ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສຳ​​ພາດ ທ່ານ​ໄຊ ອຸ​ດົມ​ປາ​ລະ​ມີ ກະເສດຕະກອນ ລາວ-ອາເມຣິກັນ ທີ່ລັດ ໂອກລາໂຮມາ


ທ່ານໄຊ ອຸດົມປາລະມີ ເຈົ້າຂອງຟາມລ້ຽງໄກ່ ແລະລ້ຽງງົວ ລາວ-ອາເມຣິກັນ ທີ່ລັດໂອກ​ລາ​ໂຮ​ມາ.
ທ່ານໄຊ ອຸດົມປາລະມີ ເຈົ້າຂອງຟາມລ້ຽງໄກ່ ແລະລ້ຽງງົວ ລາວ-ອາເມຣິກັນ ທີ່ລັດໂອກ​ລາ​ໂຮ​ມາ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍການ​ຊີວິດ​ຊາວ​ລາວແລງ​ວັນ​ພະຫັດ
ມື້​ນີ້ ​ເຮົາ​ຈະ​ນຳພາ​ທ່ານ​ໄປ​ຢ້ຽມຢາມ​ຖາມ​ຂ່າວ ທ່ານ​ໄຊ ອຸດົມ​
ປາລະມີກະ​ເສດ​ຕະກອນ​ລາວ-ອາ​ເມຣິກັນ​ ​ເຈົ້າ​ຂອງ​ຟາ​ມລ້ຽງ​
ງົວແລະລ້ຽງ​ໄກ່ ຢູ່​ທີ່​ລັດ Oklahoma ທາງພາກ​ກາງ ຕອນ​ໃຕ້
ຂອງ ສະຫະ​ລັດ. ຟາ​ມຂອງຄອບຄົວ​ຂອງ​ ອຸດົມ​ປາລະມີ ລ້ຽງ
ໄກ່​ຫລາຍ​ໝື່ນ​ໂຕ ​ແລະລ້ຽງງົວ 50 ​ໂຕ ຊຶ່ງ​ຖື​ວ່າ​ເປັນທຸ​ລະ​ກິດ
​ລ້ຽງສັດຂະໜາດ​ນ້ອຍ. ຟາ​ມອຸດົມ​ປາລະມີ ມີທົ່ງຫຍ້າລ້ຽງ​ງົວ
​ກວ້າງ​ຂວາງ ມີ​ຫ້ວຍ​ນໍ້າ ​ ເຕັມ​ໄປ​ດ້ວຍປາ ​ແລະ​ໃຊ້​ຊີ​ວິດ​ຢູ່ແບບ
ທຳ​ມະ​ຊາດ. ທ່ານ​ໄຊອຸດົມ​ປາລະມີ ​ມີ​ພື້ນຖານ​ແນ​ວຄິດ​ຢ່າງ
​ໃດ​ນັ້ນ ກິ່ງ​ສະຫວັນ ຈະ​ນຳ​ເລື່ອງ​ນີ້​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ
ຕໍ່​ໄປ​.

ລິງໂດຍກົງ

ສະ​ຍາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້​ຂ້າພະ​ເຈົ້າ​ຈະ​ນຳພາ​ທ່ານ​
ໄປ​ຢ້ຽມຢາມຖາມ​ຂ່າວ ພີ່ນ້ອງ​ລາວ-ອ​າ​ເມຣິກັນ ທ່ານ ​ໄຊ
ອຸດົມ​ປາລະມີ ​ເຈົ້າ​ຂອງຟາ​ມ​ລ້ຽງງົວ​ ​ແລະ​ລ້ຽງ​ໄກ່ ຢູ່​ທີ່ເມືອງ
Ftiro ລັດ Oklahoma. ລັດນີ້ຕັ້ງ​ຢູ່ພາກ​ກາງ ຕອນໃຕ້ຂອງ
ສະຫ​ະລັດ. ທິດ​ເໜືອຂອງ​ລັດ Oklahoma ​ຕິດ​ກັບ ລັດ ​Kansas ທິດ​ໃຕ້​ຕິດ​ກັບ​ລັດ Texas ທິດ​ຕາ​ເວັນອອກ ຕິດ​ກັບ​ລັດ Arkansas ​ແລະ​ທິດຕາ​ເວັນ​ຕົກ ຕິດ​ກັບ​ລັດ New Mexico. ຊື່​ຂອງລັດ Oklahoma ມີໝາຍ​ຄວາມ​ວ່າ “ຄົນ​ແດງ” ມາຈາກ​ພາສາ​ອິນ​ເດຍ​ແດງ ທີ່​ເຄີຍ​ເປັນ
ຊົນ​ເຜົ່າ​ນຶ່ງ​ຢູ່​ໃນ​ລັດ​ນີ້.

ລັດ Oklahoma
ລັດ Oklahoma

ລັດ Oklahoma ມີ​ເນື້ອ​ທີ່ 69,898 ຕາຕະລາງ​ໄມ​ ມີ​ປະຊາ
ກອນ ​3 ລ້ານ 850 ພັນ 568 ຄົນ ຮວມທັງ​ປະຊາກອນ​ລາວ-​
ອາ​ເມຣິກັນ ຫລາຍສິບ​ພັນ​ຄົນ. ລັດນີ້ມີທົ່ງ​ຮາບ​ພຽງ ມີ​ອຸດສາ
ຫະກຳ ແກັສທະ​ມະ​ຊາດ ບໍ່​ນໍ້າ ມັນ ຜະລິດ​ຕະພັນ​ກະສິກໍາ ບໍລິ
ສັດ​ສ້າງ​ເຮືອບິນ ພະລັງງານ ການ​ສື່ສານ ​ແລະ​ເທັກ​ໂນ​ໂລ​ຈີ​
ດ້ານຢາ​ປົວ​ພະຍາດ.

ທົ່ງຫຍ້າຫລັງບ້ານ ບ່ອນລ້ຽງງົວ
ທົ່ງຫຍ້າຫລັງບ້ານ ບ່ອນລ້ຽງງົວ

ທ່ານໄຊ ອຸ​ດົມ​ປາລະມີ ​ແມ່ນນັກ​ລ້ຽງ​ໄກ່ ​ແລະ​ລ້ຽງງົວ ລາວ-
ອາ​ເມຣິກັນຄົນ​ນຶ່ງ​ ທີ່​ໄດ້​ມາ​ຕັ້ງ​ຖິ່ນ​ຖານ ​ຢູ່​ລັດ​ນີ້ ​ເມື່ອ 35 ປີ​
ກ່ອນ. ທ່ານເກີດ​ທີ່​ແຂວງ​ຊຽງ​ຂວາງ ​ໃນປີ 1964 ໃນສະ​ໄໝ
ສົງຄາມ​ໃນ​ລາວ ​ພໍ່​ແມ່ ​ໄດ້​ພາຄອບຄົວອົບ​ພະຍົບ​ໜີ​ເຂົ້າ​ມາ
​ຕັ້ງຖິ່ນ​ຖານໃໝ່ທີ່ນະຄອນຫລວງ​ວຽງ​ຈັນ ​ໃນ​ປີ 1969. ​ຕົກ​
ມາ​ເຖິງ​ ປີ 1979 ຄອບຄົວ ອຸ​ດົມ​ປາລະມີ ໄດ້​ກາຍ​ມາ​ເປັນ
​ອົບ​ພະ​ຍົບ​ອີກຄັ້ງ​ນຶ່ງ ຢູ່ໃນ​ຈຳນວນບັນດາອົບ​ພະຍົບລາວທີ່​
ໄດ້ພາກັນ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ ​ຢູ່​ໃນ ສະຫະລັດ. ​ຄອບຄົວ
ອຸດົມ​ປາລະມີ ​ໄດ້​ມາ​ຕົກ​ຢູ່ພາກ​ກາງຂອງ ສະຫະລັດ ທີ່​ລັດ
Oklahoma ​ແລະ​ກໍ​ໄດ້​ທຳ​ມາ​ຫາ​ກິນ​ຢູ່​ທີ່​ນັ້ນ​ມາ​ຈົນ​ເຖິງເທົ່າ
​ປັດຈຸບັນ.

ຂວ່າງແຫ
ຂວ່າງແຫ

ທ່ານໄຊ ​ມີ​ອ້າ​ຍ​ເອື້ອຍ​ນ້ອງ​ນຳ​ກັນ​ຫົກ​ຄົນ ຮຽນສຳ​ເລັດ​ອະ
ນຸ​ປລິນ​ຍາ​ຫຼາຍຝ່າ​ຍ ​ເຊັ່ນວ່າ​ແປງ​ລົດ ຝ່າ​ຍອີ​ເລັກ​ໂຕຣນິກ
ການ​ຮັກສາ​ບຸຣະນະໂຮງງານອຸດສາຫະກຳແລະ​ປັດ​ຈຸ​ບັນ​ນີ້​
ສາມາດ​ຂັບ​ເຮືອບິນ Cessa ​ແລະກຳລັງ​ຮຽນ​ເປັນ​ອາຈານ​
ສອນ​.

ຄອບຄົວ ທ່ານ​ໄຊ ອຸດົມ​ປາລະ ​ມີ​ຟາ​ມ​ລ້ຽງ​ໄກ່​ໃນ​ລະຫວ່າງ
50 ຫາ 75,000 ​ໂຕ ​ລ້ຽງ​ສົ່ງ​ອອກ​ຂາຍ​ໃຫ້​ແກ່​ບໍລິສັດ O.K
Food ແລະມີ​ຟາ​ມລ້ຽງ​ງົວ 50 ກວ່າ​ໂຕ ເພື່ອນຳ​ເອົາ​ລູກ​ງົວ
ໄປປະ​ມູນ​ຂາຍ. ທ່ານ​ໄຊ ​ເປັນ​ຄົນມັກ​ຢູ່ກັບທຳ​ມະ​ຊາດ ມັກ​ລ້ຽງ​ສັດ ຫາ​ປູ​ຫາ​ປາ
ແລະໂຫ່ເນື້ອ​ທ່ານ​ໄດ້​ເລົ່າ​ຊີວິດ​ຄວາ​ມ​ເປັນ​ມາ ​ແລະການ​ຢູ່​ກິນ​ຂອງ​ທ່ານ​ສູ່
ວີ​ໂອ​ເອ ຟັງ​ວ່າ :

ຍິງກວາງ ຢູ່ຫລັງບ້ານ
ຍິງກວາງ ຢູ່ຫລັງບ້ານ

ລິງໂດຍກົງ

ກ່ຽວ​ກັບ​ດ້ານການ​ຫາ​ຢູ່​ຫາ​ກິນ​ຂອງປະຊາ​ຄົມ​ລາວສ່ວນ​ໃຫຍ່ຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ​ນີ້ ທ່ານ​ໄຊ ​ໄດ້ເລົ່າ​ສູ່​ຟັງວ່າ :

ທ່ານໄຊ ແລະລູກສາວ
ທ່ານໄຊ ແລະລູກສາວ

ລິງໂດຍກົງ

ສະຫະລັດ ​ເປັນ​ປະ​ເທດ​ທີ່​ກວ້າງ​ໃຫຍ່​ໄພສານ ​ໂດຍ​ສະ​ເພາະ​ຢູ່​ພາກ​ກາງ ຈະເປັນ​ທົ່ງ​ຮາບ​ພຽງ ​ມີ​ໂຮງງານ​ອຸດສາຫະກຳ​ຕ່າງໆ ​ແລະ​ຖື​ວ່າ​ເປັນ​ເຂດ​ຊົນນະບົດ. ບັນຍາກາດ​ດັ່ງກ່າວ​ນີ້ ເປັນ​ທີ່ເໝາະ​ສົ​ມແກ່ ຊາວ​ລາວ-​ອາ​ເຣິກັນ ຜູ້​ມັກ​ປູກຝັງ ລ້ຽງສັດ ຢູ່​ແບບ​ງຽບໆກັບ​ທຳ​ມະ​ຊາດ ທີ່ມີ​ນໍ້າ ໝອກ​ຕົກ​ໃນ​ຕອນ​ເຊົ້າ ​ແລະ​ມີແສງຕາ​ເວັນ​ຢູ່ຕະຫລອດ​ມື້ ປາດ​ສະ​ຈາກ​ຕຶກ​ສູງ ເພາະສະ​ນັ້ນ ການ​ໃຊ້​ຊີວິດ​ຢູ່​ບ່ອນ​ເປີດ​ກວ້າງ ມີ​ອາກາດ​ສົດ ​ບໍ່​ແອ​ອັດ ບໍ່​ມີ​ສຽງ​ນອງ​ນັນນັ້ນ ເປັນ​ຊີວິດ​ຈິດ​ໃຈຄວາມ​ມ່ວນ​ຊື່ນຊຶ່ງ ທ່ານ​ໄຊ ​ໄດ້​ກ່າວ​ມ້ວນ​ທ້າຍ​ວ່າ​ :

ງົວກະທິງເທິກ
ງົວກະທິງເທິກ

ລິງໂດຍກົງ

ນັ້ນ​ແມ່ນ​ການ​ສຳພາດ ທ່ານ​ໄຊ ອຸດົມ​ປາລະມີ ນັກ​ລ້ຽງ​ໄກ່ ​ແລະ​ລ້ຽງ​ງົວ ຢູ່​ທີ່​ລັດ Oklahoma ຊຶ່ງ​ເປັນ​ຜູ້​ນຶ່ງ​ທີ່​ປະສົບ​ຜົນສຳ​ເລັດ​ໃນ​ການປະກອບ​ອາຊີບ ​ແລະ​ຕັ້ງ​ຊີວິດ​ໃໝ່. ​ແລງ​ວັນ​ພະຫັດ​ໜ້າ​ເຮົາ​ຈະ​ນຳເລື້ອງ​ລາວ​ກ່ຽວ​ກັບ​ຊີວິດ ຊາວ​ລາວ​ໃນ​ຕ່າງ​ແດນມາສະ​ເໜີ​ທ່ານໃໝ່ອີກ ​ໂປດ​ຕິ​ຕາ​ມຮັບ​ຟັງ

XS
SM
MD
LG