ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ນາງ Isabelle ອິນທິສອນ ແຊມປ້ຽນ ຟ້ອນບາເລ ຢູ່ໜ້ານຳ້ກ້ອນ (ວີດີໂອ)


ນາງ Isabelle ອິນທິສອນ (ຢືນຢູ່ກາງສູງສຸດ) ອາຍຸ 10 ປີ ແຊມປ້ຽນ ຟ້ອນບາເລ ຢູ່ໜ້ານຳ້ກ້ອນ.

ທ່າ​ນ​ຜູ້​ຟັງ​ທີ່​ເຄົາ​ລົບ ມື້​ນີ້​ລາຍ​ການ​ຊີ​ວິດຊາວລາວ ຈະ​ພາ​ທ່ານ
ໄປຟັງ​ການ​ສຳ​ພາດ ກ່ຽວ​ກັບນາງ Isabelle ອິນທິສອນ ອາ​ຍຸ
10 ປີ ລູກ​ສາວ​ກົກ ຂອງ​ທ່ານ​ນາງ Jessica ແລະ ທ່ານໄກ
​ເພັດ ອິນ​ທິສອນ ຢູ່​ທີ່​ເມືອງ Madison ລັດ Wisconsin ​ພາກ
​ກາງຂອງ ສະ​ຫະ​ລັດ. ​ນາງນ້ອຍ Isabelle ເປັນ​ນັກ​ຟ້ອນ​ ບາ
ເລຢູ່ໜ້ານໍ້າ ກ້ອນ ຫລື figure skating ທີ່ຕ້ອງ​ໄດ້​ຝຶກ​ຊ້ອມ​ຢູ່​
ເລື້ອຍໆເພື່ອ​ສ້າງ​ຄວາມ​ຊຳ​ນິ​ຊຳ​ນານ. ສາວ​ນ້ອຍ Isabelle
ໄດ້​ກາຍ​ມາ​ເປັນ​ແຊມ​ປ້ຽນ ​ປະ​ຈຳ​ຂົງ​ເຂດ ໃນ​ປີ 2013 ອັນ
​ເປັນ​ພື້ນຖານ​ທີ່ຈະ​ນຳພາ ນາງ ກ້າວ​ຂື້ນ​ໄປສູ່​ຄວາມ​ຝັນ​ໃນ​
ການເຂົ້າ​ແຂ່ງ​ຂັນ ຢູ່​ໃນ​ລະ​ດັບໂອ​ລິມ​ປິກລະ​ດູ​ໜາວ​ປີ 2022
ຊຶ່ງເວ​ລາ​ນັ້ນ Isabell​e ຈະມີ​ອາ​ຍຸໄດ້ 17 ປີພໍດີ. ຄ​ວາມ​ເປັນ
ມາ​ຂອງ ນາງ Isabelle ເປັນຢ່າງ​ໃດ​ນັ້ນ ກິ່ງ​ສະ​ຫວັນ ຈະ​ນຳ​
ເລື້ອງ​ນີ້​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບຕໍ່​ໄປ.

ກິລາຟ້ອນ​ບາ​ເລເທິງ​ນ້ຳ​ກ້ອນ ຫລື Figure skating ແມ່ນ​ກິ​ລາ​ລະ​ດູ​ໜາວ ທີ່​ມີ​ການ​ແຂ່ງ​
ຂັນ​ກັນ​ຢູ່ໃນຫລາຍໆ​ລະ​ດັບ ຈົນ​ເຖິງ​ຂັ້ນ​ກິ​ລາ​ໂອ​ລິມ​ປິກ​ ປະ​ຈຳ​ລະ​ດູ​ໜາວ. ແຕ່ວ່າ ນັກ​ກິ
ລາ​ດັ່ງ​ກ່າວ​ນີ້​ຕ້ອງ​ໄດ້​ຝຶກ​ຊ້ອມຢູ່​ຕະ​ຫລອດ​ປີ ທີ່​ຕ້ອງ​ໄດ້​ລິ​ເລີ້ມ​ແຕ່​ອາຍຸ​ຍັງ​ນ້ອຍ ແລະ
ເປັນກິ​ລາ​ຂອງ​ປະເ​ທດ​ອຸດ​ສາ​ຫະ​ກຳທີ​ຮັ່ງ​ມີ. ​ກິ​ລາ Figure skating ນີ້​ມີ​ທັງ​ຜູ້​ຍິງ ແລະ​ຜູ້
​ຊາຍ ທັງປະ​ເພດຟ້ອນ​ດ່ຽວ ແລະ​ຟ້ອນ​ຄູ່ ໃສ່​ເກີບທີ່ ມີ​ພື້ນເປັ​ນມີດຄົມ ແລ່ນ​ຢູ່​ເທິ່ງ​ໜ້າ​ນ້ຳ​
ກ້ອນ ​ວາງ​ລີ​ລາ​ການ​ຟ້ອນປີ່ນ​ໂຕ​ ແລະ​ປີ້ນໄປ​ມາ​ໃຫ້​ເຂົ້າ​ກັບ​ສຽງ​ເພງ​ ໂດຍ​ພະ​ຍາ​ຍາມ
​ບໍ່​ໃຫ້​ລົ້ມ ແລະ​ເປັນການ​ສະ​ແດງໃຫ້​ເຫັນເຖິງລີລາ​ການ​ຟ້ອນ ທີ່​ປາດ​ສະ​ຈາກຄວາມ​ຜິດ​
ພາດ.


ບັນ​ດາ​ນັກ​ກິ​ລາ​ຟ້ອນ​ບາ​ເລ​ຢູ່​ໜ້າ​ນໍ້​າ​ກ້ອນ​ເຫລົ່າ​ນີ້ ພາ​ກັນ​ເລີ້​ມຝຶກ​ຫັດ​ມາ​ແຕ່ອາ​ຍຸ ຍັງ
​ນ້ອຍໆ ດັ່ງ​ໂຕ​ຢ່າງ ນາງ Isabelle ອິນ​ທິ​ສອນ ​ເກີດ​ຢູ່​ໃນ​ ສະຫະລັດ ໄດ້​ເລີ້ມ​ຝຶກ​ຫັດ​
ມາ​ຕັ້ງ​ແຕ່​ອາ​ຍຸສີ່​ປີ. Isabelle ​ເປັນ​ລູກ​ສາວ​ກົກໃນ​ຈຳນວນ ລູກ​ສອງ​ຄົນຂ​ອງ​ ທ່ານໄກ
​ເພັດ ອິນ​ທິສອນ ນັກ​ວິ​ເຄາະ​ຂໍ້​ມູນ​ດ້ານ​ເທັກໂນ​ໂລ​ຈີ (IT) ແລະ​ທ່ານ​ນາງ Jessica
ນັກເພ​ຊັດ​ສະ​ກຳ ຫລື Pharmacist ​ເປັນ​ຄອບ​ຄົວ​ລາວ-​ອາ​ເມຣິກັນ ທີ່​ປະສົບຜົນສຳ
​ເລັດທາງ​ດ້ານ​ການ​ສຶກສາ ຕັ້ງ​ຖິ່ນ​ຖານ​ຢູ່​ເມືອງ Madison ລັດ Wisconsin ພາກ​ກາງ​
ຕອນເໜືອ​ຂອງ​ສະລັດ ທີ​ມີ​ອາ​ກາດ​ໜາວ ແລະ​ມີ​ຫິ​ມະ​ຕົກ​ຫລາຍ. ເພາະ​ສະ​ນັ້ນ​ ມັນ​ຈຶ່ງ
ເໜາະ​ສົມ​ກັບ​ບັນ​ຍາ​ກາດ ແລະ​ສິ່ງ​ແວດ​ລ້ອມ ມີ​ວິຖີ​ການ​ດຳລົງ​ຊີວິດ​ຢູ່​ໃນ​ເຂດ​ດັ່ງກ່າວ
​ນີ້ ຈຶ່ງ​ພົວພັນ​ກັບ​ການ​ຫລີ້ນ​ກິ​ລາ​ນ້ຳ​ກ້ອນ.

​ທ່ານ​ໄກ​ເພັດ ແລະ​ທ່ານ​ນາງ Jessica ອິ​ນ​ທິ​ສອນ ຜູ້​ປົກ​ຄອງນາງ ໄດ້​ແນະ​ນຳ​ໃຫ້ ລູກ
​ສາວຫລີ້ນ​ກິ​ລາປ​ະ​ເພດ​ດັ່ງ​ກ່າວ​ນີ້ ຫລັງ​ຈາກ​ເລີກ​ໂຮງຮຽນ ​ເພື່ອ​ໃຫ້​ລູກ​ສາວ​ມີ​ແນວ​ເຮັດ
​ເປັນ​ປະຈຳ​ໃນ​ເວລາ​ຫວ່າງ ບໍ່​ໃຫ້​ນັ່ງ​ຫລີ້ນ​ຢູ່​ລ້າໆ ແລະ​ໄດ້​ກຳ​ກັບ​ຕິດ​ຕາມ​ນຳ​ພາ​ຢ່າງ​ໃຫ້​
ຊິດ​ຝຶກ​ຊ້ອມ​ເປັນ​ປະ​ຈຳ ​ໂດຍມີ​ຄູ​ຝຶກ​ສະ​ເພາະສອງ​ຄົນ​ຄື ຄູ​ສອນ​ຟ້ອນ​ແລ່ນ​ຢູ່​ໜ້າ​ນໍ້າ
ກ້ອນ ​ແລະ​ຄູ​ສອນ​ຟ້ອນ​ບາ​ເລ ທີ່​ພົວພັນ​ກັບ​ການວາງ​ຮ່າ​ງຄີງ ລີລາ​ການ​ຟ້ອນ ການ​ປີ່​ນ​
ໂຕ​. ນອກຈາກ​ນັ້ນ​ອີກ​ແລ້​ວ ພໍ່​ແມ່ຕ້ອງ​ໄດ້ນຳ​ພາລູກ​ສາວ ​ເດີນ​ທາງ​ໄປ​ອົບ​ຮົມເປັນ​ປະ
​ຈຳ ຢູ່​ສູນ​ຝຶກ​ຊ້ອ​ມ ນັກ​ກິລາ​ໂອ​ລິ​ມປິກ ຢູ່​ທີ່​ລັດ California.

​ພາກ​ປະ​ຕິ​ບັດ​ດັ່ງ​ກ່າວ​ນີ້ ເປັນ​ເລື້ອງ​ທີ່​ຄອບ​ຄົວ​ຕ້ອງ​ໄດ້​ເຄັ່ງຄັດ ​ເອົາໃຈ​ໃສ່​ເປັນ​ພິ​ເສດ
​ສະລະ​ເວ​ລາ ແລະ​ປັດ​ໄຈ ໂດຍ​ສະ​ເພາະເງິນ​ຄຳ ​ແລະ​ຈະ​ເຮັດ​ແບບ​ຫລີ້ນໆຫົວໆບໍ່​ໄດ້
ເພື່ອ​ຜົນ​ສຳ​ເລັດ​ໃນ​ບັ້ນ​ປາຍ ທີ່​ບັນ​ດາ​ນັກ​ກິ​ລາໂອ​ລິມ​ປິກ​ທຸກໆ​ຄົນ​ຕ້ອງ​ໄດ້​ປະ​ຕິ​ບັດ
​ເປັນ​ປະ​ເພນີ​ກັນ​ມາ ຈົນ​ປະສົບຜົນ​ສຳ​ເລັດ ແລະ​ກາຍ​ມາມີ​ຊື່​ສຽງ​ຫລາຍ​ຄົນ.

ນາງ Isabelle ອິນທິສອນ
ນາງ Isabelle ອິນທິສອນ

ເນື່ອງຈາກ​ວ່າ ນາງ Isabelle ບໍ່​ສາມາດ​ເວົ້າ​ພາສາ​ລາວ ​ແລະ​
ບໍ່ມີ​ເວລາ​ໂອ້​ລົມໄດ້ ເພາະສະ​ນັ້ນ ທ່ານນ​າງ Jessica ແມ່​ຂອງ
​ນາງ Isabelle ໄດ້​ເປັນ​ຜູ້ຕາງ​ໜ້າ​ມາເລົ່າ​ຄວາມ​ເປັນ​ມາ​ຂອງ​
ຄອບ​ຄົວ​ວ່າ ​ເປັນ​ຫ​ຍັງ​ຈຶ່ງ​ແນະ​ນຳ​ໃຫ້​ລູກ​ສາວ ພົວ​ພັນ​ກ່ຽວ​ກັບ
​ເລື້ອງ​ ການຟ້ອນບາ​ເລ​ໜ້າ​ນໍ້າ ກ້ອນ ​ຊຶ່ງທ່ານ​ນາງ ​ໄດ້​ກ່າວ​ສູ່
ວີ​ໂອ​ເອ ຟັງ​ວ່າ :

ລິງໂດຍກົງ

ການ​ຝຶຶກ​ຊ້ອມ ການພາກ​ພຽນ ບັງຄັບ​ຕົນ​ເອງ​ໃຫ້​ຢູ່​ລະບຽບວິ​ໄນ ​ເພຶ່ອ​ໃຫ້​ບັນ​ລຸ​ເປົ້າ
ໝາຍແມ່ນພາກ​ປະຕິບັດ​ທີ່​ເຄັ່ງ​ຄັດ ພໍ່​ແມ່​ພຽງ​ແຕ່ໃຫ້​ຄຳ​ແນະນຳ ​ແລະ ຊ່ວຍ​ໃຫ້ກຳ
ລັງ​ໃຈ ໂດຍ​ສະ​ເພາະ​ດ້ານການ​ເງິນ ​ແລະທຸ່ມ​ເທ​ເວລາ. ທ່ານ​ນາງ Jessica ​ເລົ່າ​ຕໍ່​
ອີກ​ວ່າ :

ລິງໂດຍກົງ

ລະບຽບ​ຂັ້ນ​ຕອນຂອງ​ນັກ​ກິລາ​ຟ້ອນ​ບາ​ເລ​ເທິງ​ນໍ້າ ກ້ອນ ​ມີ​ຢູ່ເຈັດ​ລະດັບ ຊຶ່ງ​ຈະ​ເລີ້ມ​ຈາກ​ຂັ້ນຕົ້​ນດັ່ງ Isabelle ​ໄດ້​ປະສົບຜົນສຳ​ເລັດ ຢູ່​ໃນ​ລະດັບ​ທີ່​ສາມ​ແລ້ວ ​ແລະ​ກໍ​ເປັນ​ຜູ້​ທີ່​ມີ
​ອາ​ຍຸນ້ອຍກວ່າ​ໝູ່​ໝົດ. ປັດຈຸບັນ​ນີ້ Isabelle ມີ​ອາຍຸ​ພຽງ 10 ປີ ​ແລະ​ນາງ​ຍັງ​ມີ​ເວລາ​ຢູ່
ຫລາຍ​ທີ່​ຈະຝຶກ​ຊ້ອ​ມ​ກ້າວຂື້ນ​ໄປ​ສູ່​ລະດັບ​ທີ່​ເຈັດ ອັນ​ ທີ່​ນາງ​ຕັ້ງ​ຄວາມ​ຝັນ​ເອົາ​ໄວ້ ເພຶ່ອ
​ຈະ​ເຂົ້າ​ໄປ​ແຂ່ງຂັນ ​ກິລາ​ໂອ ​ລິ​ມປິກ ​ໃນປີ 2022 ​ຊຶ່ງເວລານັ້ນ Isabelle ຈະ​ມີ​ອາຍຸ
17 ປີປາຍ. ທ່ານ​ນາງ Jessica ກ່າວ​ຕໍ່​ໄປ​ອີກ​ວ່າ :

ລິງໂດຍກົງ

ທ່ານສາມາດເບິ່ງ ການສະແດງຟ້ອນບາເລ ຢູ່ໜ້ານຳ້ກ້ອນໄດ້ທີ່ ແວັບໄຊ ຂ້າງລຸ່ມນີ້ :

ນີ້​ແມ່ນ​ພາກສ່ວນ​ນຶ່ງ​ຂອງ ຊີວິດ​ການ​ເປັນ​ຢູ່ຄອບຄົວລາວ-ອາ​ເມຣິກັນ ​ໃນ​ຕ່າງ​ແດນ
​ແລະ​ຍັງ​ມີ​ອີກ​ຫລາຍ​ເລື້ອງທີ່​ໜ້າ​ສົນ​ໃຈ ​ທີ່ ວີ​ໂອເອ ຈະ​ນຳ​ມາສະ​ເໜີ​ທ່ານ​ຜູ້​ຟັງ​ໃນ
ອາທິດໜ້າ

XS
SM
MD
LG