ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຄະນະສາດສະດາຈານ ຈາກ ມະຫາວິທະຍາໄລ ໃນ ສປປ ລາວ ຢ້ຽມຢາມ ສະຫະລັດ


ຄະນະສາດສະດາຈານ ຈາກ ສປປ ລາວ ທີ່ມາຢ້ຽມຢາມ ສຫລ ພ້ອມດ້ວຍບັນດາແຂກຜູ້ມີກຽດທີ່ ສະຖານເອກອັກຄະລັດທູດ ສປປ ລາວ ທີ່ ວໍຊິງຕັນ ດີ.ຊີ
ຄະນະສາດສະດາຈານ ຈາກ ສປປ ລາວ ທີ່ມາຢ້ຽມຢາມ ສຫລ ພ້ອມດ້ວຍບັນດາແຂກຜູ້ມີກຽດທີ່ ສະຖານເອກອັກຄະລັດທູດ ສປປ ລາວ ທີ່ ວໍຊິງຕັນ ດີ.ຊີ
ເມຶ່ອ​ເດືອນ​ເມ​ສາ ທີ່​ຜ່ານ​ມາໄດ້​ມີ ຄະ​ນະ​ຜູ້​ແທນຂັ້ນສູງຈາກມະ​
ຫາ​ວິ​ທະ​ຍາ​ໄລ​ ໃນ ສ​ປ​ປ ລາວ ພ້ອມ​ດ້ວຍ​ບັນດາ ສາດສະດາ
ຈານຈາກ ປະ​ເທດເອເຊຍ ​ໄດ້​ຖືກ​ເຊີນ​ຈາກ ລັດ​ຖະ​ບານ ສະ​ຫະ
​ລັດ ​ໄດ້ເດີນ​ທາງ​ມາ​ທັດສະນະ​ສຶກສາ​ກ່ຽວ​ກັບລະ​ບົບ​ການ​ສຶກ
​ສາຊັ້ນ​ສູງ ຢູ່​ຕາມ ມະ​ຫາ​ວິ​ທະ​ຍາ​ໄລ​ຕ່າງໆໃນ ​ສະ​ຫະ​ລັດ ອະ​
ເມ​ຣິ​ກາ ເປັນ​ເວ​ລາ​ສອງ​ອາ​ທິດ.

ບັນດາ​ທ່ານ​ເຫລົ່ານີ້ ​ໄດ້​ເລີ້ມເຂົ້າ​ຮ່​ວມ ກອງ​ປະຊຸ​ມສະມາຄົມ
ບໍລິຫານການ​ສຶກສາ​ຊັ້ນ​ສູງຂອງສະຫະລັດ ທີ່ມະຫາວິທະຍາ​
ໄລ San Francisco ລັດ California ຊຶ່ງ​ຕັ້ງ​ຢູ່ພາກ​ຕາ​ເວັນຕົກ​.

ຫລັງ​ຈາກ​ນັ້ນ​ໄດ້​ເດີນທາງມາ​ສູ່ ​ພາກ​ຕາ​ເວັນ​ອອກຂອງ ສະຫະ
ລັດເພື່ອ​ມາ​ຢ້ຽມຢາມ ມະຫາວິທະຍາ​ໄລ ​ໃນເຂດ​ນີ້​ອັນ​ມີ ມະຫາວິທະຍາ​ໄລ Maryland
ມະຫາວິທະຍາ​ໄລ George Mason ແລະ ມະຫາວິທະຍາ​ໄລ West Virginia. ​ໃນ​ໂອ
ກາດ​ດຽວ​ກັນນີ້ ພວກທ່ານເຫລົ່ານີ້ໄດ້​ຖືໂອ​ກາດ​ເຂົ້າຮ່ວມສະຫລອງບຸນປີໃໝ່ ພ.ສ 2556
ທີ່ສະຖານເອກອັກຄະລັດທະທູດ ສປປລາວ ທີ່ ນະຄອນຫລວງວໍຊິງຕັນ ຄະນະ​ຜູ້​ແທນດັ່ງ
ກ່າວ ທີ່​ນໍາພາ​ໂດຍ ​ທ່ານ​ ສາ​ດສ​ະດາ​ຈານ ດຣ ສຸກ​ກົງ​ແສງ ໄຊ​ຍະ​ເລີດ ອະ​ທິ​ການບໍ​ດີ
ມະ​ຫາວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຕິດ​ຕາມ​ມາ​ດ້ວຍ ທ່ານ ສາ​ສ​ດາ​ຈານ ດ​ຣສີ​ຄຳ​ຕາດອະທິ
ການ​ບໍດີຈາກ ​ມະ​ຫາ​ວິ​ທະ​ຍາ​ໄລ ຈຳ​ປາ​ສັກ ທ່ານ ສາ​ດສະດາ​ຈານດ​ຣ ຄຳ​ຜາຍສີ​ສະ
ຫວັນ ອ​ະ​ທິ​ການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ ສຸ​ພາ​ນຸ​ວົງ ທີ່​ຫລວງ​ພະ​ບາງແລະ ທ່ານ​ນາງພອນ
​ເພັດບຸບ​ຜາ ຫົວ​ໜ້າ​ກົມ​ສຶກ​ສາ​ຊັ້ນ​ສູງ ​ໄດ້​ຈັດ​ກອງ​ປະຊຸ​ມຖະ​ແຫລ​ງກ່ຽວ​ກັບການສຶກສາ​
ຂັ້ນ​ສູງໃນ ສປປ ລາວ ກ່ອນ​ເປີດ​ງານ​ສະຫລອງ​ປີ​ໃໝ່​ນັ້ນ.

ຊ້ອງ​ໜ້າ​ບັນດາ​ແຂກ​ທີ່​ເຂົ້າ​ຮ່ວມຢ່າງ​ໜາ​ແໜ້ນ ທ່ານ ສາ​ດ​ສະ​ດາ​ຈານ ດ​ຣ ສຸກ​ກົງແສງ
ໄຊ​ຍະ​ເລີດ ໄດ້​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ສຶກສາ​ໃນປັດຈຸບັນ​ທີ່ ສປປ ລາວ ​ວ່າ:


ທ່ານ ສາດສະດາຈານ ດຣ ສຸກວົງແສງ ໄຊຍະເລີດ
ທ່ານ ສາດສະດາຈານ ດຣ ສຸກວົງແສງ ໄຊຍະເລີດ



ຫລັງ​ຈາກ​ນັ້ນ ວີ​ໂອ​ເອ ໄດ້​ສຳ​ພາດ ​ທ່ານ ສາດ​ສ​ະດາ​ຈານ ດ​ຣ
ຄຳ​ຜາຍ ສີ​ສະ​ຫວັນ ອ​ະ​ທິ​ການບໍ​ດີມະ​ຫາ​ວິ​ທະ​ຍາ​ໄລ ສຸ​ພາ​ນຸ​ວົງ
ທີ່​ນະ​ຄອນຫລວງ​ພະ​ບາງຊຶ່ງ​ທ່ານ​ໄດ້ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ມາຢ້​ຽມ​ຢາມສະ​ຫະ​ລັດ ຂອງ​ຄະ​ນະ
​ຜູ້​ແທນແລະໃຫ້​ລາຍລະ​ອຽດກ່ຽວ​ກັບ ລະບົບ​ການ​ສຶກ​ສາຊັ້ນ​ສູງ​ຢູ່​ໃນ ສ​ປ​ປ ລາວ ວ່າ:


​ທ່ານ ສາດສະດາຈານ ດຣ ຄໍາຜາຍ ສີສະຫວັນ (ທີສອງຈາກຂວາມື)
​ທ່ານ ສາດສະດາຈານ ດຣ ຄໍາຜາຍ ສີສະຫວັນ (ທີສອງຈາກຂວາມື)




ທີ່​ທ່ານ​ໄດ້​ຮັບ​ຟັງ​ສີ້​ນສຸດ​ລົງໄປ​ນັ້ນ​ແມ່ນ ລາຍ​ງານ
​ການ​ສໍາພາດຂອງ ທ່ານ ສາດສະດາຈານ ດຣ ສຸກ​ກົງ​ແສງ ​ໄຊ​ຍະ​ເລີດ ອະທິ
ການ​ບໍດີ ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ ທີ່​ນະຄອນຫລວງ​ວຽງ​ຈັນ ​ແລະ ​ທ່ານ ສາດສະດາຈານ ດຣ ຄໍາ​ຜາຍ ສີສະ​ຫວັນອະທິການ​ບໍດີ ມະຫາ​ສະ​ທະຍາໄລ ສຸພາ​ນຸວົງ ທີ່​ນະຄອນຫລວງພະ​ບາງ​. ກ່ຽວ​ກັບ​ການ​ສຶກສາ​ຂັ້ນ​ສູງ​ໃນ ສປປລາວ ທີ່​ໄດ້ຮັບ​ການ​ພັດທະນາໃຫ້​ກ້າວໜ້າ​ຂື້ນ​ໄປ​ນັບ​ມື້​ໃນ​ປັດຈຸບັນ​ນີ້.

XS
SM
MD
LG