ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບຸນຊ່ວງເຮືອ ປະຊາຄົມ ລາວ-ອາເມຣິກັນ ທີ່ນະຄອນ ແຊນດີເອໂກ ລັດແຄລີຟໍເນຍ (ວີດີໂອ)


ພາບສ່ວນນຶ່ງຂອງ ການແຂ່ງຂັນບຸນຊ່ວງເຮືອ ທີ່ ນະຄອນ San Diego ລັດ California ວັນເສົາ ທີ່ 6 ເດືອນກັນຍາ
ພາບສ່ວນນຶ່ງຂອງ ການແຂ່ງຂັນບຸນຊ່ວງເຮືອ ທີ່ ນະຄອນ San Diego ລັດ California ວັນເສົາ ທີ່ 6 ເດືອນກັນຍາ

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍການ​ຊິວິດ​ຊາວ​ລາ​ວ ມື້​ນີ້ ຈະ​ແມ່ນ
​ການ​ສຳພາດ ຍາ​ນາງ Paulett ຫລວງ​ວິ​ເສດ ປະທານ​ ສູນ​
ກາງ​ວັດທະນາ​ທຳ​ລາວ ຢູ່ນະຄອນ San Diego ລັດ Cali-
fornia ກ່ຽວ​ກັບ​ການ​ແຂ່ງຂັນຊ່ວງ​ເຮືອ ທີ່​ ອ່າວ Mission
Bay ​ແຄມມະຫາ​ສະມຸດ ປາຊິ​ຟິກ. ການ​ແຂ່ງຂັນໃນ​ວັນເສົາ
​ທີ 6 ​ຂອງ​ເດືອນກັນຍາ ທີ່​ຜ່ານ​ມາ​ນີ້ ມີ​ທີມຜູ້ຊາຍ 16 ທີ​ມ
​ແລະ ຜູ້ຍິງ 8 ທີ​ມ ​ແລະ​ແຕ່ລະ​ທີ​ມມີ​ 16 ສີພາຍ ພ້ອມດ້ວຍ
ສະມາຊິກ ລາວ​-ອາ​ເມຣິກັນ ​ແລະ​ເພື່ອນ​ມິດ​ເຂົ້າ​ຮ່ວມ​ຢ່າງ
​ໜາ​ແໜ້ນ. ບຸນ​ຊ່ວງ​ເຮືອ​ໄດ້​ສ້າງ ຄວາມ​ມ່ວນ​ຊື່ນຄຶກຄຶ້ນຢ່າງ
​ໃດ​ນັ້ນ ກິ່ງ​ສະຫວັນ ຈະ​ນຳ​ເລື້ອງ​ນີ້​ມາສະ​ເໜີ​ທ່ານ ​ໃນ​ອັນ
​ດັບ​ຕໍ່​ໄປ.

ເມືອງ San Diego ຕັ້ງຢູ່ຈຸດແດງຊ້າຍສຸດ
ເມືອງ San Diego ຕັ້ງຢູ່ຈຸດແດງຊ້າຍສຸດ

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍການ​ຊີວິດ​ຊາວລາວ ​ໃນ​ວັນ​
ພະຫັດ​ມື້​ນີ້ ຂ້າພະ​ເຈົ້າ​ ຈະ​ນຳພາ​ທ່ານ​ໄປ​ທຽວບຸນ​ຊ່ວງ​ເຮືອຂອງ
ຊາວລາວ-ອາ​ເມຣິກັນ ຢູ່​ San Diego. ເມືອງງົດ​ງາມ​ດັ່ງກ່າວ​ນີ້
ແມ່ນບ່ອນ​ເກີດ ຂອງ ລັດ California ຕັ້ງ​ຢູ່​ແຄມມະຫາ​ສະ​ມຸດ
ປາຊິ​ຟິກ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ສຸດຂອງ ສະຫະລັດ ມີຊາຍ
​ແດນ​ຕິດ​ກັບ ປະ​ເທດ​ເມັກ​ຊິ​ໂກ. ​ເມືອງ San Diego ​ເປັນ​ເມືອງ​
ໃຫຍ່​ອັນ​ດັບທີ່​ແປດ​ຂອງ ສະຫະລັດ ​ແລະເມືອງ​ໃຫຍ່​ອັນ​ດັບ​ສອງ​
ຂອງ​ລັດ California. ​ນອກ​ຈາກ​ນັ້ນ​ແລ້ວ ​San Diego ​ຍັງເປັນ​
ເມືອງ ທີ່​ມີ​ອຸດສາຫະກຳ ​ເທັກ​ໂນ​ໂລ​ຈີ ຫລື Hightech ເປັນ​ທີ່​ຕັ້ງ​
ແຫ່ງສຳຄັນຂອງ ກອງທັບ​ເຮືອ ສະຫະລັດ​ ​ເພາະສະ​ນັ້ນ ​ເສດຖະກິ​ດສຳຄັນທີ່​ ​ເກື້ອ​ກຸນ ຊຸກ​ຍູ້ເມືອງ​ນີ້ ​ແມ່ນພົວກັບກອງທັບ​ເຮືອ ​ແລະພາກ​ສ່ວນ​ປ້ອງ​ກັນ​ປະ​ເທດ. ​

ເຮືອພະຍານາກ
ເຮືອພະຍານາກ

ຂົງ​ເຂດແຫ່ງ​ນີ້ ມີ​ອາກາດ​ອົບອຸ່ນ​ຢູ່​ຕະຫລອດປີ ມີ​ຕົ້ນ​ຕານ​ໃຫຍ່
​ສູງ ມີ​ຫາດ​ຊາຍ​ຍາວ​ຢຽດ​ທີ່ສວຍງາມ ປັດຈຸບັນ​ນີ້ ນະຄອນ San
Diego ມີ​ປະຊາ​ກອນ​ທັງ​ໝົດຢູ່ປະມານ 1 ລ້ານ 3 ​ແສນ​ກວ່າ​ຄົນ
ຮ່ວມ​ຢູ່​ໃນ​ນີ້ມີ ປະຊາ​ກອນ​ລາວ-ອາ​ເມຣິກັນ ກວ່າ 25,000 ຄົນ
ມີ​ວັດ​ລາວ​ຢູ່ ສີ່​ແຫ່ງ ​ມີ​ຮ້ານ​ອາຫານ ທີ່​ຄົນ​ລາວ-ອາ​ເມຣິກັນ ​ເປັນ​
ເຈົ້າ​ຂອງ​. ປະຊາ​ຄົມ​ລາວ-ອາ​ເມຣິກັນ ​ແຫ່ງ​ນີ້ມີການຈັດ​ຕັ້ງ​ເຕົ້າ​
ໂຮມ ປະສາ​ນງານ​ກັນ​ຢ່າງເປັນ​ປຶກ​ແຜ່ນແໜ້ນໜາ ແລະ​ຖື​ວ່າ
ເປັນ​ປະຊາ​ຄົມ​ລາວ-​ອາ​ເມິ​ຣິກັນ ທີ່​ຫ້າວຫັນ ​ໂດຍ​ສະ​ເພາະ​ຢ່າງ​ຍິງ ທາງ​ດ້ານຮັກສາວັດທະນາ​ທຳຮິດຄອງ​ປະ​ເພນີ​ລາວ​ ໄດ້​ດີ​ທີ່​ສຸດຢູ່ໃນ ສະຫະລັດ ອາ​ເມຣິກາ. ​

ຝູງຊົນຢືນຢູ່ຕາມແຄມຫາດຊາຍ
ຝູງຊົນຢືນຢູ່ຕາມແຄມຫາດຊາຍ

ເດືອນ​ກັນຍາ ​ແມ່​ນທ້າຍ​ລະດູ​ຮ້ອນ​ຢູ່ ສະຫະລັດ ​ຢູ່​ໃນ​ຊ່ວງ​ເວລາ
ນີ້ຜູ້​ຄົນ​ພາກັນ​ລາ​ພັກ​ການ​ພັກ​ຜ່ອນປະຈຳ​ປີ ກ່ອນ​ບັນດາ​ລູກ​ເຕົ້າ
ຈະ​ເລີ້ມ​ເຂົ້າ​ໂຮງຮຽນ​ໃນ​ສົກ​ປີ​ສຶກສາໃໝ່ ທີ່​ຈະ​ເລີ້ມ​ຂື້ນໃນເດືອນ
​ກັນຍາ​ນີ້. ​ເພາະ​ສະ​ນັ້ນ ໃນ​ວັນ​ເສົາ​ທີ່ 6 ທີ່​ຜ່ານ​ມານີ້​ ຫາດ​ຊາຍ
ຂອງແມ່​ນໍ້າ Mission Bay ​ໄດ້​ຖືກ​ປ່ຽນແປງໃຫ້​ເປັນໝູ່​ບ້ານ​ລາວ
ທີ່​ເຕັມ​ໄປ​ດ້ວຍບັນຍາກ​າດ​ຮີດຄອງ ​ວັດທະນາທຳ​ລາວ ສຽງ​ຕີ​
ກອງ​ເຊີ້ງບຸນ​ຊວງ​ເຮືອ​ໄດ້ດັງກ້ອງ​ໄປ​ທົ່ວຂົງ​ເຂດ​ຢ່າງສະໜຸກ​ສະ​
ໜານ ຢູ່​ຕາມ​ແຄ​ມຫາດ​ຊາຍ ມີ​ຜາ​ມ​ໄຊຮັບ​ຕ້ອນ​ບັນ​ດາ​ແຂກ​ຜູ້​ມີ​
ກຽດ ​ແລະ​ພະ​ພິຂຸສົງ ບັນດາ​ລູກ​ຫລານ​ລາວ-ອາ​ເມຣິກັນ ພາກັນ
ນຸ່ງ​ຖື​ເຄຶ່ອງພື້ນ​ເມືອງ ສ​ະ​ແດງ​ຟ້ອນ​ພື້ນ​ເມືອງລາວ ມີວົງດົນຕີ​ ແລະ​ອຸດົມສົມ​ບຸນ​ໄປ​ດ້ວຍ​ອາຫານ​ພື້ນ​ເມືອງ​ລາວ. ເຫັນ​ແລ້ວໄດ້​ຍິນ​ແລ້ວ​ ບັນຍາ​ກາດບໍ່​ແຕກ​ຕ່າງກັບຢູ່ໝູ່ບ້ານແຫ່ງ
​ໃດ​ແຫ່ງ​ນຶ່ງໃນ​ເມືອງ​ລາ​ວ.

ໂອກາດ​ອັນ​ສະງ່າ​ງາມ​ດັ່ງ​ກ່າວ​ນີ້ ເປັນ​ຄັ້ງ​ທຳ​ອິດ​ທີ່ນຳພາໂດຍ ສະມາຄົມແຂ່ງຂັນ​ເຮືອ​ແມ່
ນຳ້ຂອງ ຫລື Mekong Racing Boat ​ໄດ້​ຖືໂອກາດ​ຈັດ​ການແຂ່ງຂັນຊ່ວງ​ເຮືອ ຊື່​ງ​ມີ​ເຮືອ​ຊ່ວງຢູ່​ສີ່​ລຳໂດຍ​ການສັບ​ປ່ຽນ ສີພາຍກັນ​ຂື້ນ​ລົງ ມີ ທີ​ມຜູ້​ຊາຍ 16 ທີ​ມ ​ແລະ​ມີ​ຜູ້ຍິງ 8 ທີ​ມ​ ເຮືອ​ແຕ່ລະ​ລຳ ມີສີພາຍ​ຢູ່ 16 ຄົນ ນາຍທ້າຍ​ນຶຶ່ງ​ຄົນ ຜູ້​ຕີ​ກອງ​ຢູ່​ຫົວ​ເຮືອ​ນຶ່ງ​ຄົນ ຮ່ວມ​ບັນດາ​ຜູ້​ເຂົ້າ​ຮ່​ວມພາຍ​ເຮືອ​ທັງ​ໝົດ 700 ກວ່າ ຄົນ.

ທິມຜູ້ຊາຍ ຊະນະເລິດ ກຳ່ກາດຳ
ທິມຜູ້ຊາຍ ຊະນະເລິດ ກຳ່ກາດຳ

ທີມຜູ້ຊາຍ ທີ່ສອງ ວັດລາວ ພຸດທະລາມ
ທີມຜູ້ຊາຍ ທີ່ສອງ ວັດລາວ ພຸດທະລາມ

ທິມຜູ້ຊາຍ ທີ່ສາມ ເຕະບານລາວ
ທິມຜູ້ຊາຍ ທີ່ສາມ ເຕະບານລາວ

ທີມຜູ້ຍິງ ຊະນະເລີດ Motorboat
ທີມຜູ້ຍິງ ຊະນະເລີດ Motorboat

ທີມຜູ້ຍິງ ທີ່ສອງ ນາງຟ້າ
ທີມຜູ້ຍິງ ທີ່ສອງ ນາງຟ້າ

ທີມຜູ້ຍິງ ທີ່ສາມ Tsunami
ທີມຜູ້ຍິງ ທີ່ສາມ Tsunami

​ທິມສີພາຍ ​ທີ່​ເຂົ້າ​ຮ່ວມ

ທີ​ມຜູ້ຊາຍ

Ghum Gha Dum
Wat Lao Buddharam
Mekong Boat Racing Club
Lao Soccer
ClubSticky
Rice Power
Tam Makr Hoong
OCGA
Ai Lao
Samahan
Pakopsin
Lao PSTA
Yakas
Chao Praya
Q Dragons
Resonance
2Brothers Lee
Team Laos

ທິມຜູ້ຍິງ

Motorboat
Angels
Tsunami
Sweeties
Lao PSTA
DisOARderly Divas
Lao Soccer
Kraken

ການ​ແຂ່ງຂັນ​ໄດ້ເລີ້​ມ​ແຕ່​ເວລາ 9:00 ​ໂມງ​ຕອນ​ເຊົ້າ ຫາ 4:00 ​ໂມງ​ແລງ ຈັດ​ຂື້ນ​ຢູ່​ທີ່ Mission Bay ຊຶ່ງເປັນ​ປາກ​ອ່າວ ຂອງ​ທະ​ເລ​ປາຊິ​ຟິກ ທີ່​ໄຫລ​ເຂົ້າ​ມາສູ່​ເມືອງ San Diego ​ແລະ​ເປັນ​ແມ່​ນຳ້ ທີ່​ສະຫງົບ​ດີ. ການ​ແຂ່ງຂັນມີໄລຍະຢູ່ 250 ​ແມັດ ພາຍ​ໃຕ້​ທ້ອງຟ້າ​ອັນ​ແຈ່ມ​ໃສ ​ແລະ ອຸນຫະ​ພຸມ 85 ອົງສາ.

ສະມາຊິກປະຊາ​ຄົມ​ລາວ-ອາ​ເມຣິກັນ ​ຜູ້ສຳຄັນ​ຄົນ​ນຶ່ງຄື ທ່ານ​ນາງ Paulette ຫລວງ​ວິ​ເສດ ສຳ​ເລັດ​ການ​ສຶກສາ​ປະລິນຍາ​ຕີ ຝ່າຍ​ເຄມີ​ສາດ ຈາກ ມະຫາ ວິທະຍາ​ໄລ San Diego ​ປັດ​ຈຸ​ບັນ​ເປັນ​ນັກວິ​ເຄາະ​ການ​ເງິນ​ໃຫ້​ ບໍລິສັດ CareFusion ຊຶ່ງ​ເປັນ​ບໍລິສັດ​ການ​ແພດ​ດ້ານເທັກ​ໂນ​ໂລ​ຈີ. ນອກຈາກ​ມີໜ້າ​ທີ່​ຮັບຜິດຊອ​ບ​ວິຊາ​ອາຊີ​ບ​ເຕັມ​ເວລາ​ແລ້ວ Paulette ​ຍັງ​ອາສາ​ສະມັກເປັນ ປະທານສູ​ນກາງວັດທະນາ​ທຳ ປະຊາ​ຄົມ​ລາວ ຫລື Lao Community Cultural Center of San Diego (LCCC) ​ໃນ​ມື້​ວັນ​ເສົາ ທີ່ 6 ທ່ານ​ນາງ ​ພ້ອມ​ດ້ວຍ​ບັນດາ​ສະມາຊິກ​ເຮືອ​ຊ່ວງ​ຜູ້ຍິງ ​ຕາງໜ້າ​ທີມນາງ​ຟ້າຂອງສູ​ນ ກາງວັດທະນາ​ທຳປະຊາ​ຄົມ​ລາວ ປະ​ຈຳ​ເມືອງ​ແຊນ​ດີ​ເອ​ໂກ Paulette ໄດ້ແນະນຳ​ຕົນ​ເອງ ​ແລະໂອ້​ລົມ​ກ່ຽວກັບ​ການແຂ່ງຂັນຊວງ​ເຮືອຄັ້ງ​ນີ້ຕໍ່ ວີໂອ​ເອ ວ່າ : ​

ທ່ານນາງ Paulette ຫລວງວິເສດ
ທ່ານນາງ Paulette ຫລວງວິເສດ

ລິງໂດຍກົງ

ບັນດາສຸພາບ​ສະຕີ​ລາວ-ອາ​ເມຣິກັນ ຢູ່​ນະຄອນ San Diego ​ເປັນ​ທີ່​ຮູ້ດີ​ວ່າ ມີ​ຄວາມຂະ​ຫຍັງ​ຂັນ​ແຂງ ວ່ອງ​ໄວທາງ​ດ້ານ​ສະຕິ​ປັນຍາ ​ແລະ​ທາງ​ດ້ານ​ອອກກຳ ລັງກາຍ​ເປັນ​ປະຈຳ. ​ເຂົາ​ເຈົ້າ​ມັກ​ຫລີ້ນ​ກິລາ​ທຸກໆ​ປະ​ເພດ ​ເພາະສະ​ນັ້ນ ການລົງ​ເຮືອ​ຊ່ວງ​ແຂ່ງຂັນ ຄັ້ງ​ນີ້ບໍ່​ເປັນ​ທີ່​ຫວັ່ນ​ໄຫວເລີຍ Paulette ​ໄດ້​ເລົ່າເຖິງ​ການ​ຝຶກ​ຊ້ອມສູ່ ວີ​ໂອ​ເອ ຕື່ມອີກ​ວ່າ : ​

ທ່ານນາງ Paulette ຫລວງວິເສດ
ທ່ານນາງ Paulette ຫລວງວິເສດ

ລິງໂດຍກົງ

ທ່ານ​ນາງ Paulette ​ໄດ້ສະ​ຫລຸບ​ໂດຍ​ການເລົ່າ​ເຖິງ​ກິດຈະການ ບົດບາດ ​ ​ຄວາ​ມຮັບຜິດ
ຊອບ​ ຂອງການເປັນ​ປະທານ ສູນ​ກາງ​ວັດທະນາ​ທຳ​ລາວ ທີ່​ນະຄອນ Safn Diego ​ວ່າ :

ທ່ານນາງ Paulette ແລະທີມນາງຟ້າ
ທ່ານນາງ Paulette ແລະທີມນາງຟ້າ

ລິງໂດຍກົງ

ການແຂ່ງຂັນຊ່ວງ​ເຮືອ ປະ​ຊາ​ຄົມ​ລາວ-ອາ​ເມຣິກັນ ​ໃນ​ລະດູຮ້ອນທີ່ ນະຄອນ San Diego ໄດ້​ຜ່ານ​ພົ້ນ​ໄປ​ດ້ວຍ​ຄວາມ​ມ່ວນ​ຊື່ນ​ລື້​ນ​ເລີງ​ທີ່​ສຸດ ເປັນ​ລະບຽບ​ຮຽບຮ້ອຍ​ດີ ​ແລະໄດ້​ຮັບ​ຄໍາ​ຍ້ອງຍໍ​ເປັນ​ພິ​ເສດ. ວັນ​ພະຫັດ​ໜ້າ ລາຍການ​ຊີວິດ​ລາວ ຈະ​ນຳ​ເອົາ​ຫົວ​ເລື້ອງ​ໃໝ່​ມາສະ​ເໜີ​ທ່ານ ​ໂປດ​ຕິຕາມ​ຮັບ​ຟັງ.

ທ່ານ​ສາມາດ​ຊົມ​ຮູບ​ພາບບຸນ​ຊ່ວງ​ເຮືອ ທີ່​ນະຄອນ San Diego ​ໄດ້​ຢູ່​ລຸ່ມ​ນີ້ :

Sponsors
Sponsors

http://youtu.be/jTJ58cL9bh4

http://youtu.be/AY9oTn6-Saw

http://youtu.be/u-Buid66Mf4

http://youtu.be/Yk1NhX3tdVA

http://youtu.be/Vg3z2YHwg0k

http://youtu.be/ccI-MWPqlVk

http://youtu.be/b16dnigLows

XS
SM
MD
LG