ກິລາຕີກ໊ອຟ ແມ່ນກິລາທີ່ຫລີ້ນຜູ້ດຽວ ເພື່ອສະແດງອອກມາ
ໃຫ້ເຫັນເຖິງຄວາມສາມາດ ຂອງການຕັ້ງສະມາທິ ການກະ
ຕວງຄວາມແຮງ ແລະໄລຍະ ເພື່ອໃຫ້ລູກກ໊ອຟ ທີ່ຕີອອກໄປ
ນັ້ນ ຕົກເຂົ້າໄປໃນຂຸມເປົ້າໝາຍ.
ກ້ອຟ ເປັນກິລາເກົ່າແກ່ ທີ່ລິເລີ້ມຂຶ້ນໃນສັດຕະວັດ ທີ 15 ໃນ
ສະກອ໊ດແລນ. ແຕ່ວ່າມັນບໍ່ໄດ້ເລີ້ມເປັນທີ່ນິຍົມຈົນກວ່າ ຕອນ
ທ້າຍຂອງສັດຕະວັດທີ່ 19 ຢູ່ທີ່ປະເທດອັງກິດ. ຫລັງຈາກນັ້ນ
ຈຶ່ງຖືກແຜ່ຜາຍຂະຫຍາຍອອກໄປທົ່ວໂລກ. ໃນຕອນຕົ້ນຂອງ
ປະວັດສາດນັ້ນ ກ໊ອຟຖືວ່າ ເປັນກິລາຂອງພວກຂຸນນາງ ແລະ
ປັດຈຸບັນນີ້ ກໍຖືວ່າເປັນກິລາຂອງພວກເສດຖີມີເງິນ ເພາະວ່າ
ຄ່າໃຊ້ຈ່າຍສູງ. ໃນລະຍະບໍ່ເທົ່າໃດປີທີ່ຜ່ານມານີ້ ເປັນທີ່ສັງ
ເກດໃຫ້ເຫັນໄດ້ວ່າ ຢູ່ໃນ ສປປລາວ ມີການສ້າງເດີ່ນຕີກ໊ອຟ
ຫລາຍຂື້ນ ຈາກຜູ້ລົງທຶນຕ່າງປະເທດ ເພື່ອເປັນບ່ອນພັກຜ່ອນຢ່ອນອາຣົມ ໃຫ້ແກ່ບັນດາ
ນັກທ່ອງທ່ຽວ ແລະຕ້ອນຮັບແຂກບ້ານແຂກເມືອງ.
ພ້ອມໆດຽວກັນນີ້ ປະຊາກອນລາວ ໃນຍຸກສະໄໝໃໝ່ ຕ່າງກໍພາກັນ ເລີ້ມນິຍົມຫລີ້ນກິລາຕີກ໊ອຟນີ້ຫລາຍຂື້ນ ແຕ່ວ່າ ສ່ວນຫລາຍແລ້ວແມ່ນນັກຕີກ໊ອຟສະມັກຫລີ້ນ. ປັດຈຸບັນນີ້ ເປັນທີ່ຊາບກັນດີວ່າ ມີນັກຕີກ໊ອຟລະດັບອາຊີບ ຄົນລາວພຽງແຕ່ຄົນດຽວເທົ່ານັ້ນໃນ ສປປລາວ ທີ່ກໍາລັງສ້າງຊື່ສຽງໃຫ້ບ້ານເກີດເມືອງນອນ ໃນຖານະເປັນນັກຕີກ໊ອຟ ທີ່ຕີໄດ້ໄກທີ່ສຸດ.
ທ້າວ ດາລິຍະ ສາຍດາຣາ ອາຍຸ 23 ປີ ລູກຊາຍຫລ້າ ຫລືລູກຜູ້ທີ່ 5 ຂອງທ່ານຄໍາເຫລືອງ ແລະທ່ານນາງ ໂອລໍາ ທີ່ມີບ້ານເຮືອນຢູ່ໜອງບອນ ໃນນະຄອນຫລວງວຽງຈັນ.
ທ້າວ ດາລິຍະ ເປັນສຸພາບບູລຸດໜຸ່ມ ທີ່ມັກຫລີ້ນກິລາມາແຕ່ຍັງນ້ອຍ ແລະໄດ້ຮັບການສະໜັບສະໜູນຊຸກຍູ້ ແລະຊີ້ນໍາຈາກຜູ້ປົກຄອງຢ່າງໃກ້ຊິດ ຊຶ່ງທ່ານຄໍາເຫລືອງ
ພໍ່ຂອງດາລິຍະ ໄດ້ເຫລົ່າເຖິງເບື້ອງຫລັງສູ່ຟັງວ່າ :
ທ້າວ ດາລິຍະ ຮຽນຈົບຈາກ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຮັບປະລິນຍາຕີຝ່າຍ IT Ecommerce ຫລືເທັກໂນໂລຈີຂໍ້ມູນ ຝ່າຍການຄ້າ ແຕ່ວ່າ ປັດຈຸບັນນີ້ ດາລິຍະ ຍັງບໍ່ມີໂອກາດໄດ້ນໍາໃຊ້ວິຊາ ທີ່ຕົນໄດ້ສໍາເລັດການສຶກສາມານັ້ນເທື່ອ ເພາະກໍາລັງເຈາະຈົງໃສ່ ການຫລີ້ນ ກິລາຕີກອຟ ໂດຍສະເພາະ.
ດາລິຍະ ໄດ້ເລີ້ມຕີກ໊ອຟ ແລະໄດ້ຖືກແນະນໍາໃຫ້ຈັບໄມ້ຕີກອຟ ມາຕັ້ງແຕ່ອາຍຸ 7 ປີ ນອກ
ຈາກນັ້ນ ລາວຍັງມັກຫລີ້ນກິລາບານເຕະ ເຕຄວນໂດ ເທັນນິສ ແລະຍິງທະນູ. ກ່ອນຈະຫັນມາເອົາຈິງເອົາຈັງກັບກິລາຕີກ໊ອຟ ດາລິຍະໄຝ່ຝັນຢາກເປັນນັກເທັນນິສ ມືອາຊີບຈົນໄດ້ເດີນທາງມາຮັບການເຝິກແອບຢູ່ທີ່ ລັດໄອໂອວາ ສະຫະລັດອາເມຣິກາ. ໃນປີ 2006 ດາລິຍະ ໄດ້ເປັນສະມາຊິກຜູ້ຄົນນຶ່ງຂອງທີມຊາດ ເທັນນິສລາວ ທີ່ເດີນທາງເຂົ້າຮ່ວມແຂ່ງ
ຂັນກິລາຊີເກມສ໌ ທີ່ກຸງມະນີລາ. ດາລິຍະໄດ້ເລີ້ມຢຶດຖືເອົາ ອາຊີບຕີກ໊ອຟ ຢ່າງຈິງຈັງມາຕັ້ງແຕ່ທ້າຍປີ 2010 ຈົນໄດ້ກ້າວຂຶ້ນມາຢູ່ໃນລະດັບອາຊິບ.
ຄໍາວ່ານັກຕີກ໊ອຟອາຊີບ ໝາຍຄວາມວ່າ ດາລິຍະ ໄດ້ຜ່ານການແຂ່ງຂັນ ແລະໄດ້ຮັບຄະແນນສູງເທົ່າທຽມກັບບັນດານັກຕີກອຟອາຊີບຕ່າງໆ ຢູ່ໃນເຂດເອເຊຍ. ປັດຈຸບັນນີ້ ດາລິຍະ ໄດ້ສັງກັດຢູ່ໃນວົງການ ສະມາຄົມຕີກ໊ອຟ Thai Tour ໂດຍສະເພາະຢູ່ໃນປະເທດໄທ ແລະ Asian Tour ຊຶ່ງຢູ່ໃນກຸ່ມສິບປະເທດອາຊ່ຽນ. ດາລິຍະ ມີຄວາມຝັນທີ່ຈະວາງບາດກ້າວເຂົ້າມາຢູ່ໃນວົງການ Europe Open ຂອງຢູໂຣບ ແລະ US PGA ຂອງ ສະຫະລັດ ໃນອານາຄົດຂ້າງໜ້ານີ້ ຊຶ່ງເພື່ອຈະກ້າວໄປໃຫ້ເຖິງຂັ້ນນັ້ນ ດາລິຍະ ຕ້ອງໄດ້ໃຊ້ຊີວິດຢູ່ກັບການຝຶກຊ້ອມ ອາທິດນຶ່ງຫົກມື້ ມື້ນຶ່ງຫົກຊົ່ວໂມງ ຊຶ່ງ ດາລິຍະ ກ່າວດັ່ງນີ້:
Daliya
ແລະນັ້ນຄື ດາລິຍະ ສາຍດາຣາ ນັກຕີກ໊ອຟມືອາຊີບຄົນດຽວຂອງ ສປປ ລາວ ທີ່ສ້າງຊື່ສຽງໃຫ້ປະເທດ ໃນຖານະເປັນນັກຕີໄກໄດ້ຮອດ 332 ແມັດ ຊຶ່ງໄດ້ຄ້ວາຕໍາແໜ່ງແຊ້ມມາແລ້ວໃນການແຂ່ງຢູ່ປະເທດໄທ ໃນປີ 2011. ດ້ວຍຄວາມສາມາດອັນນີ້ເອງ ດາລິຍະ ຈຶ່ງໄດ້ຖືກຈ້າງໃຫ້ເປັນ presenter ຫລືໂຕແທນສິນຄ້າກິລາກ໊ອຟ ໃຫ້ບໍລິສັດ Nike
ຊຶ່ງເມື່ອຕົ້ນເດືອນນີ້ ດາລິຍະ ກໍໄດ້ເດີນທາງໄປບາງກອກ ກັບພໍ່ ເພື່ອເປີດໂຕໄມ້ຕີກ໊ອຟອັນ
ໃໝ່ຂອງ Nike.
ເວລານີ້ ດາລິຍະ ກໍາລັງໂຈະການຫລີ້ນກິລາກ໊ອຟໄວ້ກ່ອນ ເພາະກໍາລັງເຂົ້າຮ່ວມທີມຊາດ
ຍິງທະນູຂອງລາວ ແຂ່ງຂັນໃນກິລາມະຫາວິທະຍາໄລ ຂອງອາຊ່ຽນ ທີ່ກໍາລັງດໍາເນີນໄປໃນຂະນະນີ້ ຢູ່ປະເທດລາວ.
ວີໂອເອ ກໍຂໍເອົາໃຈຊ່ວຍ ແລະອ່ວຍພອນໃຫ້ ດາລິຍະ ສາຍດາຣາ ຈົ່ງປະສົບຄວາມສໍາເລັດຕາມທີ່ໄຝ່ຝັນ ແລະຫວັງວ່າໃນອານາຄົດອັນໃກ້ໆນີ້ ຈະໄດ້ເຫັນ ດາລິຍະ ປາກົດໂຕ ຢູ່ໃນໂທລະພາບຄຽງຄູ່ກັບ Tigerwood.