ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທັດສະນະ ປະຊາຄົມລາວ ອາເມຣິກັນ ກ່ຽວກັບການເລືອກຕັ້ງ ປະທານາທິບໍດີ


ບັນດາຜູ້ສະໜັບສະໜູນ ຜູ້ສະມັກເລືອກຕັ້ງ ປະທານສທິບໍດີ ສະຫະລັດ ອາເມຣິກາ
ບັນດາຜູ້ສະໜັບສະໜູນ ຜູ້ສະມັກເລືອກຕັ້ງ ປະທານສທິບໍດີ ສະຫະລັດ ອາເມຣິກາ
ການ​ໂຄສະນາ​ຫາ​ສຽງ​ ສະມັກ​ເປັນ ປະທານາທິບໍດີ ສະຫະລັດ
ອາ​ເມຣິກາຢ່າງ​ດຸ​ເດືອດ​ແລະ​ຟົດ​ຟື້ນທີ່​ໄດ້​ດໍາ​ເນີນ​ມາ​ເປັນ​ເວລາ
ດົນ​ກວ່າ​ນຶ່ງ​ປີໄດ້​ຜ່ານ​ພົ້ນ​ໄປ ​ ​ໂດຍໄດ້ໃຊ້​ຈ່າຍ​ຄ່າການ​ຫາ​ສຽງ
ດັ່ງກ່າວຈາກ​ທັງ​ສອງ​ຝ່າຍຮ່ວ​ມທັງ​ໝົ​ດ​ເປັນ​ເງິນ 50 ພັນ​ລ້ານ​
ໂດ​ລາ. ບັດ​ນີ້​ ສຽງນອງ​ນັນທີ່​ວ່າ​ນັ້ນ ໄດ້ງຽບຫາຍ​ໄປຈາກໜ້າ
ໂທລະພາບ​ແລ້ວ ຊໍ່າ​ວ່າ​ປິດ​ຖີ້ມ​. ​

ໃນ​ວັນ​ອັງຄານ ທີ່ 6 ອາທິດ​ແລ້ວນີ້ ​ປະຊາກອນ​ ສະຫະລັດ ຜູ້​
ມີ​ສິດ​ປ່ອນ​ບັດທົ່ວປະ​ເທດ ​ໄດ້ພາກັນໃຊ້​ສິດຂອງຕົນຢ່າງ​ເສຣີ ​
ເພື່ອ​ປ່ອນ​ບັດເອົາຜູ້​ສະມັກ​ເປັນ ປະທານາທິບໍດີ ທີ່​ຕົນນິຍົມ​ຊົມ​
ຊອບນັ້ນ ດ້ວຍ​ຄວາມຕື່ນ​ເຕັ້ນ​ແລະໝັ້ນ​ໃຈ.

​ບັດ​ນີ້ ​ຜົນ​ການ​ປ່ອນ​ບັດ​ ໄດ້​ສະ​ແດງ​ອອກ​ມາ​ໃຫ້​ເຫັນ​ຢ່າງ​ແຈ້ງ
ຂາວ​ ​ແລ້ວ​ວ່າ ທ່ານ Barack Obma ​ປະທານາທິບໍດີ​ ຜູ້​ກໍາ​ຕໍາ
​ແໜ່​ງຄົນປັດຈຸບັນ​ ໄດ້​ຮັບໄຊຊະນະການເລືອກ​ຕັ້ງໃໝ່ອີກເປັນ​ສະ​ໃໝທີ່​ສອງ ດ້ວຍຄະ​
ແນນ​ຈາກ Electoral ​College ​ຫຼືຄະນະຜູ້ຕາງໜ້າ​ລັດ ​332ສຽງ ຊຶ່ງ​ຫຼາຍ​ກວ່າ 270 ສຽງທີ່​ເປັນ​ຄະ​ແນນ​ຕໍ່າ​ສຸດ ກ່ອນ​ຈະ​ໄດ້​ເປັນ​ປະທານາທິບໍດີ ສຫລນັ້ນ. ສ່ວນ ທ່ານ Mitt Romney ​ຕາງໜ້າ​ພັກRepublican ​ແມ່ນໄດ້​ຮັບ​ 206electoral votes ຫຼືຄະ​ແນນ​ສຽງຈາກຜູ້ຕາງໜ້າ​ລັດ​.

please wait

No media source currently available

0:00 0:03:27 0:00
ລິງໂດຍກົງ

Mr Somnuk Phongsouvanh
Mr Somnuk Phongsouvanh
:
ພິທີ່​ສາບານ​ໂຕເຂົ້າ​ຮັບ​ຕໍາ​ແໜ່​ງ​ ​ໃໝ່​ຂອງ ທ່ານ Barack Obama ປະທານາທິບໍດີ ສະຫະລັດ ຄົນ​ທີ່ 44 ຈະ​ໄດ້​ຈັດ​ຂື້ນ​ຢ່າງ​ສະຫງ່າ​ຜ່າ​ເຜີຍອີກ​ຄັ້ງ​ນຶ່ງ ຢູ່​ຕໍ່ໜ້າ​ຕຶກ​ລັດຖະສະ
ພາ ສຫລ ໃນ​ວັນຈັນ ​ທີ່ 21 ​ເດືອນ​ມັງກອນ ​ຈະ​ມາ​ເຖິງ​ນີ້.

​ ເນຶ່ອງ​ໃນ​ໂອກາດ​ດຽວ​ກັນ​ນີ້ ວີ​ໂອ​ເອ ໄດ້ຖາມ​ເຖິງ​ຄວາມ​ຮູ້ສຶກ​ນຶກຄິດຂອງສ​ະມາ​ຊິກ ປະຊາ​ຄົມລາວ-​ອາ​ເມຣິກັນ ຜູ້​ທີ່​ໄດ້​ໃຊ້​ສິດ​ປ່ອນ​ບັດ​ເອົາ ປະທານາທິບໍດີ ຂອງ​ເຂົາ​ເຈົ້າ ຊຶ່ງ
ເປັນຜູ້ໄດ້ຮັບໄຊຊະນະ ​ແລະ​ປຣາ​ໄຊ ທີ່ສັງກັດຢູ່​ໃນ​ພັກ​ ​ພັກ​ເດ​ໂມ​ແກຣທ ​ແລະຣີພັບ​ບລິ​ກັນ.

​ ແຕ່ກ່ອນ​ອື່ນ ຂ້າພະ​ເຈົ້າ ຂໍແນະ​ນໍາ ​ໃຫ້ທ່ານ​ໄດ້​ຊາບກ່ຽວ​ກັບ ລັດ California ​ທີ່ເປັນ​ລັດໃຫຍ່ ​ຕັ້ງຢູ່ຝັ່ງຕາ​ເວັນ​ຕົກ ​ແຄມ​ມະຫາ​ສະມຸດ ປາຊິ​ຟິກ ມີ​ປະຊາກອນ​ທົ່ວ​ໂລກພາກັນ​ອາໃສຢູ່​ຢ່າງ​ຫລວງ​ຫລາຍ. ​ໂດຍສະ​ເພາະ​ຢ່າງ​ຍິງ ຄົນ​ໃນ​ລັດ​ດັ່ງກ່າວນີ້ ​ຖື​ວ່າ​ເຂົາ​ເຈົ້າມີເສຣີພາບ ຫລາຍທີ່​ສຸດ​. ​ເພາະສະ​ນັ້ນ ບັນດາ​ປະຊາກອນ ສ່ວນ​ໃຫຍ່​ຂອງລັດ California ​ຈຶ່ງພາກັນ​ສະໜັບສະໜູນ ພັກ​ເດ​ໂມ​ແຄຣທ ​ເປັນ​ສ່ວນ​ໃຫຍ່ຕະຫລອດ​ມາດັ່ງ ທ່ານ ສົມ​ນຶກ ​ຟອ​ງສຸວັນ ປະທານ​ພັກ​ເສຣີ ປະຊາທິປະໄຕ ຕັ້ງ​ຖິ່ນ​ຖານ​ຢູ່​ເມືອງ Sacramento ເມືອງ​ເອກ​ຂອງລັດ California ​ ໄດ້​ສະ​ແດງ​ຄວາມ​ເຫັນສ່ວນ​ຕົວ ກ່ຽວ​ກັບ​ຜົນ​ການ​ເລືອກ​ຕັ້ງ ສູ່​ຟັງ​ວ່າ ເປັນດ້ວຍ​ເຫດຜົນ​ອັນ​ໃດ ທ່ານ​ຈຶ່ງປ່ອນ​ບັດ​ເອົາ ທ່ານ ​Barack Obama ຊຶ່ງ​ທ່ານໄດ້ເລົ່າ​ຕໍ່ ວີ​ໂອ​ເອ ດັ່ງນີ້: ​


ສະມາຊິ​ກສັງຄົມ​ລາວ-ອາ​ເມຣິກັນ ອີກ​ທ່ານ​ນຶ່ງທີ່​ມີ​ສິດ​ປ່ອນ​ບັດກໍ​ຄື ທ່ານ ກາຍຍະ​ສິດ ຣັດຕະນະ​ວົງກົດ ນັກທຸຣະກິດ ​ແລະ ປະທານ​ສະມາຄົມ​ລາວ-ອາ​ເມຣິກັນ ຕັ້ງ​ຖິ່ນ​ຖານຢູ່
ພາກ​ຕາ​ເວັນ​ອອກ ຂອງ ສະຫະລັດ ​ໃນເຂດ​ນະຄອນຫລວງ ວໍ​ຊິງ​ຕັນ ດີ.ຊີ ​ທ່ານກາຍຍະ
ສິດ ໄດ້​ໃຫ້​ທັດສະນະ​ສ່ວນ​ຕົວ​ແກ່ ວີ​ໂອ​ເອ ກ່ຽວ​ກັບຜົນ​ການ​ເລືອກຕັ້ງ​ໃນ​ຄັ້ງ​ນີ້​ວ່າ:

ລິງໂດຍກົງ

ທ່ານ ກາຍຍະສິດ ຣັດຕະນະວົງກົດ
ທ່ານ ກາຍຍະສິດ ຣັດຕະນະວົງກົດ
ການ​ເລືອກ​ຕັ້ງ​ໄດ້​ຜ່ານ​ພົ້ນ​ໄປ​ດ້ວຍ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍດີ ສະ​ແດງ​ອອກ​ມາ​ໃຫ້​ເຫັນ​ເຖິງ ການ​ເປັນປະ​ເທດ​ ເສຣີ ປະຊາທິປະ​ໃຕ ​ປະຊາກອນມີ​ລະ​ດັບການ​ສຶກສາ ສົມ​ເປັນ​ປະ​ເທດ​ມະຫາ​ອໍານາດ ແລະ​ຈະ​ເຣີນຮູ່ງ​ເຮື່ອ​ງ. ​
XS
SM
MD
LG