ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອຸຣາພອນ ສິຣິອຸໄທ ຈາກບ້ານມາ ຕັ້ງແຕ່ອາຍຸນຶ່ງປີ ແຕ່ກໍຍັງມີຄວາມ ເປັນສະຕີລາວເຕັມໂຕ


ອຸຣາພອນ ສີຣິອຸໄທ ຜູ້ອໍານວຍການ ຝ່າຍຊອກຫາແຮງງານ ບໍລິສັດ United Health Group ທີ່ລັດ Minnesota
ອຸຣາພອນ ສີຣິອຸໄທ ຜູ້ອໍານວຍການ ຝ່າຍຊອກຫາແຮງງານ ບໍລິສັດ United Health Group ທີ່ລັດ Minnesota
ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້ ຂ້າພະ​ເຈົ້າ ຈະ​ນໍາພາ​ທ່ານ
​ໄປ​ຢ້ຽມຢາມ​ຖາມ​ຂ່າວ ຄອບຄົວ ສີຣິອຸ​ໄທ ​ແລະ ນາງອຸຣາພອນ
ສີຣິອຸ​ໄທ ທີ່​ໄດ້​ມາເຕີບ​ໃຫຍ່​ຢູ່ໃນລັດ Minnesota ທີ່ຕັ້ງ​ຢູ່ພາກ​
ກາງເໜືອ​ສຸດຂອງ ສະຫະລັດ​. ລັດ Minnesota ​ມີ​ຊາຍ​ແດ​ນ
ດ້ານ​ເໜືອ​ຕິດ​ກັບ​ ປະເທດ​ກາ​ນາ​ດາ ເປັນລັດ​ທີ່ 32 ຂອງສະ​ຫະ
​ລັດ ​ມີໜອງ​ນໍ້າຫລາຍ​ທີ່​ສຸດ ຈົນ​ມີ​ຊື່ເປັນສັນຍາ​ລັກປະ​ຈຳ​ລັດ​ວ່າ
Land of a Thousand Lakes ຫລື ດິນ​ແດນ​ແຫ່ງ​ພັນ​ໜອງ​ນ້ຳ.

ໃນ​ລະດູ​ໜາວ ລັດ Minnesota ​ມີ​ອາອາດ​ໜາວຫລາຍ ​ພ້ອມ​ທັງມີຫິມະ​ຕົກ​ ​ຊຶ່ງໃນເວ ລາ​ນັ້ນແມ່​ນໍ້າ​ຄອງ​ບຶງຈະກາຍ​ເປັນ​ແຜ່ນ​ນໍ້າກ້ອນ ນອກຈາກ​ນັ້ນ​ ລັດ Mennisota ນີ້ຍັງ​ອຸດົມສົມ​ບຸ​ນ​ໄປ​ດ້ວຍ ປາ ​ແລະ​ສັດ​ປ່າ.

ປະ​ຊາ​ກອນ​ສ່ວນ​ໃຫ​ຍ່ ຫລື 60 ເປີ​ເຊັນ​ພາ​ກັນ​ຢູ່ໃນ​ເຂດຂອງ​ນະ​ຄອນ Minneapolis-Saint
Paul ເປັນ​ທີ່ຮູ້​ກັນອີກ​ວ່າ “Twin-Cities.” ຫລື​ນະຄອນ​ແຝດ. ນອກຈາກນັ້ນແລ້ວ ລັດ
Minnesota ຍັງເປັນລັດທີ່ມີປະຊາກອນ ນາໆຊາດພາ ກັນຕັ້ງ​ຖິ່ນ​ຖານ​ຢູ່ຢ່າງຫລວງຫລາຍ
ໂດຍ​ສະ​ເພາະ ​ແມ່ນ​ຊາວ Scandinavian ແລະ​ເຢຍລະ​ມັນ. ໃນ​ລະ​ຍະ​ບໍ່​ເທົ່າ​ໃດ​ທົດ​ສະ​ວັດ
​ທີ່​ຜ່ານ​ມານີ້ ​ໄດ້​ມີຊາ​ວເອ​ເຊຍ ອາ​ຟ​ຣິ​ກາ ແລະ​ອາ​ເມ​ຣິ​ກາ​ໃຕ້ ພາ​ກັນ​ເຂົ້າໄປ​ຕັ້ງຊີ​ວິດ ຢູ່ໃນ
​ລັດ​ນີ້ ຢ່າງ​ຫລວງຫລາຍ.

ອ້າງ​ອີງ​ຕາມ​ສະ​ຖິ​ຕິ​ປີ 2012 ລັດ Minnesota ນີ້ມີ​ປະຊາກອນ​ທັງ​ໝົດ​ປະ​ມານ 5 ລ້ານ
379 ພັນ 139 ຄົນ ຮ່ວ​ມ​ທັງປະ​ຊາ​ກອນລາວ-ອາ​ເມ​ຣິກັນ ປະມານ 13,000 ຄົນ ແລະ​ລາວ​
ມົ້ງ​-ອາ​ເມ​ຣິກັນ ປະ​ມານ 65,000 ​ຄົ​ນ ທີ່ເປັນພົນລະ​ເຮືອນຢູ່ໃນ​ລັດ​ນີ້. ນອກຈາກ​ນັ້ນ ​ກໍມີ​
ວັດວາອາ​ຮາມ​ສີ່​ແຫ່ງ ທີ່ເປັນບ່ອນສັກກະ​ລະ​ບູຊາ ​ແລະ​ເປັນສູນ​ກາງຂອງປະຊາ​ຄົມ​
ລາວ-ອາ​ເມຣິກັນ.​

​ເປັນ​ເວລາກວ່າ 30 ທົດ​ສະ​ວັດ ຜ່ານ​ມາ​ແລ້ວທີ່​ຊາວ​ລາວ​ໄດ້ເຂົ້າ​ມາ​ສ້າງ​ຕັ້ງ​ຊີວິດ ຢູ່​ໃນ
ສະຫະລັດ. ບັດ​ນີ້​ເຮົາ​ສາມາດເຫັນ​ໝາກຜົນ​ຂອງຄວາມມານະ​ອົດທົນ​ ການນໍາພາຂອງ
ຜູ້​ນໍາ​ຄອບຄົວ ທີ່​ໄດ້​ເບີກ​ທາງ​ໃຫ້​ລູກ​ເຕົ້າ​ໄດ້​ປະສົບ​ຜົນ​ສໍາ​ເລັດ ທາງ​ດ້ານ​ການ​ສຶກສາ
ປະກອບ​ວິຊາ​ອາ​ຊີບອັນ​ມີ​ກຽດ ແລະເປັນພົນລະ​ເມືອງ​ດີ​ຂອງປະ​ເທດ່ນີ້. ນຶ່ງ​ໃນ​ນັ້ນ​ກໍ​
ຄືຄອບຄົວ ສິຣິອຸ​ໄທ ທີ່​ມີ​ລູກ​ສາວ​ທີ່​ໄດ້​ຮັບ​ຄວາມ​ສໍາ​ເລັດ​ສູງ​ ຢູ່​ໃນ​ສັງຄົມອາ​ເມຣິກັນ.

ອຸຣາພອນ ສີຣິອຸ​ໄທ ອາ​ຍຸ 38 ປິ ເກີດ​ຢູ່​ບ້ານທົ່ງ​ຂັນ​ຄຳ ນະ​ຄອນ​ຫລວງວຽງ​ຈັນ ປະ​ເທດ
ລາວ. ​ອຸ​ຣາ​ພອນ ​ແມ່ນ​ລູກ​ສາວ​ກົກ​ຂອງ​ເອື້ອຍ​ນ້ອງ​ສາມ​ຄົນ ແລະ​ເປັນ​ລູກ​ສາວ​ຂອງ
ທ່ານຄຳ​ພົດ ແລະ​ຍາ​ນາງ ໂອ​ຣະ​ວອນ​. ທ່ານ​ຄໍາ​ພົດ ​ແມ່ນ​ອະ​ດີດ​ທະຫານກອງ​ທັບ​ແຫ່ງ
ອະດີດພະ​ລາຊະ​ອານາຈັກ​ລາວ ​ໄດ້ນຳ​ພາ​ຄອບ​ຄົວເດີນທາງ​ເຂົ້າມາຕັ້ງຖິ່ນ​ຖານ​ຢູ່​ທີ່​
ເມືອງ Valley Apple ລັດ Minnesota ​ໃນ​ປີ 1976 ແລະ ເວລາ​ນັ້ນ ​ອຸ​ຣາ​ພອນມີ​ອາຍຸ​ໄດ້ 1 ປີ​ເທົ່າ​ນັ້ນ.

ເຖິງ​ແມ່ນ​ວ່າ ອຸຣາ​ພ​ອນ ບໍ່​ມີ​ຄວາມ​ຊົງ​ຈຳ ກ່ຽວ​ກັບ​ເມືອງ​ລາວ ແລະ​ບໍ່​ເຄີຍ​ໄດ້​ເດີນ​ທາງ​ໄປ
ຢ້ຽມ​ຢາມ​ເມືອງ​ລາວ​ກໍ​ຕາມ ແຕ່​ນາງ ກໍສາ​ມາດ​ປາກ​ພາ​ສາ​ລາວ​ໄດ້​ດ້ວຍ ສຳ​ນຽງຂອງ​ຄົນ
​ວຽງ​ຈັນ ​ອັນ​ເປັນ​ບ້ານ​ເກີດ​ເມືອງນອນ ທີ່​ມາ​ຂອງ ບິ​ດາ​ມານ​ດາ. ນອກ​ຈາກ​ນັ້ນ​ແລ້ວ ອຸຣາ
​ພອນ ຍັງ​ມັກ​ອາ​ຫານ​ລາວ​ເປັນ​ພິ​ເສດ ເຊັ່ນ​ວ່າ ເຂົ້າ​ໜຽວ ລາບ ໝົກ​ປາ ​ແກງ​ໜໍ່​ໄມ້ ​ແລະ
ຍັງ​ມີ​ຄວາມ​ສາມາດເຮັດ​ອາ​ຫານ​ເຫລົ່າ​ນີ້ໄດ້. ອຸຣາ​ພ​ອນ ແລະ​ນ້ອງ​ສາວ​ສອງ​ຄົນ ໄດ້​ຖືກ
​ລ້ຽງດູ ມາ​ຢ່າງອົບ​ອຸ່​ນ ຖືກສິດ​ສອນ​ໃຫ້​ຮູ້​ຈັກ​ຮິດ​ຄອງ​ປະ​ເພ​ນີ​ລາວ ແລະ​ສິ່ງ​ສຳ​ຄັນ​ທີ່​ສຸດ
​ນັ້ນ​ກໍ​ຄື ທັງ​ສາມ​ເອື້ອຍ​ນ້ອງ ສຳ​ເລັດ​ການ​ສຶກ​ສາຈາກ ມະ​ຫາ​ວິ​ທະ​ຍາ​ໄລ ​ໄດ້​ຮັບ​ປະລິນ
​ຍາ​ຕີ ​ແລະ​ປະລິນຍາ​ໂທ.

ນາງອຸ​ພາ​ພອນ ສີຣິອຸ​ໄທ ຟິລິ​ສ ຫາ​ກໍ່​ແຕ່ງງານ​ໄດ້​ສີ່​ເດືອນ ນາງ ຮຽນ​ຈົບ​ປະລິນຍາ​ຕີ ​ໃນ
​ປີ 1997 ຝ່າ​ຍສື່ສານ ​ແລະ​ນັກ​ຂ່າວ ຈາກ​ມະຫາວິທະຍາ​ໄລ Minnesota. ປັດຈຸບັນ​ນີ້​
ອຸຣາພອນ ເປັນ​ຜູ້​ອໍາ​ນວຍ​ການ ກໍາກັບພະ​ແນ​ກ ຊອກຫາແຮງ​ງານ ທີ່​ມາ​ຈາກ ທຸກໆ​ຊົນ​
ຊາດ ຢູ່ໃນ ສະຫະລັດ ຫລື Director of Diverity Recruiting ເພື່ອມາເຮັດວຽກໃຫ້
ແກ່ ບໍລິສັດ United Health Group ຊຶ່ງ ເປັນບໍລິສັດ ປະກັນໄພສຸຂະພາບທີ່ໃຫຍ່​ທີ່
​ສຸດໃນ ສະຫະລັດ. ໝ້າທີ່ວຽກງານ ຂອງ ອຸຣາພອນ ກໍຄືເດີນທາງໄປຕ່າງລັດເປັນປະ
ຈໍາ ​ໂດຍ​ສະ​ເພາະຢ່າ​ງຍິ່ງ ສໍາພາດບັນດາ​ທະຫານ​ຜ່ານ​ເສິກສະຫະລັດ ​ແລະ​ຄົນ​ອຶ່ນໆ
​ເພື່ອ​ຂົນ​ຂວາຍ​ເຂົ້າ​ມາເຮັດວຽກ ຢູ່​ໃນ​ໜ້າທີ່ອັນເໝາະສົມ​ໃຫ້ ບໍລິສັດ United Healt
h Group. ອຸຣາພອນ ໄດ້ເລົ່າ​ເຖິງຊີວິດການ​ເປັນ​ຢູ່ ​ແລະ​ວຽກ​ງານສູ່ ວີໂອເອ ຟັງວ່າ:


ອຸຣາພອນ ມີ​ນ້ອງ​ສາວ 2 ຄົນ​ທີ່​ປະສົບ​ຜົນ​ສໍາ​ເລັດ​ທັງ​ໃນ​ດ້ານ​ການ​ສຶກສາ ແລະ​ວຽກ
ງານ​ເຊັ່ນ​ກັນ.

ອຸຣາພອນ (ຂວາ) Marylynn (ກາງ) ແລະ Melissa (ຊ້າຍ)
ອຸຣາພອນ (ຂວາ) Marylynn (ກາງ) ແລະ Melissa (ຊ້າຍ)

ນາງ Marylynn ສີຣິອຸ​ໄທ ນ້ອງ​ສາວຄົນ​ທີ່​ສອງ ​ສໍາ​ເລັດ​ການ
​ສຶກສາ ປະລິນຍາ​ຕີໃນປີ 1999 ຈາກ Carlson School of
Management ຝ່າ​ຍບັນຊີ​ການ​ເງິນ ທີ່ມະຫາວິທະຍາ​ໄລ
Minnesota ​ແລະ​ຈົບ​ປະລິນ​ຍາ​ໂທ ​ຝ່າຍ ບໍລິຫານ​ທຸຣະກິດ
ຫລືBusiness Administration ຫລື​ບໍລິຫານ​ທຸລະ​ກິດ ໃນ​
ປີ 2004 ຈາກມະຫາວິທະຍາ​ໄລນະຄອນ San Francisco​.
ປັດ​ຈຸ​ບັນ​ນີ້ Maylynn ເຮັດ​ວຽກ​ບໍລິຫານ​ການ​ຄ້າຕະຫລາດ​
ຮຸ້ນ ​ອອມ​ສີນ ​ແລະເງິນ​ສີນ​ເຊື່່ອ ​ໃຫ້​ແກ່​ບໍລິສັດ Wells Fargo
ຢູ່​ທີ່​ສາຂາ GalliardCapital Management ທີ່​ລັດ
Minnesota. ​

​ແລະ ນາງ Melissa ສີຣິອຸ​ໄທ ນ້ອງ​ສາວ​ຄົນ​ທີ່​ສາມ ສໍາ​ເລັດ​ການ​ສຶກສາ ປະລິນຍາ​ຕີ ​ໃນ
​ປີ 2011 ຈາກ Metropolitan State University ​ໃນ​ລັດ Minnesota ຝ່າຍ​ສັງຄົມ​ມະ
ນຸດ ກ່ຽ​ວກັບ​ການ​ສຶກສາ ບັນຫາ​ຄອບຄົວ. ປັດ​ຈຸ​ບັນ​ນີ້ Melissa ​ເຮັດ​ວຽກເປັນ​ເຈົ້າ​ໜ້າ​ທີ່
​ສັງຄົມ​ສົງ​ເຄາະ ​ໃຫ້​ການ​ອົບໂຮມ​ປະຊາກອນຜູ້​ທີ່​ມີ​ບັນຫາ​ດ້ານ​ຄອບຄົວໃຫ້​ແກ່ ລັດຖະ
ບານ​ທ້ອງ​ຖິ່ນ​ເມືອງ Ramsey​ ​ໃນ​ລັດ Minnesota.

ຢູ່​ໃນ ສະຫະລັດ ອາ​ເມຣິກາ ເດັກນ້ອຍທຸກ​ຄົນ​ຕ້ອງ​ໄປ​ໂຮງຮຽນ ອັນ​ເປັນ​ກົດໝາຍ​ຂອງ
​ປະ​ເທດ ແລະທຸກໆ​ຄົນ​ມີ​ສິດ​ໄດ້​ຮັບ​ການ​ສຶກສາ. ການ​ສຶກສາ​ແມ່ນ​ແສງ​ທຽນທີ່​ນໍາ​ໄປ​ສູ່​ອາ
ນາ​ຄົດ​ອັນ​ແຈ່​ມໃສ ພ້ອມ​ຍັງ​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຜູ້​ປົກຄອງທີ່​ນໍາພາ​ຄອບຄົວ ​ແນະ​ນໍາ​ລູກເຕົ້າໄປສູ່​ຜົນ​ສໍາ​ເລັດ. ສະຕີ​ລາວ​-ອາ​ເມຣິກັນ ສາມ​ເອຶ້ອຍ​ນ້ອງ​ຂອງ
ຄອບຄົວ ສີຣິອຸ​ໄທ ເປັນ​ໂຕ​ຢ່າງ​ທີ່​ດີ ສະຫລຽວ​ສະຫລາ​ດ ມີ​ຄວາມ​ວອງ​ໄວ ​ແລະ​ມີໜ້າ​ທີ່ຮັບຜິດຊອບ​ສູງ.
XS
SM
MD
LG