ບັນດານັກສືບສວນອັງກິດ ໄດ້ເຂົ້າໄປຫ້ອງການບໍລິສັດຄົ້ນຄວ້າຂໍ້ມູນແຄມບຣິສ ອານາ
ລີຕິກາ ໃນນະຄອນຫຼວງລອນດອນ ທີ່ເປັນຈຸດສູນກາງຂອງການຂັດແຍ້ງ ກ່ຽວກັບການ
ກ່າວຫາໃນການນຳໃຊ້ຂໍ້ມູນສ່ວນໂຕຂອງຫຼາຍລ້ານຄົນຈາກລະບົບ ສື່ສັງຄົມເຟສບຸກ.
ນັກສືບສວນປະມານ 20 ຄົນໄດ້ໄປເຖິງບໍລິສັດ ທີ່ມີຫ້ອງການຕັ້ງຢູ່ໃນກາງນະຄອນ
ຫຼວງລອນດອນ ໃນຕອນແລງວັນສຸກວານນີ້ ບໍ່ດົນຫຼັງຈາກຜູ້ພິພາກສາໄດ້ ອອກໝາຍ
ຄົ້ນ ທີ່ທາງຫ້ອງການກຳມາທິການຂໍ້ມູນອັງກິດ ໃດ້ຮ້ອງຂໍໄປນັ້ນ.
ທ່ານນາງເອລີຊາເບັດ ເດັນແຮມ ກຳມາທິການຂໍ້ມູນທີ່ກຳລັງສືບສວນກ່າວອ້າງວ່າ
ບໍລິສັດຄົ້ນຄວ້າດັ່ງກ່າວໄດ້ຂໍ້ມູນສ່ວນໂຕຈາກເຟສບຸກມາຢ່າງຜິດກົດໝາຍ.
ບໍລິສັດຄົ້ນຄວ້າໄດ້ຖືກຫ່າວຫາວ່າ ໄດ້ໃຊ້ຂໍ້ມູນ ຂອງຜູ້ໃຊ້ເຟສບຸກປະມານ 50 ລ້ານ
ຄົນ ຢ່າງຜິດກົດໝາຍ ເພື່ອສ້າງລາຍລະອຽດສ່ວນໂຕ ໃຫ້ແກ່ການໂຄສະ ນາຫາສຽງ
ທາງການເມືອງຂອງສະຫະລັດ ຮວມທັງການໂຄສະນາຫາສຽງຂອງປະທານາທິບໍດີ
ດໍໂນລ ທຣໍາ.
ແຕ່ທາງບໍລິສັດໄດ້ປະຕິເສດກ່ຽວກັບການກະທຳຜິດໃດໆ. ໃນຂະນະທີ່ຫົວໜ້າບໍລິຫານ
ທ່ານອາເລັກຊານເດີ ນິກສ໌ ໄດ້ຖືກປົດ ຈາກໜ້າທີ່ ຫົວໜ້າບໍລິຫານຊົ່ວ ຄາວ ທ່ານອາ
ເລັກຊານເດີ ເທເລີ ກ່າວຢູ່ໃນຖະແຫຼງການ ໃນວັນສຸກວານນີ້ວ່າ “ພວກເຮົາບໍ່ມີທາງທີ່
ຈະເບິ່ງຄືວ່າ ເປັນບໍລິສັດຊັກຊວນທາງດ້ານການເມືອງແລະບໍ່ມີຈັນຍາບັນ ທີ່ຄົນຈຳ
ນວນນຶ່ງພະຍາຍາມວາດພາບໃຫ້ພວກເຮົາເປັນ.”
ໃນຂະນະດຽວກັນ ອະດີດຜູ້ອຳນວຍການພັດທະນາທຸລະກິດ ຂອງບໍລິສັດແຄມບິຣສ
ອານາລີຕິກາ ໄດ້ກ່າວຕໍ່ໜັງສືພິມກາດຽນ ໃນວັນສຸກວານນີ້ວ່າ ບໍລິສັດບໍ່ໄດ້ເວົ້າຄວາມ
ຈິງ ໃຫ້ປະຊາຊົນອັງກິດຟັງ ກ່ຽວກັບວຽກທີ່ເຂົາເຈົ້າເຮັດ ເພື່ອສະ ໜັບສະໜູນກຸ່ມການ
ເມືອງນິຍົມເບຣັກຊິດ ການໜ້າການລົງປະຊາມະຕິຂອງປະເທດ ໃນການຖອນໂຕອອກ
ຈາກສະຫະພັນຢູໂຣບນັ້ນ.
ທ່ານນາງບຣິຕຕານີ ຄາຍເຊີ ໄດ້ກ່າວຕໍ່ໜັງສືພິມ ຢູ່ໃນການສຳພາດວ່າ ບໍລິສັດ ແຄມ
ບຣິສ ອານາລີຕິກາໄດ້ເຮັດວຽກການວິເຄາະໃຫ້ແກ່ກຸ່ມປຸກລະດົມທີ່ຈະຖອນ ອັງກິດ
ອອກຈາກ