ທ່ານຜູ້ຟັງທີ່ເຄົາລົບ ລາຍການຊີວິດຊາວລາວ ໃນແລງວັນພະ
ຫັດມື້ນີ້ ຈະນຳສະເໜີການສໍາພາດກັບ ທ່ານ Kenji ສົມສັກ
ໄຊໂກສີ ອາຍຸ 39 ປີ ຢູ່ທີ່ເມືອງ Raleigh ລັດ North Carolina
ຊຶ່ງເປັນອາຈານສອນ ວິທີປ້ອງກັນໂຕ ຫລື martial arts ແບບ
ພະລັງພາຍໃນ ມາເປັນເວລາກວ່າ 20 ປີແລ້ວ ແລະມີໂຮງຮຽນ
ເຝິກສອນເປັນຂອງຕົນເອງ. ນອກຈາກນັ້ນ Kenji ຍັງເປັນນັກ
ສ້າງຮູບເງົາ ແລະມີບໍລິສັດຂອງຕົນເອງທີມີຊື່ວ່າ Lao Warrior
Film ຊຶ່ງເປັນເລື້ອງກ່ຽວກັບຊີວິດຄວາມເປັນມາຂອງລາວ ທີ່
ໜີອອກມາຈາກປະເທດລາວ ແລະມາເຕີບໃຫຍ່ຢູ່ໃນ ສະຫະ
ລັດ. ຄວາມເປັນມາທັງໝົດເປັນຢ່າງໃດນັ້ນ ກິ່ງສະຫວັນ ຈະ
ນຳເລື່ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ຂ້າພະເຈົ້າ ຈະນຳພາທ່ານໄປພົບກັບທ່ານ Kenji ມີຊື່ພາສາລາວ
ວ່າ ສົມສັກ ໄຊໂກສີ. ເປັນອາຈານສອນວິຊາປ້ອງກັນໂຕ ພ້ອມທັງມີຄວາມສົນໃຈກ່ຽວກັບການສ້າງຮູບເງົາເລື້ອງ ການຄ້າມະນຸດ ແລະວິທີປ້ອງກັນໂຕ. ປັດຈຸບັນນີ້ Kenji ຕັ້ງຖິ່ນຖານ ແລະມີທຸລະກິດຢູ່ທີ່ເມືອງ Raleigh ລັດ Noth Carolina ຢູ່ທາງພາກໃຕ້ຂອງ ສະຫະລັດ.
Kenji ແມ່ນຊື່ຫລີ້ນ ພາສາອັງກິດ ແລະຊື່ພາສາລາວແທ້ນັ້ນແມ່ນ ສົມສັກ ໄຊໂກສີ ລາວໄດ້
ເດີນທາງມາ ສະຫະລັດ ກັບພໍ່ແມ່ ທ່ານ ສີສຸພັນ ແລະຍານາງທອງສຸກ ໄຊໂກສີ ໃນປີ 1980.
ເວລານັ້ນ Kenji ມີອາຍຸ 5 ປີ ລາວເຂົ້າໃຈພາສາລາວ ຫລາຍກວ່າປາກໄດ້. ເພາະສະນັ້ນຢູ່
ໃນການສຳພາດນີ້ິ ສ່ວນໃຫຍ່ Kenji ຈະເວົ້າເປັນພາສາອັງກິດ ແລະຈະໄດ້ແປອອກມາເປັນ
ພາສາລາວ.
ຫລັງຈາກ Kenji ຮຽນຈົບມັດທະຍົມແລ້ວ Kenji ໄດ້ສຶກສາຕໍ່ອີກເປັນເວລາ 2 ປີ ຊຶ່ງເວລາ
ນັ້ນມີຄວາມມູ້ງໝາຍໃນວິຊາທຸລະກິດ ຫລື business. ແຕ່ຕໍ່ມາ Kenji ໄດ້ຫັນປ່ຽນມາສົນ
ໃຈທາງດ້ານ ເຝິກແອບວິຊາປ້ອງກັນໂຕ ຫລື martial arts ຕັ້ງແຕ່ ອາຍຸ 19 ປີ.
Kenji ມີພອນສະຫວັນໃນດ້ານວິຊາປ້ອງກັນໂຕ ເວລາເລີ້ມຮຽນນັ້ນ ລາວໄດ້ກ້າວຂື້ນມາສູ່
ລະດັບສູງຢ່າງວອງໄວ. ກ່ອນໜ້າ Kenji ຈະມາເຂົ້າໂຮງຮຽນນັ້ນ ລາວໄດ້ເຝິກຊ້ອມມວຍ
ປຳ້ ກັງຟູ ມວຍໄທ ໄອກິໂດ ຢູໂດ ແລະການໃຊ້ອາວຸດປ້ອງກັນໂຕ. ນອກຈາກ ເຕກວນໂດ
ແລ້ວ ລາວຍັງໄດ້ຮຽນຫລາຍຢ່າງດ້ວຍຕົນເອງ.
Kenji ໄດ້ເປັນຜູ້ຊ່ວຍອາຈານສອນຊົ່ວລະຍະນຶ່ງ ຢູ່ໃນໂຮງຮຽນ
ສອນວິຊາປ້ອງກັນໂຕ ຫລັງຈາກຫົກເດືອນເທົ່ານັ້ນ Kenji ໄດ້
ຮັບສາຍແອວດຳ ຊຶ່ງຕາມທຳມະດາແລ້ວ ຕ້ອງໄດ້ໃຊ້ເວລາຢູ່ຫ້າ
ປີຈຶ່ງຈະສຳເລັດ. ໃນສອງສາມປີຕໍ່ມາ Kenji ໄດ້ຖືກເລື່ອນຂື້ນມາ
ເປັນຫົວໜ້າອາຈານສອນ. Kenji ໄດ້ຕັດສິນໃຈຕັ້ງໂຮງຮຽນສອນ
ເປັນຂອງຕົນເອງ ມີຊື່ ວ່າ “Black Belt World” ຫລື ສາຍແອວ
ດຳໂລກ ໂດຍມີພັນລະຍາເປັນຜູ້ຊ່ວຍບໍລິຫານງານໃນແຕ່ລະວັນ.
Kenji ເປັນນັກກິລາປ້ອງກັນໂຕທີ່ມີພອນສະຫວັນ ລາວພຽງແຕ່
ສັງເກດການເລັກນ້ອຍເທົ່ານັ້ນ ແລ້ວກໍມີຄວາມສາມາດນຳມາປັບ
ປຸງດັດແປງຝຶກຝົນຕົນເອງໄດ້. ປັດຈຸບັນນີ້ Kenji ຖືວ່າ ລາວເປັນນັກກິລາປ້ອງກັນໂຕທີ່ມີ ເທັກນິກຫລາຍຢ່າງ ປະສົມປະສານກັນ. ປັດຈຸບັນນີ້ລາວກຳລັງສອນເດັກນ້ອຍ ແລະ ສອນ
ຜູ້ຍິງໃຫ້ຮູ້ຈັກປ້ອງກັນໂຕເອງ ນອກຈາກນັ້ນອີກແລ້ວນັກຮຽນຂອງລາວຍັງມີທັງ ທະຫານ ແລະຕຳຫລວດອີກດ້ວຍ. Kenji ໄດ້ກ່າວຕໍ່ ວີໂອເອ ວ່າ :
“ຂ້າພະເຈົ້າມີຄວາມຮູ້ສຶກວ່າ ມີຄວາມມັກຮັກທາງດ້ານວິຊາປ້ອງກັນໂຕ ແລະມ່ວນຊື່ນກັບການສອນ ມີການແບ່ງປັນຄວາມຮູ້ໃຫ້ແກ່ບັນດານັກຮຽນ ຂ້າພະເຈົ້າໄດ້ສິດສອນມາຕັ້ງແຕ່່ອາຍຸ 19 ປີ ແລະຂ້າພະເຈົ້າມີທຸລະກິດເປັນຂອງຕົນເອງມາກວ່າ20 ປີແລ້ວ. ແຕ່ກ່ອນໜ້ານັ້ນ ຂ້າພະເຈົ້າມີນັກຮຽນເຖິງ 150 ຄົນ ແລະປັດຈຸບັນນີ້ມີປະມານ 100 ຄົນ. ຂ້າພະເຈົ້າມາເຮັດວຽກຢູ່ໂຮງຮຽນສອນນີ້ແຕ່ ເວລາ8 ໂມງເຊົ້າຈົນຮອດ 9 ໂມງແລງ. ຂ້າພະເຈົ້າເປັນຄູສອນຜູ້ດຽວ ແຕ່ວ່າ ພັນລະຍາຂອງ ຂ້າພະເຈົ້າ ເປັນຜູ້ຊ່ວຍດ້ານບໍລິຫານ ແລະໂຄງການຫລັງຈາກໂຮງຮຽນຂອງເດັກນ້ອຍ. ທຸລະກິດຂອງຂ້າພະເຈົ້າສະໝຳ່ສະເໜີ ແຕ່ເນື່ອງຈາກວ່າ ເສດຖະກິດບໍ່ດີໃນສອງປີທີ່ຜ່ານມາໄດ້ເປັນຜົນກະທົບຕໍ່ບັນດາທຸລະກິດໄປຕາມໆກັນ. ຢູ່ເມືອງນີ້ມີ ປະຊາກອນລາວ-ອາເມຣິກັນ ແຈກຢາຍກັນຢູ່ປະມານ 65 ຄອບຄົວ.”
ວິຊາອາຊີບຂອງທ່ານປັດຈຸບັນນີ້ແມ່ນ ອາຈານສອນວິຊາປ້ອງກັນໂຕ ແຕ່ວ່າເປັນຫຍັງ ທ່ານ
ຈຶ່ງມີຄວາມສົນໃຈໃນດ້ານສ້າງຮູບເງົາ?
“ຂ້າພະເຈົ້າ ເຄີຍໄດ້ສະແດງເປັນໂຕປະກອບຢູ່ໃນຮູບເງົາ ທີ່ນະຄອນ Los Angeles ລັດ California. ແຕ່ວ່າການສ້າງບໍ່ສຳເລັດເນຶ່ອງຈາກເກີດອຸປະຕິ
ເຫດ ຫລັງຈາກນັ້ນ ເພື່ອນນັກຮຽນມະຫາວິທະຍາໄລ ທີ່ຮຽນຈົບຝ່າຍສ້າງຮູບເງົາໄດ້ຮ້ອງຂໍການຊ່ວຍເຫລືອຈາກຂ້າພະເຈົ້າ ຫລັງຈາກນັ້ນ ຂ້າພະເຈົ້າຫລິງເຫັນໂຕຂອງ ຂ້າພະເຈົ້າ ຢູ່ໃນຮູບເງົາ ແລະ ເປັນໂອກາດທີ່ຂ້າພະເຈົ້າສະແດງ. ຂ້າພະເຈົ້າ ໄດ້ພົວພັນກັບການສ້າງ ແລະການສະແດງມາໄດ້ສອງປີແລ້ວ ຄວາມຈິງແລ້ວ ຂ້າພະເຈົ້າ ເປັນເຈົ້າຂອງບໍລິສັດສ້າງຮູບເງົາ ທີ່ມີຊື່ວ່າ Lao Warrior Film ຫລື “ບໍລິສັດຮູບເງົານັກລົບລາວ” ຂ້າພະເຈົ້າເປັນຜູ້ຊອກຫາຜູ້ສະແດງ ເປັນຜູ້ຈ້າງ ຜູ້ກຳກັບການສະແດງ ແລະຜູ້ບໍລິຫານ ຂ້າພະເຈົ້າ ໄດ້ສ້າງເລື້ິອງ Lao Warrior ພາກທີ່ 1 ແລະປັດຈຸບັນນີ້ກໍລັງສ້າງເລື້ອງ Lao Warrior 2 ຄວາມຍາວຂອງຮູບເງົາ ປະມານນຶ່ງຊົ່ວໂມງເຄິ່ງ ແລະຈະນຳອອກສາຍຢູ່ໃນ
ເຂດນີ້ ຫລັງຈາກນັ້ນກໍຈະນຳອອກເຜີຍແຜ່ຢູ່ໃນສອງລັດ ແລະຈະສົ່ງເຂົ້າປະກວດການ ສ້າງຮູບເງົາຢູ່ໃນ ສະຫະລັດ. ການສ້າງຮູບເງົາຂອງ ຂ້າພະເຈົ້າ ນີ້ຕ້ອງໄດ້ໃຊ້ງົບປະມານ 15,000 ໂດລາ ແລະຖ້າຫາກມີໃຜຜູ້ນຶ່ງນຳໄປກ່າຍແກະເອົານັ້ນ ຈະໃຊ້ງົບປະມານເຖິງເກືອບ ຫ້າແສນ ຫານຶ່ງລ້ານໂດລາ.
ຮູບເງົາພາກທີ່ນຶ່ງ ກ່ຽວກັບຊີວິດຂອງ ຂ້າພະເຈົ້າ ໃນນາມຜູ້ສະແດງ ແລະຈະບອກເຖິງຄວາມເປັນມາຂອງ ຂ້າພະເຈົ້າ ຊຶ່ງຮູບເງົາຈະເລີ້ມເຫັນຄອບຄົວຂອງຂ້າພະເຈົ້າເດີນທາງຈາກປະເທດລາວ ມາສູ່ປະເທດໄທ. ຫລັງຈາກນັ້ນກໍມາສູ່ ສະຫະລັດ ແລະກ່ຽວກັບຊີວິດຂອງ ຂ້າພະເຈົ້າ ທີ່ເຕີບໃຫຍ່ຢູ່ໃນ ສະຫະລັດອາເມຣິກາ. ເນຶ່ອງຈາກວ່າ ຂ້າພະເຈົ້າ ເປັນນັກສິນລະປິນປ້ອງກັນໂຕ ຂ້າພະເຈົ້າ
ມີບົດບາດພິເສດ ກ່ຽວກັບການຄ້າມະນຸດ ຂ້າພະເຈົ້າ ມີໝູ່ທີ່ເປັນຜູ້ເຄາະຮ້າຍກ່ຽວກັບເລື້ອງນີ້ ແລະກໍໄດ້ໃຫ້ການຊ່ວຍເຫລືອ.”
ນັ້ນແມ່ນ ການສຳພາດກ່ຽວກັບຊີວິດການເປັນຢູ່ ຂອງ ທ່ານ Kenji Somsack Saykosy ຊຶ່ງເປັນຊາວລາວ-ອາເມຣິກັນ ຄົນນຶ່ງທີ່ປະສົບຜົນສຳເລັດໃນການດຳລົງຊີວິດຢູ່ໃນ ສະຫະ
ລັດ ອາເມຣິກາ. ທ່ານສາມາດຕິດຕາມເບິ່ງ ຜົນງານການສ້າງຮູບເງົາຂອງ ທ່ານ Kenji ໄດ້ທີ website ຢູ່ຂ້າງລຸ່ມນີ້
www.laowarriorfilms.com www.royaltigeracademy.com
ວັນພະຫັດໜ້າ ເຮົາຈະນຳເອົາຜົນງານອັນດີເດັ່ນຂອງ ສະມາຊິກສັງຄົມລາວ-ອາເມຣິກັນ ຄົນໃໝ່ມາສະເໜີທ່ານອີກ ໂປດຕິດຕາມຮັບຟັງ