ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວ ໃນ​ຕ່າງ​ປະ​ເທດ ຕຽມ​ສະ​ຫຼອງ ຕ້ອນ​ຮັບ​ ປີ​ໃໝ່​ສາ​ກົນ 2019


ຄົນ​ຍ່າງ​ຜ່ານ​ປ້າຍ ຕ້ອນ​ຮັບ​ປີ​ໃໝ່ສາ​ກົນ 2019 ໃນ​ເມືອງ​ເກົ່າ​ ພາກ​ກາງ​ນະ​ຄອນ​ບາ​ກູ ວັນ​ທີ 22 ທັນ​ວາ 2018.
ຄົນ​ຍ່າງ​ຜ່ານ​ປ້າຍ ຕ້ອນ​ຮັບ​ປີ​ໃໝ່ສາ​ກົນ 2019 ໃນ​ເມືອງ​ເກົ່າ​ ພາກ​ກາງ​ນະ​ຄອນ​ບາ​ກູ ວັນ​ທີ 22 ທັນ​ວາ 2018.

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ​ປີ​ໃໝ່​ສາກົນ ປີ​ 2019 ກຳລັງຈະ​ກ້າວ​ເຂົ້າ​ມາ​ໃນ​ອີກ 4 ມື້​ຂ້າງ​ໜ້າ​
ນີ້. ​ປະ​ຊາ​ຊົນ ຢູ່​ທຸກ​ຫົນແຫ່ງ​ໃນ​ໂລກ ກຳລັງ​ພາກັນ​ຫ້າງ​ຫາ ເພື່ອ ສະ​ຫຼອງ​ກັນຢ່າງ​ຄຶກ​
ຄຶ້ນ. ພ້ອມ​ດຽວ​ກັນນີ້ ​ລາຍ​ການ​ຊີ​ວິດ​ຊາວ​ລາວໃນ​ຕ່າງ​ແດນ ຂອງວີ​ໂອ​ເອ ​ກໍຂໍ​ຖືໂອ
ກາດ​ອັນ​ສະງ່າງາມນີ້​ໃຫ້​ທ່ານ​ໄດ້ຟັງ​ການ​ສຳ​ພ​າດແລະຮັບ ​ເອົາພອນອັນ​ປະ​ເສີດ ​ຈາກ
ຄົນ​ລາວທີ່ຢູ່ປະ​ເທດ​ຝ​ຣັ່ງ ກາ​ນາ​ດາ ແລະ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ວ່າ ​ພວກ​ເພິ່ນ​ຄິດ​ຢ່າງ​
ໃດ ແລະ ​ພາ​ກັນ​ຫ້າງ​ຫາຫຍັງ​ແດ່ ​ເພື່ອສະ​ເຫຼີມ​ສະຫຼອງ ວັນ​ຂຶ້ນ​ປີ​ໃໝ່​ນີ້ຊຶ່ງ ກິ່ງ​ສ​ະ​ຫວັນ
ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ ​ຕໍ່​ໄປ.

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ມື້ນີ້ ​ເຮົາຈະ​ເວົ້າ​ເຖິງເລື້ອງ​ຮີດ​ຄອງປະ​ເພ​ນີ ການສະ​
ຫລອງບຸນ​ປີ​ໃໝ່​ສາ​ກົນ ທີ່ຊາວໂລກກຳ​ລັງ​ພາ​ກັນກະ​ກຽມຢູ່​ໃນຂະນະນີ້​. ​ອິດ​ທິ​ພົນ
ຄວາມ​ຍິ່ງ​ໃຫຍ່ຂອງ​ການ​ສະ​ຫຼອງ​ບຸນປີໃໝ່​ສາ​ກົນ ໄດ້​ແຜ່​ຂະ​ຫຍາຍ​ອອກ​ໄປ​ທຸກ​ຫົນ​
ແຫ່ງ ບໍ່​ວ່າ​ບ່ອນໃດຈະ​ນັບຖື​ສາສະໜາ​ຫຍັງ​ກໍ​ຕາມເພາະ​ວ່າສ່ວນ ໃຫຍ່ຂອງ​ຊາວ​ໂລກ
ພາ​ກັນ​ໃຊ້ ປະ​ຕິ​ທິນ​ສາ​ກົນເປັນ​ພື້ນ​ຖານ ເພື່ອ​ປະ​ກອບທຸ​ລະ​ກິດ​ປະ​ຈຳ​ວັນຂອງເຂົາເຈົ້າ.

ທຸກໆປີ ພໍ​ຕົກ​ມາ​ເຖິງ​ທ້າຍ​ປີ ຊາວໂລກ​ຈະ​ພາ​ກັນ​ຫ້າງ​ຫາກະ​ກຽມ ເພື່ອສະ​ຫຼອງ ການ
ຕ້ອນ​ຮັບ​ການ​ມາ​ເຖິງ​ຂອງ​ປີໃໝ່​ສາ​ກົນ. ເພາະ​ສະ​ນັ້ນ ​ຜູ້​ທີ່ເລີ້ມ​ສະ​ຫຼອງ​ ປີ​ໃໝ່ກ່ອນ​ໝູ່​
ໝົດແມ່ນປະ​ເທດເກາະ Samoa ແລະ​ກິ​ຣິ​ບາ​ຕີ ຊຶ່ງ​ຕັ້ງຢູ່​ໃນເຂດມະຫາ​ສະ​ໝຸດ​ປາຊິ
​ຟິກ. ຫຼັງ​ຈາກ​ນັ້ນ ​ຈະຕິດ​ຕາມມາເປັນ​ລຳ​ດັບ ​ເຊັ່ນ​ວ່າ​ ປະເທດ ອອສເຕຣເລຍ ນິວຊີ
ແລນ ​ພ້ອມ​ດ້ວຍຂົງເຂດເອ​ເຊຍ ຢູ​ໂຣບ ອາ​ຟ​ຣິ​ກາ ອາ​ເມ​ຣິ​ກາ​ໃຕ້ ​ແລະ ສະ​ຫະ​ລັດ
ອາ​ເມ​ຣິ​ກາ. ເວ​ລາ​ນີ້ຫຼາຍໆ​ຄົນຈະ​ພາ​ກັນ​ເຕົ້າ​ໂຮມ​ກັນ​ຢູ່​ຕາມ​ບ້ານ​ເຮືອນ ​ຈະ​ຕຸ​ລັດ
ແລະ​ສະ​ຖານ​ທີ່​ໂຮມຊຸມ​ນຸມ​ຕ່າງໆ ຢູ່​ຈົນ​ຮອດ​ເຊົ້າ​ວັນ​ໃໝ່ ເພື່ອນ​ຕ້ອ​ນ​ຮັບ​ວັນຂຶ້ນ
​ປີໃໝ່.

ບັດ​ນີ້​ ຂ້າ​ພະ​ເຈົ້າ​ຈະ​ພາ​ທ່ານ​ໄປຟັງ​ການ​ໂອ້​ລົມ​ ກັບດອກ​ເຕີກ​າບ​ແກ້ວ ສຸ​ວັນຣາ​ສີ ທີ່
ຊາ​ນ​ນະ​ຄອນຫຼວງປາ​ຣີ ​ປະ​ເທດ​ຝ​ຣັ່ງ ຊຶ່ງ​ທ່ານ​ໄດ້​ກ່າວ​ສູ່ວີ​ໂອ​ເອຟັງ ກ່ຽວ ​ກັບ​ບັນ​ຍາ​
ກາດ​ການ ​ທີ່​ຈະສະ​ຫຼອງບຸນ​ປີ​ໃໝ່​ສາ​ກົນ​ດັ່ງ​ນີ້:

ດ​ຣ. ກາບ​ແກ້ວ ສຸ​ວັນ​ຣາ​ສີ ທີ່​ປະ​ເທດ​ຝ​ຣັ່ງ.
ດ​ຣ. ກາບ​ແກ້ວ ສຸ​ວັນ​ຣາ​ສີ ທີ່​ປະ​ເທດ​ຝ​ຣັ່ງ.

ສ່ວນທ່ານ​ທອງ​ສຸກ ວົງ​ພັກ​ດີ ປະ​ທານ​ສະ​ມາ​ຄົມ​ລາວ-ກາ​ນາ​ດາ ປະ​ຈຳ​ແຂວງ​ອອ​ນ​
ຕາ​ຣິ​ໂອ ປະ​ເທດ​ກາ​ນາ​ດາ ໄດ້ໂອ້​ລົມ​ສູ່ວີ​ໂອ​ເອຟັງ ກ່ຽວ​ກັບ​ການ​ສະ​ຫຼອງ​ບຸນ​ປີ​ໃໝ່
ດັ່ງ​ນີ້:

ທ່ານ​ທອງ​ສຸກ ວົງ​ພັກ​ດີ ທີ່​ປະ​ເທດ​ກາ​ນາ​ດາ.
ທ່ານ​ທອງ​ສຸກ ວົງ​ພັກ​ດີ ທີ່​ປະ​ເທດ​ກາ​ນາ​ດາ.

ທ້​າຍ​ສຸດ​ນີ້ ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ ໃຫ້​ທ່ານ​ຮູ້​ຈັກ​ ກັບ ພະ​ອາ​ຈານ ດ​ຣ. ອິນ​ຕາ ຈັນທະ
ວົງ​ສຸກ ປະ​ທານ ແລະ​ຜູ້​ກໍ່​ຕັ້ງ ກອງ​ປະ​ຊຸມ​ບັນ​ດາ​ໂບດ ຢູ່​ໃນ​ສະ​ຫະ​ລັດ. ທ່ານເປັນ​
ຄຸນ​ພໍ່ໂປ​ຣ​ແຕັ​ສ​ຕັງ ຢູ່​ເມືອງແຊນ​ປີ​ເຕີ​ສ​ເບີກ ລັດ​ຟ​ລໍ​ຣິ​ດາ ທາງພາກ​ໃຕ້​ສຸດ ​ຂອງ​ສະ​
ຫະ​ລັດ ທ່ານ​ໄດ້​ອະ​ທິ​ບາຍ​ກ່ຽວ​ກັບ ການ​ພົ​ວ​ພັນ​ລະ​ຫວ່າງ ບຸນ​ ຄ​ຣິ​ສ​ມັ​ສ ແລະ​ປີ​ໃໝ່​
ສາ​ກົນ​ ​ສູ່ວີ​ໂອ​ເອຟັງ​ດັ່ງ​ນີ້

ພະ​ອາ​ຈານ ດ​ຣ. ອິນ​ຕາ ຈັນ​ທະ​ວົງ​ສຸກ ທີ​ລັດ​ຟ​ລໍ​ຣິ​ດາ ສະ​ຫະ​ລັດ​ອາ​ເມ​ຣິ​ກາ.
ພະ​ອາ​ຈານ ດ​ຣ. ອິນ​ຕາ ຈັນ​ທະ​ວົງ​ສຸກ ທີ​ລັດ​ຟ​ລໍ​ຣິ​ດາ ສະ​ຫະ​ລັດ​ອາ​ເມ​ຣິ​ກາ.

ພ້ອ​ມ​ດຽວ​ກັນ​ນີ້ ພວກ​ຂ້າ​ພະ​ເຈົ້າ ແລະ​ທີມ​ງານ ວິ​ທະ​ຍຸ​ວີ​ໂອ​ເອ ​ພາກ​ພາ​ສາ​ລາວ ​ທີ່
ໄດ້ຮັບ​ໃຊ້ໂດຍ​ການ​ນຳ​ເອົາ​ຂ່າວຮອບ​ໂລກ​ແລະ​ສາ​ລະ​ຄະ​ດີ​ຕ່າງໆມາ​ສະ​ເໜີ​ທ່ານ
ຜູ້​ຟັງ​ເປັນເວ​ລາ 56 ປີແລ້ວນັ້ນ ໃນ​ວາ​ລະ​ໂອ​ກາດ​ດັ່ງ​ກ່າວພວກຂ້າ​ພະ​ເຈົ້າຂໍ​ອວຍ
ພອນ​ໃຫ້​ທ່ານ​ຜູ້​ຟັງ ພ້ອມ​ດ້ວຍ​ຄອບ​ຄົວແລະ​ເພື່ອນ​ມິດ​ທຸກໆ​ທ່ານ ຈົ່ງ​ມີ​ແຕ່ຄວາມ
ສຸກ ສົດ​ຊື່ນ ສົມ​ຫວັງ​ ທຸກປະ​ການ ຕະ​ຫຼອດປີ 2019 ທ​ທີ່​ຈະ​ມາ​ເຖິງ​ນີ້​ດ້ວຍ​ເຖີດ.

XS
SM
MD
LG