ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະບາຍດີປີໃໝ່ ພ.ສ 2559 ເຊີນຟັງ ການສຳພາດ ພຣະອາຈານທອງວັນ ອຸຕະມະປັນໂຍ


ພຣະອາຈານທອງວັນ ອຸ​ຕມະ​ປັນ​ໂຍ ​ເຈົ້າ​ອາວາດ​ ວັດລາວ​ເວີ​ຈີເນຍ ທີ່​ເມືອງ Lorton ​ລັດ Virginia.
ພຣະອາຈານທອງວັນ ອຸ​ຕມະ​ປັນ​ໂຍ ​ເຈົ້າ​ອາວາດ​ ວັດລາວ​ເວີ​ຈີເນຍ ທີ່​ເມືອງ Lorton ​ລັດ Virginia.

​ເນຶ່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ ລາຍການ​ຊີວິດ​ຊາວ​ລາວ ຈະ​ນຳ​ສະ​ເໜີ​ການ​ສຳພາດ ພຣະ​ອາ​ຈານທອງ​ວັນ ອຸ​ຕມະ​ປັນ​ໂຍ ​ເຈົ້າ​ອາວາດ​ ວັດລາວ​ເວີ​ຈີ​ເນຍ ທີ່​ເມືອງ Lorton ​ ລັດ Virginia. ພຣະອາຈານ​ທອງ​ວັນ ​ເປັນ​ລູກບ້ານເປີ​ບ ​ເມືອງ​ແປກ ​ແຂວງ​ຊ່ຽງ​ຂວາງ ປະ​ເທດລາວ. ທ່ານ​ໄດ້​ເລີ້ມ​ເຂົ້າ​ບວດເປັນ​ສາມະ​ເນນ​ຕັ້ງ​ແຕ່​ອາຍຸ 12 ປີ. ຄວາມ​ເປັນ​ມາ ຂອງ ພຣະອາຈານ​ທອງ​ວັນ ອຸ​ຕມະ​ປັນ​ໂຍ ​ເປັນ​ມາ​ຢ່າງ​ໄດ້​ນັ້ນ ກິ່ງ​ສ​ະຫວັນ ຈະ​ນຳ​ມາ ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍ​ດີ​ປີ​ໃໝ່ ປີ​ນີ້​ແມ່ນ​ປີວ​ອກ ຫລື​ປີ​ລີງ ພ.ສ 2559​ ລາຍການ​ຊີວິດ​ຊາວ​ລາວ ຂອງ ວີ​ໂອ​ເອ ຈຶ່ງຈະ​ນຳ​ສະ​ເໜີ​ການ​ສຳພາດ ກັບພຣະອາ​ຈານທອງ​ວັນ ອຸ​ຕມະ​ປັນ​ໂຍ ​ເຈົ້າ ​ອາວາດ ​ວັດ​ລາວ​ເວີ​ຈີ​ເນຍ ທີ່​ເຂດ​ນະຄອນຫລວງ ວໍ​ຊິງ​ຕັນ ດີ​.ຊີ ພຣະອາຈານ​ທອງ​ວັນ ດາຣາວົງ ມີສາຍາ​ນາ​ມວ່າ ພຣະອຸ​ຕມະ​ປັນ​ໂຍ ​ເປັນ​ລູກ​ຄົນ​ທີ່​ແປດ​ຂອງທັງ​ໝົດໝົດ​ 12 ຄົນ. ທ່ານ​ເກີດ​ທີ່ບ້ານ​ເປີບ ຫລື​ຮູ້​ອີກ​ວ່າ ບ້ານ​ລາດ​ບວກ ​ເມືອງແປກ ​ແຂວງ​ຊຽງ​ຂວາງ. ພຣະອາຈານ​ທອງ​ວັນ ​ໄດ້​ເກີດມີ​ຄວາມ​ເຫລື້ອມ​ໄສ​ໃນ​ ພຣະພຸດທະ​ສາສະໜາ​ ມາ​ແຕ່ຍັງ​ ນ້ອຍໆ. ທ່ານ​ໄດ້​ຂໍ​ລາ​ພໍ່​ແມ່​ເຂົ້າ​ບວດ​ຕັ້ງ​ແຕ່​ອາ​ຍຸ 12 ປີ ມາ​ຈົນ​ເຖິງ​ປັດຈຸບັນ ຊຶຶ່ງ​ອາຍຸ​ຂອງ​ທ່ານ​ໄດ້ 39 ປິ​ແລ້ວ.

ປັດຈຸບັນ​ນີ້ ພຣະອາ​ຈານທອງ​ວັນ ​ເປັນ​ເຈົ້າ​ອາວາ​ດ ວັດ​ລາວ​ເວີຈີ​ເນຍ ຊຶ່ງ​ເປັນ​ວັດ​ນຶ່ງ​ໃນ ຈຳນວນ 115 ວັດພຣະພຸດທະ​ສາສະໜາ ຫິນະ​ຍານ ຂອງ​ປະຊາ​ຄົມອາ​ເມຣິກັນ​ລາວ ຢູ່​ ໃນ​ສະຫະລັດ. ພຣະອາຈານ​ທອງ​ວັນ ​ໄດ້​ເລົ່າ​ຊີວິດ​ເບື້ອງ​ຕົ້ນໃຫ້ວີ​ໂອ​ເອ ຟັງ​ດັ່ງ​ນີ້ :

ພຣະອາຈານ ທອງວັນ ອຸຕມະປັນໂຍ
ພຣະອາຈານ ທອງວັນ ອຸຕມະປັນໂຍ

ໃນ​ຂະນະ​ທີ່​ພຣະອາ​ຈານ​ທອງ​ວັນ ກຳລັງ​ສຶກສາ​ຝ່າຍ​ທຳ​ມະ ຢູ່​ທີ່​ປະ​ເທດ​ໄທນັ້ນ ທ່ານ​ໄດ້​ຖືກ​ທາບທາມນິມົນ​ຈາກ ​ບັນດາ​ອອກ​ຕົນ​ຍາດ​ໂຍມ​ມາ​ເຜີຍ​ແຜ່​ພຸດທະ​ສາສະໜາ ​ແລະເປັນ​ຜູ້ນຳ​ພາ​ແກ່​ສັງຄົມ​ອາ​ເມຣິກັນເຊື້ອສາຍ​ລາວ ໃນ​ສະຫະລັດ ຊຶ່ງ​ທ່ານ​ໄດ້​ເລົ່າ​ຕອນ​ນີ້​ສູ່​ຟັງ​ວ່າ :

ສະຫະລັດ ອາ​ເມ​ຣິກາ ​ເປັນ​ປະ​ເທດ​ທີ່​ກວ້າງ​ໃຫຍ່​ໄພສານ ການ​ໄປມາ​ຫາ​ກັນ​ຕ້ອງ​ຂີ່ ເຮືອບິນ ຫລື​ຖ້າ​ຂັບ​ລົດ​ກໍ​ຕ້ອງ​ໄດ້​ໃຊ້​ເວລາຫລາຍ​ຊົ່ວ​ໂມງ ນອກ​ນັ້ນ​ຍັງ​ມີ ມີ​ສີ່​ລະດູ ​ເຊັ່ນ ວ່າ​ລະດູ​ບານ​ໃໝ່ ລະດູ​ຮ້ອນ ລະດູ​ໃບ​ໄມ້​ຫລົ່ນ ​ແລະ​ລະ​ດູ​ໜາວ ຊຶ່ງ​ເປັນ​ລະດູ​ທີ່​ໄປ​ມາ ຍາ​ກ ​ເນື່ອງ​ຈາກ​ອາກາດ​ໜາວ​ຈັດ ແລະ​ມີ​ຫິມະ​ຕົກ ຊຶ່ງ​ພຣະອາ​ຈາກ​ທອງ​ວັນ ​ໄດ້​ເລົ່າ ​ປະສົບ​ການ​ສູ່​ຟັງ​ດັ່ງ​ນີ້

ບັນດາພຣະພິຂຸສົງ ຢືນຢູ່ຕໍ່ໜ້າ ວັດລາວເວີຈີເນຍ
ບັນດາພຣະພິຂຸສົງ ຢືນຢູ່ຕໍ່ໜ້າ ວັດລາວເວີຈີເນຍ

ວັດວາອາ​ຮາມ​ພຣະພຸດທະ​ສາສະໜາ​ຂອງ​ສັງຄົມ​ອາ​ເມຣິກັນລາວ​ ບາງ​ບ່ອນ​ຕັ້ງ​ປະ​ປົນ ຢູ່​ກັບ​ບັນດາ​ບ້ານ​ເຮືອນ​ຂອງ​ຊາວ​ອາ​ເມຣິກັນ ​ແລະ​ບາງ​ບ່ອນກໍ​ມີ​ດິນ​ຢູ່​ຮ່າງໄກ​ເປັນ​ຂອງ​ ຕົນ​ເອງ. ພຣະອາຈານ​ທອງ​ວັນ ​ໄດ້​ເລົ່າຊີ​ວີ​ດການ​ເປັນ​ຢູ່​ ​ແລະ​ກິດຈະການຂອງ​ພຣະພິ ຂຸ​ສົງ ​ໃນ​ແຕ່​ລະ​ວັນສູ່ຟັງ​ດັ່ງ​ນີ້ :

​ເນື່ອງ​ໃນ​ວາລະ​ໂອກາດ​ບຸນປີ​ໃໝ່​ລາວ ພ​.ສ 2559 ນີ້ ພຣະອາຈານ​ທອງ​ວັນ ອຸ​ຕະມະ​ປັນ​ໂຍ ​ໄດ້​ເລົ່າ​ເຖິງ​ຄວາ​ມສຳຄັນ​ຂອງ​ບຸນປີ​ໃໝ່​ລາວ ​ແລະ​ໄດ້​ອວຍພອນ​ແກ່ບັນດາ​ພຸ​ດທະ​ສາສະ​ນິກະ​ຊົນ​ດັ່ງ​ນີ້ :

ບັນດາພຣະພິຂຸສົງ ທີ່ວັດລາວເວີຈີເນຍ
ບັນດາພຣະພິຂຸສົງ ທີ່ວັດລາວເວີຈີເນຍ

​ພ້ອມໆ​ດຽວ​ກັນ​ນີ້ ພວກ​ຂ້າພະ​ເຈົ້າ​ຄະນະ​ຈັດ​ທຳລາຍ​ການ​ພາກ​ພາສາ​ລາວ ປະຈຳ​ວິທະຍຸ ວີໂອ​ເອ ຈຶ່ງຂໍ​ຖື​ໂອກາດ​ອັນ​ສັກສິດ​ນີ້ອວຍ​ພອນ​ໃຫ້​ທ່ານ​ຜູ້​ຟັງ ພ້ອມ​ດ້ວຍ​ຄອບຄົວ ​ເພື່ອນ​ມິດ​ທີ່ຢູ່​ໃກ້ ​ແລ​ະ​ໄກ​ທຸກ​ທ່ານ​ຈົ່ງ​ປະສົບ​ຜົນສຳ​ເລັດ​ທຸກ​ສິ່ງ ທຸກ​ປະການ​ດ້ວຍ​ເຖີດ.

XS
SM
MD
LG