ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວີໂອເອ ໂອ້ລົມກັບ ສາສນາຈານ ດຣ. ອິນຕາ ຈັນທະວົງສຸກ ທີ່ເຊນປີເຕີສ໌ເບີກ ລັດຟລໍຣິດາ


ສາສນາຈານ ດຣ. ອິນຕາ ແລະພັນລະຍາ ຍານາງດວງນາລີ ຈັນທະວົງສຸກ.
ສາສນາຈານ ດຣ. ອິນຕາ ແລະພັນລະຍາ ຍານາງດວງນາລີ ຈັນທະວົງສຸກ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບ ດຣ. ອິນຕາ ຈັນທະ ວີສຸກ ສາສນາຈານ
ອາເມຣິກັນເຊື້ອສາຍລາວ ສອນສາດສະໜາຄຣິສຕຽນ ນິ ກາຍແບັບຕິສຢູ່ໃນລັດຄາລິ
ຟໍເນຍແລະລັດຟລໍຣິດາ. ສາສນາຈານອິນຕາໄດ້ເລີ້ມ ພົວພັນກັບສາດສະໜາຄຣິສຕຽນ
ຕັ້ງແຕ່ທ່ານຢູ່ໃນປະເທດລາວແລະໄດ້ຝຶກຝົນ ຕົນເອງຈົນໄດ້ກາຍມາເປັນອາຈານປະ
ຈຳຢູ່ໂບດ. ຊີວິດຄວາມເປັນມາແລະການ ບໍລິຫານໂບດ ຂອງອາຈານອິນຕາເປັນຢ່າງ
ໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.


ເປັນເວລາກວ່າສີ່ທົດສະວັດທີ່ຜ່ານມາ ຊາວອົບພະຍົບອິນດູຈີນ ຈາກລາວ ຫວຽກນາມ
ແລະກໍາປຄເຈຍ ໄດ້ຖືກຮັບເອົາໃຫ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ ໂດຍລັດຖະບານອາເມຣິກາ. ເວລາເດີນເຂົາເຈົ້າເດີນທາງມາເຖິງສະຫະລັດນັ້ນ ສ່ວນໃຫຍ່ແມ່ນໄດ້ຕົກ
ຖືກຮັບຕ້ອນຫຼືສະປອນເຊີ (sponsors) ຈາກບັນດາການ ຈັດຕັ້ງຂອງໂບດຄຣິສຕຽນ
ໂບດຄາໂທລິກ ສາດສະໜາອື່ນໆແລະອົງການຈັດ ຕັ້ງເອກກະຊົນຕ່າງໆ. ສາສນາຈານ
ດຣ. ອິນຕາ ຈັນທະວີສຸກ ເກີດຢູ່ບ້ານສີມມະໂນ ນະຄອນຫຼວງ ວຽງຈັນ ແມ່ນຜູ້ນຶ່ງທີ່ໄດ້
ເລີ້ມນັບຖືສາດສະໜາຄຣິສຕຽນມາແຕ່ປີ 1972 ແລະ ເຂົ້າມາຢູ່ສູນອົບພະຍົບຟິລິບປີນ
ໃນປີ 1975 ບ່ອນທີ່ທ່ານໄດ້ຮັບການອົບຮົມ ດ້ານສາດສະໜາຄຣິສຕຽນນິກາຍແບັບຕິສ
ເພີ້ມ ກ່ອນເຂົ້າມາຕັ້ງຖິ່ນຖານຢ່າງ ເປັນການຖາວອນຢູ່ໃນສະຫະລັດ. ຫຼັງຈາກນັ້ນທ່ານ
ກໍໄດ້ຝຶກຝົນເຂົ້າຮຽນຢູ່ມະຫາວິທະຍາໄລບີໂອລາ (Biola Seminary) ດ້ານສາສໜາ
ຈົນໄດ້ຂຶ້ນມາເປັນ ສາສນາຈານ ຫຼືປາສເຕີ (pastor) ຄຣິສຕຽນນິກາຍແບັບຕິສ
(Baptist) ເທົ້າທຸກວັນນີ້ ຊຶ່ງທ່ານໄດ້ເລົ່າຄວາມເປັນມາສູ່ ວີໂອເອ ຟັງວ່າ:

ປັດຈຸບັນນີ້ຢູ່ໃນສະຫະລັດ ມີໂບດຄຣິສຕຽນລາວອາເມຣິກັນ ຢູ່ດ້ວຍກັນທັງໝົດ 71
ແຫ່ງ ຕັ້ງຢູ່ໃນລັດຕ່າງໆ ຊຶ່ງບັນດາໂບດເຫລົ່ານີ້ ມາຈາກສາຂາຕ່າງໆ ຢູ່ພາຍໃຕ້ສະ
ມາຄົມຊາວເທິນແບັບຕິສ (Southern Baptist) ແລະສະຫະພັນຄຣິສຕະຈັກລາວ
ປະກອບດ້ວຍ 33 ໂບດ ທີ່ສາສນາຈານອິນຕາ ເປັນຜູ້ກໍ່ຕັ້ງ ແລະ ເປັນປະທານ ຊຶ່ງ
ທ່ານໄດ້ເລົ່າສູ່ ວີໂອເອ ຟັງດັ່ງນີ້.


ສາສນາຈານ ດຣ. ອິນຕາ ໄດ້ສິດສອນສາດສະໜາຄຣິນຕຽນ ແລະເຜີຍແຜ່ຄຳ ສັ່ງ
ສອນຂອງພະເຍຊູ ມາໄດ້ກວ່າສີ່ທົດສະວັດແລ້ວ ແລະໄດ້ຕັ້ງໂບດ ຄຣິສຕະຈັກ
ຢູ່ລັດຄາລີຟໍເນຍ ແລະໂບດຄຣິສຕະຈັກລາວ ທີ່ເມືອງເຊນປີເຕີສເບີກ ໃນລັດຟລໍຣິດາ.
ທ່ານໄດ້ກ່າວເຖິງການບໍລິຫານໂບດດັ່ງນີ້:

ສາສນາຈານ ດຣ. ອິນຕາ ພ້ອມດ້ວຍພັນລະຍາ ຍານາງດວງນາລີ ຈັນທະວົງ ສຸກ ໄດ້
ປາກົດໂຕ ຢູ່ໜ້າແວັບໄຊ facebook ທຸກໆວັນອາທິດ ເພື່ອນໍາພາບັນ ດາສະມາຊິກ
ສັງຄົມຄຣິສຕຽນລາວອາເມຣິກັນ ສູດມົນ ຊ່ວຍອົບຮົມດ້ານຈິດໃຈ ບໍ່ວ່າໃນຍາມຂັດ
ສົນ ແລະສະຫຼອງພິທີການອັນສຳຄັນຕ່າງໆມາເປັນເວລາກວ່າ ສີ່ສິບປີແລ້ວຢ່າງບໍ່
ຮູ້ອິດເມື່ອຍ ແລະໜ້າສັນລະເສີນ.

XS
SM
MD
LG