ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ນັກສຶກສາສາວ ຈາກ ສປປ ລາວ ດັ້ນດົ້ນໄປຮຽນ ຮອດມະຫາວິທະຍາໄລ ອາລເບີຕາ ປະເທດ ການາດາ


ນາງຂັນປະເສີດ ສະແຫວງສຶກສາ ທີ່ ມະຫາວິທະຍາໄລ Alberta ປະເທດ ການາດາ.
ສະບາຍດີ ທ່ານ​ຜູ້​ຟັງ ກ່ອນ​ອຶ່ນ ຂ້າພະ​ເຈົ້າ ຂໍ​ນໍາພາ​ທ່ານ​ຜູ້​ຟັງ
ເຂົ້າ​ສູ່​ຈີນ​ຕະນາ​ການ ໄປຊົມ​ທັດສະນີ​ຍະ​ພາບ​ອັນ​ສວຍ​ງາມ
ບັນຍາກາດ ສິ່ງ​ແວດ​ລ້ອມ​ຂອງ ​ແຂວງ Alberta ຊຶ່ງ​ເປັນ​ນຶ່ງ​ໃນ​
ຈໍານວນ 10 ​ແຂວງ​ຂອງປະ​ເທດ ກາ​ນາ​ດາ. ​ແຂວງ Alberta
ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ ຊາຍ​ແດນ​ທາງ​ໃຕ້​ຕິດ​ກັບ ລັດ Montana
ຂອງ ສະຫະລັດ ອາ​ເມຣິກາ. ​

ແຂວງ Alberta ມີ​ເນື້ອ​ທີ່ຢູ່ 661,848 Km ມົນທົນ ຫລື 255,
500 ຕາຕະລາງເ​ມຶ​ອງ​ເອກຂອງ​ແຂວງ ແມ່ນ​ເມື​ອງ Edmonton.
ອ້າງ​ອິງຕາມ​ການ​ສໍາ​ຫລວດ ສໍາມະ​ໂນ​ຄົວ​ປີ 2011 ​ແຂວງ
Alberta ມີ​ປະຊາກອນຢູ່ 3,645.275 ຄົນ ​ຢູ່ໃນ​ນັ້ນ​ມີ​ປະຊາ
ກອນ​ລາວ ​ປະມານ 1000 ຄົນ. ​ແຂວງ Alberta ຖືກ​ກໍ​ຕັ້ງ​ຂື້ນ​ມາ​ໃນ​ປີ 1905 ເປັນແຂວງ
​ອັນ​ດັບສາມ​ ທີ່​ມີ​ປະຊາກອນ​ພາກັນ​ອາ​ໄສ​ຢູ່ ​ຢ່າ​ງໜາ​ແໜ້ນ. ​

ອຸດສາ​ຫະກໍາ​ຂອງ​ແຂວງ Aberta ກໍ​ຄື ການ​ຂຸດ​ບໍ່​ແຮ່ ຫາ​ປາ ຟາ​ມລ້ຽງ​ສັດ ​ແລະ ບໍລິສັດ​
ຜະລິດສີນ​ຄ້າ​ຕ່າງໆ. ບັນຍາກາດ​ສິ່ງ​ແວດ​ລ້ອມ​ຂອງຂົງ​ເຂດ​ແຫ່ງ​ນີ້ ມີ​ຫ້ວຍໜອງຄອງບຶງ​
ມີ​ພູຜາ​ປ່າດົງທີ່​ງົດ​ງາມ ​ປະກອບ​ດ້ວຍ​ສີ່​ລະດູ ຄື​ລະ​ດູ​ຮ້ອນລະດູ​ໃບ​ໄມ້​ຫລົ່ນ ລະດູ​ໜາວ ​
ແລະ​ປັດຈຸບັນ​ນີ້​ ແມ່ນລະດູ​ໃບ​ໄມ້​ປົ່ງ ທີ່​ໃບ​ໄມ້​ກໍາລັງ​ຂຽວ​ອ່ອນ ມີດ​ອກ​ໄມ້​ທໍາ​ມະ​ຊາດ​
ນາໆ​ຊະນິດ ​ເບ່ງບານເດ​ຍລະ​ດາດ​.

ນາງຂັນປະເສີດ ຢູ່ໃນຫ້ອງສະມຸດ
ນາງຂັນປະເສີດ ຢູ່ໃນຫ້ອງສະມຸດ


ປັດຈຸບັນ​ນີ້​ ມີ​ນັກ​ສຶກສາຈາກ ສປປ ລາວ ທີ່​ເປັນ​ສະ​ຕີ​ສາວນ້ອຍ
ຄົນນຶ່ງກໍາລັງ​ຮຽນຢູ່ ມະຫາ ວິທະຍາ​ໄລ ແຂວງ Alberta. ນາງ​
ຊື່ວ່າ ຂັນ​ປະ​ເສີດ ສະ​ແຫວ​ງສຶກສາ ເປັນລູກ​ສາວ​ກົກຂອງ​ທ່ານ
ຂັນ​ປະ​ດິດ ​ແລະທ່ານ​ນາງສີ​ປະ​ເສີດ ສະ​ແຫວ​ງສຶກສາ ຕັ້ງ​ຖິ່ນ
​ຖານ ທີ່ເມືອງ​ປາກ​ເຊສປປລາວ. ດ້ວຍ​ຄວາມ​ສະຫລາດ​ສະ
ຫລຽວ ປອດ​ໂປ່​ງທາງ​ດ້ານ​ການ​ສຶກສາ ສົມ​ກັບ​ນາມ​ສະກຸນຄອບ
ຄົວ “ສະ​ແຫວ​ງສຶກສາ” ຂັນ​ປະ​ເສີດ ​ໄດ້​ຮັບ​ທຶນ​ສຶກສາຈາກ​ມະ
ຫາວິທະຍາ​ໄລ Alberta ຊຶ່ງ​ມີ​ແຕ່​ນາງ​ຄົນ​ດຽວທີ່​ເປັນ​ນັກ​ສຶກສາ​
ຈາກ ສປປ ລາວ ແລະຮ່ວມຢູ່​ໃນ​ນັ້ນ ມີນັກ​ສຶກສາ ລາວ-ກາ​ນາ​ດຽນ ອີກ​ຈໍານວນ​ນຶ່ງທີ່ກໍາ
ລັງ​ສຶກສາ​ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ນີ້. ປັດ​ຈຸ​ບັນ​ນີ້ ຂັນ​ປະ​ເສີດ ຢູ່​ກັບ​ຄອບຄົວ​ຂອງປ້າ ທີ່
ເມື​ອງ Edmonton ເມືອງ​ເອກ​ຂອງແຂ​ວງ Alberta.

ນາງກໍາລັງຮຽນຝ່າຍລັດຖະສາດການເມືອງ ​ແລະ​ທຸລະກິດ ​ຢູ່ປີ​ທີ່​ສອງ ແລະ​ມີຄວາມ​ມຸ້ງ
ໝາຍ​ທີ່​ຈະ​ສໍາ​ເລັດຈົນໄດ້ປະລິ​ນຍາໂທ ​ໃນອີກ​ຫ້າ​ປີຂ້າງ​ໜ້າ​ນີ້​. ນອກ​ຈາກການ​ບຶກ​ບືນ​
ນໍາ​ການຮໍ່າຮຽນ​ແລ້ວ ຂັນ​ປະ​ເສີດ ​ຍັງ​ເປັນຜູ້​ຂະຫຍັນ​ຂັນ​ແຂງ ກໍາກັບນໍາໂຄງການອາສາ
​ສະມັກ “ການ​ພັດທະນາ​ສຶກສາ” ​ຢູ່​ພາກໃຕ້​ຂອງ ສປປ ລາວ ​ທີ່​ນາງ​ເປັນ​ຜູ້​ອໍານວຍ​ການ
ໂດຍ​ທໍາ​ການ​ຂົນ​ຂວາ​ຍ ຊອກ​ຫາອຸປະກອນ​ການ​ຮຽນ​ໄປ​ຊ່ວຍ​ ບັນດານັກຮຽນ​ທີ່​ຂາດເຂີນ
​ຢູ່​ຕາມ​ຊົນນະບົດ ​ໃນແຂວງພາກ​ໃຕ້ຂອງ ສປປ ລາວ ຢູ່​ໃນ​ຂະນະ​ນີ້.

ໂຄງການພັດທະນາສຶກສາ
ໂຄງການພັດທະນາສຶກສາ


​ເພື່ອໃຫ້​ເຂົ້າ​ໃຈ​ເພີ້​ມ​ເຕີມ​ກ່ຽວ​ກັບ ຊີວິດ​ຄອບຄົວ​ຂອງ ຂັນ​ປະ
ເສີດ ວີ​ໂອ​ເອໄດ້​ມີໂອກາດສົນທະນາ​ກັບແມ່ຂອງຂັນ​ປະ​ເສີດ
ທີ່​ເມືອງ​ປາກ​ເຊ ຊຶ່ງ​ທ່ານ​ນາງ ສີ​ປະ​ເສີດ ​ໄດ້​ລົມ​ສູ່​ຟັງ​ດັ່ງ​ນີ້:

ລິງໂດຍກົງ

ໃນ​ວັນ​ທີ 24 ​ເດືອນ​ເມສາ​ ຄື​ອາທິດ​ໜ້າ​ນີ້ ຂັນ​ປະ​ເສີດ ຈະ​ໄດ້​ເດີນທາງ​ກັບ​ເມື່ອ​ຢ້ຽມຢາມ
ເມື​ອງລາວ ​ເພື່ອ​ນໍາ​ເຄື່ອງ​ອຸປະກອນ​ການ​ຮຽນ ​ແລະ​ປັດ​ໃຈ​ໄປ​ຊ່ວຍໃນ “ໂຄງການພັດ
ທະນາ​ສຶກສາ” ຂອງ​ນາງ ​ເປັນ​ຄັ້ງ​ທໍາ​ອິດ​ຫລັງ​ຈາກ​ໄດ້​ໜີ​ຈາກ​ຄອບຄົວ ມາ​ສຶກສາ​ເປັນ​
ເວລາ​ສອງ​ປີ​. ຫລັງ​ຈາກ​ນັ້ນ ຂັນ​ປະ​ເສີດ​ຈະ​ໄດ້​ກັບ​ຄືນ​ມາ​ເຂົ້າ​ໂຮງຮຽນ​ຕໍ່​ອີກ​ໃນລ​ະດູ​ໃບ​
ໄ​ມ້ຫລົ່ນ ຊຶ່ງ ຂັນ​ປະ​ເສີດ ​ໄດ້​ເຫລົ່າ​ເຖິງຊີວິດ ​ແລ​ະໂຄງການ​ຂອງ​ນາງ​ ສູ່ຟັງ​ດັ່ງ​ນີ້:

ນາງຂັນປະເສີດ ສະແຫວງສຶກສາ
ນາງຂັນປະເສີດ ສະແຫວງສຶກສາ


ລິງໂດຍກົງ

ຂັນ​ປະ​ເສີດ ເປັນ​ສະຕີ​ສາວ​ທີ່​ໜ້າ​ຮັກ ໜ້າ​ສັນລະ​ເສີນ ສະຫລາດ
​ຫລັກແ​ຫລມ ​ແລະວ່ອງ​ໄວ. ນາງກໍາລັງ​ວາງ​ບົດບາດບໍ່​ພຽງ​ແຕ່ເພື່ອ
ຕົນ​ເອງ ​ແຕ່​ເພື່ອປະຊາ​ຄົມ​ລາວ​ໃນ​ປັດຈຸບັນ ແລະ​ໃນ​ອານາ​ຄົດ. ​ແນ່ນອນ​ວ່າ ຂັນ​ປະເສີດ ​
ຈະ​ເປັນ​ຜູ້​ນໍາໜຸ່ມນ້ອຍທີ່ເຂັ້ມ​ແຂງ​ຄົນ​ນຶ່ງ ທີ່​ຈະ​ວາງ​ບາດ​ກ້າວສູ່​ສາຍຕາ​ຂອງ​ປະຊາ​ຄົມ
ໃນ​ອານາ​ຄົດ​ອັນ​ໃກ້ໆ​ນີ້.
XS
SM
MD
LG