ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍການສຳພາດ ກັບເຈົ້າຂອງ ຮ້ານອາຫານລາວ-ໄທ ບາງກອກ ໂກລເດັນ


ທ່ານບຸນ ແລະພັນລະຍາ, ຍານາງແສງ ເຈົ້າຂອງຮ້ານ ອາຫານ Bangkok Golden
ທ່ານບຸນ ແລະພັນລະຍາ, ຍານາງແສງ ເຈົ້າຂອງຮ້ານ ອາຫານ Bangkok Golden

ໃນລາຍການຊີວິດຊາວລາວໃນຕ່າງແດນຂອງເຮົາແລງວັນພະຫັດມື້ນີ້ ກິ່ງສະຫວັນຈະນໍາເອົາ ການສໍາພາດກັບຍານາງແສງອາລຸນ ຫລວງລາດ ປະດາຈິດ ແລະທ່ານບຸນ ໄຊຍະລາດ ເຈົ້າ ຂອງຮ້ານອາຫານ ລາວໄທ Bangkok Golden ໃນເຂດນະຄອນຫລວງ ວໍຊິງຕັນ ມາສະເໜີທ່ານ.

ໃນ​ສັບປະດາ​ນີ້ ຂ້າພະ​ເຈົ້າຂໍ​ນໍາພາທ່ານ​ຜູ່​ຟັງ ໄປຮູ້ຈັກກັບທຸຣະກິດດ້ານ​ຮ້ານ​ອາຫານຂອງ
ສັງ​ຄົມ​ລາວໃນເຂດນະ​ຄອນ​ຫລວງວໍຊິ​ງຕັນ ດີ​.ຊີ. ຊຶ່ງໃນແລງມື້ນີ້ຂ້າພະເຈົ້າຈະນຳເອົາການ
ໂອ້ລົມກັບຍາ​ນາງ​ແສງອາ​ລຸນ ຫລວງ​ລາດ ປະດາ​ຈິດ ແລະທ່ານບຸນ ໄຊຍະລາດ ສອງຜົວ
ເມຍເຈົ້າຂອງກິດຈະການຮ້ານອາຫານລາວໄທ Bangkok Golden. ກ່ອນຈະມາເຮັດຮ້ານ
ອາຫານນັ້ນຜົວເມຍຄູ່ນີ້ເຄີຍເຮັດວຽກແລະທຸລະກິດມາຫຼາຍຢ່າງແລ້ວແຕ່ຮ້ານອາຫານແມ່ນ ເປັນຄວາມຝັນຂອງຍານາງແສງອາລຸນ ມາແຕ່ດົນແລ້ວ ແລະເວລານີ້ ກໍດຳເນີນໄປດ້ວຍດີ
ດັ່ງທີ່ພວກເຂົາເຈົ້າໂອ້ລົມສູ່ຟັງວ່າ:

ບົດໂອ້ລົມ

ພາຍໃນ​ນຶ່ງ​ປີ​ເທົ່າ​ນັ້ນ ​ແຂກທີ​ພາກັນມາຮັບ​ປະທານ​ ໄດ້ເພີ້​ມສູງ​ຂື້ນ​ກວ່າ​ເກົ່າ ​ແລະສິ່ງ​ສໍາ
ຄັນທີ​ສຸດນັ້ນ​ກໍ​ຄື ການ​ໄດ້​ຮັບຄໍາ​ຊົມ​ເຊີຍ​ຍ້ອງ​ຍໍສັນລະ​ເສີນ ຈາກ​ບັນດາ​ແຂກທັງຫລາຍ​
ຊຶ່ງໄດ້​ແຜ່ຜາຍ​ຂະຫຍາຍຊອດ​ຫູອອກ​ໄປ​ເຖີງບັນດາ​ນັກ​ຂ່າວ, ນັກຊິມອາຫານ, ​ໂດຍ​ສະ
ເພາະ ນັກ​ຕິ​ຊົມ​ກ່ຽວ​ກັບຮ້ານ​ອາຫານຕ່າງໆ ໃນ​ຂົງເຂດນະ​ຄອນ​ຫລວງວໍ​ຊິງ​ຕັນ ໄດ້
ຂຽນຂ່າວກ່ຽວກັບຮ້ານອາຫານ Bang-kok Golden ແລະໄດ້ຖືກຮັບ​ຮູ້​ຈາກສັງ​ຄົມເປັນ
ສ່ວນ​ໃຫ່ຍ ໂດຍຜ່ານທາງໜັງ ສືພິມແລະວາລະສານຕ່າງໆເຊັ່ນ​ the Washington Post,
Washingto-nian, Fairfax Time ​ແລະ Za​gat ເປັນຕົ້ນ.

ຂ້າງໃນຂອງຮ້ານອາຫານ Bangkok Golden ທີ່ເມືອງ Falls Church ລັດ ເວີຈີເນຍ
ຂ້າງໃນຂອງຮ້ານອາຫານ Bangkok Golden ທີ່ເມືອງ Falls Church ລັດ ເວີຈີເນຍ

ຮ້ານອາຫານບາງກອກ ​ໂກລ​ເດີນ ​ໄດ້​ກາຍ​ມາ​ເປັນ​ທີ​ຊຸມນຸມ​ຂອງບັນດາ​ນັກ​ການ​ທູດ​
ຕ່າງໆ​. ​ໂດຍ​ສະ​ເພາະ​ຢ່າງ​ຍິງ ເຈົ້າ​ໜ້າ​ທີ່ປະ​ຈໍາສະຖານ​ເອກ​ອັກ​ຄະ​ລັດ ຖະທູດ​ ສປປ
ລາວ ເປັນ​ແຂກ​ປະຈໍາ ​ແລະໄດ້​ນໍາພາບັນດາ​ນັກ​ການ​ທູດຂອງ​ປະ​ເທດຕ່າງໆມາ​ຮັບ​ປະ
ທານ​, ປະ​ຊຸ​ມສັງສັນ​ແລະແນະ​ນໍາ​ອາຫານ​ລາວ ແຫ່າງນີ້ໃຫ້ຕ່າງປະເທດໄດ້ຮູ້ນຳດ້ວຍ..
ນອກ​ນັ້ນ ກໍ​ມີ​ບັນດາ​ແຂກ​ອຶ່ນໆທີພາກັນມາໃຫ້ການ​ອຸດ​ໜູນເໝົາ​ຮ້ານ ກີ​ນລ້ຽງ​ໃນ​ພິທີ​
ອັນ​ສໍາຄັນ.ໂດຍ​ສະ​ເພາະ ​ເປັນ​ບ່ອນນັດ​ໝາຂອງສະມາຊິກ​ສັງຄົມ​ລາວ.

ຖ້າ​ຫາກ​ທ່ານ​ຜູ້ຢູ່​ໃກ້ ​ແລະ ຢູ່​ໄກ​ ຫາກ​ມີ​ໂອກາ​ດ​ໄດ້​ຜ່ານມາ​ຢ້ຽມຢາມ ຂົງເຂດ​ນະ​ຄອນ​
ຫລວງວໍຊິ​ງ​ຕັນ ດີ​ຊີ ກະຣຸນາ​ຢ່າ​ລືມ​ມາ​ແວ່​ຊີມ​ອາຫານ​ພື້ນເມຶອງລາວ​ ອັນແຊບນົວ ​ແລະ
ຫາ​ກີ​ນ​ໄດ້​ຍາກແຫ່ງນີ້ດ້ວຍ.

XS
SM
MD
LG