ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກ​ສືບ​ສວນ​ສອບ​ສວນ ຕັ້ງ​ຂໍ້​ກ່າວ​ຫາ ຕໍ່​ຜູ້​ຕ້ອງ​ສົງ​ໄສ 4 ຄົນ ທີ່​ຍິງ​ເຮືອ​ບິນ ມາ​ເລ​ເຊຍ​ ຕົກ​ໃນ​ປີ 2014


ນັກ​ສືບ​ສວນ​ສອບ​ສວນ ສາ​ກົນ ລາຍ​ງານກ​ານ​ຄົ້ນ​ພົບ​ຄັ້ງຫຼ້າ​ສຸດ​ຂອງ​ເຂົາ​ເຈົ້າ ໃນ​ການ​ຍິງ​ເຮືອ​ບິນ ມາ​ເລ​ເຊຍ ຖ້ຽວ​ບິນ MH17 ຕົກ. ເມືອງ ນິວ​ເວີ​ແຄງ, ປະ​ເທດ ເນ​ເທີ​ແລນ. 19 ມິ​ຖຸ​ນາ, 2019.
ນັກ​ສືບ​ສວນ​ສອບ​ສວນ ສາ​ກົນ ລາຍ​ງານກ​ານ​ຄົ້ນ​ພົບ​ຄັ້ງຫຼ້າ​ສຸດ​ຂອງ​ເຂົາ​ເຈົ້າ ໃນ​ການ​ຍິງ​ເຮືອ​ບິນ ມາ​ເລ​ເຊຍ ຖ້ຽວ​ບິນ MH17 ຕົກ. ເມືອງ ນິວ​ເວີ​ແຄງ, ປະ​ເທດ ເນ​ເທີ​ແລນ. 19 ມິ​ຖຸ​ນາ, 2019.

ລັດ​ຖ​ະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພ​ຽວ ເວົ້າ​ວ່າ​ທ່ານ​ມີ​ຄວາມ​
ຍິນດີ ກ່ຽວກັບ ການຟ້ອງຮ້ອງ ໃນວັນພຸດວານນີ້ ຕໍ່ຜູ້ສົງໄສ 4 ຄົນທີ່ຍິງເຮືອບິນ ມາເລ
ເຊຍ ຕົກໃນປີ 2014 ແລະ ຄາດວ່າ ຣັດເຊຍ ຈະໃຫ້ການຮ່ວມມືກັບການສອບສວນ
ດັ່ງກ່າວ.

ບັນ​ດາ​ນັກ​ສືບ​ສວນ​ສອບ​ສວນ ສາ​ກົນທີ່​ນຳ​ພາໂດຍ ຊາວ ໂຮນ​ລັງ ໄດ້​ລະ​ບຸ​ຕົວ​ຜູ້​ຕ້ອງ​
ສົງໄສວ່າເປັນຊາວ ຣັດເຊຍ 3 ຄົນ ທ້າວ ອີກໍ ເກີຄິນ, ທ້າວ ເຊີເກ ດູບິນສກີ ແລະ ທ້າວ
ໂອເລັກ ປູລາຕອຟ, ກັບຊາວ ຢູເຄຣນ ຄົນນຶ່ງ, ທ້າວ ລີໂອນິດ ຄາເຈັນໂກ. ບັນດາໄອ
ຍະການໄດ້ຕັ້ງຂໍ້ກ່າວຫາຄາດຕະກຳ ຕໍ່ທັງໝົດສີ່ຄົນນັ້ນ.

ຫົວ​ໜ້າ​ໄອ​ຍະ​ການ ໂຮນ​ລັງ ທ່ານ ເຟ​ຣັດ ເວັສ​ເຕີ​ເບ​ເກີ ໄດ້​ກ່າວ​ໃນ​ນະ​ຄອນ ເຮັກ ວ່າ
“ເຖິງແມ່ນວ່າເຂົາເຈົ້າຈະບໍ່ໄດ້ເປັນຜູ້ກົດປຸ່ມຍິງດ້ວຍຕົນເອງກໍຕາມ, ແຕ່ມັນມີຂໍ້ສົງໄສ
ວ່າ ເຂົາເຈົ້າໄດ້ຮ່ວມມືຢ່າງໃກ້ຊິດ” ໃນການຄວບຄຸມເຄື່ອງຍິງລູກສອນໄຟ ທີ່ໄດ້ຍິງ
ເຮືອບິນທີ່ກ່າວມາຕົກ.

ບັນ​ດາ​ນັກ​ສືບ​ສວນ​ສອບ​ສວນ​ໄດ້​ໃຊ້​ການ​ຕໍ່​ສາຍ​ດັກ​ຟັງ​ໂທ​ລະ​ສັບ, ຮູບ​ພາບ​ຈາກ​ເຣ​ດາ,
ແລະ ສື່ສັງຄົມເພື່ອເພັ່ງເລັງໃສ່ຜູ້ຕ້ອງສົງໄສ.

ທ່ານ ເວັ​ສ​ເຕີ​ເບ​ເກີ ໄດ້​ກ່າວ​ວ່າ ການ​ສອບ​ສວນ​ຕ້ອງ​ດຳ​ເນີນ​ໄປ “ໃຫ້​ໄກ​ເທົ່າ​ທີ່​ເຮົາ​ສາ​
ມາດເຮັດໄດ້… ມັນສຳຄັນທີ່ຈະຮູ້ວ່າ ແມ່ນໃຜຄວນຖືກນຳຕົວມາຮັບຜິດຊອບ ສຳລັບ
ຄວາມຫາຍານະທີ່ໂຫດຮ້າຍນີ້.”

ທ່ານ ພອມ​ພຽວ ກ່າວ​ວ່າ ສະ​ຫະ​ລັດ ໄດ້​ຮຽກ​ຮ້ອງ​ໃຫ້ ຣັດ​ເຊຍ ຮັບ​ປະ​ກັນ​ວ່າ ຜູ້​ຕ້ອງ​
ສົງໄສ ເຊິ່ງຕອນນີ້ຢູ່ໃນ ຣັດເຊຍ ຈະປະເຊີນກັບການລົງໂທດ.

ທ່ານ​ ພອ​ມ​ພຽວ​ ເວົ້າ​ວ່າ “ນີ້​ແມ່ນ​ການ​ຄົ້ນ​ພົບ​ທີ່​ສຳ​ຄັນ ໃນ​ການ​ຊອກ​ຫາ​ຄວາມ​ຈິງ ແລະ
ພວກເຮົາຍັງໝັ້ນໃຈ ໃນຄວາມເປັນມືອາຊີບ ແລະ ຄວາມສາມາດຂອງລະບົບຍຸຕິທຳ
ໂຮນລັງ ເພື່ອລົງໂທດຜູ້ທີ່ມີຄວາມຮັບຜິດຊອບຢ່າງເໝາະສົມ, ທີ່ກົງໄປກົງມາ ແລະ ສະ
ເໝີພາບຍຸຕິທຳ.”

ບັນ​ດາ​ໄອ​ຍະ​ການ ໂຮນ​ລັງ ເວົ້າ​ວ່າ​ການ​ດຳ​ເນີນ​ຄະ​ດີຈະ​ໄຂ​ຂຶ້ນ​ໃນ​ເດືອນ​ມີ​ນາ ທີ່​ນະ​
ຄອນ ເຮັກ. ແຕ່ຜູ້ຕ້ອງສົງໄສທັງສີ່ຄົນ ແມ່ນເບິ່ງຄືວ່າ ຈະບໍ່ໄດ້ເຫັນພາຍໃນຫ້ອງສານ
ຂອງປະເທດຕາເວັນຕົກນັ້ນ. ທັງ ຣັດເຊຍ ແລະ ຢູເຄຣນ ໄດ້ປົກປ້ອງຄົນຂອງເຂົາເຈົ້າ
ຈາກການສົ່ງຜູ້ຮ້າຍຂ້າມແດນ. ຣັດເຊຍ ຍັງໄດ້ປະຕິເສດການມີສ່ວນຮ່ວມໃນການຍິງ
ເຮືອບິນລຳດັ່ງກ່າວຕົກ ແລະ ໄດ້ກ່າວຫາບັນດານັກສືບສວນສອບສວນ ກ່ຽວກັບ
ການໃຊ້ “ແຫຼ່ງຂໍ້ມູນທີ່ບໍ່ແນ່ນອນ.”

ສາຍ​ການ​ບິນ ມາ​ເລ​ເຊຍ ຖ້ຽວ​ບິນ 17 ຈາກ​ນະ​ຄອນຫຼວງ ອຳ​ສະ​ເຕີ​ດຳ ຫາ​ນະ​ຄອນ
ຫຼວງ ກົວລາ ລຳເປີ ໄດ້ລະເບີດຢູ່ເທິງທ້ອງຟ້າເໜືອພາກຕາເວັນອອກຂອງປະເທດ
ຢູເຄຣນ ໃນວັນທີ 17 ກໍລະກົດ 2014, ໂດຍໄດ້ສັງຫານຜູ້ໂດຍສານທັງໝົດ 298
ຄົນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG