ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກາ​ນ​​ສອນ ​ພາ​ສາ​ລ​າວ ຢູ່​​​ໂຮງ​ຮຽນ​ຫຼວງ ໃນ ແຂວງ​ເກ​ເບັກ ປະ​ເທດ​ກາ​ນາ​ດາ


ຍາ​ນາງ​ແກ​້​ວ​ຕາ ສຸ​ຣິ​ຍະ​ເດດ ພົມ​ມະ​ຣິນ ກຳ​ລັງອະ​ທິ​ບາຍ ກ່ຽວ​ກັບ ການ​ຮຽນພາ​ສາ​ລາວ ແລະ​ກິດ​ຈະ​ການ​ສັງ​ຄົມ ໃຫ້​ພວກ​​​ພໍ່​ແມ່ ແລະ​ຜູ້​ປົກ​ຄອງ ຢູ່ນະ​ຄອນ​ມົງ​ເຣ​ອານ ປະ​ເທດ​ກາ​ນາ​ດາ.
ຍາ​ນາງ​ແກ​້​ວ​ຕາ ສຸ​ຣິ​ຍະ​ເດດ ພົມ​ມະ​ຣິນ ກຳ​ລັງອະ​ທິ​ບາຍ ກ່ຽວ​ກັບ ການ​ຮຽນພາ​ສາ​ລາວ ແລະ​ກິດ​ຈະ​ການ​ສັງ​ຄົມ ໃຫ້​ພວກ​​​ພໍ່​ແມ່ ແລະ​ຜູ້​ປົກ​ຄອງ ຢູ່ນະ​ຄອນ​ມົງ​ເຣ​ອານ ປະ​ເທດ​ກາ​ນາ​ດາ.

​ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ ຂອງວີ​ໂອ​ເອ ​ປະ​ຈຳ​ແລງ
ວັນ​ພະ​ຫັດ​ມື້​ນີ້ເຮົາ​ຈະ​ນຳ​ເອົາ​ການ​ສຳ​ພາດ​ກັບຍາ​ນາງ​ແກ້ວ​ຕາ ສຸ​ຣິ​ຍະ​ເດດ ພົມ​ມະ​ຣິນ
ອະ​ດີດ​ນາຍ​ຄູສອນ ​ຢູ່​ໂຮງ​ຮຽນ​ຫຼ​ວງ​ ໃນ​ເຂດນະ​ຄອນ​ມົງ​ເຣ​ອານ ປະ​ເທດ​ກາ​ນາ​ດາ ມາ
ສະເໜີທ່ານ. ຍ​າ​ນາງ​ແກ້ວ​ຕາ ໄດ້​ອອກ​ກິນ​ເບ້ຍ​ບຳ​ນານ​ຫ້າ​ປີ​ແລ້ວ ແຕ່​ຍັງ​ເປັນ​ທີ່ປຶ​ກ​ສາ
​ອາ​ສາ​ສະ​ໝັກ​ສອນ​ພາ​ສາ​ລາວ​ ໃຫ້​ແກ່​ບັນ​ດາ​ເຍົາ​ວະ​ຊົນ​ກາ​ນາ​ດາ​ເຊື້ອ​ສາຍ​ລາວ ແລະ
ສອນ​ພາ​ສາ​ລາວ ​ໃຫ້​ແກ່ຊາວ​ກາ​ນາ​ດາ ​ຜູ້ຕຽມ​ຈະໄປ​ປະ​ຕິ​ບັດ​ງານ ​ຢູ່​ໃນ​ປະ​ເທດ​ລາວ.
ຍາ​ນາງ​ແກ້ວ​ຕາ ໄດ້​ແບ່ງ​ປັນປະ​ສົບ​ການ​ ກ່ຽວ​ກັບ​ຄວາມ​ສຳ​ຄັນ ​ຂອງ​ການ​ຮຽນ​ພາ​ສາ​
ລາວ​ຢູ່​ຕ່າງ​ປະ​ເທດ ຊຶ່ງກິ່ງ​ສະ​ວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ຫ້ອງ​ຮຽນສອນ​ພາ​ສາ​ລາວ ໃຫ້​ແກ່​ບັນ​ດາ​ນັກ​ຮຽນ​ຜູ້​ໃຫຍ່.
ຫ້ອງ​ຮຽນສອນ​ພາ​ສາ​ລາວ ໃຫ້​ແກ່​ບັນ​ດາ​ນັກ​ຮຽນ​ຜູ້​ໃຫຍ່.

ການ​ຮຽນພາ​ສາ​ລາວ ຂະ​ນົບ​ທຳ​ນຽ​ມ​ລາວ​ຢູ່ນອກ​ປະ​ເທດ​ ແມ່ນມີ​ຄວາມ​ສຳ​ຄັນ ແລະ
​ເພື່ອຈຸດ​ປະ​ສົງ​ຫຼາຍຢ່າງແຕກຕ່າງກັນໄປ. ພາ​ສາ​ລາວແມ່ນ​ພາ​ສາ​ນຶ່ງ ​ທີ່​ປາກ​ເວົ້າໃຊ້
ສົນ​ທະ​ນາ​ຢູ່​ໃນວົງການ ​ການ​ທູດ ທາງລາດ​ຊະ​ການ ​ດ້ານທຸ​ລະ​ກິດ ການ​ທ່ອ​ງທ່ຽວ
ແລະ​ສັງ​ສັນ​ຕ່າງໆ ໂດຍ​ສະ​ເພາະ​ບັນ​ດາ​ຜູ້​ທີ່​ເຮັດ​ວຽກ​ພົວ​ພັນ​ກັບ​ປະ​ເທດ​ລາວ. ນອ​ກ​
ຈາ​ກ​ນັ້ນ​ອີກ​ ຢູ່​ໃນ​ບາງ​ເຂດເມືອງຕ່າງໆ ​ຢູ່​ໃນສະ​ຫະ​ລັດ ແລະ​ຢູ່​ປະ​ເທດ​ອື່ນໆ ເຊັ່ນ​ວ່າ
​ທີ່ເຂດ​ນະ​ຄອນ​ມົງ​ເຣ​ອານ ປະ​ເທດ​ກາ​ນາ​ດາ ລັດ​ຖະ​ບານ​ທ້ອງ​ຖິ່ນ​ ໄດ້​ໃຫ້​ຄວາມ​ສຳ​ຄັນ
​ ຕໍ່​ການ​ສອນພາ​ສາ​ຕ່າງ​ປະ​ເທດ ບ່ອນທີ່​ມີ​ຊົນ​ຊາດຕ່າງໆພາ​ກັນຕັ້ງ​ຖິ່ນ​ຖານ​ຢູ່​. ເຫດ
​ຜົນກໍ​ເພື່ອ​ສົ່ງ​ເສີມ ແລະຮັກ​ສາ​ ພາ​ສາພື້ນ​ເມືອງ​ຕ່າງໆ​ເຫຼົ່ານັ້ນ​ໄວ້. ໂດຍ​ສະ​ເພະ​ຢ່າງ
​ຍິງ ຢູ່​ໃນຂັ້ນໂຮງ​ຮຽນ​ປະ​ຖົມ. ​ເຂົາ​ເຈົ້​າມີ​ຫລັກ​ສູດ​ການ​ສອນ ຊຶ່ງບັນ​ດາ​ນັກ​ຮຽນ ​ໄດ້​ຮັບ
​ຄະ​ແນນ​ຈາກ​ການ​ຮຽນພາ​ສາຕ່າງປະເທດ ດັ່ງ​ຍາ​ນາງ​ແກ້ວ​ຕາ ໄດ້​ເລົ່າ​ສູ່ ວີ​ໂອ​ເອ
ຟັງ​ດັ່ງ​ນີ້:

ຢູ່​ປະ​ເທດ​ກາ​ນາ​ດາ ໂດຍ​ສະ​ເພາະຢ່າງ​ຍິ່ງໃນ​ແຂວງ​ເກ​ເບັກ ​ຊຶ່ງຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ
​ອອກ ມີ​ປະ​ຊາ​ກອນ​ກາ​ນາ​ດາ​ເຊື້ອ​ສາຍ​ລາວ​ຫຼາຍສົມ​ຄວນ​ ທີ່ໄດ້​ພາ​ກັນ​ຕັ້ງ​ຖິ່ນ​ຖານຢູ່​
ໃນ​ຂົງ​ເຂດ​ແຫ່ງນີ້. ເພາະ​ສະ​ນັ້ນ ​ພາ​ສາ​ລາວ​ຈຶ່ງ​ແມ່ນ​ພາ​ສາ​ນຶ່ງ ​ທີ່ຢູ່​ໃນ​ຫລັກ​ສູດ​ການ
​ສອນພາ​ສາ​ຕ່າງ​ປະ​ເທດ ໃນໂຮງ​ຮຽນ​ຊັ້ນ​ປະ​ຖົມ ​ຊຶ່ງ​ຍາ​ນາງ​ແກ້ວ​ຕາ ໄດ້​ອະ​ທິ​ບາຍເຖິງ​
ຂັ້ນ​ຕອນ​ກ່ຽວ​ກັບໂ​ຄງ​ການກ​ານ​ສອນວ່າ:

ຊີວິດການ​ເປັນ​ຢູ່​ໃນ​ຕ່າງ​ປະ​ເທດ ເປັນ​ການ​ທ້າ​ທາຍອັນ​ໃຫຍ່ແກ່​ບັນ​ດາ​ພໍ່​ແມ່​ຜູ້​ປົກ
​ຄອງ ທີ່​ຈ​ະ​ສິດ​ສອນ​ໃຫ້​ພວກ​ລູກໆຜູ້​ທີ່​ເກີດຢູ່​ຕ່າງ​ປະ​ເທດ​ພາ​ກັນປາກ​ເວົ້າ​ພາ​ສາ​ລາວ
ໃນ​ແຕ່​ລະ​ວັນ. ຍາ​ນາງ​ແກ້ວ​ຕາ ໄດ້​ອະ​ທິ​ບາຍມ້ວນ​ທ້າຍ​ ແລະ​ໃຫ້​ເຫດ​ຜົນເຖິງວິ​ທີ
​ການ​ສອນພາ​ສາ​ຝ​ຣັ່ງ ແລະ​ພາ​ສາ​ລາວ​ດັ່ງ​ນີ້:

ຄວາມສາ​ມາດ​ປາກ​ເວົ້າ​ໄດ້​ຫຼາຍ​ພາ​ສາ ແມ່ນພອນ​ສະ​ຫວັນອັນ​ປະ​ເສີດ ນອກ​ຈາ​ກ
ໄດ້​ຄະ​ແນນ​ໃນການຮຽນແລ້ວ ກໍຍັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາ​ມາດ​ຢູ່​ໃນ​ໜ້າ​ທີ່
ວຽກ​ການອີກ​ດ້ວຍ.

XS
SM
MD
LG