ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດານັກສືບສວນ ກ່າວວ່າ ຜູ້ຕ້ອງສົງໄສ ຊື້ອຸປະກອນ ລະເບີດ ຜ່ານທາງ eBay


ຊາວນະຄອນ New York ຍ່າງຜ່ານກະຈົກໜ້າຮ້ານແຕກ ຢູ່ຖະໜົນທີ 23 ຕາເວັນຕົກ ໃນເມືອງ Manhattan.
ຊາວນະຄອນ New York ຍ່າງຜ່ານກະຈົກໜ້າຮ້ານແຕກ ຢູ່ຖະໜົນທີ 23 ຕາເວັນຕົກ ໃນເມືອງ Manhattan.

ບັນດານັກສືບສວນ ຂອງລັດຖະບານກາງສະຫະລັດ ກ່າວວ່າ ຜູ້ຕ້ອງສົງໄສວາງລະເບີດ ຫຼາຍລູກ ໃນວັນເສົາຜ່ານມາ ຢູ່ລັດ New York ແລະ New Jersey ນັ້ນ ໄດ້ຊື້ອຸປະກອນ ຕ່າງໆ ຜ່ານ​ທາງ eBay ແລະໄດ້ຊື້ໂທລະສັບມືຖືຫຼາຍໜ່ວຍ ເພື່ອໃຊ້ເປັນ​ຄະ​ນວນ ໃຫ້ ລະເບີດ ​ແຕກ ຈາກຮ້ານຄ້າທີ່ຫ່າງໄກຈາກທີ່ຢູ່ຂອງຜູ້ກ່ຽວໃນຄັ້ງໜຶ່ງພຽງ 500 ແມັດ.

ລາຍລະອຽດຕ່າງໆ ທີ່ມີຢູ່ໃນສຳ​ນວນຟ້ອງ ​ເຊິ່ງໄດ້ຖືກເປີດເຜີຍຕໍ່ສາທາລະນະ ໃນວັນ ອັງຄານວານນີ້ ໂດຍມີຂໍ້ຄວາມ ການກ່າວຟ້ອງທາງອາຍາ ຫຼາຍກະໂທງ ຕໍ່ທ້າວ Ahmad Khan Ramani ອາຍຸ 28 ປີ. ຂໍ້ກ່າວຫາສ່ວນໃຫຍ່ ມີໂທດສູງສຸດ ຈຳຄຸກຕະຫຼອດຊີວິດ.

ບັນດາເຈົ້າໜ້າທີ່ ໄດ້ຈັບກຸມ ທ້າວ Ramani ໃນວັນຈັນຜ່ານມາ ຫຼັງຈາກ ມີການຍິງຕໍ່ສູ້ ກັບເຈົ້າໜ້າທີ່ ທີ່ໄດ້ເຮັດໃຫ້ຜູ້ກ່ຽວ ແລະຕຳຫຼວດສອງຄົນ ໄດ້ຮັບບາດເຈັບ.

ທ້າວ Ahmad Khan Rahami ຖືກເຈົ້າໜ້າທີ່ ຄວບຄຸມຕົວ ຫຼັງຈາກທີ່ ຍິງຕໍ່ສູ້ ກັບຕຳຫຼວດ ໃນວັນຈັນ ທີ 19 ກັນຍາ 2016.
ທ້າວ Ahmad Khan Rahami ຖືກເຈົ້າໜ້າທີ່ ຄວບຄຸມຕົວ ຫຼັງຈາກທີ່ ຍິງຕໍ່ສູ້ ກັບຕຳຫຼວດ ໃນວັນຈັນ ທີ 19 ກັນຍາ 2016.

ອິງຕາມສຳນວນຂອງສານ​ແລ້ວ ບັນດານັກສືບສວນ ເຊື່ອວ່າ ທ້າວ Ramani ໄດ້ນຳໃຊ້ ບັນຊີ eBay ໂດຍໃສ່ຊື່ໃນບັນຊີ ວ່າ “ahmad rahimi” ເພື່ອຊື້ກົດ citric, ແຜ່ນວົງ ຈອນອັນໜຶ່ງ, ຄະ​ນວນໄຟຟ້າ ແລະ ລູກໝາກບີ່ເຫຼັກຫຼາຍຮ້ອຍໜ່ວຍ ໃນລະຫວ່າງ ວັນທີ 20 ມິຖຸນາ ແລະ ວັນທີ 10 ສິງຫາ. ສິ່ງຂອງຕ່າງໆເຫຼົ່ານັ້ນ ໄດ້ຖືກສົ່ງໄປຍັງບໍລິສັດ ຢູ່ໃນ ເມືອງ Perth Amboy ລັດ New Jersey ບ່ອນທີ່ທ້າວ Ramani ໄດ້ເຮັດວຽກຢູ່ ຈົນຮອດວັນທີ 12 ກັນຍາ.

ລູກໝາກບີ່ໄດ້ຖືກພົບເຫັນ ຢູ່ໃນໝໍ້ຫຸງຕົ້ມສອງໜ່ວຍທີ່ໃຊ້ເປັນລະເບີດ ທີ່ໄດ້ຖືກວາງໄວ້ ຫ່າງຈາກກັນ ສີ່ແຖວຕຶກ ໃນຄຸ້ມ Chelsea ຂອງ New York ເມື່ອຕອນແລງວັນເສົາ. ໜຶ່ງໃນນັ້ນ ໄດ້ລະເບີດຂຶ້ນ ເຮັດໃຫ້ 29 ຄົນບາດເຈັບ ໃນຂະນະດຽວກັນ ລະເບີດອີກ ລູກໜຶ່ງ ໄດ້ຖືກເກັບກູ້ມາໄດ້ ຢ່າງຄົບຖ້ວນ. ບັນດານັກສືບສວນ ໄດ້ກ່າວວ່າ ລະເບີດລູກ ທີສອງ ໄດ້ມີຄະ​ນວນໄຟຟ້າ “ຫຼາຍອັນ” ຢູ່ທາງໃນ.

ວັດຖຸອັນທີສອງ ໄດ້ຖືກກວດສອບຫາຮອຍນິ້ວມື ແລະ ສຳນວນຟ້ອງ ໄດ້ກ່າວວ່າ ຮອຍນິ້ວມື ທັງໝົດ 12 ອັນ ທີ່ໄດ້ພົບເຫັນນັ້ນ ກົງກັນກັບ ທ້າວ Ramani. ສຳນວນ ກ່າວອີກວ່າ ຮອຍນິ້ວມືຂອງລາວ ຍັງໄດ້ຖືກພົບເຫັນ ຢູ່ສິ່ງຂອງຕ່າງໆ ຢູ່ໃນຖົງເປ້ ທີ່ໄດ້ເກັບກຳມາໄດ້ ເມື່ອຕອນແລງວັນອາທິດຜ່ານມາ ຢູ່ສະຖານີລົດໄຟ ໃນເມືອງ Elizabeth ລັດ New Jersey ບໍ່ໄກຈາກລັດ New York. ຖົງເປ້ດັ່ງກ່າວ ໄດ້ບັນຈຸ ວັດຖຸລະເບີດຫຼາຍອັນ ທີ່ລວມທັງ ອັນທີ່ໄດ້ແຕກຂຶ້ນ ໃນຂະນະທີ່ຕຳຫຼວດ ໄດ້ພະຍາ ຍາມປົດຄະ​ນວນລະເບີດ ດ້ວຍຫຸ່ນຍົນ ຢູ່ນັ້ນ.

ບັນດາເຈົ້າໜ້າທີ່ຍັງໄດ້ ເຊື່ອມໂຍງທ້າວ Ramani ໃສ່ກັບລະເບີດ ທີ່ ໄດ້ແຕກຂຶ້ນ ເມື່ອຕອນເຊົ້າວັນເສົາຜ່ານມາ ຢູ່ໃນຖັງຂີ້ເຫຍື້ອ ໃນເຂດເມືອງ Seaside Park ລັດ New Jersey.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

NYC Explosion
please wait
Embed

No media source currently available

0:00 0:01:33 0:00

XS
SM
MD
LG