວນີ້ ໂດຍສ່ວນໃຫຍ່ກໍຄືນັກທຸລະກິດ ແລະຊາວຈີນທີ່ເດີນທາງເຂົ້າມາດໍາເນີນທຸລະ ກິດຕ່າງໆຢູ່ໃນລາວນັ້ນເອງ.
ໂຄງການດັ່ງກ່າວນີ້ຖືເປັນໂຄງການທີ່ທາງການລາວໃຫ້ສໍາປະທານ ເພື່ອເປັນການຕອບ ແທນທີ່ກຸ່ມທຸລະກິດຈາກຈີນໄດ້ລົງທຶນກໍ່ສ້າງສະໜາມກິລາແຫ່ງຊາດແຫ່ງໃໝ່ໃຫ້ແກ່ລັດ
ຖະບານລາວ ສໍາລັບຮອງຮັບການເປັນເຈົ້າພາບຈັດການແຂ່ງ ຂັນກິລາຊີເກມສ໌ ຄັ້ງທີ
25 ໃນທ້າຍປີ 2009 ທີ່ຜ່ານມາ ຫາກແຕ່ໂຄງການດັ່ງກ່າວນີ້ ກໍຕ້ອງປະສົບກັບບັນຫາ ຊັກຊ້າມາໂດຍຕະຫຼອດ ເນື່ອງຈາກວ່າເປັນໂຄງການທີ່ຈະຕ້ອງມີການເວນຄືນທີ່ດິນ ຈາກປະຊາຊົນທັງໝົດ 435 ລາຍ ໃນເຂດ 6 ບ້ານໃນເຂດເມືອງໄຊເສດຖາ ແລະເມືອງ ສີສັດຕະນາກ ກໍຄື ບ້ານເມືອງນ້ອຍ ບ້ານໂນນຫວາຍ ບ້ານໂນນຄໍ້ເໜືອ ບ້ານໂພນທັນ ບ້ານໂພນປ່າເປົ້າ ແລະບ້ານດອນກອຍ ໂດຍມີການເວນຄືນທີ່ດິນຂອງປະຊາຊົນທັງໝົດ
435 ລາຍ ຊຶ່ງຈົນ ເຖິງປັດຈຸບັນນີ້ ກໍຍັງມີຢູ່ເຖິງ 100 ກວ່າລາຍ ທີ່ຍັງບໍ່ຍອມຍ້າຍອອກ ໄປຈາກທີ່ດິນຂອງພວກເຂົາເຈົ້າ ເພາະບໍ່ພໍໃຈຕໍ່ອັດຕາການຊົດເຊີຍຄ່າທີ່ດິນ ທີ່ຕໍ່າກວ່າ ຄວາມເປັນຈິງນັ້ນເອງ.
ເບິ່ງຄວາມເຫັນ (25)
ໂຫລດຄວາມເຫັນ ຕື່ມອີກ