ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສືບສວນ ພະຍາຍາມ ຈະລົງຄວາມເຫັນວ່າ ຊິ້ນສ່ວນ ທີ່ພົບເຫັນ ມາຈາກຖ້ຽວບິນ MH370 ຫຼືບໍ່


ສາລະວັດທະຫານແລະຕຳຫຼວດຝຣັ່ງ ກວດກາເບິ່ງຊິ້ນສ່ວນ ຂອງຊາກເຮືອບິນ ທີ່ພົບເຫັນຢູ່ຫາດ ເກາະ Reunion ໃນມະຫາສະມຸດອິນເດຍ ຂອງຝຣັ່ງ (29 ກໍລະກົດ 2015)
ສາລະວັດທະຫານແລະຕຳຫຼວດຝຣັ່ງ ກວດກາເບິ່ງຊິ້ນສ່ວນ ຂອງຊາກເຮືອບິນ ທີ່ພົບເຫັນຢູ່ຫາດ ເກາະ Reunion ໃນມະຫາສະມຸດອິນເດຍ ຂອງຝຣັ່ງ (29 ກໍລະກົດ 2015)

ຄະນະສືບສວນກຳລັງພະຍາຍາມລົງຄວາມເຫັນວ່າ ຊິ້ນສ່ວນ
ຊາກຫັກພັງຂອງເຮືອບິນທີ່ພົບເຫັນຢູ່ເກາະແຫ່ງນຶ່ງຂອງຝຣັ່ງ ໃນເຂດມະຫາສະມຸດອິນເດຍນັ້ນ ເປັນສ່ວນນຶ່ງ ຂອງເຮືອບິນ
ໂດຍສານມາເລເຊຍ ຖ້ຽວບິນ MH370 ທີ່ຫາຍສາບສູນ ຢ່າງ
ລຶກລັບໃນເດືອນມີນາ ປີ 2014 ຫລືບໍ່.

ຊິ້ນສ່ວນ ທີ່ຍາວປະມານ 2 ແມັດ ທີ່ປາກົດວ່າ ເປັນສ່ວນນຶ່ງ
ຂອງປີກ ສຳລັບຄວບຄຸມເຮືອບິນ ທີ່ເອີ້ນວ່າ flaperon ນັ້ນ
ໄດ້ຖືກພົບເຫັນໃນມື້ວັນພຸດວານນີ້ ຢູ່ທີ່ຫາດຂອງເກາະ Re-
union ທີ່ຕັ້ງຢູ່ໃກ້ໆເກາະໃຫຍ່ Madagascar ຫລາຍກວ່າ
3 ພັນ 500 ຫລັກກິໂລແມັດຫ່າງຈາກບ່ອນທີ່ເຮືອບິນໂບອິ້ງ
777 ຂອງມາເລເຊຍ ໄດ້ສົ່ງຂ່າວຄັ້ງສຸດທ້າຍ.

Malaysia Plane Debris
please wait
Embed

No media source currently available

0:00 0:00:56 0:00

ເຈົ້າໜ້າທີ່ການບິນຝຣັ່ງ ກຳລັງກວດສອບເບິ່ງວັດຖຸດັ່ງກ່າວນີ້ຢູ່ ແຕ່ກໍເວົ້າວ່າ ຍັງເປັນການ ໄວເກີນໄປທີ່ຈະລົງຄວາມເຫັນໄດ້ວ່າມັນເປັນຂອງເຮືອບິນໂດຍສານອາຍພົ່ນທີ່ຫາຍສາບ ສູນໄປນັ້ນຫຼືບໍ່. ຖ້າຫາກເປັນຂອງເຮືອບິນລຳນັ້ນແທ້ການພົບເຫັນດັ່ງກ່າວອາດເປັນບາດ ກ້າວສຳຄັນໃນການແກ້ໄຂຄວາມລຶກລັບທີ່ໃຫຍ່ທີ່ສຸດ ທາງດ້ານການບິນໃນຍຸກໃໝ່ຂອງ ມະນຸດເຮົາ.

ການຄົ້ນພົບນີ້ແມ່ນມີຂຶ້ນໂດຍພວກຄົນງານທຳຄວາມສະອາດຢູ່ຫາດຊາຍຂອງເກາະ Re-
union. ພວກເຂົາເຈົ້າໄດ້ສົ່ງຮູບໄປໃຫ້ນັກຊ່ຽວຊານດ້ານການບິນຂອງຝຣັ່ງ ທ່ານ Xavier
Tytelman ທີ່ກ່າວຕໍ່ວີໂອເອວ່າ ທ່ານໝັ້ນໃຈວ່າຊິ້ນສ່ວນດັ່ງກ່າວນີ້ ເປັນຂອງເຮືອບິນໂບ
ອິ້ງ 777 ແທ້.

ສະລະວັດທະຫານແລະຕຳຫຼວດຝຣັ່ງ ພາກັນຫາມຊິ້ນສ່ວນ ຂອງເຮືຶອບິນ ທີ່ພົບເຫັນ ຢູ່ຫາດຊາຍ Saint-Andre ຂອງເກາະ La Reunion ຝຣັ່ງ (19 ກໍລະກົດ 2015)
ສະລະວັດທະຫານແລະຕຳຫຼວດຝຣັ່ງ ພາກັນຫາມຊິ້ນສ່ວນ ຂອງເຮືຶອບິນ ທີ່ພົບເຫັນ ຢູ່ຫາດຊາຍ Saint-Andre ຂອງເກາະ La Reunion ຝຣັ່ງ (19 ກໍລະກົດ 2015)

ທ່ານກ່າວຕໍ່ວີໂອເອຜ່ານທາງໂທລະສັບວ່າ “ພວກເຮົາພົບເຫັນວ່າມັນແມ່ນບ່ອນດຽວຂອງ ເຮືອບິນ ຄືບ່ອນຄວບຄຸມ flaperon ຂອງເຮືອບິນໂບອິ້ງ 777. ມັນບໍ່ແມ່ນແຕ່ພຽງຮູບຮ່າງ ທີ່ຄືກັນເທົ່ານັ້ນ ແຕ່ຮູຕ່າງໆທີ່ເຊື່ອມຕໍ່ກັນນຳດ້ວຍ.”

ຮອງນາຍົກລັດຖະມົນຕີອອສເຕຣເລຍ ທ່ານ Warren Truss ຊຶ່ງເປັນຫົວໜ້ານຳພາໃນ ການຊອກຄົ້ນຫາເຮືອບິນດັ່ງກ່າວ ຢູ່ນອກແຄມຝັ່ງທາງກ້ຳຕາເວັນຕົກຂອງອອສເຕຣເລຍ
ເອີ້ນການຄົ້ນພົບໃນຄັ້ງນີ້ວ່າ ອາດເປັນຄວາມຄືບໜ້າທີ່ສຳ ຄັນ.

ທ່ານເວົ້າວ່າ “ມັນອາດຈະບໍ່ຊ່ອຍຫຍັງຫລາຍປານໃດໃນການຊີ້ບອກຢ່າງຄັກແນກ່ຽວກັບ ບ່ອນທີ່ເຮືອບິນຕົກແທ້ໆ.”

ທ່ານ Truss ເວົ້າວ່າ “ແຕ່ຖ້າຫາກຊິ້ນສ່ວນນີ້ ພົວພັນກັບຖ້ຽວບິນ MH370 ແລ້ວ ມັນຈະ ແນ່ນອນໃຫ້ການຢືນຢັນວ່າ ເຮືອບິນໄດ້ຕົກລົງໃສ່ນ້ຳ ໃນມະຫາສະມຸດອິນເດຍ.”

ມັນບໍ່ແມ່ນເລື້ອງທີ່ເຫລືອເຊື່ອເລີຍ ທີ່ຊາກຫັກພັງຂອງຖ້ຽວບິນ MH370 ສາມາດໄຫລໄປ ເຖິງໝູ່ເກາະ Reunion ຈາກບ່ອນທີ່ພວກເຈົ້າໜ້າທີ່ເຊື່ອວ່າ ເປັນບ່ອນທີ່ເຮືອບິນຕົກ ອີງ
ຕາມທ່ານ Eric van Sebille ນັກມະຫາສະມຸດສາດ ຢູ່ທີ່ສະຖາບັນ Imperial College London.

XS
SM
MD
LG