ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ສຸ​ມາ​ໄລ ໂພ​ທິ​ສານ ນາງອາກາດ ສາຍການບິນ ກາຕາ


ສຸມາໄລ ໂພທິສານ (ຄົນຢືນຢູ່ເບື້ອງຫລັງ) ນາງອາກາດ ສາຍການບິນກາຕາ ພ້ອມດ້ວຍໝູ່ເພື່ອນ
ສຸມາໄລ ໂພທິສານ (ຄົນຢືນຢູ່ເບື້ອງຫລັງ) ນາງອາກາດ ສາຍການບິນກາຕາ ພ້ອມດ້ວຍໝູ່ເພື່ອນ
ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ຣົບ ມື້​ນີ້​ຂ້າ​ພະ​ເຈົ້າ​ຈະ​ນຳ​ພາ​ທ່ານ
ໄປ​ຢ້ຽມ​ຢາມ​ຖາມ​ຂ່າວ ນາງ​ສຸ​ມາ​ໄລ ໂພ​ທິ​ສານ ​ມີ​ຊື່​ຫລີ້ນ​ວ່າ
ປຸ ທີ່ ສ​ປ​ປ ລາວ. ປັດຈຸບັນ​ນີ້ ສຸ​ມາ​ໄລ ເຮັດ​ວຽກເປັນ​ນາງ​ອາ
​ກາດ ​ໃຫ້​ແກ່ສາຍ​ການ​ບິນ Qatar Airways ຊຶ່ງ​ເປັນ​ສາຍ​ການ​
ບິນ ແຫ່ງ​ຊາດ ຂອງ​ປະ​ເທດກາ​ຕາ ທີ່ມີ​ຫ້ອງ​ການ​ໃຫ​ຍ່​ຢູ່​ນະ
​ຄອນ Doha ໃນ​ພາກຕາ​ເວັນ​ອອກ​ກາງ ​ແລະເປັນ​ປະ​ເທດ​
ນ້ອຍໆ​ທີ່​ອ້ອມ​ລ້ອມ​ດ້ວຍ ປະ​ເທດ​ຊາ​ອຸ​ດີ​ອາເຣ​ເບຍ ​ເຢ​ເມນ
ສະຫະລັດ​ອາຣັບ​ເອ​ມີ​ເຣັສ ​ແລະ​ອີຣ່ານ.

ສາຍ​ການບິນ​ກາ​ຕາ ບິ​ນ​ໄປ​ຍັງ​ຈຸດໝາຍຢູ່ໃນ 100 ປະ​ເທດທົ່ວ
​ໂລກ ແລະ​ມີ​ເຮືອ​ບິນບໍ​ລິ​ການ 100 ກວ່າລຳ. ​ສາຍການບິນ
Qatar ​ແມ່ນ​ລັດວິ​ສາຫະກິດ​ຄື​ຖະ​ບານ​ເປັນ​ເຈົ້າ​ຂອງ ແລະໄດ້
​ຕັ້ງ​ທຸ​ລະ​ກິດ​ຂື້ນ​ມາ​ແຕ່​ປີ 1993.

ປັດ​ຈຸ​ບັ​ນ​ນີ້ ສາຍ​ການ​ບິນ Qatar ມີ​ພະ​ນັກ​ງານ​ຢູ່ທັງ​ໝົດ 33,000 ຄົນ 17,000 ​ຄົນເຮັດ​ວຽກ​
ປະ​ຈຳ​ຢູ່​ໃນ ປະ​ເທດກາ​ຕາ ໂດຍ​ກົງ ແລະອີກ 13,000 ຄົນມາ​ຈາກ​ເທດອຶ່ນໆ.

ສາຍ​ການ​ບິນ Qatar ເປັນ​ສາຍ​ການ​ບິນ​ຂົນ​ສິນ​ຄ້າ ​ແລະບໍ​ລິ​ການ​ຜູ້​ໂດຍ​ສ​ານຢູ່ໂລກ ເຊັນວ່າ
ອາ​ຟ​ຣິ​ກາ ພາ​ກ​ກາງ​ຂອງເອ​ເຊຍ ຢູ​ໂຣບ ເອ​ເຊຍ​ຕາ​ເວັນ​ອອກສຽງໃຕ້ ຕາ​ເວັນ​ອອກ​ກາງ
ອາ​ເມ​ຣິ​ກາເໜືອ ອາ​ເມ​ຣິ​ກາ​ໃຕ້ ແລະບັນ​ດາ​ໝູ່​ເກາະ​ຕ່າງໆ​.

ສຸມາໄລ ໂພທິສານ
ສຸມາໄລ ໂພທິສານ


ປະ​ກ​ອບ​ສ່ວນຢູ່​ໃນ​ພາກ​ບໍລິສັດກາ​ນ​ບິນທີ່​ໃຫ​ຍ່​ໂຕ​ ບໍລິສັດ​ນຶ່ງຂອງ
​ໂລກ​ທີ່​ວ່ານີ້​ມີ ສະ​ຕີ​ສາວລາວທີ່​ໜ້າ​ຮັກ​ຄົນ​ນຶ່ງ ມີຊື່​ວ່າ ນາງສຸມາ​ໄລ
ໂພ​ທິ​ສານ ມີ​ຊື່​ຫລີ້​ນວ່າ ປຸ ອາ​ຍຸ 27 ປີ ເກີດ​ທີ່​ບ້ານ​ຈອມ​ເພັດ​ເໜືອ
ເມືອງສີ​ສັດຕະ​ນາກ ນະ​ຄອນ​ຫລວງວຽງ​ຈັນ. ນາງ​ເປັນ​ສະ​ຕີລາວ
ສະໄໝ​ໃໝ່ ມີ​ຄວາມສະ​ຫລຽວ​ສະ​ຫລາດ ວ່ອງ​ໄວ ແລະມີຄວາມ
ເປັນ​ຕົນ​ເອງ. ສຸມາໄລ ເປັນລູກສາວຄົນທີ່ສອງຂອງ ດອກເຕີ
ສຸເນດ ໂພທິສານ ແລະທ່ານນາງ ຫອມ ວົງໄຊ.

ນາງໄດ້​ເລີ້ມ​ການສຶກສາຂັ້ນ​ປະຖົມ​ຢູ່ ປະ​ເທດອອສເຕ​ຣເລຍ ທີ່ລັດ Queensland ​ເປັນ
ເວລາ​ສີ່​ປີ ເນຶ່ອງ​ຈາກວ່າ​ເວລານັ້ນ ພໍ່​ແມ່ຂອງສຸ​ມາໄ​ລ ເປັນ​ນັກ​ສຶກສາ​ຢູ່​ທີ່​ນັ້ນ. ຕໍ່ມາ ຄອບ
ຄົວໄດ້ຍ້າຍກັບ​ຄືນ​ມາ​ເມືອງ​ລາວ ສຸ​ມາ​ໄລໄດ້​ດຳ​ເນີນ​ການ​ສຶກ​ສາ​ຕໍ່ ຈົນຈົບ​ມັດ​ທະ​ຍົມສົມ
ບຸນ ທີ່​ນະ​ຄອນ​ຫລວງວຽງ​ຈັນ ແລະ​ໄດ້ໄປ​ຮຽນ​ຕໍ່​ທີ່ມະ​ຫາ​ວິ​ທະ​ຍາ​ໄລສາ​ລະ​ຄາມ ປະເທດ
​ໄທ ສຳ​ເລັດ​ປະ​ລິນ​ຍາ​ຕີ ຝ່າຍ​ໂຮງ​ແຮມ ແລະທ່ອງ​ທ່ຽວ. ສຸ​ມາ​ໄລ ​ປາກ​ໄດ້​ສາມ​ພາ​ສາ ລາວ
ໄທ ແລະ​ອັງ​ກິດ.

ສຸ​ມາ​ໄລໄດ້​ເລີ້ມ​ເຮັດ​ວຽກ​ໃນ​ວິ​ຊາ​ທີ່​ໄດ້​ຮຽນ​ມາ​ຢູ່ໂຮງ​ແຮມ ບ່ອນ​ຕາກ​ອາ​ກາດທີ່ ພູ​ເກັດ
ປະ​ເທດ​ໄທເປັນ​ເວ​ລາ​ເກືອບ​ສອງ​ປີ ​ຫລັງ​ຈາກ​ນັ້ນ ໄດ້​ເຂົ້າ​ເຮັດ​ວຽກ​ເປັນ​ນາງ​ອາ​ກາດໃຫ້​ແກ່​
ສາຍ​ການ​ບິນ Qatar ອັນ​ເປັນ​ວິຊາ​ອາຊີບທີ່ ສຸ​ມາ​ໄລ ໄດ້ໄຝ່​ຝັນ​ຫາ​ມາ​ແຕ່​ຍັງ​ນ້ອຍ ສຸ​ມາ​ໄລ
ປະສົບ​ຜົນ​ສໍາເລັດເຂົ້າ​ມາ​ເປັນ​ພະນັກງານ​ການບິນ ​ເລີ້ມ​ໄດ້​ຮັບ​ການຝຶກ​ຫັດ ອົບ​ຮົມເປັນ ​ເວ
ລາ 7 ອາທິດ​ທີ່​ປະ​ເທດ​ກາ​ຕາ ກ່ຽວກັບ​ສາຍການບິນ ຄວາມ​ປອດ​ໄພ ການ​ບໍລິການ ​ແລະ​ສິ່ງ
ສໍາຄັນ​ອຶ່ນໆ​ກ່ຽວ​ກັບ​ການ​ບໍລິຫານ. ສຸມາ​ໄລ ​ໄດ້ເລົ່າເຖິງຕົ້ນ​ຕໍຂອງ​ຄວາມໄຝ່​ຝັນ​ທີ່​ໄດ້​ກາຍ
​ມາ​ເປັນຄວາມ​ຈິງ ​ແລະໄດ້​ເປັນນາງ​ອາ​ກາດ ​ສູ່ ວີ​ໂອ​ເອ ​ຟັງ​ດັ່ງ​ນີ້

ລິງໂດຍກົງ

ນັບ​ແຕ່ ສຸມາ​ໄລ ​ໄດ້​ເຮັດ​ວຽກ​ມາ​ແຕ່​ປີ 2009 ນາງ​ໄດ້​ບິນ​ໄປ​ຍັງ​ 50 ​ກວ່າໂຕ​ເມືອງໃນ 20 ປະ​
ເທດ​ຢູ່​ທົ່ວ​ໂລກ. ນອກຈາກການໄດ້​ເຮັດ​ວຽກ ​ເປັນນາງ​ອາກາດ​ຕາມ​ທີ່​ໄດ້​ຝັນແລ້ວ ສຸມາ​ໄລ
ຍັງ​ໄດ້​ຮັບ​ກໍາ​ໄລ​ຊີວິດ​ທີ່​ຫາ​ຍາກ ​ໂດຍ​ໄດ້​ເຫັນ​ຫລາຍ​ປະ​ເທດ ຫລາຍ​ພາສາ ​ວັດທະນາ​ທໍາ ​
ແລະ​ຄວາມ​ຈະ​ ເລີ​ນຂອງ​ໂລກ. ສຸມາ​ໄລ ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ​ເພີ້​ມ​ຕື່ມ​ວ່າ :

ລິງໂດຍກົງ

ການ​ປະຕິບັດ​ງານ​ຂອງ ສຸມາ​ໄລ ຕ້ອງ​ໄດ້​ຢູ່​ໃນ​ຕ່າງປະ​ເທດ ​ເປັນ​ສ່ວນ​ໃຫຍ່ ​ໂດຍ​ສະ​ເພາະ
ປະ​ເທດ​ກາ​ຕາ ທີ່​ມີ​ພາສາ ​ວັດທະນາ​ທໍ​າ ​ແລະ​ຄວາມ​ແຕກ​ຕ່າງ​ກັບ​ເຂດ​ເອ​ເຊຍ​ຫລາຍ​ທີ່​ສຸດ.
ພາຍ​ໃນ​ປີ​ນຶ່ງ ສຸມາ​ໄລ ​ໄດ້​ຮັບ​ເວລາ​ພັກ​ການ​ຢູ່ 30 ມື້ ​ແລະ​ເວລາ​ນີ້​ເອງທີ່ ສຸມາ​ໄລ ​ໄດ້ເດີນທາງ
ກັບ​ບ້ານ ​ແລະ​ໄດ້​ໄປພົບ​ກັບ​ ແມ່​ແລ​ະພໍ່ ທີ່​ປະ​ເທດ​ໄທ​ເພື່ອ​ພັກຜ່ອນ ກ່ອນ​ເດີນທາງ​ມາ​ພັກ​ທີ່
ບ້ານຈອມ​ເພັດ​ໃນ​ນະຄອນຫລວງ​ວຽງຈັນ ສຸ​ມາ​ໄລ ​ໄດ້​ກ່າວ​ມ້ວນທ້າຍ​ຕໍ່ ວີ​ໂອ​ເອ ວ່າ :

ລິງໂດຍກົງ

ນັ້ນ​ແມ່ນ​ການ​ສໍາພາດ ນາງ​ສຸມາ​ໄລ ​ໂພທິ​ສານ ສະຕີ​ລາວ ທີ່​ເຮັດ​ວຽກ​ເປັນ​ນາງ​ອາກາດ ​ໃຫ້
​ແກ່​ສາຍ​ການບິນ Qatar ຂອງ​ປະ​ເທດ Qatar ທີ່​ພາກ​ຕາ​ເວັນ​ອອກ​ກາງ.
XS
SM
MD
LG