ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຜູ້ລ່ວງລໍ້າປີນຮົ້ວທຳນຽບຂາວ ຖືກຈັບກຸມ


ພະນັກງານສັນຍາຈ້າງລັດຖະບານ ສະຫະລັດ ເລີ່ມຕິດ
ຕັ້ງຮົ້ວໜາມເພີ່ມເຕີມໃສ່ຮົ້ວທີ່ມີຢູ່ແລ້ວຂອງທຳນຽບຂາວ. ນະຄອນຫຼວງ ວໍຊິງຕັນ. ສະຫະລັດ. 1 ກໍລະກົດ, 2015.
ພະນັກງານສັນຍາຈ້າງລັດຖະບານ ສະຫະລັດ ເລີ່ມຕິດ ຕັ້ງຮົ້ວໜາມເພີ່ມເຕີມໃສ່ຮົ້ວທີ່ມີຢູ່ແລ້ວຂອງທຳນຽບຂາວ. ນະຄອນຫຼວງ ວໍຊິງຕັນ. ສະຫະລັດ. 1 ກໍລະກົດ, 2015.

ຄົນແປກໜ້າເປ້ຖົງຍ່າງເລາະຕາມຮົ້ວ ອ້ອມທຳນຽບຂາວຖືກຈັບກຸມກ່ອນທ່ຽງຄືນໜ້ອຍ
ນຶ່ງ ໃນຄໍ່າຄືນວັນສຸກຜ່ານມາຢູ່ໃນບໍລິເວນບ່ອນພັກທາງການຂອງປະທານາທິບໍດີ ໃນ ນະຄອນຫຼວງວໍຊິງຕັນ.

ເຈົ້າໜ້າທີ່ສາຍລັບນອກເຄື່ອງແບບ ສະຫະລັດ ໄດ້ຈັບກຸມບຸກຄົນດັ່ງກ່າວໂດຍທີ່ບໍ່ມີ
ເຫດຮ້າຍໃດໆແລະລະບຸໂຕບຸກຄົນຜູ້ນັ້ນວ່າແມ່ນ Jonathan Tran ອາຍຸ 26 ປີໃນວັນ
ເສົາຈາກເມືອງ​ Milpitas ລັດ ຄາລີຟໍເນຍ. ປະທານາທິບໍດີ ດໍເນິລ ທຣຳ ທີ່ບໍ່ໄດ້ມີສ່ວນ
ໃນເຫດການດັ່ງກ່າວແຕ່ຢ່າງໃດ ເວົ້າວ່າ ຊາຍໜຸ່ມຄົນນັ້ນ “ເປັນຄົນມີບັນຫາ.” ລາວບໍ່
ໄດ້ມີປະຫວັດໃນການກໍອາດຊະຍາກຳໃດໆ.

ໃນຂໍ້ຄວາມທີ່ເປັນລາຍລັກອັກສອນນັ້ນທ່ານ ມາຕິນ ມຸນໂຮແລນ ໂຄສົກຂອງໜ່ວຍລືບ
ລັບກ່າວໃນວັນເສົາວານນີ້ວ່າ ໃນຖົງເປ້ຂອງທ້າວ ທຣັນ ບໍ່ມີວັດຖຸລະເບີດແນວໃດ ແລະ ກໍບໍ່ມີຫຍັງ ທີ່ພົບເຫັນວ່າ ໄດ້ສ້າງຄວາມກັງວົນ ໃນລະຫວ່າງການກວດຄົ້ນຢ່າງລະອຽດ
ຢູ່ໃນບໍລິເວນເດີ່ນທຳນຽບຂາວ. ຢ່າງໃດກໍດີ ທ້າວ ທຣັນ ກໍມີສານເຄມີ mace ສອງກະ
ປັອງພ້ອມກັບ ພາສປໍ ຂອງລາວນຳ.

ອີງຕາມຄຳເວົ້າຂອງຊາຍໜຸ່ມຄົນນັ້ນ ທີ່ບອກນາຍຍາມຜູ້ທີ່ຈັບກຸມລາວນັ້ນແມ່ນວ່າ “ຂ້ອຍແມ່ນໝູ່ຂອງປະທານາທິບໍດີ. ຂ້ອຍມີນັດກັບເພິ່ນ. ຂ້ອຍໂດດຂ້າມຮົ້ວ.”

ເຈົ້າໜ້າທີ່ທຳນຽບຂາວກ່າວວ່າ ເວລານັ້ນປະທານາທິບໍດີຢູ່ໃນທຳນຽບຂາວ ແຕ່ບໍ່ໄດ້ ອັນຕະລາຍແຕ່ໃດ. ທ່ານທຣຳໄດ້ບອກນັກສື່ຂ່່າວໃນວັນເສົາວານນີ້ວ່າ ເພິ່ນໄດ້ຮັບແຈ້ງ ເຖິງເຫດກາດັ່ງກ່າວໃນທັນທີທັນໃດ ແລ້ວທວິດໄປຫາທີມຮັກສາຄວາມປອດໄພ ຂອບ
ໃຈພວກເຂົາເຈົ້າແລະວ່າ “ພວກສາຍລັບພາກັນເຮັດວຽກໄດ້ດີເລີດໃນຄໍ່າຄືນວານນີ້. ຂ້າພະເຈົ້າຂໍຂອບໃຈຫຼາຍໆ.”

ລຸນຫຼັງເຫດການລ່ວງລໍ້າເຂດແດນສາມຄັ້ງໃນເດືອນກັນຍາປີ 2014 ໃນສະໄໝທີສອງ ຂອງອະດີດປະທານາທິບໍດີ ບາຣັກໂອບາມາແລ້ວ ໜ່ວຍສືບລັບກໍໄດ້ເອົາມາດຕະການ
ເຄັ່ງຄັດຂຶ້ນຕື່ມ ຢູ່ອ້ອມແອ້ມບໍລິເວນທຳນຽບຂາວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG