ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສືບສວນສອບສວນ: ທ້າວ ອີລີຢາ ແກມບາຊີດສ໌ ແມ່ໃຜ, ຊາຍຜູ້ນີ້ຖືກລັດຖະບານ ສະຫະລັດ ກ່າວຫາ ດຳເນີນການເຜີຍແຜ່ຂໍ້ມູນຂ່າວສານທີ່ບິດເບືອນບໍ?


ທ້າວ ອີລີຢາ ແກມບາຊີດສ໌ ທີ່ປຶກສາດ້ານການເມືອງຂອງຣັດເຊຍ. (Created by Evgeny Barano, VOA Russian Service)
ທ້າວ ອີລີຢາ ແກມບາຊີດສ໌ ທີ່ປຶກສາດ້ານການເມືອງຂອງຣັດເຊຍ. (Created by Evgeny Barano, VOA Russian Service)

ອີງຕາມລັດຖະບານສະຫະລັດ, ທ້າວ ອີລາຍຢາ ແກມບາຊີດສ໌ (Ilya Gambashidze) ທີ່ປຶກສາດ້ານການເມືອງຂອງຣັດເຊຍ ແມ່ນມີຄວາມຮັບຜິດຊອບຕໍ່ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານທີ່ບິດເບືອນຢ່າງໃຫຍ່ຫຼວງ ໂດຍມີເປົ້າໝາຍເພື່ອການທຳລາຍຄວາມເຊື່ອຖືໃນຂະບວນການປະຊາທິປະໄຕ ແລະສະຖາບັນຕ່າງໆຂອງສະຫະລັດ ແລະແຫ່ງອື່ນໆ.

ໂດຍການດໍາເນີນງານຮ່ວມກັບບັນດາເຈົ້າໜ້າທີ່ຂອງວັງເຄຣັມລິນ, ໜ່ວຍງານດ້ານການຕະຫຼາດທາງລະບົບດິຈິຕອລຂອງລາວ ໄດ້ສ້າງເວັບໄຊທ໌ຂ່າວປອມຂຶ້ນມາຫຼາຍເວັບໄຊທ໌, ບາງຄັ້ງກໍກ່າຍເອົາຂ່າວແທ້ຈາກອົງການຂ່າວຕ່າງໆ ເພື່ອເຮັດໃຫ້ບັນດາຜູ້ອ່ານເຂົ້າໃຈຜິດ, ອີງຕາມຂໍ້ກ່າວຫາຕ່າງໆຈາກລັດຖະບານສະຫະລັດ. ສ່ວນຫຼາຍແລ້ວ ເປົ້າໝາຍດັ່ງກ່າວເບິ່ງຄືວ່າ ເພື່ອເປັນການຫລຸດຜ່ອນການສະໜັບສະໜູນ ຢູເຄຣນ ຂອງບັນດາປະເທດຕາເວັນຕົກ.

ໃນເດືອນມີນາ ປີ 2024, ກະຊວງການເງິນຂອງສະຫະລັດ, ພາຍຫຼັງຈາກການນຳພາຂອງສະຫະພາຢູໂຣບທີ່ໄດ້ວາງມາດຕະການລົງໂທດຕໍ່ ທ້າວ ແກມບາຊີດສ໌, ຄູ່ຮ່ວມທຸລະກິດຂອງລາວ, ແລະບັນດາບໍລິສັດຂອງພວກເຂົາເຈົ້າ.

ການເອົາໃຈໃສ່ເພີ້ມຂຶ້ນຕໍ່ນັກຍຸດທະສາດທາງດ້ານການເມືອງທີ່ບໍ່ຄ່ອຍມີຊື່ສຽງ, ຜູ້ທີ່ເຄີຍເຮັດວຽກໃຫ້ບັນດາສະມາຊິກສະພາຂອງຣັດເຊຍ ແລະ ບັນດານັກການເມືອງຢູ່ໃນພາກພື້ນກ່ອນໜ້ານັ້ນ . ແນວໃດກໍຕາມ, ໂດຍສ່ວນໃຫຍ່ແລ້ວ ປະຫວັດຂອງລາວແມ່ນຍັງບໍ່ເປັນທີ່ຮູ້ຈັກຫຼາຍ.

ປັດຈຸບັນນີ້, ໃນການສືບສວນສອບສວນໃໝ່ ແມ່ນຂຶ້ນຢູ່ກັບການສືບຄົ້ນຈາກຖານຂໍ້ມູນຂອງທາງການຣັດເຊຍ, ເອກະສານບັນທຶກດ້ານທຸລະກິດຢູ່ໃນ ຣັດເຊຍ ແລະ ຢູໂຣບ, ພ້ອມທັງການໂພສລົງໃນສື່ສັງຄົມຕ່າງໆ, ວີໂອເອ ສາມາດເຜີຍແຜ່ເສັ້ນທາງທີ່ມາກ່ຽວກັບ ທ້າວ ແກມບາຊີດສ໌ ໄດ້ຫຼາຍຂຶ້ນ ຈາກການເປັນທີ່ປຶກສາ ຈົນເຖິງຂໍ້ກ່າວຫາວ່າເປັນຜູ້ບົງການໃນການເຜີຍແຜ່ຂໍ້ມູນຂ່າວສານທີ່ບິດເບືອນ ແລະສາຍພົວພັນຂອງລາວກັບ ສະຫະລັດ.

ຈາກປີ 2013 ຫາ 2020, ບໍລິສັດຕ່າງໆທີ່ທ້າວ ແກມບາຊີດສ໌ ເປັນເຈົ້າຂອງທັງໝົດ ຫຼື ສ່ວນໃດສ່ວນນຶ່ງ, ຫຼື ບັນດາສະມາຊິກຄອບຄົວທີ່ໃກ້ຊິດຂອງລາວ ໄດ້ຮັບສັນຍາຕົກລົງກັບລັດຖະບານຣັດເຊຍໃນມູນຄ່າປະມານ 2 ລ້ານ 7 ແສນໂດລາ. ແລະບໍລິສັດຕ່າງໆເຫຼົ່ານີ້ ບໍ່ແມ່ນພຽງແຕ່ບໍລິສັດທີ່ນັກຍຸດທະສາດດ້ານເມືອງຜູ້ນີ້ເປັນເຈົ້າຂອງເທົ່ານັ້ນ.

According to the U.S. government, Russian political consultant Ilya Gambashidze is responsible for a large-scale disinformation campaign aimed at undermining trust in democratic processes and institutions in the United States and beyond.

Working with Kremlin officials, his digital marketing agency creates fake news sites — sometimes clones of real news outlets to mislead people, the government alleges. Often, the goal appears to be reducing Western support for Ukraine.

In March 2024, the U.S. Treasury Department, following the European Union’s lead, imposed sanctions on Gambashidze, his business partner, and their companies.

This increased attention to the little-known political strategist, who had previously worked for Russian lawmakers and regional politicians. For the most part, though, his biography remained largely unknown.

Now, in a new investigation based upon scouring Russian state databases, business records in Russia and Europe, and social media posts, Voice of America can reveal more about Gambashidze’s path from consultant to alleged disinformation mastermind and his ties to the United States.

From 2013 to 2020, companies owned wholly or partially by Gambashidze, or a close family member received Russian government contracts worth about $2.7 million. And these were not the only companies owned by the political strategist.

This 2020 screenshot of Russian political consultant Ilya Gambashidze, captured via the Wayback Machine internet archive, appeared on the website of his Structura group of companies.
This 2020 screenshot of Russian political consultant Ilya Gambashidze, captured via the Wayback Machine internet archive, appeared on the website of his Structura group of companies.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG