ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໑ ເມສາ ໒໐໒໓

ສີນປຣະເສີດ ວັນນະຣາດ ນາຍຊ່າງແປງເຮືອບິນອາຍພົນ Qantas


ທ່ານ ສີນປຣະເສີດ ວັນນະຣາດ ນາຍຊ່າງແປງເຮືອບີນ Boeing 747 ແລະ Airbus 380 ຂອງບໍລິສັດການບິນ Qantas ຂອງອອສເຕຣເລຍ.
Qantas ແມ່ນ​ ສາຍ​ການບິນ ​ແຫ່ງ​ຊາດ​ຂອງ ປະ​ເທດ
ອອສ​ເຕ​ຣເລຍ. ຊື່​ນີ້​ແມ່ນ​ຫຍໍ້ມາຈາກ Queensland and
Northern Territory Aerial Services
​ມີ​ເຄື່ອງ​ໝາຍ
ສັນຍາ​ລັກ​ເປັນ​ຮູບ​ໂຕ​ “​Kangaroo” ​ຫລື ​ໂຕ​ຈິງ​ໂຈ້ ທີ່​ເປັນ​ສັດ​
ປະ​ຈໍາ​ຊາດຂອງປະ​ເທດ ອອສ​ເຕຣ​ເລຍ.

​Kangaroo ​ມີ​ຂາ​ຫລັງ​ຍ​າວ ຂາ​ໜ້າ​ສັ້ນ ​ມີ​ຫາງ​ຍາວ ແລະ​ໂຕແມ່
ມີ​ຖົງໃສ່​ລູກ​ຢູ່​ທາງ​ໜ້າ ​ເພາະສະ​ນັ້ນ ​ສາຍກ​ານ​ບິນ Qantas ​ຈຶ່ງ
​ມີຊື່​ນ້ອຍ ວ່າ Flying Kangaroo ​ຫລື​ໂຕ Kangaroo ທີ່ບິນໄດ້.

ສາຍ​ການບິນ Qantas ​ໄດ້​ເລີ້ມຂຶ້ນ​ບິນ​ບໍລິການ​ມາ​ຕັ້ງ​ແຕ່​ປີ 1920 ​ແລະ​ມີ​ຫ້ອງການ​ໃຫຍ່​ຕັ້ງ​ຢູ່​ ນະຄອນ Sydney, ລັດ New South Wales ປະ​ເທດ​ອອສ​ເຕ​ຣເລຍ ​ແລະ​ເປັນ​ສາຍ​ການບິນເກົ່າ​ແກ່​ທີ່​ສອງ​ຂອງ​ໂລກ​. Qantas ບິນໄປ​ຍັງ 21 ​ເມືອງ​ຢູ່​ໃນ 14 ປະ​ເທດ ຮວມ​ທັງສະຫະລັດ ​ໃນ​ສາມ​ເມືອງ​ດ້ວຍ​ກັນ ​ຄື Los Angeles ລັດ​ແຄ​ລິ​ຟໍ​ເນຍ ​ນະຄອນ Dallas ລັດ​ເທັກ​ຊັສ ແລະ
ນະຄອນ New York.

ຢູ່​ສະໜາມ​ບິນ​ນາໆ​ຊາດ ທີ່​ນະຄອນ Los Angeles ນັ້ນ ມີນາຍຊ່າງແປງ​ເຮືອບິນ​ Qantas ຊຶ່ງເປັນ​ຄົນລາວ-ອາ​ເມຣິກັນ ຢູ່ຄົນ​ນຶ່ງ ​ຊື່ວ່າ ສີນປຣະເສີດ ວັນນະຣາດ ທີ່​ໄດ້​ເຮັດ​ວຽກ​ກັບສາຍ​ການ ບິນ Qantas ນີ້ ​ມາເປັນ​ເວລາ 7 ປີ​ແລ້ວ​.

ສີນ​ປຣະ​ເສີດ ແມ່ນລູກຊາຍຂອງ ທ່ານ ສົງ ແລະ ທ່ານນາງ ໜູພອນ ວັນນະຣາດ ​ເກີດຢູ່ ບ້ານຂຸນາ ເມືອງສີໂຄດຕະບອງ ແຂວງວຽງຈັນ ໄດ້​ຕິດຕາມຄອບຄົວເຂົ້າມາຕັ້ງ​ຖິ່ນ​ຖານ​
ຢູ່​ໃນ ສະຫະລັດ ​ໃນ​ປີ 1979 ​ເວ​ລາ​ນັ້ນ ອາຍຸ​ໄດ້ພຽງ​ແຕ່ 11 ປີ ແລະ​ໄດ້​ໄປຕົກ​ຢູ່​ ​ເມືອງ Amarillo ລັດ Texas.

ສີນປຣະເສີດ ​ໄດ້​ໃຊ້​ຊີວິດຢູ່​ທີ່​ເມືອງ Amarillo ​ເປັນ​ເວລາ 6 ປີ​ແລະ​ໄດ້​ເຂົ້າໂຮງຮຽນມັດ
ທະຍົມພາກ​ຕົ້ນ Palodulo ຫລັງ​ຈາກ​ນັ້ນໄດ້ ຍ້າຍ​ມາກັບ​ຄອບຄົວຢູ່​ລັດ California ​ໃນ
ປີ 1985 ​ແລະຮຽນຈົບ​ຢູ່ ມັດທະຍົມ​ປາຍ ຢູ່​ເມືອງ Whittier​.

ສີນ​ປະ​ເສີດ​ໄດ້​ໄປສຶກສາ​ຕໍ່ ຢູ່ນະຄອນ Miami ລັດ Florid ແລະຢູ່ພາຍໃຕ້ຄວາມດູແລ
ຂອງ ອາວ ແລະອາ ທ່ານ Ted ແລະທ່ານນາງ Khamty ໂດຍ​ຮຽນ ວິຊາ​ຊ່ອມ​ແປງເຮືອບິນ ​ທີ່ໂຮງຮຽນ George P. Baker Aviation School ​ເປັນ​ເວລາ 3 ປີ ​ແລະ​ສໍາ​ເລັດ​ການ​ສຶກ
ສາ​ໃນ​ປີ 1989​. ຫລັງ​ຈາກ​ນັ້ນ ​ໄດ້​ກັບ​ຄືນ​ໄປຢູ່​ກັບ​ຄອບຄົວທີ່​ລັດ California ​ແລະໄດ້ເລີ້ມ
ຕົ້ນເຮັດ​ວຽກກັບ​ບໍ​ລິ​ສັດNorthwest Airlines ​ທີ່​ໄດ້​ລົ້ມລະລາຍ​ ແລະຖືກ​ບໍລິສັດ Delta ຊື້​ເອົາ​ເມື່ອ​ຫລາຍ​ປີຜ່ານມາແລ້ວ. ສີນ​ປຣະ​ເສີດ ເລີ້ມ​ຕົ້ນ​ໂດຍ​ການ​ເປັນ​ຜູ້​ທໍາ​ຄວາມ​ສະອາດ​ເຮືອບິນ ຢູ່​ເປັນ​ເວລາ​ນຶ່ງ​ປີ ຕໍ່ມາ​ຈຶ່ງໄດ້​ມາ​ເຮັດ​ວຽກ ເປັນ​ຜູ້​ຊ່ວຍ​ນາຍ​ຊ່າງ​ແປງເຮືອບິນ Northwest ແລະ​ຄ່ອຍໆກ້າວ​ຂື້ນ​ມາ​ເປັນ​ນາຍ​ຊ່າງ​ໃຫ​ຍ່.

ສິນ​ປະ​ເສີດໄດ້​ເຮັດ​ວຽກ​ກັບ Northwest Airlines ​ເປັນ​ເວລາ 15 ປີ ໂດຍເຮັດ​ວຽກ​ເວລາ​ກາງຄືນ ຈາກ 10 ​ ໂ​ມງຕອນ​ແລງ ຫາ 6 ​ໂມງ​ເຊົ້າ. ​ໃນ​ໄລຍະ​ເວລາທີ່ເຮັດ​ວຽກ​ກັບສາຍການ​ບິນ Northwest ຢູ່ນັ້ນ ສີນ​ປຣະ​ເສີດ ໄດ້​ກຳ​ໄລຊີວິດຫລາຍ​ຢ່າງ ​ໂດ​ຍສະ​ເພາະແລ້ວ ກໍ​ແມ່ນໄດ້​ມີ​ໂອກາດ​ເດີນທາງ​ໄປ​ທ່ຽວ​ແຕ່ລະ​ປີ ​ໂດຍ​ບໍ່​ໄດ້​ເສຍ​ຄ່າ​ປີ້ເຮືອບິນ ຊຶ່ງ​ປະ​ເທດ​ທີ່
ສີນ​ປະ​ເສີດ​ມັກ​ໄປທ່ຽວ ​ເລື້ອຍໆ ກໍ​ຄືປະ​ເທດ​ໄທ ​ແລະ​ລາວ.
Sinpraseuth Vannarath family
Sinpraseuth Vannarath family


​ໃນ​ປີ 2005 ​ສີນປະ​ເສີດ ​ໄດ້ຖືກ​ປົດ​ອອກ​ຈາກງານ​ທີ່ Northwest
​ເວລາມີ​ການ​ປ່ຽນແປງ​ໃນ​ສາຍ​ການບິນ​ດັ່ງກ່າວ ທີ່​ກໍາລັງ​ຈະ​ລົ້ມ​
ລະລາຍ. ​ ສີນປະ​ເສີດ ຈຶ່ງ​ໄປສະໝັກເຂົ້າເຮັດ​ວຽກ​ກັບ ​ສາຍ​ການ
ບິນ Qantas. ສີນ​ປະ​ເສີດໄດ້​ໄປຮັບ​ການ​ຝຶກ​ອົບ​ຮົມ ວິຊາ​ການ
ຊ່ອມແປງເຮືອບິນ ລຸ້ນ 747 ຂອງ​ບໍລິສັດ Boeing ຂອງ​ສະຫະ
ລັດ ແລະເຮືອ​ບິນ ລຸ້ນ​ໃຫ​ຍ່​ຫລ້າ​ສຸດ ຂອງ​ບໍລິສັດ Air Bus ​380
ຂອງຢູ​ໂຣບ ທີ່ປະ​ເທດອອສ​ເຕ​ຣເລຍ ​ເປັນ​ເວລາປີກ​ວ່າ​ ​ແລະ​ໄດ້
​ກັບ​ຄືນ​ມາເຮັດ​ວຽກ​ກັບສາຍການ​ບິນ Qantas ​ຢູ່​ລອສ ​ແອນ​ຈີ​ແລ​ສ ມາ​ຈົນ​ຮອດປັດຈຸບັນ ແລະສີນ​ປຣະ​ເສີດ ກໍ​ເປັນ​ຄົນ​ລາວ-ອາ​ເມຣິກັນ ຄົນ​ດຽວ ທີ່​ເຮັດ​ວຽກ​ກັບ​ສາຍ​ການບິນ Qantas ນີ້. ​

ສີນ​ປ​ຣະ​ເສີດ ​ໄດ້ໃຫ້​ສໍາ​ພາ​ດກັບ​ວີ​ໂອ​ເອ ກ່ຽວ​ກັບຊີວິດການ​ເປັນ​ນາຍ​ຊ່າງ​ແປງ​ເຮືອບິນ Qantas ​ດັ່ງນີ້ :

ລິງໂດຍກົງ

ປັດ​ຈຸ​ບັນນີ້ ​ສິນ​ປະ​ເສີດ ໄດ້​ສ້າງ​ຄອບຄົວ ມີລູກ​ນ້ອຍ ສອງ​ຄົນ ແລະ​ມີ​ເຮືອນ​ຊານ​ບ້ານ​
ຊ່ອງ ຢູ່​ເມືອງ Norwalk ຫ່າງ​ຈາກນະຄອນ Los Angeles ປະມານ 20 ​ໄມ​ລ໌ ຫລື 32 ຫລັກ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG