ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວຫຼ້າສຸດໃນ ຢູເຄຣນ ເປີດເຜີຍວ່າ ຣັດເຊຍ ເລີ້ມຕົ້ນການໂຈມຕີທາງອາກາດ ໃສ່ນະຄອນຫຼວງກີຢິບ

ພາບການລະເບີດຂອງ ໂດຣນ ທີ່ແນມເຫັນຢູ່ເທິງທ້ອງຟ້າເໜືອເມືອງ ໃນຊ່ວງເວລາທີ່ມີການໂຈມຕີໂດຍໂດຣນຂອງ ຣັດເຊຍ, ເຊິ່ງເກີດຂຶ້ນໃນລະຫວ່າງການໂຈມຕີ ຢູເຄຣນ ຂອງ ຣັດເຊຍ, ໃນນະຄອນຫຼວງກີຢິບ, ຢູເຄຣນ, ວັນທີ 8 ພຶດສະພາ 2023.
ພາບການລະເບີດຂອງ ໂດຣນ ທີ່ແນມເຫັນຢູ່ເທິງທ້ອງຟ້າເໜືອເມືອງ ໃນຊ່ວງເວລາທີ່ມີການໂຈມຕີໂດຍໂດຣນຂອງ ຣັດເຊຍ, ເຊິ່ງເກີດຂຶ້ນໃນລະຫວ່າງການໂຈມຕີ ຢູເຄຣນ ຂອງ ຣັດເຊຍ, ໃນນະຄອນຫຼວງກີຢິບ, ຢູເຄຣນ, ວັນທີ 8 ພຶດສະພາ 2023.

ມີຢ່າງໜ້ອຍ 5 ຄົນໄດ້ຮັບບາດເຈັບຢູ່ນະຄອນຫຼວງກີຢິບ ​ໃນຕອນເຊົ້າວັນຈັນມື້ນີ້ ເມື່ອຣັດເຊຍ ເລີ້ມຕົ້ນການ​ຍິງໂຈມຕີຂະໜາດໃຫຍ່ໃສ່ນະຄອນຫຼວງຂອງປະເທດຢູເຄຣນ.

ເຈົ້າຄອງນະຄອນຫຼວງກີຢິບ ທ່ານວິຕາລີ ຄລິຕສະໂຄ (Vitali Klitschko) ກ່າວຢູ່ໃນແອັບຂໍ້ຄວາມ Telegram ວ່າ ສາມຄົນໄດ້ຮັບບາດເຈັບຈາກການລະເບີດຢູ່ໃນຂົງເຂດ ໂຊໂລມີອານສກີ (Solomyanskyi) ແລະອີກສອງຄົນໄດ້ຮັບບາດເຈັບຢູ່ໃນຂົງເຂດ ສເວຍໂຕຊິນ (Sviatoshyn) ຂອງກີຢິບ, ເຊິ່ງທັງສອງຂົງເຂດດັ່ງກ່າວ ແມ່ນຕັ້ງຢູ່ສູນກາງທາງທິດຕາເວັນຕົກຂອງນະຄອນ ຫຼວງ.

ທ່ານຄລິຕສະໂຄ ຍັງໄດ້ກ່າວອີກວ່າ ຊາກຫັກເພຂອງເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ນັ້ນ ໄດ້ຕົກລົງໃສ່ອາຄານສອງຊັ້ນທີ່ຕັ້ງຢູ່ໃນພູມິພາກສເວຍໂຕຊິນ ອີກດ້ວຍ.

ປະຊາຊົນຢູ່ໃນທ້ອງຖິ່ນ ກວດກາເບິ່ງຊິ້ນສ່ວນຂອງໂດຣນສັງຫານ, ເຊິ່ງເຈົ້າໜ້າທີ່ຢູ່ໃນທ້ອງຖິ່ນພິຈາລະນາວ່າ ເປັນເຮືອບິນບໍ່ມີຄົນຂັບ ທີ່ຜະລິດຂຶ້ນມາໂດຍອີຣ່ານ (UAVs) ລຸ້ນ Shahed-131/136, ມັນໄດ້ຖືກຍິງຕົກ ໃນລະຫວ່າງການໂຈມຕີຂອງ ຣັດເຊຍ ໃນຊ່ວງຕອນເດິກ, ໃນນະຄອນຫຼວງກີຢິບ, ຢູເຄຣນ, ວັນທີ 8 ພຶດສະພາ 2023.

ລັດຖະບານທ້ອງຖິ່ນຂອງເມືອງກ່າວວ່າ ເສດຊາກດັ່ງກ່າວນັ້ນ ຍັງໄດ້ຕົກລົງມາໃສ່ລົດທີ່ຈອດຢູ່, ເຊິ່ງມັນໄດ້ເຮັດໃຫ້ໄຟໄໝ້ລົດຄັນດັ່ງກ່າວ.

ລູກສອນໄຟຂອງຣັດເຊຍ ຍັງສົ່ງຜົນເຮັດໃຫ້ສາງເກັບອາຫານຢູ່ບໍລິເວນເມືອງໂອເດສຊາ (Odesa) ໃນຂົງເຂດທະເລດໍາ ​ເກີດໄຟໄໝ້, ແລະມີລາຍງານການລະເບີດຢູ່ຫຼາຍຂົງເຂດ ໃນພູມິພາກອື່ນໆຂອງປະເທດຢູເຄຣນ, ອີງຕາມລາຍງານຂອງອົງການຂ່າວ Reuters.

ການໂຈມຕີຂະໜາດໃຫຍ່ນີ້ ມີຂຶ້ນໃນ​ຂະ​ນະ​ທີ່ມົສກູ ​ພວມກະກຽມ​ການ​ສວນ​ສະ​ໜາມໃນວັນໄຊຊະນະຂອງຕົນ ເຊິ່ງກໍາລັງຈະມີຂຶ້ນ ໃນວັນອັງຄານມື້ອື່ນນີ້.

ມີລາຍງານວ່າ ມົສກູຕ້ອງການທີ່ຈະຢຶດເອົາເມືອງບາກມຸດທ໌ ເພື່ອໃຫ້ກົງກັບວັນ ໄຊຊະນະຂອງປະເທດທີ່ກໍາລັງຈະມາເຖິງ, ເຊິ່ງເປັນວັນຄົບຮອບແຫ່ງໄຊຊະນະຂອງສະຫະພາບໂຊຫວຽດຕໍ່ພວກນາຊີເຢຍຣະມັນໃນຊ່ວງສົງຄາມໂລກຄັ້ງທີ 2.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG