ບັນດານັກຄົ້ນຄວ້າ ຜູ້ນໍາການເມືອງ ນັກການທູດ ແລະຜູ້ມີສ່ວນໄດ້ສ່ວນ ເສຍລະດັບສູງ ປະມານ 25,000 ຄົນ ກໍາລັງເຕົ້າໂຮມກັນຢູ່ທີ່ນະຄອນ ຫຼວງວໍຊິງຕັນ ໃນວັນອາທິດມື້ນີ້ ເພື່ອເຂົ້າຮ່ວມກອງປະຊຸມນານາຊາດກ່ຽວກັບໂຣກເອດສ໌.
ກອງປະຊຸມດັ່ງກ່າວ ທີ່ຈັດຂຶ້ນທຸກໆສອງປີ ຈະດໍາເນີນໄປຈົນເຖິງວັນທີ່ 27 ເດືອນກໍລະກົດນີ້ ທີ່ເມືອງຫຼວງສະຫະລັດ ຊຶ່ງເປັນເມືອງທີ່ປະເຊີນ ກັບອັດຕາຜູ້ຕິດເຊື້ອເອັຊໄອວີສູງທີ່ສຸດແຫ່ງນຶ່ງຂອງປະເທດ. ປົກກະຕິແລ້ວ ເຊື້ອໄວຣັສ ເອັຊໄອວີ HIV ເປັນເຊື້ອທີ່ພາໃຫ້ເປັນໂຣກເອດສ໌.
ທ່ານນາງ ຮີລແລຣີ ຄລິນຕັນ ພ້ອມດ້ວຍອະດີດປະທານາທິບໍດີ ບິລ ຄລິນຕັນ ສາມີຂອງທ່ານນາງ ແລະອະດີດສະຕຣີໝາຍເລກນຶ່ງ ທ່ານນາງ Laura Bush ຈະກ່າວຄໍາປາໄສທີ່ກອງປະຊຸມດັ່ງກ່າວ. ຜູ້ນໍາລະດັບສູງຄົນອື່ນໆອີກ ທີ່ຈະກ່າວຄໍາປາໄສ ກໍມີໂຮມທັງ ທ່ານ Jim Yong Kim ປະທານທະນາຄານໂລກ ແລະທ່ານ Bill Gates ປະທານບໍລິສັດໄມ ໂຄຣຊອຟ ແລະຜູ້ໃຈບຸນສຸນທານ.
AIDS ເປັນພະຍາດຊະນິດນຶ່ງທີ່ທໍາລາຍລະບົບພູມຕ້ານໃນຮ່າງກາຍ ທີ່ ເຮັດໃຫ້ຄົນມີສຸຂະພາບອ່ອນແອ ງ່າຍຕໍ່ການຕິດເຊື້ອໂຣກ ແລະພະຍາດ.
ເຊື້ອ HIV ພົບເຫັນຢູ່ໃນນໍ້າຫຼໍ່ລ້ຽງຮ່າງກາຍຂອງຜູ້ທີ່ຕິດເຊື້ືອນີ້ ແລະຕິດ ແປດຕໍ່ຈາກຄົນນຶ່ງ ໄປຫາອີກຄົນນຶ່ງ ໂດຍຜ່ານການສໍາຜັດທາງເລືອດ ການຮ່ວມເພດ ຫຼືຈາກແມ່ທີ່ຕິດເຊື້ອນີ້ຢູ່ແລ້ວ ໄປຫາລູກ ໃນຂະນະທີ່ຍັງຢູ່ໃນທ້ອງ ຫລືຜ່ານການໃຫ້ລູກກິນນໍ້ານົມແມ່.
ອົງການສະຫະປະຊາຊາດກ່າວວ່າ ມີປະຊາຊົນ 34 ລ້ານຄົນຕິດເຊື້ອ HIV ໂຣກເອດສ໌ ໃນປີ 2011ແລະໃນນັ້ນ 1 ລ້ານ 7 ແສນ ຄົນເສຍຊີວິດໄປແລ້ວ ຍ້ອນພະຍາດນີ້.
ລາຍງານກ່ຽວກັບກນດໍາເນີນຄວາມພະຍາຍາມເພື່ອປ້ອງກັນການຕິດເຊື້ອ HIV
ໃນໝູ່ຊາວໜຸ່ມ ໃນວໍຊິງຕັນ ດີຊີ: