ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ລາຍການຊີວິດຊາວລາວໃນຕ່າງ
ແດນ ແລງວັນພະຫັດມື້ນີ້ ເຮົາຈະນໍາເອົາ ການສໍາພາດ ພະນະ
ທ່ານ ເອກອັກຄະລັດຖະທູດ ສະເຫລີມໄຊ ກົມມະສິດ ຜູ້ຕາງໜ້າ
ສປປ ລາວ ທີ່ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ
ມາສະເໜີທ່ານ. ເອກອັກຄະລັດຖະທູດ ສະເຫລີມໄຊ ໄດ້ປະຕິ
ບັດໜ້າທີ່ຕາງໜ້າ ສປປ ລາວ ມາເປັນເວລາສອງປີແລ້ວ ແລະ
ກໍຫາພົ້ນຈາກຕໍາແໜ່ງ. ກ່ອນທ່ານ ແລະຄອບຄົວເດີນທາງກັບ
ສູ່ປະເທດລາວ ວີໂອເອ ໄດ້ຖືໂອກາດນີ້ ໂອ້ລົມກັບທ່ານ ກ່ຽວ
ກັບ ສາຍສໍາ ພັນລະຫວ່າງ ສປປ ລາວ ແລະບັນດາປະເທດ
ສາກົນຕ່າງໆ ຢູ່ທົ່ວໂລກ ເຖິງບາດກ້າວອັນສໍາຄັນຢ່າງໃດແດ່
ນັບຕັ້ງແຕ່ປີ 1975 ມາຈົນເຖິງເທົ້າປັດຈຸບັນ ຊຶ່ງກິ່ງສະຫວັນ
ຈະນໍາສະເໜີທ່ານ ໃນອັນດັບຕໍ່ໄປ.
ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ. ອົງການສະຫະປະຊາຊາດຫລືthe United Nations
ໄດ້ຖືກສ້າງຕັ້ງຂຶ້ນມາໃນວັນທີ 24 ເດືອນຕຸລາ ປີ 1945 ຫລັງຈາກ ສົງຄາມໂລກຄັ້ງທີ
ສອງຍຸດຕິລົງ ເພື່ອປ້ອງກັນ ບໍ່ໃຫ້ເກີດສົງຄາມແບບນັ້ນອີກ ແລະເພື່ອສົ່ງເສີມການຮ່ວມ
ມືກັນລະຫວ່າງນາໆຊາດ. ປະທານາທິບໍດີສະຫະລັດ ທ່ານ Franklin Delano
Roosevelt ໄດ້ສະເໜີໃຫ້ມີການຈັດຕັ້ງອົງການໃໝ່ນີ້ ຂຶ້ນມາແທນອົງການສັນນິບາດ
ຊາດຫລື League of Nations ທີ່ໄດ້ຕັ້ງຂຶ້ນມາໃນສະໄໝກ່ອນສົງຄາມໂລກຄັ້ງທີສອງ
ແລະ ບໍ່ມີປະສິດທິຜົນຫຍັງເລີຍນັ້ນ. ໃນຕອນກໍ່ຕັ້ງໃໝ່ ອົງການສະຫະປະຊາຊາດມີ
ສະມາຊິກ ຢູ່ 51 ປະເທດແຕ່ບັດນີ້ມີຮອດ 193 ປະເທດ ຮວມທັງປະເທດລາວນໍາ ທີ່ໄດ້
ເຂົ້າເປັນສະມາຊິກ ໃນປີ 1955.
ໃນໄລຍະຫລາຍສິບປີຜ່ານມານີ້ ສປປ ລາວ ເຖິງແມ່ນຈະເປັນປະເທດນ້ອຍ ແຕ່ກໍໄດ້ມີ
ບົດບາດຢ່າງແຂງຂັນຢູ່ໃນປະຊາຄົມໂລກແຫ່ງນີ້ ອິງຕາມພະນະທ່ານ ສະເຫລີມໄຊ
ກົມມະສິດ ເອກອັກຄະລັດທະທູດ ຄົນຫລ້າສຸດ ປະຈໍາສໍານັກງານຜູ້ຕາງໜ້າຖາວອນ
ຂອງ ສປປ ລາວ ປະຈໍາອົງການສະຫະປະຊາດທີ່ນະຄອນນິວຢອກທີ່ໄດ້ສະລະເວລາ
ໃຫ້ສໍາພາດກັບວີໂອເອ ພາກພາສາລາວ. ແຕ່ກ່ອນຈະຟັງການສົນທະນາກັບພະນະ
ທ່ານສະເຫລີມໄຊ ກ່ຽວກັບບົດບາດຂອງລາວທີ່ ອົງການສະຫະປະຊາຊາດ ນັ້ນ ຂ້າພະ
ເຈົ້າຂໍແນະນໍາ ໃຫ້ທ່ານຮູ້ຈັກກັບນັກ ການທູດລາວທ່ານນີ້ກ່ອນ.
ໃນລະຍະສອງປີທີ່ຜ່ານມານີ້ ພະນະທ່ານ ເອກອັກຄະລັດຖະທູດ ສະເຫລີມໄຊ ກົມມະສິດ
ໄດ້ມາຮັບໜ້າທີ່ປະຈຳອົງການສະຫະປະຊາຊາດຕາງໜ້າ ສປປ ລາວ. ທ່ານທູດສະເຫລີມ
ໄຊ ເກີດເມື່ອວັນທີ 31 ປີ 1968 ທີ່ແຂວງຫົວພັນ ແຕ່ໄດ້ມາເຕີບໃຫຍ່ທີ່ນະຄອນຫຼວງວຽງ
ຈັນ. ຫລັງຈາກຈົບມັດທະຍົມແລ້ວ ທ່ານໄດ້ເດີນທາງໄປສຶກສາຕໍ່ທີ່ປະເທດຣັດເຊຍຈາກປີ
1986 ຫາປີ 1992 ຈົບປະລິນຍາໂທຝ່າຍ International Relations ຫລືຄວາມສໍາພັນ
ລະຫວ່າງປະເທດຈາກມະຫາວິທະຍາໄລ Moscow State University of International Relations ທີ່ກຸງມົສກູ ປະເທດຣັດເຊຍ. ລະຫວ່າງປີ 1996 ຫາປີ 1997 ທ່ານໄດ້ໄປສຶກ
ສາຕໍ່ ທີ່ມະຫາວິທະຍາໄລ Monash ທີ່ນະຄອນ Melboune ປະເທດ Australia ຈົບປະ
ລິນຍາໂທ ຝ່າຍ International Study and Development ຫລື ການສຶກສາລະຫວ່າງ
ຊາດ ແລະການພັດທະນາ. ພະນະທ່ານເອກອັກຄະລັດຖະທູດ ສະເຫລີມໄຊ ເວົ້າໄດ້ ສີ່ພາ
ສາ ຄືລາວ ອັງກິດ ຝຣັ່ງ ແລະຣັດເຊຍ. ທ່ານໄດ້ສ້າງຄອບຄົວກັບ ທ່ານນາງ ອາລຸນີ ແລະມີ
ລູກສາວທີ່ໜ້າຮັກນໍາກັນສອງຄົນ.
ພະນະທ່ານ ສະເຫລີມໄຊ ໄດ້ເຂົ້າຮັບໃຊ້ປະເທດຊາດ ຢູ່ກະຊວງການຕ່າງປະເທດມາຕັ້ງ
ແຕ່ປີ 1992 ໃນຫລາຍໆຕໍາແໜ່ງດ້ວຍກັນ ໂຮມທັງ ຮອງອະທິບໍດີກົມຢູໂຣບ ແລະອາເມ
ຣິກາ ອະທິບໍດີກົມອົງການຈັດຕັ້ງສາກົນ ແລະລັດຖະມົນຕີຊ່ວຍກະຊວງການຕ່າງປະເທດ
ຈາກປີ 2011 ຫາ 2012 ກ່ອນເດີນທາງມາຮັບໜ້າທີ່ ເປັນເອກອັກຄະລັດຖະທູດ ປະຈໍາອົງການສະຫະປະຊາຊາດ ຊຶ່ງກ່ອນໜ້ານັ້ນ ທ່ານກໍໄດ້ມາຮັບຕໍາແໜ່ງ ເປັນເລຂາທີສອງ ປະຈໍາສໍານັກງານຜູ້ຕາງໜ້າຖາວອນ ຂອງ ສປປ ລາວ ປະຈໍາສະຫະປະຊາດ ທີ່ນະຄອນ
ນິວຢອກ ຈາກປີ 2000-2003.
ພະນະທ່ານ ເອກອັກຄະລັດຖະທູດ ສະເຫລີມໄຊ ກົມມະສິດ ໄດ້ເລົ່າເຖິງໜ້າທີ່ຄວາມຮັບຜິດຊອບຂອງທ່ານ ຕໍ່ວີໂອເອ ດັ່ງນີ້:
ນັບຕັ້ງແຕ່ ໄດ້ສະຖາປະນາຕົນເອງຂຶ້ນມາເປັນ ສປປ ລາວ ໃນປີ 1975 ມາຈົນເຖິງປັດຈຸບັນ ຄວາມຄືບໜ້າທາງດ້ານການປະຕິບັດງານ ໃນອົງການສະຫະປະຊາຊາດນັ້ນ ມີອັນໃດແດ່?
ຜົນງານທີ່ໂດດເດັ່ນສຸດຂອງ ສປປ ລາວ ທີ່ໄດ້ປະກອບສ່ວນ ຢູ່ໃນເວທີສາກົນ ແຫ່ງນີ້ ແມ່ນຫຍັງ?
ກ່ຽວກັບສະພາບການເປັນຢູ່ຂອງປະຊາຊົນລາວ ໃນປັດຈຸບັນ ທ່ານເຫັນວ່າໄດ້ຖືກຍົກ
ລະດັບ ແລະປັບປຸງໃຫ້ດີຂື້ນ ໜ້ອຍຫລາຍປານໃດ ແລະກ່ຽວກັບດ້ານສິດທິມະນຸດ ຢູ່
ໃນ ສປປ ລາວ ທ່ານພໍຈະໃຫ້ຂໍ້ຄິດເຫັນ ໄດ້ຢ່າງໃດແດ່?
ທີ່ທ່ານໄດ້ຟັງສີ້ນສຸດລົງໄປນັ້ນແມ່ນການໃຫ້ສໍາພາດ ພະນະທ່ານ ເອກອັກຄະລັດຖະທູດ
ສະເຫລີມໄຊ ກົມມະສິດ ຜູ້ຕາງໜ້າງ ສປປ ລາວ ທີ່ອົງການສະຫະປະຊາຊາດ ປະຈໍານະ
ຄອນນິວຢອກ ສະຫະລັດ ອາເມຣິກາ. ທ່ານ ສາມາດຕິດຕາມຟັງການສໍາພາດ ເຖິງລາຍລະອຽດທັງໝົດໄດ້ ໃນ ແວັບໄຊ້ທ໌ຂອງເຮົາ ທີ່ lao.voanews.com