ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ນາຍທະຫານ ຂອງຣັດເຊຍ ຖືກລະບຸຊື່ ໃນ ການວາງສານພິດ ທຳລາຍລະບົບປະສາດ ຢູ່ ອັງກິດ


ພາບນີ້ ຖ່າຍອອກມາຈາກ ວີດີໂອ ແລະໄດ້ຖືກເປີດເຜີຍ ໂດຍ ອົງການຂ່າວສາກົນ ຊ່ອງ RT ຂອງຣັດເຊຍ, ວັນທີ 13 ກັນຍາ 2018, ສະແດງ ໃຫ້ເຫັນ ທ. ຣັສແລັນ ໂບຊີຣອຟ ໃນລະຫວ່າງ ການໃຫ້ສຳພາດ ຢູ່ສະຖານທີ່ປິດລັບ.
ພາບນີ້ ຖ່າຍອອກມາຈາກ ວີດີໂອ ແລະໄດ້ຖືກເປີດເຜີຍ ໂດຍ ອົງການຂ່າວສາກົນ ຊ່ອງ RT ຂອງຣັດເຊຍ, ວັນທີ 13 ກັນຍາ 2018, ສະແດງ ໃຫ້ເຫັນ ທ. ຣັສແລັນ ໂບຊີຣອຟ ໃນລະຫວ່າງ ການໃຫ້ສຳພາດ ຢູ່ສະຖານທີ່ປິດລັບ.

ກຸ່ມນັກຂ່າວສືບສວນຂອງອັງກິດ ກຸ່ມນຶ່ງ ໄດ້ລະບຸໂຕ ສະມາຊິກຜູ້ທີ່ມີຊື່ສຽງ ຂອງ
ອົງການສືບລັບ ກອງທັບຣັດເຊຍ ຫຼື GRU ວ່າ ເປັນຊາຍຄົນນຶ່ງ ໃນ​ຈຳນວນສອງ​ຄົນ
ທີ່ໄດ້ຖືກກ່າວຫາວ່າ ພະຍາຍາມທີ່ຈະລອບສັງຫານ ອະດີດສາຍລັບຂອງຣັດເຊຍ ແລະ
ລູກສາວຂອງຜູ້ກ່ຽວ ຢູ່ໃນປະເທດອັງກິດ ເມື່ອຕົ້ນປີນີ້.

ບັນດາໄອຍະການຂອງອັງກິດ ໄດ້ກ່າວຟ້ອງຊາວຣັດເຊຍ ສອງຄົນ ຄື ທ້າວ ອາເລັກ-
ແຊນເດີ ເປຕຣອຟ ແລະ ທ້າວ ຣັສແລັນ ໂບຊີຣອຟ ໃນຖານພະຍາ ຍາມສັງຫານທ່ານ
ເຊີເກ ສກຣິປາລ ແລະ ລູກສາວຂອງລາວ ນາງ ຢູເລຍ ດ້ວຍສານພິດ​ທຳ​ລາຍລະບົບ
ປະສາດ ໂນວີໂຊກ ຂອງສະຫະພາບໂຊຫວຽດ ໃນເມືອງ ໂຊລສເບີຣີ ຂອງອັງກິດ ໃນ
ວັນທີ 4 ມີນາ.

ໃນວັນພຸດວານນີ້ ເວັບໄຊສືບສວນ ຊື່ວ່າ Belingcat ໄດ້ລາຍງານວ່າ ທ້າວ ໂບຊີຣອຟ
ແທ້ຈິງແລ້ວ ເປັນ ພັນເອກ ອານາໂຕລີ ເສີປີກາ ຜູ້ທີ່ໄດ້ຮັບຫຼຽນ ໄຊສູງສຸດຂອງຣັດເຊຍ
ໂດຍຖືວ່າ ເປັນວິລະບຸລຸດຂອງສະຫະພັນຣັດເຊຍ ໃນ ປີ 2014.

ໜັງສືພິມ The New York Times ໄດ້ລາຍງານວ່າ ອົງ​ການຂ່າວຂອງຣັດ ເຊຍ ຊື່ວ່າ
Insider ໄດ້ຢັ້ງຢືນ ການຄົ້ນພົບຂອງເວັບໄຊ້ Belingcat.

ບັນດາເຈົ້າໜ້າທີ່ຂອງອັງກິດ ກ່າວວ່າ ພວກຜູ້ຕ້ອງສົງໄສ ໄດ້ເດີນທາງໄປຮອດສະໜາມ
ບິນ ແກັດວິກ (Gatwick) ຂອງນະຄອນລອນດອນສອງມື້ ກ່ອນການວາງສານພິດ ຈະ
ເກີດຂຶ້ນ.

ການເດີນທາງຂອງພວກເຂົາເຈົ້າ ຈາກໂຮງແຮມໃນລອນດອນ ໄປຍັງຈຸດເກີດ​ເຫດ ໃນ​
ການ​ກໍອາຊະກຳ ທີ່ເມືອງໂຊລສເບີຣີ ນັ້ນ ແມ່ນໄດ້ຖືກຕິດຕາມເບິ່ງ ໂດຍພວກກ້ອງວົງ
ຈອນປິດ. ຊາຍທັງສອງ ຕໍ່ຈາກນັ້ນ ໄດ້ບິນອອກຈາກສະ ໜາມບິນ ຮີ​ທ​ໂຣ (Heathrow)
ກັບຄືນໄປຍັງຣັດເຊຍ ໃນຄໍ່າຄືນມື້ດຽວກັນ.

ທ້າວ ໂບຊີຣອຟ ແລະ ທ້າວ ເປຕຣອຟ ໄດ້ຖືກກ່າວຟ້ອງ ໂດຍບໍ່ປາກົດໂຕ ໃນການດຳ
ເນີນການໂຈມຕີ. ໃນການໃຫ້ສຳພາດ ຕໍ່ຊ່ອງ RT ທີ່ວັງເຄຣມລິນ ເປັນຜູ້ໃຫ້ທຶນສະໜັບ
ສະໜູນ ພວກເຂົາເຈົ້າ ໄດ້ປະຕິເສດວ່າ ພວກເຂົາບໍ່ແມ່ນ ສາຍລັບຂອງອົງການ GRU
ແລະ ໄດ້ອ້າງແທນວ່າ ເຮັດທຸລະກິດ ໃນດ້ານບໍ ລິສັດສານອາຫານເສີມ. ພວກຜູ້ຕ້ອງ
ສົງໄສ ໄດ້ກ່າວວ່າ ພວກເຂົາໄດ້ໄປຢ້ຽມ ຢາມ ໂຊລສເບີຣີ ເພື່ອເບິ່ງພະວິຫານທີ່ມີຊື່ສຽງ
ແລະ ບໍ່ໄດ້ຮູ້ຈັກ ທ່ານສກຣິບ ປາລ ຫຼື ບ່ອນທີ່ຜູ້ກ່ຽວອາໄສຢູ່.

ແຕ່​ອັງ​ກິດ ແມ່ນ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ກ່າວ​ອ້າງ​ດັ່ງ​ກ່າວ ໃນ​ທັນ​ທີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG