ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ການສະຫລອງບຸນ ຄຣິສມາສ ຂອງປະຊາຄົມລາວ ທີ່ ການາດາ ແລະ ສະຫະລັດ


ຕົ້ນຄຣິສມາສ ຢູ່ຕໍ່ໜ້າຕຶກລົດຖະສະພາ ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ

ລາຍການຊີວິດຊາວລາວໃນຕ່າງແດນ ຂອງວີໂອເອ ມື້ນີ້ ນໍາສະເໜີ ບົດສໍາພາດກັບ ທ່ານສິງທອງ ອິນທະວົງ ຫົວໜ້າ ຄອບຄົວ ລາວ-ການາດ່ຽນ ຄອບຄົວນື່ງ ທີ່ເມືອງ Winnipeg ແຂວງ Manitoba ປະເທດ ການາດາ ກ່ຽວກັບການ ສະຫລອງບຸນຄຣິສມາສທີ່ຫາກໍຜ່ານມາ. ນອກນັ້ນແລ້ວ ທ່ານສິງທອງຍັງໄດ້ເຫລົ່າສູ່ວີໂອເອຟັງ ກ່ຽວກັບການຕັ້ງຖິ່ນ ຖານຂອງຄອບຄົວເພິ່ນ ແລະການດໍາລົງຊີວິດຂອງປະຊາຄົມລາວ ຢູ່ໃນຂົງເຂດທີ່ມີອາກາດໜາວທີ່ສຸດເຂດນຶ່ງ ຂອງ ການາດາ. ເຊີນທ່ານຕິດຕາມຮັບຟັງ ຈາກກິ່ງສະຫວັນ ໄດ້.

ຄຣິສມາສ ແມ່ນ​ບຸນສະ​ຫລອງ ວັນ​ປະສູດ ຂອງ ພຣະ​ເຍຊູ ເມື່ອ
ສອງ​ພັນ​ສິບ​ສອງປີ​ກ່ອນ. ບຸນ​ຄຣິສມາສ ​ທີ່ 25 ​ເດືອນ​ທັນວາ ​
ໄດ້​ເລີ້ມ​ສະຫລອງ​ກັນ​ມາ ​ແຕ່​ກາງ​ສັດຕະວັດ ທີ່ 4 ມາ​ຈົນ​ເຖິງ
​ເທົ້າ​ປັດ​ຈຸ​ບັນ.

ຄໍາ​ວ່າ Christ ​ແມ່ນ​ນາມມະຍົດ​ ຫລືວ່າ messiah ຊຶ່ງເປັນຜູ້ປະ​
ເສີດ​ເລີດ​ລໍ້າລົງ​ມາເກີດ ​ແລະ Mas ໝາຍ​ເຖິງ​ການ​ເຕົ້າ​ໂຮມ​ພາ
ວັນນາສູດມົນ ຫລື​ບຸນ​ສູດ​ມົນ​ສະຫລອງ​ວັນ​ປະສູດ​ຂອງ Christ
ນັ້ນ​ເອງ. ​

ຄຣິສມາສ ​ແມ່ນ​ບຸນ​ໃຫຍ່ປະ​ຈໍາປີ ຂອງສາສະໜາຄຣິສ ອັນເປັນ​ສາສະໜາ ທີ່ມີ​ຄົນ​ນັບຖື​ຫລາຍ​ທີ່ສຸດໃນໂລກ ເພາະສະ​ນັ້ນ ​ບຸນຄຣິສ​ມາສ ຈຶ່ງມີ​ອິດ​ທິພົນ ແຊກ​ແຊງຢູ່​ໃນປະຊາ​ຄົມ ຂອງ​ຜູ້ທີ່​ບໍ່​ນັບຖືສາສໜາຄຣິສຕຽນ ບໍ່​ໜ້ອຍ​ກໍ​ຫລາຍ ຊຶ່ງ​ເຖິງ​ຈະ​ບໍ່​ນັບຖືແຕ່​ກໍ​ຍັງ​ພາກັນ ສະຫລອງ ​ເພື່ອ​ຄວາມ​ມ່ວນ​ຊຶ່ນ ສັງ​ສັນ​ກັນ​ກັບ​ຄອບຄົວ​ແລະເພື່ອນ​ມິດ​.

ພາບສໍາຄັນທີ່​ເຫັນໃນ​ການສະຫລອງ​ບຸນຄຣິສມາສ ນັ້ນ​ກໍ​ຄື ການຕົກ​ແຕ່ງຕົ້ນ​ແປກ ທີ່​ຮ້ອງ​
ວ່າ ຕົ້ນຄຣິສມາສ ​ການນໍ​າ​ເອົາໃບ​ຕົ້ນ​ແປກ​ມາ​ເຮັດ​ເປັນພວງ​ຫຣີດ ​ເອ້ປະດັບ​ປະດາ ມີ​ໂບ​ສີ​ແດງຫ້ອຍ​ໄວ້ ຢູ່​ໃນເຮືອນ ນອກ​ເຮືອນ​ ຢູ່ຕາ​ມຖະໜົນ​ຫົນທາງ ສວນສາທາລະນະ ​ຮ້ານ​ຄ້າ ​ແລະ​ສຸສານ​ຕ່າງໆ. ນອກ​ນັ້ນ ​ຍັງ​ປະກອບດ້ວຍ ໄຟແສງ​ສີ ສຽງ​ດົນ​ຕຣີ ​ແລະ Santa Claus ຫລື Saint Nicholas ຊຶ່ງ​ເປັນ​ຜູ້ເຖົ້າໃຈດີ ຍີ້ມ​ແຍ້ມ​ແຈ່ມ​ໃສ ນຸ່ງ​ສຸດ​ສີ​ແດງ ​ທີ່​ຂີ່​ລໍ້ທີ່​ລາກ​ໂດຍ​ໂຕກ​ວາງເປັນ​ພາຫານະເຫາະ​ເຫີນ ຢູ່​ເທິງອາກາດ ຕາມ​ທີ່​ເລົ່າ​ກັນ​ມາ​ໃນນິທານ​ໂບຮານ
ດຶກ​ດໍາ​ບັນ​ ​ເອົາ​ຂອງຂວັນ​ມາແຈກ​ຢາຍ​ໃຫ້​ພວກ​ເດັກນ້ອຍ ທີ່​ຕ່າງກໍພາກັນລໍຖ້າ​ໃຫ້​ວັນ​ນີ້
​ມາ​ເຖິງ ຢ່າງ​ໃຈ​ຈົດ​ຈໍ່ ​ເພື່ອ​ຈະ​ໄດ້​ຂອງຂວັນ​ທີ່ Santa ລັກ​ເອົາ​ມາ​ວາງ​ໄວ້​ໃຫ້ ຢູ່​ໃຕ້​ຕົ້ນ​ ຄຣິສມາສ. ​

ຢູ່ໃນ ສະຫະລັດ ອາເມຣິກາ ຕົ້ນຄຣິສມາສ ບໍ່ໄດ້ປະກົດໃຫ້ເຫັນຈົນຮອດປີ 1850 ​ແລະ
ບໍ່ໄດ້ມີ​ປະ​ເພນີ​ໃຕ້ ຕົ້ນຄຣິສມາສແຫ່ງຊາດ ຈົນຮອດປີ 1923 ແລະຕົ້ນຄຣິສມາສແຫ່ງ
ຊາດນີ້ ຈະ​ແມ່ນປະທານາທິບໍດີ ​ເປັນ​ຜູ້​ທໍາ​ພິທີໃຕ້ໄຟ ຢູ່ນະຄອນຫລວງວໍຊິງຕັນ ໃນອາ
ທິດທີສອງ ຂອງເດືອນທັນວາ ທຸກໆປີ ຈົນໄດ້ກາຍມາເປັນປະເພນີເທົ່າ​ເຖິງປັດຈຸບັນນີ້.

ວັນ​ຄຣິສມາສ​ແມ່ນ​ວັນພັກລັດຖະການ​ໃນ​ທົ່ວ​ປະ​ເທດ. ຜູ້​ຄົນພາກັນພັກ​ວຽກ​ພັກ​ການ ເພື່ອ​ເດີນ​ທາງ​ໄປ​ສະຫລອງ​ກັບ​ຄອບຄົວ ເຮັດບຸນເຮັດທານໃຫ້ແກ່​ຜູ້​ທຸກ​ຍາກ ​ຊື້​ຂອງຂວັນໃຫ້ແກ່ເດັກນ້ອຍ. ​ຜູ້​ໃຫຍ່ກໍ​ພາກັນ ແລກ​ປ່ຽນ​ຂອງຂວັນ​ ​ກິນລ້ຽງ​ຊຸມ​ແຊວ ອ່ວຍພອນຊຶ່ງ​ກັນ​
ແລະ​ກັນ ​ຮ້ອງ​ເພງຄຣິສມາສ ແລະ​ໄປ​ຮ່ວມ​ພິທີ​ທາງ​ສາສະໜາ ສູດ​ມົນຢູ່ຕາມໂບດຕ່າງໆ. ​

ທ່ານສິງທອງ ອິນທະວົງ ສະຫລອງວັນຄຣິສມາສ ຮ່ວມກັບຄອບຄົວ
ທ່ານສິງທອງ ອິນທະວົງ ສະຫລອງວັນຄຣິສມາສ ຮ່ວມກັບຄອບຄົວ


ໃນ​ວາລະບຸນ​ສະຫລອງ​ວັນ​ຄຣິສມາສນີ້ ວີ​ໂດເອໄດ້​ມີ​ໂອກາດ
ສໍາພາດ ທ່ານ​ສິງ​ທອງ ອິນ​ທະ​ວົງ ທີ່​ເມຶືອງ Winnipeg ​ແຂວງ
Manitoba ປະ​ເທດ ກາ​ນາ​ດາ ກ່ຽວ​ກັບ​ການມາ​ຕັ້ງ​ຊີວິດ​ໃໝ່ ​
ແລະ​ຄວາມ​ຮູ້​ສຶກຂອງ​ທ່ານ ​ໃນ​ການນໍາພາ​ລູກ​ຫລານສະຫລອງ
​ບຸນຄຣິສມາສ ຊຶ່ງທ່ານ​ໄດ້​ເ​ລົ່າສູ່​ຟັງ​ດັ່ງ​ນີ້:

please wait

No media source currently available

0:00 0:03:49 0:00
ລິງໂດຍກົງ


​ນອກ​ຈາ​ນັ້ນ​ອີກ​ແລ້ວ ວີ​ໂອ​ເອ ຍັງ​ມີ​ໂອກາດ​ໄດ້​ຊັກຖາ​ມ ທ່ານ​ນາງ ​ແກ້ວມະນີ​ວັນ ສີ​ຫາ​ລາດ ຢູ່ທີ່​ເມືອງ Chantilly ລັດ Virginia ກ່ຽວ​ກັບ​ການ​ຕົກ​ແຕ່ງອາຫານ​ການ​ກິນ​ໃນ​ບຸນຄຣິສມາສ ດັ່ງ​ທ່ານ​ນາງ ​ໄດ້ເລົ່າ​ສູ່​ວ່າ:

please wait

No media source currently available

0:00 0:02:40 0:00
ລິງໂດຍກົງ

Christmas dinner by Keomanivanh
Christmas dinner by Keomanivanh

ປະຊາ​ຄົມ​ລາວ​ໃນ​ທົ່ວສະຫະ​ລັດ ​ກໍ​ພາກັນ​ສະຫລອງ​ວັນ​
ຄຣິສມາສ ຈົນ​ເປັນ​ປະ​ເພນີ​ຄື​ກັນ ​ໂຮມ​ທັງ​ພວກ​ທີ່​ບໍ່​ນັບຖື
​ສາສະໜາ​ຄຣິສ ຊື່​ງ​ເຫດຜົນ​ໃນ​ເບື້ອງ​ຕົ້ນ ຕອນ​ທີ່​ອົບ​ພະຍົບ
​ເຂົ້າ​ມາ​ຢູ່​ໃນ​ປະ​ເທດ​ນີ້​ໃໝ່ໆ ​ເມື່ອ​ສາມ​ສິບ​ກ່ວາປີ​ມາ​ແລ້ວ​ນັ້ນ
ກໍ​ແມ່ນ​ເຮັດ​ເພື່ອ​ລູກ​ນ້ອຍ ທີ່​ຢາກ​ມີ​ຂອງຂວັນ​ໄປ​ອວດ​ອ້າງ​ໝູ່
​ເພື່ອນ​ຢູ່​ໂຮງຮຽນ ກໍ​ເລີຍ​ໄດ້​ປະຕິບັດ​ກັນ​ມາ​ເປັນ​ປະ​ຈໍາ​ທຸກໆ​ປີ.
XS
SM
MD
LG