ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ແມ່ຍິງ ລາວອາເມຣິກັນ ກໍມີຄວາມກ້າວໜ້າ ບໍ່ຕ່ຳໄປກວ່າ ພວກແມ່ຍິງກຸ່ມອື່ນໆ


ທ່ານນາງ ສີສະຫວັນ ພຸດທະວົງ ພ້ອມດ້ວຍລູກສາວສອງຄົນ ແລະສາມີຢືນຖ່າຍຮູບຢູ່ຕໍ່ໜ້າຮູບປັ້ນທີ່ໃຊ້ປາສຕິກໃສ, ສູງ 8 ຟຸດ, ກວ້າງ 12 ຟຸດ ທີ່ຫໍພິພິດທະພັນອາເມຣິກັນ Hunter, ລັດເທນແນສຊີ
ທ່ານນາງ ສີສະຫວັນ ພຸດທະວົງ ພ້ອມດ້ວຍລູກສາວສອງຄົນ ແລະສາມີຢືນຖ່າຍຮູບຢູ່ຕໍ່ໜ້າຮູບປັ້ນທີ່ໃຊ້ປາສຕິກໃສ, ສູງ 8 ຟຸດ, ກວ້າງ 12 ຟຸດ ທີ່ຫໍພິພິດທະພັນອາເມຣິກັນ Hunter, ລັດເທນແນສຊີ

ຄວາມ​ກ້າວໜ້າ​ຂອງບັນດາ​ແມ່ຍິງ​ອາ​ເມຣິກັນ​ເຊື້ອສາຍ​ລາວ ໄດ້​ພິສູດ​ໃຫ້​ເຫັນໃນ​ຫຼາຍໆດ້ານ ເຊັ່ນດ້ານການສຶກສາ, ອາຊີບວຽກງານທີ່ດີທຽບເທົ່າກັບເພດຊາຍ ແລະຄົນອາເມຣິກັນເຊື້ອສາຍອື່ນໆ. ທ່ານນາງສີສະຫວັນ ພຸດທະວົງ ເປັນຜູ້ນຶ່ງທີມີ​ຄວາມມານະ​ອົດທົນ, ມີຫົວຄິດປະດິດສ້າງໃນດ້ານສິນລະປະ ແລະມີການສຶກສາສູງ ຈົນໄດ້ເປັນສາສະດາຈານສອນວິຊາແຕ້ມຮູບຢູ່ໃນມະຫາວິທະຍາໄລລັດເທັນແນສຊີກາງມາໄດ້ 18 ປີແລ້ວ. ເນື່ອງໃນໂອກາດວັນ ແມ່ຍິງສາກົນມື້ນີ້ ທ່ານນາງ ໄດ້ມາໂອ້ລົມກັບວີໂອເອ ກ່ຽວກັບວຽກງານຂອງທ່ານນາງສູ່ຟັງວ່າ:

“ສະບາຍດີ, ຂ້ອຍຊື່ສີສະຫວັນ ພຸດທະວົງ, ຂ້ອຍເປັນລູກສາວອົບພະຍົບ. ຂ້ອຍໄດ້ຍົກຍ້າຍມາຢູ່ສະຫະລັດໃນປີ 1980 ຕອນອາຍຸ 4 ປີ. ຂ້ອຍເກີດຢູ່ວຽງຈັນ, ລາວ. ກ່ອນຈະມາຮອດອາເມຣິກາ ພວກເຮົາ ໄດ້ຢູ່ສູນອົບພະຍົບໜອງຄາຍ 2 ປີ. ຜົນງານການແຕ້ມຂອງຂ້ອຍແມ່ນກ່ຽວຂ້ອງກັບການອົບພະຍົບ ຄວາມເປັນ ເອກະລັກຂອງຕົນໃນນາມເປັນຄົນລາວ-ອາເມຣິກັນອາໄສຢູ່ໃນສະຫະລັດ. ຂ້ອຍເປັນສາດສະດາຈານສອນ ຢູ່ໃນມະຫາວິທະຍາໄລວິທະຍາໄລ ລັດເທັນແນສຊີກາງມາໄດ້ 18 ປີແລ້ວ. ຂ້ອຍສອນວິຊາ ແຕ້ມຮູບໃຫ້ແກ່ ນັກສຶກສາທີ່ກຽມເຂົ້າຮຽນໃນ ວິຊາແຕ້ມຮູບໃນຂັ້ນປະລິນຍາໂທທີ່ສົນໃຈ ຢາກເປັນອາຈານສອນສິນລະປະໃນການແຕ້ມ ຫລືເປັນນັກແຕ້ມອາຊີບ.”

ດຣ. Sydney McPhee, ປະທານມະຫາວິທະຍາໄລລັດເທນແນສຊີກາງຈັບມືສະແດງຄວາມຊົມເຊີຍຕໍ່ທ່ານນາງ ສີສະຫວັນ ພຸດທະວົງທີ່ໄດ້ເປັນສາດສະດາຈານຂັ້ນສູງ ໃນປີ 2019
ດຣ. Sydney McPhee, ປະທານມະຫາວິທະຍາໄລລັດເທນແນສຊີກາງຈັບມືສະແດງຄວາມຊົມເຊີຍຕໍ່ທ່ານນາງ ສີສະຫວັນ ພຸດທະວົງທີ່ໄດ້ເປັນສາດສະດາຈານຂັ້ນສູງ ໃນປີ 2019

ເນື່ອງໃນວັນແມ່ຍິງສາກົນນີ້ທ່ານນາງໃຫ້ຂໍ້ຄິດເຫັນກ່ຽວກັບວັນແມ່ຍິງສາກົນ ແລະຝາກເຖິງທ່ານຜູ້ຟັງໂດຍສະເພາະແມ່ນແມ່ຍິງລຸ້ນໜຸ່ມວ່າ:

“ຖ້າຈະໃຫ້ຂ້ອຍຝາກຂໍ້ຄວາມ ຫລື ຄໍາເວົ້າແບບປັດຊະຍາແກ່ລູກຂອງຂ້ອຍ ຊຶ່ງເປັນແມ່ຍິງທັງສອງຄົນກໍຄື Shoot to the Moon ຊຶ່ງແປວ່າໃຫ້ຕັ້ງ ຄວາມຫວັງໄວ້ໃຫ້ສູງສົ່ງ ເຊັ່ນດວງຈັນ, ຈົ່ງຢ່າຢ້ານກົວວ່າຕົນຈະບໍ່ເກັ່ງ ຫລື ເຮັດຜິດພາດຫລາຍ, ຈົ່ງຢ່າໄດ້ລັ່ງເລໃຈທີ່ຈະເຮັດໃນສິ່ງທີ່ຈະພາໃຫ້ຕົນມີ ຄວາມກ້າວໜ້າ, ແລະພະຍາຍາມເຮັດໃຫ້ດີທີ່ສຸດຢູ່ສະເໝີ. ແລະບາງເທື່ອ ຄົນລຸ້ນໃໝ່ອາດຈະບໍ່ຮູ້ວ່າ ຈັກວ່າຕົນຕ້ອງການການສະໜັບສະໜຸນຈາກຄົນອື່ນ, ຈາກປະຊາຄົມ, ໃຫ້ເບິ່ງຄືນປະຫວັດສາດ ເບິ່ງວ່າແມ່ຍິງໃນຍຸກກ່ອນ ໄດ້ປູ ທາງໄວ້ໃຫ້ແກ່ແມ່ຍິງພວກເຮົາຍຸກນີ້ ຄືແນວໃດ ແລະພວກເຮົາເອງ ກໍຕ້ອງ ເປັນຜູ້ສ້າງປະຫວັດສາດເຊັ່ນກັນ ບໍ່ວ່າຈະຢູ່ໃນວົງກວ້າງ ຫລື ພຽງແຕ່ມີຜົນ ສະທ້ອນທີ່ດີຕໍ່ຜູ້ຄົນຢູ່ໃກ້ໆຄົວທ່ານກໍຕາມ ຂໍໃຫ້ທ່ານມີຄວາມເມດຕາ ເປັນ ຄົນຮູ້ຄິດ ແລະເປັນຄົນຮູ້ຟັງຄົນອື່ນ ແລະອີກເທື່ອນຶ່ງຂ້ອຍຄິດວ່າ ເດືອນແຫ່ງ ແມ່ຍິງແມ່ນມີຄວາມສໍາຄັນຫລາຍ ບໍ່ແມ່ນພຽງແຕ່ ເພື່ອເປັນການສະແດງໃຫ້ຮູ້ວ່າ ແມ່ຍິງໄດ້ເຮັດວຽກທີ່ໜ້າອັດສະຈັນ, ປູທາງໃຫ້ແກ່ຄົນລຸ້ນໃໝ່ ມັນຍັງເປັນການ ສະແດງໃຫ້ຮູ້ວ່າ ພວກແມ່ຍິງໄດ້ໃຫ້ການສະໜັບສະໜຸນແກ່ກັນ ແລະກັນ ອີກດ້ວຍ.

ທ.ນ. ສີສະຫວັນ ພຸດທະວົງ ພ້ອມກັບຜົນງານທາງສິນລະປະວາງສະແດງ ທີ່ຫໍພິພິດທະພັນອາເມຣິກັນລັດເມີນິນໂຊຕາ, ເມືອງເຊນທ໌ ພອລ
ທ.ນ. ສີສະຫວັນ ພຸດທະວົງ ພ້ອມກັບຜົນງານທາງສິນລະປະວາງສະແດງ ທີ່ຫໍພິພິດທະພັນອາເມຣິກັນລັດເມີນິນໂຊຕາ, ເມືອງເຊນທ໌ ພອລ

ພາບແຕ້ມຂອງທ່ານນາງສີສະຫວັນໄດ້ຮັບຄວາມນິຍົມຫລາຍ ແລະໄດ້ເອົາໄປ ໄວ້ໃນພິພິດຕະພັນຫລາຍແຫ່ງໃນສະຫະລັດ ເຊັ່ນໃນເດືອນກັນຍາ-ທັນວາ ປີ ກາຍນີ້ ກໍໄດ້ມີການວາງສະແດງຮູບພາບຂອງທ່ານນາງ ທີ່ມີຫົວຂໍ້ວ່າ ຄົນລຸ້ນ 1.5 ຊຶ່ງເປັນ ພາບ ທີ່ສື່ບອກໃຫ້ຄົນຮູ້ເຖິງຊິວິດຂອງຄົນເຊື້ອສາຍເອເຊຍຕາ ເວັນອອກສຽງໃຕ້ໃນຕ່າງແດນ ຢູ່ທີ່ຫໍພິພິດທະພັນດ້ານສິນລະປະອາເມຣິກັນ ຂອງລັດເມນິໂຊຕາ, ໃນເມືອງເຊັນທ໌ ພອລ ເປັນຕົ້ນ.

XS
SM
MD
LG