ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຫລາຍບໍລິສັດ ຮ່ວມລົງທຶນ ຢູ່ເຂດເສດຖະກິດພິເສດ ສະຫວັນ-ເຊໂນ


ຄິງສ໌ ໂຣມັນສ໌ ກາຊີໂນ ໃນເຂດເສດຖະກິດພິເສດສາມຫຼ່ຽມທອງຄໍາ
ທີ່ແຂວງບໍ່ແກ້ວ ຊຶ່ງເປັນການລົງ 100% ເຕັມ ໂດຍກຸ່ມທຸລະກິດຈາກຈີນ.
ຄິງສ໌ ໂຣມັນສ໌ ກາຊີໂນ ໃນເຂດເສດຖະກິດພິເສດສາມຫຼ່ຽມທອງຄໍາ ທີ່ແຂວງບໍ່ແກ້ວ ຊຶ່ງເປັນການລົງ 100% ເຕັມ ໂດຍກຸ່ມທຸລະກິດຈາກຈີນ.

ບໍລິສັດເອກະຊົນ 30 ກວ່າລາຍ ເຂົ້າໄປລົງທຶນໃນເຂດເສດຖະກິດພິເສດສະຫວັນ-ເຊໂນ ຫາກແຕ່ຖືວ່າ ການພັດທະນາເຂດເສດຖະກິດພິເສດໃນລາວນັ້ນ ຍັງຄົງມີຄວາມຄືໜ້າໄປ ຢ່າງຊັກຊ້າ.

ທ່ານ ທົງໄຊ ໄຊຍະວົງຄໍາດີ ຮອງຜູ້ວ່າການຄະນະກໍາມະການ ເພື່ອການຄຸ້ມຄອງເຂດ
ເສດຖະກິດພິເສດ ສະຫວັນ-ເຊໂນ ໄດ້ຖະແຫຼງຢືນຢັນວ່າ ຈົນເຖິງປັດຈຸບັນນີ້ ມີບໍລິສັດ
ເອກະຊົນຈໍານວນ 34 ລາຍ ທີ່ລົງທຶນຢູ່ໃນເຂດເສດຖະກິດພິເສດ ສະຫວັນ-ເຊໂນ ຊຶ່ງ
ມີມູນຄ່າລົງທຶນລວມກັນ ຫຼາຍກວ່າ 100 ລ້ານໂດລາ.

ໃນຈໍານວນບໍລິສັດເອກະຊົນດັ່ງກ່າວນີ້ ກໍລວມເຖິງບໍລິສັດເອກະຊົນລາວ 11 ບໍລີສັດ
ສ່ວນນອກນັ້ນ ກໍເປັນບໍລິສັດເອກະຊົນຈາກຈີນ, ຮ່ອງກົງ, ມາເລເຊຍ, ຢີ່ປຸ່ນ, ໄທ, ເນເທີ
ແລນ ແລະຝຣັ່ງ ໂດຍສະເພາະແມ່ນການລົງທຶນຂອງບໍລິສັດເອກະຊົນ ຈາກເນເທີແລນ
ນັ້ນ ຍັງເປັນການລົງທຶນທີ່ຈະນໍາເອົາເທັກນິກສະໄໝໃໝ່ ມາໃຊ້ອີກດ້ວຍ ເນື່ອງຈາກວ່າ ເປັນການລົງທຶນກໍ່ສ້າງໂຮງງານຜະລິດຊິ້ນສ່ວນເຮືອບິນໂບອິ້ງ ແລະແອບັສ ລວມເຖິງ
ເຮືອບິນທີ່ຜະລິດໃນຈີນ, ຢີ່ປຸ່ນ ແລະຣັດເຊຍອີກດ້ວຍນັ້ນເອງ.

ແຜນຜັງຈໍາລອງຂອງເຂດເສດຖະກິດພິເສດ ສະຫວັນ-ເຊໂນ
ແຜນຜັງຈໍາລອງຂອງເຂດເສດຖະກິດພິເສດ ສະຫວັນ-ເຊໂນ

ແຕ່ຢ່າງໃດກໍຕາມ ທ່ານ
ສົມສະຫວາດ ເລັ່ງສະຫວັດ
ຮອງນາຍົກລັດຖະມົນຕີ
ແລະປະທານຄະນະກໍາມະ
ການ ຄຸ້ມຄອງເຂດເສດຖະ
ກິດພິເສດ ແລະເຂດເສດຖະ
ກິດສະເພາະແຫ່ງຊາດລາວ
ກໍໄດ້ຖະແຫລງຍອມຮັບວ່າ
ການພັດທະນາເຂດເສດຖະ
ກິດພິເສດໃນລາວ ມີຄວາມ
ຄືບໜ້າຢ່າງຊັກຊ້າ ໂດຍສະ
ເພາະແມ່ນເຂດເສດຖະກິດພິເສດສະຫວັນ-ເຊໂນ ທີ່ເປັນເຂດທໍາອິດໃນລາວ ຊຶ່ງສ້າງຂຶ້ນ
ແຕ່ປີ 2003 ເປັນຕົ້ນມາແລ້ວນັ້ນ ກໍຍັງມີການພັດທະນາທີ່ຊັກຊ້າ ເມື່ອທຽບກັບເຂດ
ເສດຖະກິດພິເສດສາມຫລ່ຽມຄໍາ ຢູ່ທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.

ເຂດເສດຖະກິດພິເສດສາມຫຼ່ຽມຄໍາດັ່ງກ່າວນີ້ ເປັນການລົງ 100% ເຕັມ ໂດຍກຸ່ມທຸລະ
ກິດຈາກຈີນ ຊຶ່ງທາງການລາວ ຖືວ່າເປັນການປະກອບສ່ວນຢ່າງສໍາຄັນເຂົ້າໃນການພັດ
ທະນາເສດຖະກິດ ແລະການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນລາວໄດ້ເປັນຢ່າງດີ.

ສ່ວນເຂດເສດຖະກິດພິເສດຢູ່ພຶ້ນທີ່ອື່ນໆນັ້ນ ກໍຍັງຄົງຖືວ່າມີການພັດທະນາໄປຢ່າງຊັກຊ້າ
ເນື່ອງຈາກວ່າ ບໍ່ສາມາດທີ່ຈະດຶງດູດເອົາການລົງທຶນຈາກຕ່າງປະເທດໄດ້ ຕາມແຜນການ
ທີ່ວາງໄວ້ ດັ່ງທີ່ທ່ານສົມສະຫວາດ ໄດ້ຖະແຫຼງຊີ້ແຈງວ່າ:

ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ແລະປະທານຄະນະກໍາມະການ ຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະແຫ່ງ ຊາດລາວ
ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ແລະປະທານຄະນະກໍາມະການ ຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະແຫ່ງ ຊາດລາວ

ເຂດເສດຖະກິດພິເສດ
ສາມຫຼ່ຽມທອງຄໍາ
ໄດ້ມີ
ການພັດທະນາຢ່າງເດັ່ນ
ຊັດ
ອັນໄດ້ປະກອບສ່ວນ
ເຂົ້າໃນການພັດທະນາ
ພຶ້ນຖານໂຄງຮ່າງ ແລະ
ການສ້າງວຽກເຮັດງານ
ທໍາໃຫ້ປະຊາຊົນທ້ອງ
ຖິ່ນ
ເຖິງຢ່າງນັ້ນກໍຕາມ
ຄວາມຄືບໜ້າຂອງວຽກ
ງານດັ່ງກ່າວ
ເວົ້າລວມ
ຍັງຊັກຊ້າ ຍັງບໍ່ທັນສາມາດ
ເສີມຂະຫຍາຍກໍາລັງແຮງ
ຈາກບັນດາພາກສ່ວນເສດ
ຖະກິດຕ່າງປະເທດໄດ້ ເທົ່າ
ທີ່ຄວນ
.

ໃນປັດຈຸບັນນີ້ ໃນທົ່ວປະເທດລາວ ມີເຂດເສດຖະກິດພິເສດທີ່ໄດ້ຮັບການພັດທະນາ ແລະ ສາມາດຮັບຮອງການລົງທຶນຂອງເອກະຊົນລາວ ແລະຕ່າງຊາດໄດ້ແລ້ວ 3 ແຫ່ງ ກໍຄືເຂດ ເສດຖະກິດພິເສດສະຫວັນ-ເຊໂນ ໃນແຂວງສະຫວັນນະເຂດ, ເຂດເສດຖະກິດພິເສດບໍ່ເຕັນ
ແດນຄໍາ ທີ່ແຂວງຫຼວງນໍ້າທາ ແລະເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຢູ່ແຂວງບໍ່ແກ້ວ.

ຂົວຂ້າມແມ່ນໍ້າຂອງ ແຫ່ງທີ 3 ເຊື່ອມຕໍ່ລະຫວ່າງແຂວງຄໍາມ່ວນ ກັບຈັງຫວັດນະຄອນພະນົມຂອງໄທ ແລະກໍາລັງມີສ້າງເຂດເສດ ຖະກິດພິເສດ ຢູ່ໃກ້ໆກັນນັ້ນ.
ຂົວຂ້າມແມ່ນໍ້າຂອງ ແຫ່ງທີ 3 ເຊື່ອມຕໍ່ລະຫວ່າງແຂວງຄໍາມ່ວນ ກັບຈັງຫວັດນະຄອນພະນົມຂອງໄທ ແລະກໍາລັງມີສ້າງເຂດເສດ ຖະກິດພິເສດ ຢູ່ໃກ້ໆກັນນັ້ນ.

ຍິ່ງໄປກວ່ານັ້ນ ຄະນະລັດ
ຖະບານລາວກໍຍັງໄດ້ມີມະຕິ
ຮັບຮອງເອົາຮ່າງດໍາລັດນາ
ຍົກລັດຖະມົນຕີວ່າດ້ວຍການ
ສ້າງຕັ້ງ ແລະການຄຸ້ມຄອງ
ເຂດເສດຖະກິດພິເສດແລະ
ເຂດເສດຖະກິດສະເພາະ
ຢ່າງເປັນທາງການແລ້ວ ຊຶ່ງ
ກໍຖືເປັນການສົ່ງເສີມໃຫ້ມີ
ການສ້າງຕັ້ງເຂດເສດຖະກິດ
ພິເສດຂຶ້ນໃນເຂດແຂວງຕ່າງໆ
ຂອງລາວເປັນການສະເພາະ
ໂດຍມີເປົ້າໝາຍທີ່ຈະດໍາເນີນການສ້າງຕັ້ງເຂດເສດຖະກິດພິເສດໃຫ້ໄດ້ 10 ແຫ່ງພາຍໃນ
ປີ 2015 ຊຶ່ງໃນນີ້ກໍລວມເຖິງການສ້າງເຂດເສດຖະກິດພິເສດ ໃນເຂດທີ່ຕໍ່ເນື່ອງກັບຂົວ
ຂ້າມແມ່ນໍ້າຂອງ ແຫ່ງທີ 3 ທີ່ເຊື່ອມຕໍ່ລະຫວ່າງເມືອງທ່າແຂກ ແຂວງຄໍາມ່ວນ ກັບຈັງ
ຫວັດນະຄອນພະນົມຂອງໄທ ອີກດ້ວຍ.

ສ່ວນທີ່ຈະສ້າງຕັ້ງເພີ່ມຂຶ້ນອີກ 6 ແຫ່ງນັ້ນກໍຄືຢູ່ ທີ່ແຂວງຊຽງຂວາງ, ຫົວພັນ, ເຊກອງ,
ອັດຕະປື, ຜົ້ງສາລີ ແລະຈໍາປາສັກ ຊຶ່ງແຕ່ລະເຂດກໍ່ຈະມີລັກສະນະສະເພາະ ທີ່ຂຶ້ນຢູ່ກັບ
ສະພາບທາງພູມີສາດ ແລະທໍາມະຊາດຂອງແຕ່ລະພື້ນທີ່ເປັນສໍາຄັນ.

XS
SM
MD
LG