ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕ່າຍ ດອກເກດ ສິນລະປິນສາວ ຈາກ ສປປ ລາວ ກຳລັງຢ້ຽມຢາມ ສະຫະລັດ


ຕ່າຍ ດອກເກດ ກຳລັງກ່ອມອາຣົມ ບັນດາຊາວລາວ-ອາເມຣິກັນ ຢູ່ທີ່ວັດລາວພຸດທະວົງ ເນື່ອງໃນວັນສະຫລອງບຸນປີໃໝ່ລາວ ທີ່ຜ່ານມາ.
ຕ່າຍ ດອກເກດ ກຳລັງກ່ອມອາຣົມ ບັນດາຊາວລາວ-ອາເມຣິກັນ ຢູ່ທີ່ວັດລາວພຸດທະວົງ ເນື່ອງໃນວັນສະຫລອງບຸນປີໃໝ່ລາວ ທີ່ຜ່ານມາ.

ທ່ານ​ຜູ້​ຟັງທີ່​ເຄົາລົບ ລາຍການ​ຊີວິດ​ຊາວລາວ ມື້​ນີ້ຈະ​ນຳພາ​
ທ່ານ​ຟັງ​ການສຳພາດ ​ແລະ​ຟັງ​ເພງ ຕ່າ​ຍ ດອກ​ເກ​ດ ນັກ​ຮ້ອງ
ນັກ​ປະພັນ ​ເພງຍອດ​ນິຍົມ ຈາກ ສປປ ລາວ ທີ່​ກຳລັງ​ເດີນ
ທາງ​ຢ້ຽມຢາມ ສະ​ແດງ​ຜົນງານ​ຢູ່ທົ່ວ​ ສະຫະລັດ. ຕ່າ​ຍ ​ເປັນ
ນັກ​ສິນລະ​ປິນສາວ ​ທີ່ໜ້າ​ຮັກ ມີ​ພອນ​ສະຫວັນ ​ແລະ​ກຳລັງ​
ເປັນ​ທີ່​ນິຍົມ ຢູ່​ໃນ ສປປ ລາວ ​ແລະ​ນອກ​ປະ​ເທດ​. ຄວາມ​
ເປັນ​ມາ​ກ່ຽວ​ກັບ ຕ່າ​ຍ ດອກເກດ ​ເປັນ​ຢ່າງ​ໃດ​ນັ້ນ
ກິ່ງສະ​ຫວັນ ຈະ​ນຳ​ເລື້ອງ​ນີ້​ມາ ສະ​ເໜີ​ທ່ານ​ໃນ​ດັນ​ດັບ​ຕໍ່​ໄປ. ​

ສະບາຍ​ດີທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍການ​ຊີວິດ​ຊາວ​ລາວ ​ມື້​ນີ້ ຂ້າພະ​ເຈົ້າ​ຈະ​ນຳສະ​ເໜີ
​ການ​ສຳພາດ ຕ່າ​ຍ ດອກ​ເກດ ນັກ​ຮ້ອງ ນັກ​ປະພັນ ສາວ​ທີ່​ໜ້າ​ຮັກ ຈາກ ສປປ ລາວ
ແລະພ້ອມ​ດຽວ​ກັນ​ນີ້ ທ່ານ​ຈະ​ໄດ້ຟັງ​ຍອດ​ນິຍົມ​ຂອງ ຕ່າ​ຍ ໜ້ອຍ​ນຶ່ງ. ຕ່າ​ຍ ເດີນ​ທາງ​ມາ
​ຮອດ ສະຫະລັດ ໃນ​ເດືອນ​ເມສາ ​ແລະໄດ້ເລີ້ມເດີນທາງ​ໄປ​ຮ້ອງ​ເພງ ກ່ອມ​ອາຣົມ​ບັນ​ດາ
ປະຊາກອນ ລາວ-ອາ​ເມຣິກັນ ຢູ່ໃນ​ຫລາຍ​ລັດ. ​ໃນ​ວັນ​ທີ 18 ​ເດືອນ​ເມສາ ທີ່​ຜ່ານ​ມາ​ນີ້
ຕ່າຍ ​ໄດ້​ເດີນທາງ​ມາ​ຢ້ຽມຢາມ​ເຂດ ນະຄອນຫລວງ ວໍ​ຊິງ​ຕັນ ດີ.ຊີ ​ແລະ​ໄດ້​ມາກ່ອມອາ
ຣົມ ພີ່ນ້ອງ​ລາວ-ອາ​ເມຣິກັນ ​ຢູ່ໃນ​ພິທີ​ສະຫລອງ​ບຸນປີ​ໃໝ່​ລາວ ທີ່​ວັດ​ລາວ​ພຸດ​ທະ​ວົງ. ​

ທ່ານ​ເກດ ຣາດຊສະ​ມຸນຕີ ນັກສົ່ງ​ເສີມ​ນັກ​ສິນລະ​ປິນ ​ແລະ​ຜູ້​ຮັບປະກັນ​ເອົາ​ ຕ່າ​ຍ ດອກ​ເກດ
​ມາໄດ້​ເລົ່າ​ຄວາມ​ເປັນ​ມາ​ເບື້ອງ​ຕົ້ນ​ສູ່ ວີ​ໂອ​ເອ ດັ່ງ​ນີ້ :

ທ່ານເກດ ຣາດຊະມຸນຕຣີ ນັກສົ່ງເສີມສິນລະປິນລາວ
ທ່ານເກດ ຣາດຊະມຸນຕຣີ ນັກສົ່ງເສີມສິນລະປິນລາວ

ຕ່າ​ຍ ດອກ​ເກດ ​ເປັນລູກ​ຫລານບ້ານ​ໂນນ​ຂີ້​ເຫລັກ ​ເມືອງ​ສີໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ ປະ​ເທດ​ລາວ. ນາງ​ເປັນ​ນັກ​ຮ້ອງ​ທີ່​ມີ​ພອນ​ສະຫວັນ ເປັນ​ທີ່​ຮູ້​ກັນ​ດີ​ຢູ່ໃນ ນະຄອນ
ຫລວງ​ວຽງ​ຈັນ ​ແລະໄດ້​ຖືກ​ເຊີນໄປ​ຮ້ອງ​ເພງ​ກ່ອມ​ອາຣົມຢູ່​ໃນ​ພິທີຕ່າງ​ໆ​ບໍ່​ໄດ້​ຂາດ. ຕ່າ​ຍ​ໄດ້​ເລົ່າ​ຊີວິດ​ເບື້ອງ​ຕົ້ນ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້ :

ຕ່າຍ ດອກເກດ ທີ່ວັດລາວພຸດທະວົງ ລັດ ເວີຈີເນຍ
ຕ່າຍ ດອກເກດ ທີ່ວັດລາວພຸດທະວົງ ລັດ ເວີຈີເນຍ

ຕ່າ​ຍ ​ໄດ້​ນຳ​ເອົາ​ເພງ​ອຳ​ມະຕະຂອງ​ ບັນດາ​ນັກ​ສິນລະປິນອະ​ວຸ​ໂສ​ຫລາຍໆ​ທ່ານມາ​ຮ້ອງ ກ່ອມ​ອາຣົມ ​ແລະ​ໄດ້​ດັດແປງ​ໃຫ້​ເຂົ້າ​ກັບ​ ວິ​ທີການ​ຮ້ອງຂອງ​ນາງ​ເອງ. ນອກຈາກ​ນັ້ນ​ອີກ​ແລ້ວ ຕ່າ​ຍ ຍັງ​ໄດ້​ແຕ່ງ​ເພງ​ຂອງ​ຕົນ​ເອງຫລາຍ​ເພງ ທີ່​ຫາ​ກໍ ນຳ​ອອກ​ມາເຜີຍ​ແຜ່ໃຫ້​ຊາວ​ລາວ​ໄດ້​ຟັງ​ກັນ​ຢ່າງ​ມ່ວນ​ຊື່ນ ຊຶ່ງ ຕ່າ​ຍ​ໄດ້​ເລົ່າ​ຕໍ່​ໄປ​ວ່າ :

ຕ່າຍ ກຳລັງຍ່າງເລາະຮ້ອງເພງ ກ່ອມອາຣົມແຟນໆເພງ
ຕ່າຍ ກຳລັງຍ່າງເລາະຮ້ອງເພງ ກ່ອມອາຣົມແຟນໆເພງ

ຕ່າ​ຍ ​ໄດ້​ເວົ້າ​ເຖິງ​ຄວາ​ມຮູ້ສຶກ​ກ່ຽວ​ກັບການ​ຢ້ຽມຢາມ ສະຫະລັດ ຄັ້ງທຳ​ອິດ​ໃນ​ຊີ​ວິດດັ່ງ​ນີ້ :

ຕ່າຍ ໄດ້ເງິນໃບ 20 ໂດລາ ເຕັມກຳມື
ຕ່າຍ ໄດ້ເງິນໃບ 20 ໂດລາ ເຕັມກຳມື

ນັ້ນ​ແມ່ນ​ການ​ສຳພາດ ຕ່າ​ຍ ດອກ​ເກດ ນັກ​ສິນລະ​ປິນສາວ ທີ່​ກຳລັງ​ເດີນທາງ ຢ້ຽມຢາມ​ກ່ອ​ມອາຮົມ​ພີ່ນ້ອງ​ລາວ-ອາ​ເມຣິກັນ ຢູ່​ທົ່ວ ສະຫະລັດ ​ແລະ​ກ່ອນຈາກ​ກັນ​ໄປ​ວັນ​ນີ້ ​ມາຟັງ​ເພງທີ່​ມີ​ຊື່ວ່າ “ຢຽບ​ນ້ອງ​ຈົມ​ດິນ” ຊຶ່ງ​ເປັນ​ເພງ​ສະ​ແດງ​ເຖິງ​ຄວາມຜິດ​ຫວັງ ເຈັບ​ປວດ ​ແລະ​ຊອກຊໍ້າ. ທ້າ​ຍສຸດ​ນີ້ ພວກ​ເຮົາ​ຂໍ​ອວຍພອນ​ໃຫ້ ຕ່າ​ຍ ດອກ​ເກດ ຈົ່ງປະສົບ​ຜົນ​ສຳ​ເລັດ​ໃນການ​ມາສະ​ແດງ​ຜົນງານ ຢູ່​ໃນ ສະຫະລັດ.

ລິງໂດຍກົງ

ນັ້ນ​ຄື​ເພງ​ “ຢຽບ​ນ້ອງ​ໃຫ້​ຈົມ​ດິນ” ທີ່​ຕ່າ​ຍປະພັນ ​ແລະ​ຮ້ອງ​ເອງ ຊຶ່ງ​ກຳລັງ​ໄດ້​ຮັບ​ຄວາມ​ນິຍົມຢູ່​ໃນ​ເວລາ​ນີ້.

XS
SM
MD
LG