ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ສະ​ຫຼອງ ປະ​ຈຳ​ປີ​ ຄັ້ງທີ 39 ຂອງ ປະ​ຊາ​ຄົມລາວ ທີ່​ປະ​ເທດ​ ອາ​ເຈັນ​ຕີ​ນາ


ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ ຂອງວີ​ໂອ​ເອ ປະ​ຈຳ​ແລງ
ວັນພະ​ຫັດ​ມື້​ນີ້ ເຮົາ​ຈະ​ນຳ​ເອົາ​ການ​ສຳ​ພາດ​ກັບ ພະ​ອາ​ຈານ​ສົມ​ສັກ ອິນ​ທະ​ວີ​ໄລ ຈາກ
ວັດ​ລາວ​ ຣັດ​ຕະ​ນະ​ຣັງ​ສີ​ຍາຣາ​ມ (ແກ້ວ​ສະ​ຫວ່າງ) ​ທີ່ເມືອງໂປຊາ​ດາສ ແຂວງ​ມີໂຊ
ເນສ ປະ​ເທດ​ອາ​ເຈັນຕີນາ ມາ​ສ​ະ​ເໜີ​ທ່ານ. ​ປີ​ນີ້ແມ່ນຄົບ​ຮອບ ​39 ປີ ຂອງ​ການ​ຕັ້ງ​ຖິ່ນ
​ຖານ​ປະ​ຊາ​ຄົມ​ລາວ ຢູ່ໃນ​ປະ​ເທດດັ່ງ​ກ່າວ ​ເພາະ​ສະ​ນັ້ນ ​ພະ​ອາ​ຈານ​ສົມ​ສັກ ແລະອອກ
ຕົນ​ຍາດ​ໂຍມ ໄດ້​ຖື​ໂອ​ກາດ​ການ​ສະ​ຫຼອງ​ບຸນວັນແຫ່ງ​ຄວາມ​ຮັກ ຫຼື “Valentine Day”
ໂດຍໄດ້​ເຊື້ອເຊີນພວກ ຊາວບ້ານໃກ້​ເຮືອນ​ຄຽງມາ​ຮ່ວມສະ​ຫຼອງ. ຊີ​ວິດ​ການ​ເປັນ​ຢູ່
ຂອງ​ສັງ​ຄົມ​ລາ​ວໃນ​ປະ​ເທດ​ອາ​ເຈັນ​ຕີ​ນາ ເປັນ​ມາ​ຢາງ​ໃດ​ນັ້ນ ກິ່ງ​ສະ​ຫວັນ ຈະ​ນຳ​ມາ
​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ພະ​ອາ​ຈ​ານ​ສົມ​ສັກ ອິນ​ທະ​ວິໄລ.
ພະ​ອາ​ຈ​ານ​ສົມ​ສັກ ອິນ​ທະ​ວິໄລ.

ວັດ​ວາ​ອາ​ຮາມ ແມ່ນບ່ອນ​ປະ​ກອບ ​ພິ​ທີ​ທາງ​ສາ​ສະ​ໜາ ສະ​ຖາ​ບັນ​ການ​ສຶກ​ສາໂດ​ຍ​ສະ
​ເພາະ​ຢ່າງ​ຍິ່ງ​ເປັນ​ສູນ​ກາງເຕົ້າ​ໂຮມ​ທີ່​ສຳ​ຄັນ​ຂອງ​ສັງ​ຄົມ​ລາວ​ ບໍ່​ວ່າ​ແຕ່ຢູ່​ໃນປະ​ເທດ​
ລາວ ແລະ​ນອກ​ປະ​ເທດກໍ​ເຊັ່ນ​ກັນ. ​ກ່າວໂດຍ​ສະ​ເພາະ​ ຢູ່ໃນປະ​ເທດ​ອາ​ເຈັນ​ຕີ​ນາ ບ່ອນ
​ທີ່​ຄົນເຊື້ອ​ສາຍ​ລາວ ​ໄດ້ພາ​ກັນ​ໄປຕັ້ງ​ຖິ່ນ​ຖານ​ຊີ​ວີດ​ໃໝ່ ມາ​ເປັນ​ເວ​ລາ​ 39 ປີ​ທີ່​ຜ່ານ​ມາ.
ການ​ສະ​ຫຼອງ​ບຸນ​ປະ​ຈຳ​ປີຂອງ​ຊາວ​ລາວ​ໃນ​ປະເທດ​ອາ​ເຈັນ​ຕິ​ນາ ໃນ​ວັນເສົາ​ທີ 16 ແລະ​
ວັນ​ອາ​ທິດ ​ທີ 17 ກຸ​ມ​ພາ ​ຜ່ານ​ມານີ້ ຊຶ່ງ​ກົງ​ກັບ​ໂອ​ກາດບຸນ​ແຫ່ງ​ຄວາມ​ຮັກ ຫຼື “Valentine
Day” ໂດຍ​ກາ​ນນຳ​ພາ​ຂອງ​ພະ​ອາ​ຈານສົມ​ສັກ ອິນ​ທະ​ວິ​ໄລ ແລະ​ອອກ​ຕົນ​ຍາດ​ໂຍມ
ໄດ້ເຊື້ອເຊີນບັນ ດາເພື່ອນ​ບ້ານໃກ້​ຄຽງຊາວ​ອາ​ເຈັນ​ຈີ​ນາ​ມາ​ຮ່ວມເພື່ອສັງ​ເກດ​ເບິ່ງຮີດ
ຄອງ​ປະ​ເພ​ນີລາວ ​ແລະສ້າງ​ຄວາມສຳ​ພັນ ​ດັ່ງທີ່ ​ພະ​ອາ​ຈານ​ສົມ​ສັກ ໄດ້​ກ່າວ​ຕໍ່ ວີ​ໂອ​ເອ
​ຟັງດັ່ງ​ນີ້:

ພະ​ພຸດ​ທະ​ຮູບ​ໃຫຍ່ ທີ່ກຳ​ລັງ​ສ້າງ.
ພະ​ພຸດ​ທະ​ຮູບ​ໃຫຍ່ ທີ່ກຳ​ລັງ​ສ້າງ.

ໃນ​ຊຸມ​ປີ 1980 ວັດ​ຣັດ​ຕະ​ນະ​ຣັງ​ສີ​ຍາຣາ​ມ ເປັນ​ບ່ອນພັກ​ເຊົາຊົ່ວ​ຄາວຂອງອົບ​ພະ​ຍົບ​
ລາວທີ່​ເດີ​ນ​ທາງມາຮອດ​ໃໝ່ ຫຼັງ​ຈາກນັ້ນ​ຕໍ່ມາ ສະ​ຖານ​ທີ່​ແຫ່ງ​ນີ້ໄດ້​ກາຍ​ມາ​ເປັນ​ວັດວາ​
ຂອງ​ປະ​ຊາ​ຄົມ​ລາວ ດັ່ງ​ທີ່​ພະ​ອາ​ຈານ​ສົມ​ສັກ ໄດ້​ກ່າວຕໍ່​ໄປ​ອີກ ວ່າ:

ບັນ​ດາ​ອອກ​ຕົນ​ຍາດ​ໂຍມ
ບັນ​ດາ​ອອກ​ຕົນ​ຍາດ​ໂຍມ

ການ​ດຳ​ລົງ​ຊີ​ວິດ​ຂອງ​ຄົນເຊື້ອ​ສາຍ​ລາວ​ຢູ່ນອກ​ປະ​ເທດ ​ຕ້ອງ​ໄດ້ປັບ​ໂຕ​ໃຫ້​ເຂົ້າ​ກັບ​ສິ່ງ
ແວດ​ລ້ອມ​ຫຼາຍໆ​ຢ່າງໄປ​ຕາມ​ສະ​ພາບ​ເສດ​ຖະ​ກິດ ແລະສັງ​ຄົມປະ​ເພ​ນີ. ສິ່ງ​ທີ່​ໜ້າ​ສົນ​
ໃຈ​ຢ່າງ​ນຶ່​ງ​ນັ້ນ​ກໍ​ຄື ປະ​ເພີ​ນີ​ການຕາຍ ​ດັ່ງທີ່​ພະ​ອາ​ຈານ​ສົມ​ສັກ​ໄດ້​ກ່າວ​ສູ່​ຟັງ​ດັ່ງ​ນີ້

ບັນ​ດາຄົນເຊື້ອ​ສາຍ​ລາວ​ບໍ່​ວ່າ​ຈະອາ​ໄສ​ຢູ່ແຫ່ງ​ໃດ​ກໍ​ຕາມ ເຮົາ​ຈະສັງ​ເກດເຫັນວ່າມີ
ການ​ປູກ​ຝັງ ແລະ​ຫາ​ປູ​ຫາ​ປາ​ຢູ່​ສະ​ເໝີ ​ດັ່ງ​ພະ​ອາ​ຈານ​ສົມ​ສັກ ​ໄດ້​ກ່າວ​ມ້ວນ​ທ້າຍ​ຕໍ່
ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ພະ​ອາ​ຈານ​ສົ​ມ​ສັກ ອິນ​ທະ​ວິໄລ ໄດ້​ເຂົ້າ​ບວດ​ມາ​ແຕ່​ອາ​ຍຸ 9 ປີ ປັດ​ຈຸ​ບັນ​ນີ້ ໄດ້ 24 ປີ
ແລ້ວ ເປັນ​ລູກ​ບ້ານ​ຕານ​ສຸມ ເມືອງວ​າ​ປີ ແຂວງ​ສາ​ລະ​ວັນ. ໃນ​ປີ 2016 ອອກ​ຕົນ​ຍາດ​
ໂຍມ​ໄດ້ນິ​ມົນພະ​ອາ​ຈານ​ສົມ​ສັກ ມາເປັ​ນຜູ້​ນຳ​ພາທາງ​ສາ​ສ​ໜາຢູ່ທີ່ວັດ​ລາວ ຣັດ​ຕະ​ນະ
​ຣັງ​ສີ​ຍາຣາ​ມ ທີ່​ເມືອງ​ ໂປ​ຊາດາສ ແຂວງ​ມີໂຊເນສ ປະ​ເທດ​ອາ​ເຈັນຈີ​ນາ ຈົນ​ເຖິງ​ເທົ້າ
​ປັດ​ຈຸ​ບັນ.

XS
SM
MD
LG